ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ສ.ຫ.. 11, 2010 | ມີ 3 ຄຳເຫັນ ແລະ 0 trackback(s)
  • ໃນຕຳລາແພດພື້ນເມືອງເວົ້າເລື້ອງປະໂຫຍດຂອງໝາກລຳໄຍໄວ້ວ່າ:
  1. ຊີ້ນໝາກລຳໄຍ: ເອົາມາກິນຊ່ອຍຮັກສາອາການຖອກທ້ອງ, ອາການຕົນຕົວບວມຂອງແມ່ຍິງຫຼັງຄອດ, ບຳລຸງຮ່າງກາຍ ແລພ ບຳລຸງຫົວໃຈ
  2. ໃນຂອງໝາກລຳໃຍ: ເອົາມາບົດໃຊ້ທາແຜເນົ່າເປື່ອຍ,ຄັນ ຫຼື ແຜຊຳເຮື້ອທີ່ມີ ໜອງຊ່ອຍຮັກສາກ້ຽນ, ໃຊ້ຫ້າມເລືອດ ແລະ ໄລ່ຍ່ຽວໄດ້
  3. ເປືອກລຳໃຍ: ຕາກແຫ້ງເອົາມາບົດໃຊ້ທາແຜທີ່ຖືກນ້ຳຮ້ອນລວກ,ຈະຊ່ອຍບໍ່ໃຫ້ມີອາການປວດ ແລະ ບໍ່ເກີດແຜເປັນ
  • ແຕ່ຖ້າກິນລຳໃຍຫຼາຍກີນໄປກໍ່ຈະໃຫ້ໂທດ: ເພາະເປັນໝາກໄມ້ທີ່ມີນ້ຳຕານ ແລະ ຟອສຟໍຣັສສູງ ຈຶ່ງເຮັດໃຫ້ຮ້ອນໃນງ່າຍ,ຕຳລາແພດພື້ນເມືອງແນະນຳວ່າ: ຖ້າຈະກິນລຳໃຍໃຫ້ກິນໝາກໄມ້ອື່ນຄວບນຳສຳລັບຄົນທີ່ເປັນ ພະຍາດເບົາຫວານ ບໍ່ຄວນກິນລຳໃຍເກີນມື້ລະ 6 ໜ່ວຍ ຖ້າຢາກກິນຫຼາຍກ່ວານີ້ຕ້ອງກິນເຂົ້າໃຫ້ນ້ອຍລົງເພື່ອບໍ່ໃຫ້ຮັບນ້ຳຕານຫຼາຍເກີນໄປ.....
Delicious Digg Fark Twitter