ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ກ.ພ.. 10, 2011 | ມີ 4 ຄຳເຫັນ ແລະ 0 trackback(s)

ກອ່ນອື່ນໃຫ້ທ່ານເປິດ google ຈາກນັ້ນໃຫ້ທ່ານພີມ lovelao2010 

 

 

ແລ້ວໃຫ້ເລືອກທີ່ແຖວ ຄຳວ່າ ແສນດີລາວລວມພົນຄົນຮັກຊາດ

ມັນຈະອອກມາແບບນີ້ ແລ້ວໃຫ້ທ່ານຮູບຄຳວ່າສ້າງເວັບທີ່ຢູ່ແທບ ເມນູຫລັກ

ແລ້ວມັນຈະອອກມາແບບນີ້ໃຫ້ທ່ານພີມ ເມວຂອງທ່ານໃສ່ ແຕ່ຢ່າລືມລະຫັດ ຈາກນັ້ນໃຫ້ ກົດທີ່ດຳເນິນການຕໍ

ແລ້ວທ່າກະໃສ່ຊື່ເວັບຕາມທີ່ຕ້ອງການ ແຕ່ຕ້ອງເປັນ ລົງທ້າຍດ້ວຍblogspot.com ເທົ່ານັ້ນ ແລ້ວກໍກົດທີ່ດຳເນິນການຕໍ່ອີກ

ແລ້ວມັນຈະເປັນແບບນີ້ ແລ້ວກະເລືອກແມ່ແແບບກົດດຳເນິນການຕໍ່

ມັນຈະບອກວ່າເວັບຂອງທ່ານສ້າງແລ້ວ ມັນຈະມີ2 ທາງເລືອກຄື ໂພດຂໍ້ມູນໄດ້ເລີຍ ປັບແຕ່ງໜ້າເວັບ ໃຫ້ເລືອກທີ່ປັບແຕ່ງໜ້າເວັບກອ່ນ

 

ມັນຈະເປັນແບບນີ້ໃຫ້ທ່ານປັບແຕ່ງຕາມໃຈແລ້ວກົດທີ່ແຈຂ້າງຂວາເບື້ອງເທິງ ຄຳວ່າໃຊ້ກັບບອກນີ້

ມັນຈະອອກມາອີກແບບນີ້

ແຕ່ນີ້ຂອງຂ້ອຍຕົກແຕ່ງແລ້ວຖ້າທ່ານຢາກໃຫ້ມີລູກຫລີ້ນຫລາຍກະໃຫ້ເພີ່ມ ຈາວາສະຄຣີບໃສ່

ໄວ້ເທື່ອໜ້າຈະເອົາມາແນະນຳໃໝ່

 

ແລ້ວທ່ານກໍສາມາດຂຽນຫຍັງລົງກະໄດ້

 

ຂຽນເມື່ອ ຂຽນເມື່ອ: ກ.ພ.. 7, 2011 | ມີ 5 ຄຳເຫັນ ແລະ 0 trackback(s)

 

ດອກໄມ້ແຄມທາງ

ໂດຍ: ກ.ແກ້ວບຸນມາ

ກົດເລີຍເວັບໃຫມ່ເພື່ອທ່ານ

ແນວນາມພຶກສາຊາດເຊື້ອ ກໍ່ເກີດມີມາ

ມວນມາລາຫອມຫວນຮື່ນກະຈາຍກະຈອນຟົ້ງ

ແຖບຖິ່ນ ດອຍດົງກວ້າງທານທາລາກໍ່ເຮືອງເຮື່ອ

ຫລາຍຫລາກ ບານເບັ່ງແຍ້ມປະດັບເອ້ປະເທດເຮົາ

ດອກຫນຶ່ງ ຮຽມຢາກເວົ້າເປັນພິມພາບພຽນຫລິງ

ສາຍຕາ ແນແນມພົບ ອ່າວຄະນິງແລງເຊົ້າ

ເຈົ້າຜູ້ໂສພາພ້ຽງ ພຽນແພງໃຫ້ຜິວຜ່ອງ ງາມນໍ

ສີສັນ ງາມສະອາດເນື້ອ ຄືອິນປັ້ນແຕ່ງມາ

ແພງພີ່ ເກີດຢູ່ແຄວ້ນ ແດນດ່ານຊົນນະບົດ

ເຮືອງເຮື່ອ ຕາມຄາເມ ແຖບທາງທຽວຢື້

ສຽງຊ່າລື ດັງກ້ອງ ຄະນອງເນືອງທົ່ວຖິ່ນ

ຍິນແລ້ວ ຈິດຈໍ່ຈັ້ນ ກະສັ່ນພໍ້ພົບພະນາງ

ສົມຍານາມຫນໍ່ນ້ອງ ປຸນດັ່ງມະໄລຫອມ ຈິງນໍ

ຫລາຍຫລາກ ມວນແມງບິນໄຕ່ຕອມຖະຫນອມຫຸ້ມ

ພ່ອງກໍ່ເຊີຍຊົມກ້ານ ເກສອນສຸດສະຫງ່າ

ພ່ອງກໍ່ບິນສອດແສ້ວ ປະສົງແຈ້ວດູດດົມ

ຕິເຂົາຕິບໍ່ໄດ້ ຊິຮ້າຍດ່າບໍ່ຄືຄວນ ນາງເອີຍ

ຫລາຍຄົນຫລາຍຄວາມຄິດອ່ານບໍ່ເຖິງຖອງຖ້ວນ

ພ່ອງກໍ່ຊວນສະແຫວງຫລິ້ນດົມດອມພໍຫອມຊື່ນ

ແສນŒຫມື່ນດວງດອກໄມ້ໃນດ້າວບໍ່ອ່າວນຳ

ໃຜເຫັນ ກໍ່ຢາກໄດ້ ໄປຂຸດກົ່ນວົນອອຍ

ຈະຢູ່ດອຍປາຍຜາ ທ່າທານທາລານ້ຳ

ກໍ່ຊິນຳເອົາໄວ້ ປະດັບເຮືອນແຍງບໍ່ເປີດ

ເຈົ້າຊ່າງມາເກີດກົ້ວ ໃຫ້ຕົວຊ້ຳບົ່ມໃນ

ງາມເດເຈົ້າຜູ້ເກີດຢູ່ກ້ຳ ໄກເຂດຕົວເມືອງ ກໍ່ຈິງນໍ

ຍັງເຮື່ອເຮືອງໂຮຍຫອມ ອ່ອມດັງໄທຄ້າ

ດວງບຸບຜາ ເຜີຍແຍ້ມ ບໍ່ແຮມຮາມໄຮ້ຄ່າ

ຄວາມງາມ ຍັງຊາບຊຶ້ງຕະລຶງແກ້ວຫນ່ວຍຕາ