ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ມ.ກ.. 16, 2013 | ມີ 18 ຄຳເຫັນ ແລະ 0 trackback(s)

ວັນທີ 03 ມັງກອນ 2013 - ເວລາ 11:34:42
ຄັດຈາກໜັງສືພີມວຽງຈັນໃໝ່ ອອນລາຍ

 

ເກີດເຫດນັກຮຽນມັດທະຍົມໂພນຕ້ອງຕີກັນ ແລ້ວໃຊ້ມີດແທງກັນເສຍຊີວິດ ຜູ້ເຄາະຮ້າຍຊື່ທ້າວ ສີປະພອນ ອາຍຸ 15 ປີ ນັກຮຽນຊັ້ນ
ມ2 ບ້ານດົງໝ້ຽງ ເມືອງຈັນທະບູລີ ເຫດການບໍ່ຄາດຄິດນີ້ເກີດຂຶ້ນເວລາປະມານ 12:00 ໂມງຂອງວັນທີ 14 ທັນວາ 2012 ທີ່ຜ່ານມາ
ຜູ້ລົງມືກໍ່ເຫດຊື່ທ້າວ ວິຈິດ ອາຍຸ 14 ປີ ນັກຮຽນ ມ3 ຢູ່ ບ້ານໜອງທາໃຕ້ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ.
ເຈົ້າໜ້າທີ່ກອງສືບສວນ-ສອບສວນຄະດີອາຍາ ປກສ ເມືອງຈັນທະບູລີ ໄດ້ໃຫ້ຮູ້ວ່າ: ໃນມື້ເກີດເຫດເວລາ 9:00 ໂມງ ທ້າວ ສີປະພອນ
(ຜູ້ເສຍຊີວິດ) ໄດ້ເຕະກະຕໍ້ກັບໝູ່ທີ່ເດີ່ນຂອງໂຮງຮຽນ ໃນເວລານັ້ນ ທ້າວ ວິຈິດ ກໍໄດ້ຢືນເບິ່ງຢູ່ໜ້າຫ້ອງຮຽນ ແລະ ເກີດມີການເວົ້າສຽດ
ສີກັນ ພ້ອມທັງໃຊ້ຄຳເວົ້າບໍ່ສຸພາບ ຈາກນັ້ນ ທ້າວ ວິຈິດ ໄດ້ຍ່າງໄປຖາມທ້າວ ສີປະພອນ ວ່າ: ໄດ້ເວົ້າໃຫ້ຂ້ອຍແມ່ນບໍ່ ? ທ້າວ ສີປະ
ພອນ ເລີຍຕອບວ່າແມ່ນແລ້ວ ແລະ ຍັງໄດ້ທ້າທາຍໃສ່ຜູ້ກ່ຽວວ່າ “ມຶງຊີຕີດ່ຽວບໍ່? ” ຫຼັງຈາກນັ້ນ ທ້າວ ວິຈິດ ບໍ່ຕອບຫຍັງ ແລ້ວຍ່າງກັບ
ຫ້ອງຮຽນ ແລະ ບອກໃຫ້ທ້າວ ຄຳສອນ ຍ່າງໄປບອກທ້າວ ສີປະພອນ ວ່າ: “ ສິ່ງທີ່ຜ່ານມາແລ້ວກໍໃຫ້ມັນແລ້ວໄປ” ແຕ່ຜູ້ກ່ຽວບໍ່ຍອມ
ຈາກນັ້ນ ທ້າວ ວິຈິດ ໄດ້ຍ່າງໄປຫາຜູ້ຕາຍ ແລະ ຖາມວ່າ: “ຊີຕີດ່ຽວກັບກູ້ແທ້ບໍ່?” ຈາກນັ້ນທັງສອງຈຶ່ງໄດ້ນັດຕີກັນຢູ່ສະໜາມຕີດອກ
ປີກໄກ່ໃກ້ກັບໂຮງຮຽນ ຫຼັງຈາກນັ້ນ ທ້າວ ວິຈິດ ໄດ້ກັບບ້ານໄປເອົາມີດ ພໍຮອດເວລາເລີກຮຽນ ທ້າວ ວິຈິດ ໄດ້ມາຢືນຖ້າຢູ່ຈຸດນັດກັນ
ເມື່ອທ້າວ ສີປະພອນ ມາຮອດກໍໄດ້ເລີ່ມລົງມືຕີ ເຊິ່ງຕ່າງຝ່າຍກໍຕ່າງທຸບຕີກັນ ແລະ ມີໝູ່ມາຢືນເບິ່ງ ແຕ່ໃນຂະນະນັ້ນ ທ້າວ ວິຈິດ ໄດ້
ຈົກເອົາມີດອອກມາແທງເຂົ້າໜ້າເອິກຂອງທ້າວ ສີປະພອນ ຈົນເລືອດໄຫຼອອກຫຼາຍ ແລະ ຜູ້ກ່ຽວກໍໄດ້ເສຍຊີວິດໃນເວລາທີ່ກຳລັງນຳ
ສົ່ງໄປໂຮງໝໍ.
ຄະດີຄາດຕະກຳລາຍນີ້ ເຈົ້າໜ້າທີ່ກອງສືບສວນ-ສອບສວນຄະດີອາຍາ ປກສ ເມືອງຈັນທະບູລີ ຈະໄດ້ມີການສອບສວນຢ່າງລະອຽດ
ຕື່ມ ເພື່ອສະຫຼຸບສຳນວນຄະດີສົ່ງໄອຍະການສັ່ງຟ້ອງສານຕັດສິນຕາມກົດໝາຍ.
Delicious Digg Fark Twitter