ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ມ.ສ.. 3, 2011 | ມີ 5 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ທັມມະ

ຊ່ວງນີ້ໄປຫາອາຈານສຸດທິຫລາຍເທື່ອເພິນຝາກແນວຄິດທີ່ຫນ້າສົນໃຈໃຫ້ປະຈຳ ເພິນເວົ້ານະໄຊ (ຊື່ຂ້າພະເຈົ້າເອງ) ທັມະສາມາດປະຍຸກກັບທຸກ ໆ ວິຊາທີ່ມີການຮຽນການສອນໃນໂລກນີ້ ລອງຄິດເບິ່ງດຸວ່າ ເສດຖະສາດ ບໍລິຫານ ອັນສອນສາດ ວາທະສິນ ດາລາສາດ ວິທະຍາສາດ ຕ່າງໃນທັມະຂອງພຣະພຸດທະເຈົ້າມີຫມົດ ຍົກຕົ່ວຢ່າງ

 ທັມມະໃນການປົກຄອງ 10 ປະການ

1. ທານ ຄື ການໃຫ້ດ້ວຍຄວາມບໍລິສຸດໃຈ ດ້ວຍຄວາມເມຕຕາ ບໍ່ຫວັງສິ່ງຕອບແທນໃດ

2. ສີລ ຄືການປະພຶດປະຕິບັດທີ່ດີງາມທາງກາຍ ວາຈາ ສິລມີໄວ້ເພື່ອສັງຄົມຢູ່ຮ່ວມກັນຢ່າງຜ້າສຸຂ
3.
ປະຣິຈາຄະ ຄື ການເສັຍສະລະປະໂຫຍດສ່ວນຕົນເພື່ອຄວາມຜ້າສຸຂຂອງປ່ວງຊົນ
4.
ອາຊຊະວະ ຄື ຄວາມຊື່ສັດ ຊື່ຕົງ ຢ່າງຈິງໃຈ ບໍ່ລອກລວງຄໍຣັບຊັນຕໍ່ປະຊາຊົນ ແລະປະເທດຊາດ
5.
ມັດທະວະ ແປວ່າ ຄວາມສຸພາບອ່ອນໂຍນ ບໍ່ຫຍາບຄາຍ ບໍ່ຖືໂຕເປັນຂວັນໃຈມວນຊົນ, ເປັນທີ່ຮັກແພງ ແລະນິຍົມຂອງປະຊາຊົນ.
6.
ຕະປະຄື ການເປັນຢູ່ຢ່າງສາມັນ ບໍ່ມົ່ວເມົ້າໃນກາມມະຄຸນ ມີຄວາມຕັ້ງໃຈ ພາກພຽນ ໃນພັດທະນາປະເທດຊາດ ເພື່ອຄວາມຮົ່ມເຢັນສັນຕິສຸຂຂອງປະຊາຊົນ
7.
ອັກໂກທນະ ຄື ມີຈິຕເມຕຕາ ເປັນກາງ ມີຄວາມຍຸດຕິທັມ ຕັດສິນບັນຫາດ້ວຍເຫດດ້ວຍຜົນຮັບຟັງຄວາມຄິດເຫັນຂອງບຸກຄົນອື່ນ

8. ອະວິຫິງສາ ຄື ຄວາມບໍ່ບຽດບຽນຜູ້ອື່ນໃຫ້ໄດ້ຮັບຄວາມເດືອດຮ້ອນ ລົດຄວາມຮຸ່ນແຮງໂດຍອາໄສສັນຕິວິທີ່
9.
ຂັນຕິ ຄື ຄວາມອົດທົນໃນການປະຕິບັດຫນ້າທີ່ການງານຢ່າງໜັກແໜ້ນ ທຸ່ນທ່ຽງ
ຮັບຟັງຄຳຕຳໜິວິຈານ  
10.
ອະວິໂຣທະນະ ຄື ມີຄວາມໜັກແໜ້ນໃນທັມ ບໍ່ເຫັນແກ່ຕົວ ໂລບມາກໂລພາ ກອບໂກຍ ສໍ້ລາດບັງຫລວງ
ທັມະສຳຫລັບນັກປົກຄອງໃນລະດັບປະຕິບັດການຈາກພໍ່ໃຫຍ່ບ້ານເຖິງເຈົ້າເມືອງເຈົ້າແຂວງ ນາຍົກລັດທະມົນຕີ ປະທານປະເທດ ພ້ອມດ່ຽວກັນຍັງສາມາດປະຍຸກໄດ້ກັບທຸກ ໆ ການປົກຄອງທຸກ ໆ ການບໍລິຫານອົງການ ລັດຖະກອນຕ່າງ ໆ ພ້ອມດ່ຽວກັນນີ້ຍັງມີທັມະສຳຫລັບປະທານປະເທດອິກ

<!--[if !supportLists]-->1.       <!--[endif]-->ທັມມາທິປະໄຕ ຖືທັມະເປັນໃຫຍ່ ຍືດທັມເປັນຫລັກ

<!--[if !supportLists]-->2.       <!--[endif]-->ທັມມິກາຣັກຂາ ການຈັດການຮັກສາ ຄຸ້ມຄອງ ປ້ອງກັນຢ່າງຊອບທັມ ແລະເປັນທັມ
1. ອັນໂຕຊະນະ ການຈັດການພາຍໃນ ຄືບຸກຄົນທີ່ໃກ້ຊິດຂອງຕົນໃຫ້ຢູ່ໃນຄວາມຮຽບຮ້ອຍສຸຂສະຫງົບ ມີຄວາມເຄົາລົບນັບຖືກັນແລະກັນ

2. ພາລະກາຍ ຄືການບໍລິຫານ ການຈັດການ ກອງທັບ ທະຫານ ຕຳລວດໃຫ້ເຊື່ອຟັງ

3.ຂັດຕິຍະ ການບໍຫານ ການຈັດການ ເຈົ້າເມືອງ ເຈົ້າແຂວງ ກົມກອງ ລັດຖະມົນຕີກະຊວງຕ່າງ ໆ

4.ອະນຸຍົນຕ ຄືການບໍລິຫານ ການຈັດການ ຂ້າລາຊະການ ລັດທະກອນ ພະນັກງານລັດຕ່າງ ໆ

5.ພາມຄະລືຫະບໍດີ ຄື ການຈັດການ ນັກວິຊາການ ຄູອາຈານ ພໍ່ຄ້າ ນັກທຸລະກິດ ຕ່າງ ໆ

6.ເນຄົມຊານະບົດ ການຈັດການ ປະຊາຊົນຕາມທ້ອງຖິ່ນຕ່າງ ໆ ຕະຫລອດຕາມຊາຍແດນ

7.ສະມະນະພາມ ການຈັດການ ພຣະສົງ ບັນພະຊິດຜູ້ຊົງສິລທັມ ທີ່ເປັນແບບຢ່າງທີ່ດີແກ່ມະຫາຊົນທົ່ວໄປ

8. ມິຄະປັກສີ ຄື ການຈັດການ ສັຕນານາພັນຕ່າງ ໆ ທີ່ສົມຄວນສະຫງວນໄວ້

<!--[if !supportLists]-->3.       <!--[endif]-->ອະທັມະການນິເສທະນາ ການຈັດການປ້ອງກັນບໍ່ໃຫ້ຄວາມບໍ່ເປັນທັມເກິດຂື້ນໃນເຂດການປົກຄອງ ສະກັດກັ່ນອະທັມ

<!--[if !supportLists]-->4.       <!--[endif]-->ທະນານຸປະທານ ແບ່ງປັ່ນຊັບໃຫ້ແກ່ຄົນຈົນ ເພື່ອຄວາມຢູ່ລອດ ເພື່ອການດຳລົງຊີພ ແລະການຕັ້ງຕົວ

<!--[if !supportLists]-->5.       <!--[endif]-->ປະຣິປຸຈສາ ປິຶກສາຫາລືຈາກນັກປຣາດ ນັກວິຊາການ ຜູ້ມີຄວາມຮູ້ຄວາມສາມາດ ຕະລອດເຖິງຜູ້ຊົງສິລກ່ຽວກັບແນວທາງ ການບໍລິຫານ ການແກ້ໄຂບັນຫາ ຕະລອດການສົ່ງເສິມເສດຖະກິດສັງຄົມໃຫ້ມີຄວາມຈະເລິນກ້າວຫນ້າ ດ້ວຍຄວາມບໍ່ປະມາດ

ເມື່ອອ່ານຈົບແລ້ວມີຄວາມຄິດທີ່ຂັດແຍ້ງກັບການບໍລິຫານຂອງປະເທດໃດນໍ ອີອີອີ

Delicious Digg Fark Twitter