ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ມ.ນ.. 18, 2011 | ມີ 7 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ກະວີ

 

ຫລັບຝັນເສັຽເຖີດຄົນດີ
 

ຊີວິດນີ້ຊ່າງໂຫດຮ້າຍ 
ຜູ້ຄົນຊ່າງຜັນແປ 
ຫລຽວໄປມາທາງໃດ 
ເຈົ້າເຫັນແຕ່ຄວາມກິ້ງກອກວົກວົນ 
ດັ່ງກັບວ່າຄວາມດີຄວາມງາມ 
ຄວາມຊື່ຄວາມຕົງ 
ບໍ່ມີເຫລືອໄວ້ຢູ່ໃນໂລກນີ້ອີກຕໍ່ໄປ 
ເຈົ້າບອກຂ້ອຍວ່າ 
ເຈົ້າເມື່ອຍເຈົ້າທໍ້ແທ້ 
ເຈົ້າບໍ່ຢາກສູ້ອີກຕໍ່ໄປ 
ຫາກແມ້ນບໍ່ພຽງເພື່ອລູກ 
ເຈົ້າຢາກຈະໄລລາໂລກນີ້ໄປໃຫ້ມັນແລ້ວໆໄປສະ 
ຂ້ອຍຜູ້ຊຶ່ງເປັນຕົ້ນຕໍ່ຂອງຄວາມຜິດຫວັງ 
ຂອງຄວາມທໍ້ຖອຍເຈົ້າ 
ໄດ້ແຕ່ຖອດຖອນລົມຫາຍໃຈໃຫຍ່ 
ເພາະມີຊີວິດກໍເຫມືອນບໍ່ມີ 
ເພາະມີຄວາມຝັນກໍເຫມືອນດັ່ງເປັນລົມເປັນແລ້ງ 
ໃຜນໍຈະຮູ້ວ່າ 
ຂ້ອຍນີ້ຮັກເຈົ້າຍິ່ງກ່ວາສິ່ງໃດ 
ແລະນີ້ເອງຄືສິ່ງທີ່ເຮັດໃຫ້ຂອ້ຍເຈັບປວດຣວດຣ້າວ 
ຈົນເຫລືອທີ່ຈະປະມານ 
ໂອ້ຄົນດີຂອງຂ້ອຍ 
ມະມາລືມສະສິ່ງເກົ່າໆ 
ສິ່ງທີ່ພາໃຫ້ເຈັບປວດແລະທໍຣະມານ 
ມະມານອນລົງຂ້າງໆຂ້ອຍ 
ຝາມືນີ້ຈະຄ່ອຍຂັບກ່ອມເຈົ້າໃຫ້ໄດ້ຫລັບຝັນ 
ເຖີງຄວາມຫວັງທີ່ຍິ່ງໃຫຍ່ 
ເຖີງອານາຄົດທີ່ເຈີດຈ້າ 
ແລະເມື່ອເຈົ້າຕື່ນມືນຕາຂຶ້ນມາໃຫມ່ 
ເຈົ້າຈະໄດ້ມີເຫື່ອແຮງ 
ເຈົ້າຈະບໍ່ທໍ້ແທ້ 
ແລະເຈົ້າຈະໄດ້ຍີ້ມຫົວຕໍ່ສູ້ກັບຊີວິດ 
ຢ່າງຜູ້ມີໄຊຢູ່ຕລອດໄປ 

 

  •  
ຂຽນເມື່ອ ຂຽນເມື່ອ: ມ.ກ.. 23, 2011 | ມີ 5 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ກະວີ

 ກະດູສັນຫລັງຂອງຊາດ

 


ເປັນກະດູກສັນຫລັງຂອງຊາດໃກ້ຈະພັງຜຸ
ທີ່ລະບຸໃນນິຍາຍເສົ້າທີ່ກ່າວຂານ
ເປັນບຸກຄົນ ຍາກແຄ້ນມາແສນນານ
ແລະຈະຜ່ານແບບນີ້ອີກຈັກຍຸກ

ລ້ຽງຊາວໂລກ ແຕ່ໂລກບໍ່ແລຫລຽວ
ມີກຳດຽວດ້ວຍຫົວໃຈບໍ່ເຄີຍສຸກ
ທັງຫນີ້ສິ້ນມາກລົ້ນ ຕ້ອງທົນທຸກ
ຢູ່ໃນຄຸກເຂດແຄ້ນແຫ່ງຄວາມຈົນ

ທົ່ງນາແລ້ງ ແຫ້ງຝົນພໍທົນໄດ້
ແຕ່ຄົນແລ້ງນ້ຳໃຈໃຫ້ຫມອງຫມົ່ນ
ຄົນຂາຍເຂົ້າ ຄົນຂາຍຄວາຍ ຄົນຂາຍຄົນ
ທົນທຸກທົນ ຈົນນ້ຳຕາຈະແຫ້ງຕາ

ຕ້ອງອອກແຮງ ຈົນແຮງຈະແຫ້ງເຫືອດ
ຫລືຈະຕ້ອງເຫື່ອເປັນເລືອດສະໂລມລ້າ
ຈື່ງຈະໄດ້ ຄວາມເທົ່າທຽມນັ້ນຄືນມາ
ສ້າງຄຸນຄ່າຊົດເຊີຍ ທີ່ເຄີຍລໍ

ທ່ານມີເງີນ ມີກຽດ ມີອຳນາດ
ມີໃນສິ່ງທີ່ຊາວນາຂາດເຂີນເສຍທຸກຂໍ້
ທ່ານມີຫລາຍປານໃດ ບໍ່ເຄີຍພໍ
ຄວາມສຸກຫນໍ ນ້ອຍປານໃດ ບໍ່ເຄິຍມີ

ຍັງຄົງເປັນນິຍາຍເສົ້າໃຫ້ເລົ່າຊ້ຳ
ຖືກຢຽດຢ່ຳ ຫຍາມຫມິ່ນ ສິ້ນສັກສີ
ເຮັດຄວາມດີ ແຕ່ຕ້ອຍຕ່ຳ ໄຮ້ຄວາມດີ
ຫລືວ່າເຂົ້າທີ່ປູກນີ້ ຄຸນຄ່າບໍ່ມີ 


ຂຽນເມື່ອ ຂຽນເມື່ອ: ມ.ກ.. 22, 2011 | ມີ 6 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ກະວີ

ຝາກໃຈເຖີງເມືອງລາວ

ບໍ່ຢາກຈາກກໍຕ້ອງຈໍາຫນີ
ບໍ່ຢາກຈອນກໍຕ້ອງຈໍາພາກ
ເພາະບ້ານບໍ່ເປັນບ້ານ
ຈະມີໃຜແດ່ນໍຮູ້ວ່າ
ດວງໃຈຂອງຜູ້ຮັກຊາດ
ມັນເຈັບປວດຣວດຣ້າວພຽງໃດ?

ຫລາຍຮ້ອຍປີຜ່ານມາ
ແລ້ວກໍຜ່ານໄປ
ຄົນລາວຕາດໍາໆຕ່າງກໍເຝົ້າຝັນ
ຢາກເຫັນບ້ານເມືອງເປັນຕົວຂອງຕົວເອງ
ບໍ່ແມ່ນຂີ້ຂ້າຄ່ອຍຮັບໃຊ້ບ້ານອື່ນເມືອງເຂົາ

ແລະແລ້ວກໍເຫມືອນຖືກສາບ
ບໍ່ວ່າໃຜຂຶ້ນມາກໍເຫມືອນໆກັນ
ທັງລະບອບໃຫມ່ລະບອບເກົ່າ
ເຫມືອນກັບວ່າ
ເມືອງລາວໄຮ້ສິ້ນແລ້ວຊຶ່ງຄົນດີ

ຂ້ອຍຂໍເຝົ້າໄຫວ້ວອນອົງເທບໄທ້
ໄດ້ໂຜດກັບມາປົກປ້ອງຜືນແຜ່ນດິນທອງ
ໃຫ້ໄດ້ຢູ່ດີມີສຸກ
ໃຫ້ພາດພົ້ນຈາກຫມູ່ມານຈັງໄຮ

ຫາກວ່າວັນນຶ່ງ
ຊີວິດຂ້ອຍນີ້ຍັງມີ
ຂ້ອຍຈະຂໍກັບຄືນໄປ
ກົ້ມກາບບ່ອນຝັງສາຍແຮ
ບ່ອນແຜ່ສາຍບືອີກຄັ້ງ

ແລະເມື່ອວັນນັ້ນມາເຖີງ
ຂ້ອຍຄົງຈະຕາຍຕາຫລັບ
ເມື່ອຂ້ອຍຈະບໍ່ຕ້ອງ
ພັດພາກຈາກຜືນແຜ່ນດິນລາວ
ອີກຕໍ່ໄປ

ຝາກໃຈເຖີງເມືອງລາວ

 
 


 
ຂຽນເມື່ອ ຂຽນເມື່ອ: ມ.ກ.. 18, 2011 | ມີ 3 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ກະວີ

 

ແສນດີລາວ ລວມພົນຄົນຮັກຊາດ

ເຫັນວ່າຍັງບໍ່ທັນໝົດເຂດເດືອນ ມັງກອນຂອງປີໃຫມ່ກະເລີຍຖືໂອກາດມາອ່ວຍພອນໃຫ້ຊາວພັນລາວທຸກທ່ານ

ດ້ວຍບົດກະວີຂອງ ລູກດອນກະເດັນ

 

ຕ້ອນຮັບປີໃຫມ່ 2011

 

ໂດຍ: ລູກດອນກະເດັນ

2010 ລາຫ່າງຍ້າຍ ບ່າຍໆສົ່ງສັນຍານ

ເຫລືອແຕ່ຄວາມຊົງຈຳ ຫ່ວງອາໄລບໍ່ມີເວັ້ນ

2010 ບໍ່ເຫັນຫນ້າ ລາເຫີນຫາຍຫ່າງ

2011 ຍົກຍ່າງເຂົ້າ ແທນເຊື້ອສືບສານ

ຄອຍປະສານຮັດແຫນ້ນ ຫນັກຕື່ມກວ່າປີຫລັງ

ເສີມພະລັງກາຍ-ໃຈ ຈອດຈິງຈັງແຈ້ງ

ປີໃຫມ່ໄຂແຂງເຂັ້ມ ມະຫາໄຊສິດທິໂຊກ

ສາມັກຄີສືບສ້າງ ເສີມສົ່ງເຕືອນເຕີມ

ເພີ່ມແພງພຽນຖະຫນອມ ຮ່ວມແຮງໂຮມເຕົ້າ

ຝັງເສົາທຸງຄົມກ້າ ດວງປັນຍາເຍືອງສ່ອງ

ສິ່ງມົວຫມອງປະປ່ອຍຖິ້ມ ພຽນຕັ້ງຕໍ່ດີ

ຄວາມຜິດຫວັງວ່ານີ້ ອົກຫັກຫມົ່ນມົວຫມອງ

ມາປະຄອງຊີວີ ຍື່ນແຍງເປັນຮອຍຍິ້ມ

ພະລັງໃຈນວນນິ້ມ ເຮັດດີຫນີຄວາມຊົ່ວ

ບໍ່ເອົາຕົນເກືອກກົ້ວ ມົວເຫລົ້າແຫ່ງອະບາຍ

ເອົາໃຈໃສ່ຈອດຈໍ້ ນຳວຽກການງານ

ໃຫ້ສຳເລັດແຜນການ ຄາດຄະເນວາງໄວ້

ວຽກທີ່ຍັງບໍ່ທັນແລ້ວ ພຽນແພງເຕີມຕື່ມ

ເຊື່ອມຊຶມແນວທາງພັກ-ລັດກ້າວ ຫັນຫ້າວບໍ່ປ່ອຍວາງ

ສ້າງຄວາມດີຮັບຕ້ອນ ປີໃຫມ່ມາເຖິງ

ໃຫ້ຊີວາເລີງໆໃສ ຊື່ນໃນມະໂນນ້ອມ

2011 ໃຫ້ພຽງພ້ອມ ມີໄຊກວ່າປີເກົ່າ

ຄວາມຄາດຫມາຍທີ່ເວົ້າ ຊາວລາວເຮົາໃຫຍ່ນ້ອຍ

ແພງເຊື້ອຊາດລາວ ເຮົາເນີ

 

ຂຽນເມື່ອ ຂຽນເມື່ອ: ທ.ວ.. 14, 2010 | ມີ 13 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ກະວີ

ສຽງສະທ້ອນຈາກກອນທຳມະ

ຕາຍແລ້ວໄປໃສ              ພຣະພຸດທະອົງ ຊົງມີທາງໄປ

ຍັງຊົງສອນໃຫ້ຮູ້ເຫັນເປັນປະຈັກ             ເປັນໄປຕາມບຸນບາປກຳຊີ້ນຳຊັກ

                                                ຢູ່ທີ່ຫລັກທັງສີ່ນີ້ຮັບສັ່ງ

ພວກທີຫນຶ່ງເຖິງຄາວຕາຍກາຍເປັນສົບ

ຍັງຕິດພົບຂອງມະນຸດສຸດຫນຽ່ວຢັງ

ເກິດໃນຄັນທັນທີເມຶ່ອຊິ້ນຊີວັງ

ກໍ່ສົມຫວັງເປັນມະນຸດຢູ່ຈຸດເດິມ

                                                                                        ພວກທີ່ສອງຈ້ອງເຮັດຊົ່ວມັວປະມາດ

                                                                                          ບ້າອຳນາດຂາດສຳນຶກເຮັດຫຶກເຫິມ

                                                                                            ເຮັດບາບກຳເຮັັດປະຈຳເຮັດຕໍ່ເຕິມ

                                                                                              ເຮັດຊົ່ວເພິ່ມ ຊົ່ວພາໄປໃນອະບາຍ  

ພວກທີສາມສ້າງທຸນບຸນກຸສົນ

ປະພຶດຕົນຕາມສິນທຳ ຕາມມຸ້ງຫມາ

ເຖິງວາຣະມໍລະນະຊີວາວາຍ

ກໍ່ຝັນຫາຍໄປສະຫວັນບັນເທິງໃຈ

                                                                                                           ພວກທີສີ່ສິ້ນກິເລດເຫດກໍທຸກ

                                                                                                           ປະສົບສຸກກະເສມມສັນອັນຜ່ອງໃສ

                                                                                                           ຫມົດທັງບາບທັງບຸນສຸນສິ້ນໄປ

                                                                                                            ທ່ານຈຶ່ງໄດ້ໄປເຖິງເຊິ່ງພຣະນິພພານ

        ທ້າຍສຸດນີ້ບໍ່ມີຫຍັງຫລາຍທີ່ຈະໃຫ້ເປັນຂອງຂັວນຕອນຮັບປີສົ່ງທ້າຍປີເກົ່າກະຂໍໃຫ້ທຸກທ່ານມີແຕ່ສຸກກາຍ ສະບາຍໃຈ ຖ້າມຸ້ງຫວັງສິ່ງໃດເປັນໄປດ້ວຍຊອບ ປະກອບໄປດ້ວຍສິນທຳ ກະຂໍໃຫ້ສິ່ງນັ້ນປະສົບຄວາມເລັດ ທຸກສິ່ງທຸກປະການ ທຸກທ່ານ ທຸກຄົນເທິນ  ສາທຸ ສາທຸໆໆໆໆໆໆໆໆ

ພົບກັນໃຫມ່ໃນສະບັບຫນ້າ