ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ທ.ວ.. 16, 2010 | ມີ 10 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ຄວາມຮັກ

 ວັນກອ່ນຂຽນເລື່ອງຄວາມຕາຍ ອ່ານແລ້ວຄືຊິບໍໍໍ່ມີຊີວິດຊີວາມື້ນີ້ເລີຍຢາກຂຽນເລືືື່ອງໃຫມ່ເປັນເລື່ອງກ່ຽວກັບຄວາມຮັກນ່ອຍຫນຶ່ງເພຶ່່ອປຽ່ນບັນຍາກາດ

ເລື່ອງມີຢູ່ວ່າ

ມີຄະຕິທຳ

ເພຶ່ອຄົນທີ່ມີຄວາມຮັກມາຝາກຊາວພັນລາວທຸກທ່ານໄດ້ອ່ານແລ້ວນຳໄປປະຕິບັດໃຫ້ເກິດປະໂຫຍດແກ່ຄູ່ຮັກຂອງທ່ານແລະຕົວທ່ານເອງ

ຄຳວ່າ love ມີຫລາຍຄວາມຫມາຍຜູ້ຂຽນຂໍໃຫ້ຄວາມຫມາຍວ່າ

L ມາຈາກຄຳວ່າ      Love is life,life is love

O ມາຈາກຄຳວ່າ Opportunity  ແປວ່າຮັກຕ້ອງໃຫ້ຖືກຕາມເວລາອັນຄວນຈຶ່ງຈະເປັນຄວາມຮັກທີ່ງອກງາມ

V ມາຈາກຄຳວ່າ      variety     ແປວ່າຄວາມຮັກມີຫລາຍຮູບແບບ ຫລາຍປະເພດດ້ວຍກັນຢ່າງເຊັ່ນ 1.ຮັກຕົວກົວຕາຍຄືຮັກຕົວເອງເປັນຍອດຍິ່ງ 2.ຮັກໄຄປາດຖະນາຄືຫນຸ່ມສາວຮັກກັນ 3.ຮັກເມດຕາອາລີຄືພໍ່ແມ່ຮັກລູກ 4.ຮັກມີແຕ່ໃຫ້ປຽບເຫມຶອນດວງອາທິດທີ່ສ່ອງແສງໃຫ້ຊາວໂລກໂດຍບໍ່ຄິດຄ່າຕອບແທນໃດໆ

E ມາຈາກຄຳວ່າ  encourage  ແປວ່າຮັກກັນຕ້ອງໃຫ້ກຳລັງໃຈກັນແລະກັນສະຫນັບສະຫນຸນກັນໃນທາງທີ່ດີ ຈຶ່ງສົມກັບຄຳວ່າ        love

ແຕ່ວ່າຄວາມຮັກປະເພດທີສອງຮັກໄຄປາດຖະນາ ຄື ຫນູ່ມສາວຮັກກັນມັກເກິດມາຈາກຫລາຍສາເຫດຫລາຍປັດຈັຍດ້ວຍກັນເຊັ່ນ

l ມາຈາກຄຳວ່າ      lack  ຄວາມຮັກເກິດຈາກຄວາມບົກຜ່ອງຫລືສ່ວນທີ່ຂາດຫາຍໄປຂອງຊີວິດ ເພາະວ່າຄົນເຮົາເກິດມາບໍມີໃຜດອກທີ່ຈະສົມບູນໄປຫມົດທຸກຢ່າງ ຈຶ່ງຕ້ອງການຄົນທີ່ເຂົ້າໃຈ

O ມາຈາກຄຳວ່າ     Obliging ແປວ່າຄວາມຮັກມາຈາກຄົນທັງຄູ່ມີນ້ຳໃຈທີ່ດີຕໍໍ່ກັນ ຄົນເຄີຍເຮັດວຽກບ່ອນດຽວກັນ ເປັນຫມູ່ສະນິດກັນເຮັດດີໃຫ້ກັນຕະຫລອດກະເລີຍເຮັດໃຫ້ເກິດມີຄວມຮັກຕໍ່ກັນ

v ມາຈາກຄຳວ່າ  vacillate  ຄວາມຮັກຂື້ນເພາະພາວະຂອງຫົວໃຈອອ່ນແອ ຫວັ່ນໄຫວງ່າຍຈຶ່ງຈ້ອງການໃຜຈັກຄົນມາ take care  ຫັນນ່າ

E ມາຈາກຄຳວ່າ earn ຄວາມຮັັັັັກເກິດຈາກຄວາມຕ້ອງອັນແຮງກ້າຂອງທັງສອງຝ່າຍທີ່ມີຕໍ່ກັນມາໂດຍຕະຫລອດເລີຍກາຍເປັນ love each other

                                                                     ຢຸດໆໆໆໆໆໆ

                ແຕ່ວ່າຄວາມຮັກແບບຫນຸ່ມສາວກໍ່ມີຂໍ້ເສຍບໍ່ນ້ອຍຄືກັນຈຶ່ງເຕຶອນມາຍັງທ່ານຜູ້ທີ່່ມີຄວາມຮັກ ຫລືກຳລັງຄິດຈະ ກໍຄວນທີ່ຈະຮັບຮູ້ໄວ້ນະທີນີ້ດ້ວຍ

ຖ້າຫາກທ່ານຮັກບໍ່ເປັນກໍ່ຈະພໍ້ຈຸດຈົບແບບບໍ່ພຶ້ງປະສົງເປັນແນ່ແທ້

ຄວາມຮັກແບບຫນຸ່ມສາວສ່ວນຫລາຍມັກລົງເອີຍກັນແບບນີ້ແຫລະ

ພະຍັນຊະນະສອງຕົວ

ສະລະສອງຕົວ

ກັບຄົນອີກສອງຄົນ ຄືຄຳວ່າ love

ເມື່ອລົງເຶີຍແບບນີ້້ຄວາມຮັກມັກຈະພໍ້ກັບອັນຕາລາຍຫລາຍທີ່ສຸດນັ້ນກໍຄື 

l= lacke of sorrow ຄວາມຮັກຈະຈົບລົງທີ່ທະເລສາບແຫ່ງຄວາມເສົ້້າ

o= ocean of tears ຄວາມຮັກຈະຈົບລົງທີ່ທະເລສາບແຫ່ງນ້ຳຕາ

v= valley of death ຄວາມຮັກຈະຈົບລົງທີ່ຫຸບຜາແຫ່ງຄວາມຕາຍ

e= end of life  ຄວາມຮັກຄືຈຸດຈົບຂອງຊີວິດຄູ່ ລວມກັນແລ້ວເປັນ love ຢູ່ດີ

 

 

ຖ້າຫາກທ່ານບໍ່ຢາກໃຫ້ຄວາມຮັກຂອງທ່ານຕ້ອງມາມີຈຸດຈົບແບບນີ້ທ່ານຕ້ອງພັດທະນາຄວາມຮັກຂອງທ່ານຂື້ນມາອີກຂັ້ນຫນຶ່ງ

                                                                            ຄືຮັກໃຫ້ເປັນເຫັນດ້ວຍປັນຍາ

                                                             ຕ້ອງຮັກດ້ວຍຫົວສະຫມອງບໍ່ແມ່ນໃຫ້ຮັກຂື້້ນຫົວສະຫມອງຈົນຫນ້າມືດຕາມົວ

                                                   ຄຳວ່າຮັກເປັນຄືຮັກດ້ວຍປັນຍາ ປັນຍາໃນພາສາອັງກິດມີ ຄຳວວ່າ wisdom

                                           ຄົນທີ່ຈະຄອງຮັກໃຫ້ຕະຫລອດລອດຝັງຕ້ອງຮັກດ້ວຍປັນຍາເທົ່ານັ້້ນ

ກອ່ນອື່ນຕ້ອງມາເຂົ້າໃຈປັນຍາກັນກ່ອນເນາະ

w ມາຈາກຄຳວ່າ willowy  ການຮຽນຮູ້ ຄົນຮັກກັນກະຕ້ອງພ້ອມທີ່ຈະຮຽນຮູ້ເຊິ່ງກັນແລະກັນຄືຕ້ອງມີຄາລະວະທຳ 4 ປະການ

1.ທະມະ     ພ້ອມທີ່ຈະຮຽນຮູ້ກັນແລະກັນ

2.ສັດຈະ     ຮັກດຽວໃຈດຽວຕໍ່ກັນສະເຫມີ

3.ຂັນຕິ       ມີຄວາມອົດທົນຟັນຜ່າອຸປະສັກໄປດ້ວຍກັນ

4.ຈາຄະ     ມີຄວາມເສຍສະລະສະເຫມີກັນ

i ມາຈາກຄຳວ່າ idear  ມີຄວາມຮັັກຕ້ອງມີຄວາມຄິດ ເພາະວ່າຮັກກດ້ວຍຫົວສະຫມອງບໍ່ແມ່ນໃຫ້ຮັກຂື້ນສະຫມອງ ແລ້ວມັນຈະເຂົ້າທຳນອງທີ່ວ່າຮັກເຮັດໃຫ້ຄົນຕາບອດ ເຮົາຕ້ອງຄິດຫາວິທີບຳລຸງຮັກຂອງຕົນໃຫ້ສົມບູນ

s ມາຈາກຄຳວ່າ       selection   ຮັກຕ້ອງຮູ້ຈັກເລືອກຄູ່ໃຫ້ເຫມາະສົມກັບຕົນ

                                      ໃນທັດສະນະຂອງພຸດທະສາສນາສອນວິທີໃນການເລືອກຄູ່ຄອງທີ່ເຫມາະສົມວ່າ

1.ຄົນທີ່ຈະຮັກກັນໄດ້ຕະຫລອດຕ້ອງມີຄວາມປະພຶດສະເຫມີກັນ      ຄືມີສິນ

2.ຄົນທີ່ຈະຮັກກັນໄດ້ຕະຫລອດຕ້ອງມີຄວາມເຊື່ອສະເຫມີກັນ   ຄືສັດທາ

3.ຄົນທີ່ຈະຮັັກກັນໄດ້ຕະຫລອດຕ້ອງມີຄວາມເສຍສະລະສະເຫມີກັນ  ຄືການໃຫທານ

4.ຄົນທີ່ຈະຮັກກັນໄດ້ຕະຫລອດຕ້ອງມີຄວາມຮູ້ສະເຫມີກັນ  ຄືປັນຍາ

d ມາຈາກຄຳວ່າ     decision ຄົນທີ່ຈະມີຄວາມຮັກຕ້ອງຕັດສິນໃຈໃຫ້ຮອບຄອບມີເຫດມີຜົນ ຄວາມຮັກຕ້ອງມີເຫດຜົນຄົນທີ່ຮັກແບບບໍ່ມີເຫດຜົນຄືຄົນຮັກແບບໂງ່ໆໆໆໆ ຈຳໄວ້ເລີຍຖ້າມີໃຜມາບອກຮັກທ່ານໃຫ້ຖາມເຫດຜົນເຂົາວ່າເປັນຫຍັງເຈົ້າຈຶ່ງຮັກຂ້ອຍ ຖ້າເຂົາຕອບທ່ານວ່າບໍ່ມີເຫດຜົນ ສະແດງວ່າເຂົາຮັກເຮົາແບບໂງ່ໆໆໆ ຫາກທ່ານຂຶນຮັກກັບເຂົາຕໍ່ໄປກໍ່ບໍ່ສົມຫວັງແນ່ນອນ

                                                                   ແຕ່ສຳລັບບາງຄົນບອກວ່າຄວາມຮັກຢູ່ເຫນຶອເຫດຜົນທຸກຢ່າງ

ມັນບໍ່ແມ່ນຄວາມຈິງເລີຍຈັກນ່ອຍກະຍ້ອນຄົນທີ່ຮັກແລະເຂົ້າໃຈແບບຜິດໆໆໆໆໆ

ນີ້ແຫລະຄິດວ່າຄວາມຮັກຢູ່ເຫນຶອເຫດຜົນທຸກຢ່າງ ຈຶ່ງເຮັັັັດໃຫ້ຄູ່ທີ່ຮັກກັນຈູ່ໆໆກະເລີກກັນ

ກະຍ້ອນບໍ່ມີເຫດຜົນນີ້ແຫລະເລີກກັນກໍ່ຫລາຍລາຍນັບບໍ່ຖ້ວນ

 

o ມາຈາກຄຳວ່າ       objective  ຄວາມຮັກຕຕ້ອງຕັ້ງເປົ້າຫມາຍຊີວິດເມຶ່ອຮັກກັນແລ້ວຈະໄປທາງໃດຕໍ່ເພຶ່ອໃຫ້ຄູ່ຮັກຂອງຕົນມີຄວາມສຸກ 

m ມາຈາກຄຳວ່າ       managenment   ຮັກຕ້ອງຮູ້ຈັກບໍລິຫານຈັດການເລືອກຄູ່ຮັກແລະການຄອງເຮືອນດ້ວຍຄວາມຮັກ ູືຕ້ອງມີ ູາລະວະທຳ 4 ແລະເທກນິກໃນການເລືອກຄູ່ແທ້ອີກ 4 ທີ່ກ່າວມາແລ້ວໃນເບື້ອງຕົ້ນນັ້ນ

ທ້າຍສຸດນີ້້ກະຂໍໃຫ້ທ່ານໃຊ້ຄວາມຮັກຂອງທ່ານໃນທາງທີ່ຖືກ

ແລະຂໍໃຫ້ທຸກທ່ານມີຄວາມສຸກກັບຄວາມຮັກຂອງທ່ານຕະຫລອດໄປ

ຂໍຂອບໃຈ

                                                                                                                       ສ.ຈັນທະລັງສີ