ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ມ.ສ.. 10, 2011 | ມີ 6 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ອື່ນ ໆ

ດຽວນີ້ກະແສການດ່າກັນໃນອິນເຕີເນັດຖືວ່າເປັນເລື່ອງທຳມະດາໄປແລ້ວ ຫລັງຈາກທີ່ການດ່າກັນຢ່າງດຸເດືອດ ແລະເປັນທີ່ຮູ້ກັນດີວ່າເລື່ອງນີ້ມັນໄດ້ເກີດຂຶ້ນກ່ອນຫນ້ານີ້ມາແຕ່ດົນແລ້ວ ພຽງແຕ່ສື່ໃນສະໃຫມນັ້ນຍັງບໍ່ທັນຂະຫຍາຍຕົວພໍປານໃດ ແຕ່ດຽວນີ້ທຸກຍ່າງນັ້ນຂະຫຍາຍກ້ວາງໄກຢ່າງໄວວາ ແລະຖ້າຫາກຈະຫາຄົນທີ່ຜິດນັ້ນ ຕາມຄວາມຄິດຂອງຂ້ອຍແລ້ວຮູ້ສຶກ ແນ່ນອນວ່າຕ້ອງບໍ່ແມ່ນຜູ້ເລີ່ມຕົ້ນອອກມາເວົ້າສຽດສີກັນແນ່ນອນ ເນື່ອງຈາກວ່າ ຄົນຜູ້ຖືກກະທຳບໍ່ໄດ້ເປັນຜູ້ສ້າງກະແສເລື່ອງແບບນີ້ຂື້ນມາກ່ອນເລີຍ ແລະຖືກຕ້ອງທີ່ສຸດທີ່ຈະຕ້ອງອອກສື່ມາຂໍໂທດກ່ຽວກັບເລື່ອງນີ້ ເຊິ່ງຂ້ອຍໄດ້ເບິ່ງຄິບຄົນຫນຶ່ງອອກມາຕໍ່ຕ້ານຄືນນັ້ນກໍ່ແຮງພໍສົມຄວນ ເແລະເລື່ອງນີ້ຂ້ອຍກໍ່ບໍ່ອອກຄວາມເຫັນວ່າເຫັນດີຫລືບໍ່ ແຕ່ສິ່ງທີ່ຂ້ອຍເຫັນດີແລະເຂົ້າໃຈຢ່າງຊັດເຈນກັບເລື່ຶງນີ້ກໍ່ແມ່ນ ຖ້າຄົນເຮົາບໍ່ເຄີຍອອກມາສ້າງກະແສດູຖູກໃຜມາກ່ອນແບບນີ້ມັນເປັນເລື່ອງທີ່ບໍ່ດີຫລາຍ ຫາກໃຜຄົນໃດຄົນຫນຶ່ງອອກມາປະກາດເວົ້າຢຽດຢາມອີກຝ່າຍຢ່າງຊັດເຈນໃນທາງລົບກໍ່ເປັນເລື່ອງທີ່ເງີກງາກທີ່ສຸດແລ້ວ ດັ່ງນັ້ນຂ້ອຍວ່າການທີ່ອອກມາປະກາດວ່າຕົນເອງດີກ່ວາຄົນອື່ນທັງທີ່ຕົວກໍ່ບໍ່ມີຍັງຈະດີຫລາຍກ່ວາຜູ້ອື່ນນັ້ນນັ້ນເປັນເລື່ອງຄົນ ເງີກ ໂງ່ ຈ້າ ບໍ່ສະຫລາດເຂົາອອກມາປະກາດກັນ.    ໃຜເຫັນດີຂໍໃຫ້ຍົກມືຂື້ນ ແລະພວກເຈົ້າຄືສິຮູ້ດີວ່າກະແສເລື່ອງແບບນີ້ມັນເກີດຂື້ນລະຫວ່າງໃຜກັບໃຜໃນ facebookແຕ່ຂ້ອຍບໍ່ຮູ້ເລື່ອງນີ້ເກົ່າໄປຫລືໃຫມ່ເພາະຂ້ອຍຫາກະອັບເດດ ແລະເຫັນຄິບອີກຝ່າຍຫນຶ່ງອອກມາເວົ້າຢູ່ facebook ຕອນນີ້

Delicious Digg Fark Twitter