ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ທ.ວ.. 12, 2012 | ມີ 16 ຄຳເຫັນ ແລະ 0 trackback(s)

ຂ້າພະເຈົ້າບໍ່ມີເລື່ອງຫຍັງຫຼາຍໄດ້ເອົາຮູບມາລົງໃຫ້ເພື່ອນໆໃນພັນລາວເຮົາໄດ້ສັງເກດຈຳແນກວ່າມັນມີຄວາມໝາຍພໍສົມຄວນ....

ຄົນເຮົາເກີດມາບໍ່ແມ່ນວ່າຈະມີທຸກສີ່ງທຸກຢ່າງສະເໝີໄປດອ.......ແມ່ນບໍ?

ຂຽນເມື່ອ ຂຽນເມື່ອ: ທ.ວ.. 4, 2012 | ມີ 5 ຄຳເຫັນ ແລະ 0 trackback(s)

 

ການເປີດຖ້ຽວບິນຄັ້ງທຳອິດຂອງລັດວິສາຫະກິດການບິນລາວ ຖ້ຽວບິນ ວຽງຈັນ-ກວາງເຈົາ-ວຽງຈັນ ໄດ້ເປີດຂຶ້ນຢ່າງເປັນທາງການ ໃນ
ວັນທີ 29 ພະຈິກ 2012 ຢູ່ທີ່ສະໜາມບິນສາກົນວັດໄຕ ນະຄອນຫຼວງວຽງຈັນ.
ການປະຕິບັດຖ້ຽວບິນລະຫວ່າງນະຄອນຫຼວງວຽງຈັນ ສປປ ລາວ ຫາເມືອງກວາງເຈົາ ສປ.ຈີນ ເບື້ອງຕົ້ນ ລັດວິສາຫະກິດການບິນ
ລາວ ໄດ້ກຳນົດແຜນບິນ 3 ຖ້ຽວຄື: ທຸກໆວັນອັງຄານ ວັນພະຫັດ ແລະ ວັນເສົາ ເຊິ່ງຈະມີເວລາບິນປະມານ 2 ຊົ່ວໂມງ ໂດຍຈະ
ເລີ່ມແຕ່ເວລາ 13:10 ໂມງ ແລະ ຮອດເມືອງກວາງເຈົາ ເວລາ 16:10 ໂມງ ທ້ອງຖິ່ນຢູ່ ສປ ຈີນ ໄວກວ່າເວລາຢູ່ ສປປ ລາວ 1
ຊົ່ວໂມງ.
ເປັນກຽດເຂົ້າຮ່ວມການເປີດຖ້ຽວບິນຄັ້ງນີ້ ມີທ່ານຜູ້ອຳນວຍການໃຫຍ່ ລັດວິສາຫະກິດການບິນລາວ ບັນດາຄະນະຜູ້ບໍລິຫານ ແລະ
ພາກສ່ວນກ່ຽວຂ້ອງ.
ຂຽນເມື່ອ ຂຽນເມື່ອ: ພ.ຈ.. 29, 2012 | ມີ 6 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ແບບທົດສອບ

ຂຽນເມື່ອ ຂຽນເມື່ອ: ພ.ຈ.. 27, 2012 | ມີ 12 ຄຳເຫັນ ແລະ 0 trackback(s)

ສັງຄົມລາວເຮົາຖືຕີນເປັນຂອງຕ່ຳ ຫົວເປັນຂອງສູງ ດັ່ງນັ້ນໃນບົດແນະນຳ ກ່ຽວກັບວັດທະນາທຳລາວ ໃຫ້ຄົນຕ່າງດ້າວ ທ້າວຕ່າງແດນຊາບ ຈື່ງມັກເນັ້ນ ບໍ່ໃຫ້ວາງຕີນໂລເລ ເຊັ່ນ: ນັ່ງປີ່ນຕີນໄປເບື້ອງເທິງ ການຢຽດຕີນ ຕໍ່ໜ້າຄົນອື່ນ  ບໍ່ໃຫ້ເອົາຕີນຢຽບແທ່ນທາດ ແລະ ອື່ນໆ ສ່ວນເລື່ອງຫົວນັ້ນຢ່າບາຍ ຫຼື ຕົບຫົວຫຼີ້ນ ຖ້າບໍ່ແມ່ນໝູ່ ຊ່ຳຮານປານດຽວທີ່ເປັນໃຈກັນ ແທ້ໆ .ການຫົດນ້ຳໃສ່ຫົວກັນ (ຍາມປີໃໝ່ລາວ)ກໍຕ້ອງມີການຂໍອະນຸຍາດຄັກແນ່.

ສຳລັບເລື່ອງຕີນນັ້ນ ຄົນລາວເຮົາມີສະຕິລະວັງຕົວຢູ່ແລ້ວ ຄືບໍ່ນິຍົມນັ່ງເອົາຂາຂື້ນຫ້າງຕໍ່ໜ້າແຂກຄົນ ແຕ່ການຫຼີ້ນກັບຕີນ ນັ້ນມັກປະກົດເຫັນເລື້ອຍໆ ເຊັ່ນ: ນັ່ງເກົາຫງ່າມຕີນ ແກະເກັດຕີນ ແກະເລັບຕີນ ຕໍ່ໜ້າຄົນອື່ນ ຄື: ບາງຄົນຢູ່ບໍ່ຢູ່ກໍປົດເກີບອອກ ແລ້ວຍົກຕີນຂື້ນມາ ບີບນວດຫຼີ້ນຢູ່ຕໍ່ໜ້າຄົນອື່ນ ເຮັດແບບນີ້ຖືວ່າ ຂາດມາລະຍາດທີ່ສຸດ ບໍ່ວ່າຈະເປັນສັງຄົມລາວ ຫຼື ສັງຄົມຕ່າງປະເທດກໍຕາມ ມັນເປັນນິໄສທີ່ພວກເຮົາສາມາດປ່ຽນແປງໄດ້ຢ່າງງ່າຍດາຍ ແຕ່ຫຼາຍຄົນມັກແນມກາຍ.

ຂຽນເມື່ອ ຂຽນເມື່ອ: ພ.ຈ.. 21, 2012 | ມີ 9 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ທັມມະ

 

100 ຂໍ້ຄິດ ຊີວິດຈະສົດໃສ ຫາກທ່ານເຮັດໄດ້ ສຸກສະບາຍໃຈຕະຫຼອດການ


1. ເອົາໃຈເຂົາມາໃສ່ໃຈເຮົາ
2.
ເຊື່ອໝັ້ນໂຕເອງ
3.
ຢ່າເບິ່ງຄົນອື່ນຢູ່ແຕ່ໜ້າຕາຢ່າງດຽວ
4.
ກ້າຄິດ, ກ້າເວົ້າ ແລະ ກ້າເຮັດ
5.
ເມື່ອມີບັນຫາ ຈົ່ງໝັ່ນປຶກສາຄົນອື່ນທີ່ເຮົາໄວ້ໃຈ
6.
ແລະກໍ່ເປັນທີ່ປຶກສາໃຫ້ຜູ້ອື່ນນໍາ
7.
ຢ່າຂີ້ຕົວະໃນເລື່ອງທີ່ເຈົ້າຄິດວ່າຜິດ
8.
ໄວ້ໃຈບຸກຄົນທີ່ສົມຄວນໄວ້ໃຈ
9.
ເປີດໃຈໃຫ້ກວ້າງ
10.
ເບິ່ງການໄກ
11.
ວາງແຜນອະນາຄົດ
12.
ຢ່າໂທດໂຕເອງ
13.
ມີຄວາມຮັບຜິດຊອບ
14.
ຕອບແທນເມື່ອໄດ້ຮັບ
15.
ໃຫ້ໃນສິ່ງທີ່ຜູ້ອື່ນຢາກໄດ້ ແລະ ບໍ່ມີ ໂດຍບໍ່ໃຫ້ເຮົາເອງເດືອດຮ້ອນ
16.
ຢ່າໃຊ້ແຕ່ອາລົມ ແຕ່ຈົ່ງໃຊ້ຄວາມຄິດ
17.
ຄິດເຖິງສ່ວນລວມໃຫ້ຫຼາຍໆ
18.
ເບິ່ງແຍງຕົນເອງໃຫ້ເປັນ
19.
ຮູ້ຜິດ, ຖືກ, ຊົ່ວ, ດີ
20.
ຢ່າປະໃຫ້ເວລາເສຍໄປລ້າໆ
21.
ຢ່າເຫັນຄ່າສິ່ງທີ່ຢູ່ກັບເຮົາເມື່ອເຮົາເສຍມັນໄປແລ້ວ
22.
ຮູ້ຈັກໂຕເອງຢູ່ສະເໝີວ່າຕອນນີ້ກໍາລັງເຮັດຫຍັງ
23.
ສິ່ງທີ່ເຮົາເຮັດຢູ່ມີຜົນດີ, ຜົນເສຍ ຫຼື ບໍ່ມີປະໂຫຍດເລີຍ
24.
ຢ່າໃຫ້ງົວເສຍແລ້ວຈຶ່ງເຮັດຄອກຂັງໄວ້
25.
ໃຫ້ອະໄພແກ່ຕົນເອງ ແລະ ຜູ້ອື່ນ
26.
ຢ່າເກັບເອົາອາດີດມາທໍາລາຍຕົນເອງ ແຕ່ຈົ່ງຮຽນຮູ້ຈາກມັນ
27.
ຄົນທີ່ບໍ່ເຄີຍເຮັດຜິດຄືຄົນທີ່ບໍ່ເຄີຍເຮັດຫຍັງເລີຍ
28.
ໄປໜ້າຢ່າລືມຫຼັງ
30.
ເຈົ້າບໍ່ແມ່ນເທວະດາ ຢ່າໄປຄິດສ້ອມແປງຄວາມຄິດ ແຕ່ຈົ່ງຄິດທີ່ຈະເບິ່ງແຍງມັນ
31.
ຢ່າອ່ານຂໍ້ຄວາມທີ່ມີປະໂຫຍດແບບຜ່ານໄປຊື່ໆ
32.
ອ່ານແລ້ວຄິດ, ຄິດແລ້ວເຮັດ, ໝັ່ນພັດທະນາຕົນເອງ
33.
ສ້າງປະໂຫຍດໃຫ້ແກ່ສ່ວນລວມແດ່
34.
ຢ່າເຫັນແກ່ໂຕ
35.
ຢ່າລໍຖ້າໃນສິ່ງທີ່ຍັງມາບໍ່ເຖິງ
36.
ຢ່າຢ້ານໃນສິ່ງທີ່ຕົນເອງສາມາດສູ້ ແລະ ປ່ຽນແປງມັນໄດ້
37.
ກໍາລັງໃຈເປັນສິ່ງທີ່ສໍາຄັນ ໝັ່ນຕື່ມໃຫ້ຄົນອື່ນແນ່ ແລ້ວເຂົາຈະກັບມາຕື່ມໃຫ້ເຈົ້າເຊັ່ນກັນ
38.
ໝູ່ເພື່ອນບໍ່ຈໍາເປັນຕ້ອງພົບໜ້າກັນ ແຕ່ກໍ່ລົມກັນໄດ້
39.
ຢ່າຄິດວ່າເຂົາບໍ່ໂທມາ ຖ້າເຈົ້າກໍ່ບໍ່ໂທໄປ
40.
ຈົ່ງເປັນຝ່າຍໃຫ້ຫຼາຍກວ່າເປັນຝ່າຍຮັບ
41.
ເບິ່ງແຍງພໍ່ແມ່ໃຫ້ດີເມື່ອເຈົ້າມີໂອກາດ ກ່ອນທີ່ຈະບໍ່ມີໂອກາດເບ່ິງແຍງເພິ່ນ
42.
ຢ່າເສຍໃຈກັບສິ່ງທີ່ບໍ່ດີ ຫຼືສູນເສຍໄປແລ້ວ ມັນບໍ່ມີທາງກັບມາ ແຕ່ເຈົ້າສາມາດເຮັດມັນໃໝ່ ຫຼືຮຽນຮູ້ຈາກມັນ
43.
ຄໍາເວົ້າເມື່ອເວົ້າໄປແລ້ວ ບໍ່ສາມາດເອົາກັບຄືນມາໄດ້ ດັ່ງນັ້ນຈົ່ງຄິດກ່ອນເວົ້າ
44.
ຢ່າທຸ່ມເທໃນສິ່ງທີ່ບໍ່ມີປະໂຫຍດ
45.
ຄໍາເວົ້າໃຫ້ກໍາລັງໃຈໄດ້, ປອບໃຈໄດ້, ຍຸແຍ່ໃຫ້ຄົນຜິດກັນຫຼື ຂ້າກັນໄດ້, ເຮັດໃຫ້ເສຍຄວາມຮູ້ສຶກໄດ້   ດັ່ງນັ້ນຈົ່ງຮູ້ທີ່ຈະເວົ້າຄໍາໃດໃນເວລາໃດ
46.
ຊີວິດບໍ່ແມ່ນເກມ, ພາດໄປແລ້ວບໍ່ສາມາດຈະກົດເລີ່ມໃໝ່ ຫຼື ໂຫຼດໃໝ່ໄດ້
47.
ຫາຈຸດໝາຍໃຫ້ແກ່ຊີວິດ
48.
ຄຽດໄດ້ ແຕ່ຄຽດໃຫ້ເປັນ
49.
ຖ້າງົງ ຂຽນໜັງສືໄດ້ ແຕ່ຂຽນໃຫ້ເປັນພາສາ
50.
ມື້ໜຶ່ງໆ ເຈົ້າເຮັດຫຍັງແດ່ ທີ່ບໍ່ແມ່ນ ກິນ, ນອນ ລະກະ ຫຼິ້ນ
51.
ບໍ່ມີໝໍຄົນໃດທີ່ຈະຖ້າໃຫ້ຄົນປ່ວຍໃກ້ຈະຕາຍແລ້ວຈຶ່ງຊ່ວຍ
52.
ເພື່ອນເຈົ້າກໍ່ຄືກັນຢ່າປະໃຫ້ເຂົາຕາຍແລ້ວຈຶ່ງໄປຖາມຫາຫຼືເບິ່ງແຍງ
53.
ຮ່າງກາຍຄົນບໍ່ແມ່ນເຄື່ອງຈັກ ໃຫ້ມັນພັກຜ່ອນແດ່
54.
ເຈົ້າຊື້ໂມງໄດ້ ແຕ່ເຈົ້າບໍ່ສາມາດຊື້ເວລາໄດ້
55.
ຕອນນີ້ມີໃຜບາງຄົນຖ້າເຈົ້າຢູ່ຫຼືບໍ່ ຖ້າມີກໍ່ຈົງກັບໄປຫາເຂົາສາ
56.
ຕອນນີ້ເຈົ້າກໍາລັງລໍຖ້າໃຜບາງຄົນບໍ ແລ້ວຈະລໍຖ້າແບບນີ້ໄປດົນປານໃດ ພະຍາຍາມເຮັດອັນອື່ນແນ່
57.
ຢ່າເວົ້າຄໍາວ່າຂໍໂທດດຸຫຼາຍ ເພາະມີອີຫຍັງດີໆຕັ້ງຫຼາຍຢ່າງໃຫ້ເຮັດແລ້ວບໍ່ຕ້ອງຕາມໄປຂໍໂທດ
58.
ຕອນເຈົ້າທຸກຍາກລໍາບາກເຈົ້າຄິດຮອດໃຜ ເຈົ້າຢາກໃຫ້ໃຜຊ່ວຍເຫຼືອ?
59.
ຕອນນີ້ເຈົ້າກໍາລັງສະບາຍຢູ່ ແລ້ວຄົນທີ່ເຈົ້າຂໍຄວາມຊ່ວຍເຫຼືອຈາກເຂົາເດ ໝົດປະໂຫຍດແລ້ວບໍ?
60.
ເຮັດຫຍັງກໍ່ໄດ້ໃຫ້ຕົນເອງມີຄວາມສຸກ ແຕ່ບໍ່ແມ່ນຢູ່ເທິງຄວາມທຸກຂອງຄົນອື່ນ
61.
ຕອນນ້ີເຈົ້າກໍາລັງອ່ານປະໂຫຍກນີ້ ແລະ ຈົ່ງຈໍາໄວ້ວ່າເຈົ້າເປັນຄົນ ແລະ ຍັງມີຊີວິດຢູ່
62.
ແມ່ນໃຜເປັນຄົນເຮັດໃຫ້ເຈົ້າມີຊີວິດ ຕອບແທນເຂົາແລ້ວຫຼືຍັງ
63.
ບໍ່ຕ້ອງລໍຖ້າຮອດວັນພິເສດໃດໆພຽງແຕ່ເຂົ້າໄປບອກຄໍາວ່າຮັກກໍ່ພຽງພໍແລ້ວ
64.
ຢ່າຖ້າໃຫ້ຮອດວັນເກີດໝູ່ ແລ້ວຈຶ່ງລົມກັນຫຼືໃຫ້ຂອງຂວັນ
65.
ບໍ່ມີກົດໝາຍໃດຫ້າມບໍ່ໃຫ້ຂອງຂວັນໃນວັນທໍາມະດາ
66.
ຖ້າເປັນເຈົ້າ ຢູ່ດີໆໝູ່ເອົາເຂົ້າໜົມມາໃຫ້ຈະຮູ້ສຶກດີບໍ ຫຼື ຈະເບິ່ງທີ່ລາຄາເຂົ້າໜົມນັ້ນ
67.
ເຫຼົ້າເຮັດໃຫ້ເຈົ້າລືມໄດ້ແຕ່ຕອນເມົາແຕ່ເພື່ອນເຮັດໃຫ້ເຈົ້າລືມເລື່ອງບໍ່ດີໄດ້ຕະຫຼອດຊີວິດ
68.
ຢ່າຄິດວ່າຕົນເອງເປັນຄົນໂຊກຮ້າຍທີ່ສຸດແລະຢ່າຄິດວ່າຕົນເອງເປັນຄົນໂຊກດີທີ່ສຸດ
69.
ຢ່າເວົ້າວ່າເພິ່ນບໍ່ມາເປັນເຮົາບໍ່ຮູ້ດອກຖ້າເປັນແນວນັ້ນເຈົ້າກໍ່ບໍ່ຮູ້ເລື່ອງຂອງເຂົາຄືກັນ
70.
ຖ້າເມື່ອຍຫຼາຍກໍ່ຢຸດພັກແນ່
71.
ຢ່າຄິດວ່າຄົນດີບໍ່ມີໃນສັງຄົມ ເພາະເຈົ້າກໍ່ເປັນຄົນພຽງແຕ່ເຈົ້າຍັງບໍ່ໄດ້ເຮັດອີຫຍັງເທົ່ານັ້ນ
72.
ປິດສະໜາໃນເກມເຈົ້າແກ້ໄດ້ແຕ່ເປັນຫຍັງປິດສະໜາໃນຊີວິດເຈົ້າແກ້ບໍ່ໄດ້ ໃນເມື່ອບົດສະຫຼຸບມັນຢູ່ໃນ  ໂຕເຈົ້າ
73.
ເຈົ້າເບິ່ງເພັດຢູ່ຄວາມງາມພາຍໃນ ຫຼື ປ້າຍລາຄາທາງນອກ
74.
ຖ້າເຈົ້າກິນອາຫານເຫຼືອ ລອງຄຶດເຖິງເດັກນ້ອຍທີ່ບໍ່ມີຫຍັງກິນແດ່
75.
ມີເລື່ອງຫຼາຍເລື່ອງທີ່ບໍ່ໄດ້ຂຽນໃນໜັງສືລອງຄົ້ນຄວ້າເບິ່ງແລ້ວຈະຮູ້
76.
ລູກທະນູທີ່ປ່ອຍອອກຈາກໜ້າໄມ້ຍັງອັນຕະລາຍໜ້ອຍກວ່າຫອກທີ່ແທງມາຈາກທາງຫຼັງ
77.
ການຖືກຫັກຫຼັງເປັນສິ່ງທີ່ເຈັບປວດ ຢ່າໃຫ້ມັນເກີດ
78.
ຈະປະໃຫ້ຂີ້ລັກຂຶ້ນບ້ານແລ້ວຈຶ່ງໄປເບິ່ງປະຕູຮົ້ວບໍ?
79.
ທໍາໃຈກັບສິ່ງຕ່າງໆລ່ວງໜ້າໄວ້ແດ່ກໍ່ດີ
80.
ສົມມຸດຄົນທີ່ເຈົ້າຮັກຈາກເຈົ້າໄປໃນຕອນນີ້ ເຈົ້າຄິດວ່າເຈົ້າໄດ້ເຮັດຫຍັງໃຫ້ເຂົາແດ່ແລ້ວ ຫຼືວ່າບໍ່ມີເລີຍ
81.
ຢ່າຕອບວ່າ ເຮັດແນວໃດກໍ່ຕອບແທນບໍ່ໝົດ ຂໍຖາມແດ່ວ່າເຮັດຄັ້ງສຸດທ້າຍຕອນໃດ?
82.
ເຈົ້າທໍາໃຈໄດ້ແລ້ວບໍ ຖ້າມັນເກີດຂຶ້ນ ເຈົ້າໄປຮ້ອງໄຫ້ຂ້າງງານສົບ ແນວໃດເຂົາກໍ່ບໍ່ໄດ້ຍິນ
83.
ໂຕຂອງເຈົ້າມີຄ່າຢູ່ແລ້ວ ຢູ່ທີ່ວ່າເຈົ້າຮູ້ຈັກດຶງມັນອອກມາໃຊ້ຫຼືບໍ?
84.
ຮຽນເວົ້າກັບໂຕເອງແດ່ ແລ້ວເຈົ້າຈະຮູ້ວ່າມັນມີຫຍັງຕັ້ງຫຼາຍຢ່າງທີ່ເຈົ້າຍັງບໍ່ຮູ້
85.
ເຈົ້າໃຊ້ຮ່າງກາຍມາຈັກປີແລ້ວ ໝັ່ນເບິ່ງແຍງມັນແດ່ ຫຼືວ່າເອົາໄວ້ໃຫ້ວິນຍານມີບ່ອນສິງສະຖິດຢູ່ຊື່ໆ
86.
ການໃສ່ເສື້ອຜ້າງາມໆ ບໍ່ໄດ້ຊ່ວຍໃຫ້ຮ່າງກາຍດີຂຶ້ນດອກ ທີ່ດີຂຶ້ນເປັນບຸກຄະລິກກະພາບເທົ່ານັ້ນ
87.
ຫາຄວາມສຸກຂອງໂຕເອງໃຫ້ພົບ ຮຽນມີຄວາມສຸກແນ່
88.
ລອງເຮັດແບບບ້າໆບ໋ອງແດ່ກໍ່ດີຢ່າຍຶດຕິດກັບອີຫຍັງຫຼາຍເກີນໄປ
89.
ສິ່ງທີ່ເຈົ້າປ່ອຍຜ່ານໆໄປໃນຊີວິດຫຼືເລື່ອງທີ່ເຈົ້າເຫັນວ່າມັນບໍ່ສໍາຄັນ ກັບມາເບິ່ງບ່ອນນັ້ນແດ່ກໍ່ດີ
90.
ຢ່າໄວ້ໃຈໃຜຫຼາຍເກີນໄປ ບໍ່ໄດ້ສອນໃຫ້ລະແວງບໍ່ໄວ້ໃຈໃຜ ແຕ່ລະວັງແດ່ກໍ່ດີ
91.
ຢ່າຕາມເພື່ອນທີ່ມັກກິນເຫຼົ້າ, ຫຼິ້ນໄພ້ ແລະ ມັກຫຼິນສາວ(ບ່າວ) ຫຼາຍຈົນເກີນໄປ
92.
ຢາເສບຕິດທຸກຊະນິດຢ່າຄິດຈະລອງເດັດຂາດ
93.
ຢ່າເຮັດຕາມໝູ່ເພາະຮ່າງກາຍເຂົາກັບເຮົາມັນຕ່າງກັນແນ່ນອນຈິດໃຈກໍ່ຕ່າງກັນ
94.
ຜູ້ຊາຍຈັ່ງໃດກໍ່ເປັນຜູ້ຊາຍ ຜູ້ຍິງຈັ່ງໃດກໍ່ເປັນຜູ້ຍິງ
95.
ບາງຄັ້ງກາຍຢູ່ຄົນດຽວກໍ່ບໍ່ໄດ້ເລວຮ້າຍສະເໝີໄປ
96.
ບໍ່ມີມິດຖາວອນແລະສັດຕູທີ່ແທ້ຈິງ
97.
ຈົ່ງເຮັດມື້ນີ້ໃຫ້ດີທີ່ສຸດ ເພື່ອຕົວເຮົາເອງ ຄົນທີ່ເຮົາຮັກ ແລະ ຄົນທີ່ຢູ່ອ້ອມຂ້າງເຮົາ
98.
ຢ່າຄິດວ່າຕົນເອງຖືກຕະຫຼອດ
99.
ຢ່ານ້ອຍໃຈເກີນເຫດ ເພາະອີຫຍັງທີ່ເກີນໆມັນບໍ່ຄ່ອຍຈະດີ
100.
ຢ່າຄິດວ່າຕົນເອງບໍ່ມີໝູ່ ຫຼື ບໍ່ມີໃຜ ຢ່າງໜ້ອຍຖ້າເຈົ້າໄດ້ອ່ານຂໍ້ຄວາມນີ້

ຂຽນເມື່ອ ຂຽນເມື່ອ: ພ.ຈ.. 20, 2012 | ມີ 13 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ກາບກອນ

 

ຮັກ​ກັນ​ດີກ​ວ່າ​ຊັງ​ກັນ

    ຄວາມ​ຮັກ​ກໍາ​ເນີ​ດຂຶ້ນ                   ຊຶມ​ຊາບ​ມະ​ໂນ​ໃນ
ມີ​ໃຜ​ຫຼົບໜີ​ຮັກ                             ຫລີກ​ລຽງ​ມັນ​ໄດ້
ແມ່ນ​ແຕ່​ເສືອ​ສິງ​ຮ້າຍ                       ​ໃນ​ດົງ​ພົງ​ປ່າ
ກໍ່​ຍັງ​ມີ​ພວກ​ພ້ອງ                          ​ໂຮມ​ຫຸ້ມ​ກຸ່ມ​ດຽວ

   ຮັກ​ກັນ​ປະ​ໂຫຍ​ດລ້ໍາ          
ຫາ​ໃດ​ຊ້ໍາປຸນ​ປານ​ບໍ່​ມີ​ແລ້ວ
ເພາະ​ເມື່ອ​ມີ​ຄວາມ​ຮັກ            ຊ່ວຍ​ຊູ​ຫລາຍ​ດ້ານ    
ປະສານ​ປະສົມ​ເຂົ້າ               ບັນ​ເທົາ​ຄວາມ​ໝອງໝົ່ນ
ຊົດ​ຊ້ວຍຊູ​ຊອກ​ຄົ້ນ              ຊີວາ​ລ້ຽງ​ລລໍ່າ​ດູ

      ຮັກ​ກັນ​ສັນຕິພາບ​ເພີ່ມ         ທຸກ​ຄົນ​ໄຝ່ຝັນ​ເຖິງ
ດຸດ​ອາພອນ​ແພ​ໄໝ          ໃໝ່ງາມ​ປະດັບ​ເນື້ອ
ຊຸມ​ເສິກ​ເໜືອ​ເສືອ​ໃຕ້         ​ແນວ​ໃດ​ບໍ່​ມາ​ມໍ່
ຍ້ອນ​ວ່າ​ເຮົາ​ຮ່ວມ​ສ້າງ         
​ເອົາ​ໄວ້​ສິ່ງ​ດີ

      ຍາມ​ເມື່ອ​ມໍລະນະ​ມິ້ງມ້ຽນ     ຈໍລະ​ຈາກ​ດັບ​ຂັນ
ກໍ​ຍັງ​ມີ​ຄົນ​ຈາ                  ຈົ່ມ​ຫາ​ຫອມ​ຕູ້​ມ
ຊຸມ​ເພື່ອນ​ແພງ​ພົງ​ເຊື້ອ        ເຄືອ​ສາຍ​ຄະນິງ​ຮອດ
ຄວາມ​ຮັກ​ຄົງ​ທ່ຽງໝັ້ນ     ຕາຍ​ແລ້ວ​ຮັກ​ບໍ່​ຕາຍ

      ດັ່ງນັ້ນຄວນ​ທີ່​ຮັກ​ຫໍ່​ຫຸ້ມ     
  ຕູ້​ມຕ່ອມ​ຖະໜອມ​ຮັກ
ໝັ້ນໜຽວ​ແຂງ​ຄື​ເຫ​ລັກ             
ບໍ່​ຈືດຈາງ​ຈົມ​ພື້ນ
ຊ່ວຍ​ເຊີດ​ຊູ​ຊົງ​ຊວ້ານ              ບໍ່​ແປ​ປວນມ້າງ​ມຸ່ນ
ບຸນຄຸນ​ຄວາມ​ຮັກ​ນີ້                 ຄໍາ​ແກ້ວ​ກໍ​ບໍ່​ປານ ດອກ​ນາ