ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ຕ.ລ.. 23, 2012 | ມີ 5 ຄຳເຫັນ ແລະ 0 trackback(s)

 

ຕໍ່ຕອນທີ2

ດາວກັບຕາວັນ

 

 

 

 

ຕໍ່

 

 

 

ຜ່ານໄປບໍ່ດົນເທົ່າໃດ ເກັ່ງກໍ່ຂັບລົດມາຈອດຢູ່ຕໍ່ຫນ້າເຮືອນຫລັງຫນຶ່ງ ທີ່ຈິງຂ້ອຍຄວນຈະເວົ້າວ່າ ພະລາດຊະວັງຫລາຍກວ່າ ເພາະເມື່ອແນມຈາກທາງນອກຮົ້ວເຂົ້າໄປ ກໍ່ສາມາດແນມເຫັນຕຶກສີຂາວຂະຫນາດໃຫຍ່ ຕັ້ງເດັ່ນສະຫງ່າຢູ່ທາງໃນທັນທີ ເຊິ່ງມັນກໍ່ຫ່າງຈາກຈຸດທີ່ເກັ່ງກຳລັງຈອດລົດໄວ້ໃກຫລາຍພໍສົມຄວນ...

 

ເກັ່ງບີບແກພ້ອມທັງເລື່ອນກະຈົກລົງ ແລ້ວກໍ່ປ່ອນຫນ້າໄປຫາຍາມເຝົ້າເຮືອນ ໄປເຊີງການສົ່ງສັນຍານໃຫ້ຍາມອາຍຸໄວກາງຄົນ ອອກມາໄຂປະຕູ ເຊິ່ງລາວກໍ່ເຮັດຕາມຄຳສັ່ງຂອງເກັ່ງຢ່າງວ່າງ່າຍແລະດ້ວຍຄວາມເຄົາລົບ ເອົາຈົນຂ້ອຍອົດບໍ່ໄດ້ ທີ່ຈະຜິນຫນ້າໄປຖາມດ້ວຍສົງໄສ

 

"ເພິ່ນພາເຂົາມາເຮືອນໃຜນິ?"  (ຄືວ່າມີອຳນາດໃຫຍ່ປານນັ້ນ!!)

 

"ເຮືອນເຂົາເອງນິແລະ" ເກັ່ງຕອບນ້ຳສຽງລຽບໆ ໂດຍທັງທີ່ກຳລັງຊັກສາຍຕາແນມໄປທາງຫນ້າ....

 

ຖານະຂອງອີ່ຕາຜີບ້ານິ້ ຖືວ່າດີ ແລະກໍ່ລວຍພໍສົມຄວນ ເຊິ່ງມັນກໍ່ຕ່າງກັບນິໄນຂອງຫມໍນີ້ຂະຫນາດ ຈັງຊີ້ແລະ ຄົນເຮົາ ມີດີຢ່າງຫນຶ່ງ ກໍ່ຕ້ອງມີເສຍຢ່າງຫນຶ່ງ ແຕ່ວ່າຂໍ້ເສຍຫມໍນີ້ພັດມີຫລາຍຫັ້ນຕິ ຈົນນັບເປັນອະສົງໄຂໄດ້ເລີຍ

 

"ແລ້ວພາເຂົາມາເຮັດຫຍັງ?" ຂ້ອຍເອີ່ຍຖາມອີກຄັ້ງຍ້ອນຄວາມຢາກຮູ້

 

"ກະພາເພິ່ນມາລ້າງລົດນີ້ແລະ!!"   ເກັ່ງຫັນຫນ້າມາມອງຂ້ອຍ ໃນຂະນະທີ່ລາວກຳລັງເຄື່ອນລົດເຂົ້າໄປທີ່ບ່ອນຈອດລົດ

 

"ຮ້ານອັດສີເຂົາເຈົ້າປີດແລ້ວແລະປານນີ້ນະ ລ້າງມັນຢູ່ເຮືອນເຂົານິແລະ!!"

 

"ຊັນເຂົາກັບບ້ານໂຕເອງດີກວ່າ!!"

 

"ເພິ່ນນິ ຄືຫລາຍເລື່ອງແທ້ວະ!! ອັນນັ້ນກະບໍ່ໄດ້ ອັນນີ້ກະບໍ່ໄດ້!!"  

 

"ທີ່ເພິ່ນເວົ້ານະ ມັນຖືກໂຕເພິ່ນເອງຕ່າງຫາກ!!... ເຮັດຫຍັງບໍ່ເຄີຍຄິດຈະຟັງຄົນອື່ນເລີຍ!!" ຂ້ອຍຖຽງກັບຄືນແບບບໍ່ຍອມ ແລະເຫມືອນວ່າຂ້ອຍຈະເປັນຝ່າຍຊະນະ ໃນເມື່ອເລື່ອງທັງຫມົດມັນເລີ່ມຂຶ້ນຈາກລາວ ແຖມເຈົ້າໂຕກໍ່ຍັງເປັນຄົນຜິດເຕັມປະຕູ

 

 

    "ພໍໆ" ເກັ່ງຍົກມືຂຶ້ນຫ້າມ ກ່ອນຈະເວົ້າຂຶ້ນຕໍ່ "ຖ້າເພິ່ນຖຽງເຂົາອີກນະ ເຂົາຊິຍຶດເອົາຂອງເພິ່ນເລີຍ" ເກັ່ງຂູ່ດ້ວຍນ້ຳສຽງທີຈິງຈັງ

 

ແລະແນ່ນອນມັນກໍ່ມີອຳນາດພໍຈະເຮັດໃຫ້ຂ້ອຍເລືອກທີ່ຈະຫຸບປາກຂອງຕົວເອງລົງ ກ່ອນຈະມິ້ມສົບເຂົ້າກັນ ແລະກຳລັງຊັກສາຍຕາບໍ່ພໍໃຈ ໄປຈ້ອງເບິ່ງຫນ້າລາວ ປານຄົນຊິກິນເລືອດກິນເນື້ອ ຖ້າສົມມຸດ ບີບຄໍຄົນໃຫ້ຕາຍຄາລົດ ບໍ່ຜິດກົດຫມາຍແລະບໍ່ບາບນະ ຂ້ອຍສາບານໄດ້ເລີຍວ່າ ອີ່ຕາຜີບ້ານີ້ບໍ່ມີໂອກາດມານັ່ງຫາຍໃຈຖຽງຂ້ອຍແບບນີ້ໄດ້ດອກ

 

"ຫຶ ເຫັນເຊື່ອຟັງແບບນີ້ກະໄຄແດ່ ລົງມາ!!" ເກັ່ງເອີ່ຍບອກກ່ອນຈະໄຂປະຕູລົງລົດ.. ຂ້ອຍຜູ້ທີ່ຖືກສັ່ງ ກໍ່ເຊື່ອຟັງຢ່າງວ່າງ່າຍ ໃຊ້ມືນ້ອຍໆໄຂປະຕູລົງລົດ ແລ້ວກໍ່ກະແທກປິດເຂົ້າດັງໆ ເປັນເຊີງການລະບາຍລົມ

 

"ດຽວເຂົາຊິໄປເອົາຄຸກັບແຟບມາກ່ອນ ທຳອິດເຂົາວ່າຊິເອີ້ນຄົນໃນເຮືອນມາຊ່ວຍ ແຕ່ຕອນນີ້ເຂົາເຈົ້າຄືຊິນອນຫມົດແລ້ວແລະ ສ່ວນເພິ່ນ ກະໄປຕໍ່ສາຍນ້ຳຢູ່ກ໊ອກຫັ້ນ" ເກັ່ງຊີ້ນິ້ວໄປທີ່ບໍລິເວນໃກ້ໆກັບເສົາ ໃນຂະນະທີ່ລາວຫາຍເຂົ້າໄປທາງໃນ ຂ້ອຍກໍ່ເລີຍຕ້ອງຫອບສັ່ງຂານອັນຫນ້າເບື່ອ ມາບັນຈົງຕໍ່ສາຍນ້ຳທີ່ອີ່ຕາຜີບ້າມື້ກີ້ນັ້ນໄດ້ສັ່ງ... ຈາກນັ້ນບໍ່ດົນ ເກັ່ງກໍ່ອອກມາພ້ອມກັບອຸປະກອນທຳຄວາມສະອາດ ກ່ອນຈະໂຍນພ້າເຊັດມາໃຫ້ຂ້ອຍຢ່າງກະທັນຫັນ ແຕ່ດີທີ່ຂ້ອນຮັບໄວ້ທັນ!! ອີ່ຕາຜີບ້ານິ ເຮັດຫຍັງທີ່ຂ້ອຍຄາດເດົາບໍ່ໄດ້ຕະຫລອດ!!

 

"ມາລ້າງນຳກັນເລີຍແມ໋!!"

 

"ບ້າເອີ້ຍ!! ທັງທີ່ເຂົາກະບໍ່ໄດ້ຂັບລົດຈົນເປື້ອນ ແຕ່ຍັງມີຫນ້າລ້າງລົດນຳເພິ່ນອີກ... ຈະແມ່ນຊາດຍຸດຕິທຳ!"

 

"ເພິ່ນນິ ພັກຍົກບໍ່ເທົ່າໃດວິນາທີ ກະຫາເລື່ອງມາກັດເຂົາອີກລະເດ"

 

"ຂໍໂທດ ເຂົາບໍ່ແມ່ນຫມາ" ຂ້ອຍຈ້ອງຕາໃສ່ລາວຢ່າງບໍ່ພໍໃຈ ຂ້ອຍນັບບໍ່ໄດ້ເລີຍວ່າ ຂ້ອຍແນມເບິ່ງອີ່ຕາຜີບ້າ ດ້ວຍແວວຕາແບບນີ້ກີ່ຄັ້ງແລ້ວ

 

   "ເຂົາກະບໍ່ໄດ້້ເວົ້າໃຫ້ເພິ່ນແບບນັ້ນຈັກຫນ້ອຍ ເພິ່ນຫາກຄິດໄປເອງ ... ເຂົາວ່າ ຍຸດຕິສົງຄາມໄວ້ກ່ອນ ແລ້ວມາລ້າງລົດດີກວ່າ"

 

"ເອີ້!!" ສຸດສິ້ນການເສວະນາ ຂ້ອຍລາກສາຍຍາງຂຶ້ນມາສີດໄປທົ່ວບໍລິເວນຮອຍເປື້ອນ ກ່ອນຈະລົງມືທຳຄວາມສະອາດ ດ້ວຍອຸປະກອນທີ່ເກັ່ງໄດ້ກຽມມາກ່ອນນີ້... ຂ້ອຍໃຊ້ຄວາມພະຍາຍາມຢ່າງຫນັກ ກວ່າທີ່ຈະກຳຈັດຮອບເປື້ອນ ຈາກການເກາະກຸມຂອງຂີ້ຕົມຢ່າງແສນສາຫັດ.... ເກັ່ງຜິນຫນ້າມາເບິ່ງຂ້ອຍ ແລ້ວກໍ່ຫົວຂຶ້ນມາບາດຫນຶ່ງ ໃນລະຫວ່າງທີ່ເຈົ້າໂຕກຳລັງ ຖູຮອຍເປື້ອນຢູ່ ອີກຝາກກົງກັນຂ້າມກັບຂ້ອຍທີ່ທາງດ້ານປະຕູລົດຄົນຂັບ ຂ້ອຍກໍ່ເລີຍອົດບໍ່ໄດ້ທີ່ຈະເພ່ງໄປມອງລາວດ້ວຍບໍ່ພໍໃຈ

 

"ເພິ່ນຫົວເຮັດຫຍັງ?"

 

"ຫົວເພິ່ນຫັ້ນແລະ ຖູເອົາແທ້ເອົາຫວາ ປານຊິຂູດເອົາເລກນິ"

 

"ຫຶ ແລ້ວແມ່ນໃຜລະ!! ທີ່ເຮັດໃຫ້ເຂົ້າຕ້ອງເຮັດແບບນີ້ນະ" ຂ້ອຍແຍກແຂ້ວໃສ່ລາວ

 

"ຊ່ວຍບໍ່ໄດ້ ແນວເພິ່ນຫາກຢາກມາຫຍຸ້ງນຳເຂົາຕອນທຳອິດເອງ ຫຶໆ" ເກັ່ງຫົວຢູ່ນຳລຳຄໍ 

 

ເຊິ່ງຄວາມຈິງ ມັນກໍ່ແມ່ນຄວາມຂອງອີກຝ່າຍຫັ້ນແລະ ແຕ່ຈັງໃດ ເລື່ອງນີ້ຂ້ອຍກະບໍ່ແມ່ນຄົນຜິດຮ້າຍແຮງ ເຖິງຂັ້ນ ທີ່ລາວຕ້ອງມາເຮັດໃສ່ກັບແບບນີ້ກະໄດ້

 

"ແຕ່ເພິ່ນກະຮູ້ວ່າທີ່ເຂົາເຮັດແບບນັ້ນ ຢ້ອນເຂົາຖືກບັງຄັບໃຫ້ໄປຂໍເບີເພິ່ນ!" ຂ້ອຍຢຸດທຳຄວາມສະອາດໃນຊົ່ວຂະຫນຶ່ງ ເພາະເລື່ອງຖຽງມັນສຳຄັນກວ່າຕອນນີ້

 

"ມັນກະເລື່ອງຂອງເພິ່ນ" ເກັ່ງຍຶກໄຫລຕອບ ພາງໃຊ້ມືເລື່ອນໄປເຊັດກະຈົກດ້ານຫນ້າລົດ ແບບບໍ່ສົນໃຈ

 

"ເຂົາຮູ້ວ່າມັນແມ່ນເລື່ອງຂອງເຂົາ ແຕ່ເພິ່ນກະຕ້ອງເຂົ້າໃຈແດ່ວ່າ ເຂົາຖືກຫມູ່ເຂົາບັງຄັບ ເຂົ້າໃຈບໍ່ວ່າ ເຂົາຖືກບັງຄັບ!!" ຂ້ອຍເນັ້ນຢ້ຳຄຳເວົ້າສຸດທ້າຍເປັນພິເສດ "ແລະຖ້າເຂົາຮູ້ວ່າ ເພິ່ນຊິເປັນຄົນແບບນີ້ນະ ຝັນໄປເທາະວ່າເຂົາຊິເຂົ້າໄປເສວະນຳເພິ່ນ ຫຶ "

 

"ຄັນເປັນແບບຊັ້ນ ເພິ່ນກະຕ້ອງກຽມຮັບມືນຳເຂົາໄວ້ດົນ ເພາະຕອນນີ້ ເພິ່ນເຂົ້າມາຫາເຂົາແລ້ວ ແລະແນ່ນອນ ເຂົາບໍ່ມີທາງປ່ອຍເພິ່ນໄປງ່າຍໆດອກ" ເວົ້າພ້ອມກະຕີຄິ້ວແບບກວນໆ ບົດຊິປ່ຽນມາກະລັອກກະແລກຂຶ້ນມາ ກະຫລິ້ນເອົາຈົນເປັນຕາຕົບຂະຫນາດເລີຍ ຄົນອີ່ຫຍັງວະ!! ຊິກວນອະໄວຍະວະເບື້ອງລຸ່ມໄດ້ຂະຫນາດນີ້!! ຂ້ອຍກະເລີຍອົດບໍ່ໄດ້ ທີ່ຈະແກ້ແຄ້ນຄືນໂດດ ການສີດນ້ຳໃສ່ອີກຝ່າຍຈົນປຽກ

 

"ເຮີ້ຍ!!" ເກັ່ງອຸທານສຽງດັງ ກ່ອນກະໂດດຫລີກລົດນ້ຳ "ກ້າສີດນ້ຳໃສ່ເຂົາເສີຍຫວາ!!

 

"ເອີ້ ກ້າ ມີປັນຫາຫຍັງ" ຂ້ອຍແງຫນ້າຂຶ້ນຫນ້ອຍຫນຶ່ງ ທັງຍິກຄິ້ວຫລິ່ວຕາເອົາຄືນຢ່າງຖ້າທາຍ

 

"ຫຶ ມີ" ເກັ່ງພຶມພຳຢູ່ໃນລຳຄໍ ພ້ອມຍິ້ມທີມຸມປາກ "ມີຫລາຍເລີຍແລະ ກຽມໂຕໄວ້ໃຫ້ດີ!! ເຂົາຄືນເພິ່ນແທ້" ສິ້ນສຸດຄຳບອກກ່າວ ສົງຄາມສາດນຳກໍ່ເລີມບັນເລງຂຶ້ນຫລັງຈາກທີ່ເກັ່ງແລ່ນອ້ອມເຂົ້າມາຫາຂ້ອຍ ແລ້ວກໍ່ໃຊ້ມືຫນາມາຢາດທໍ່ນ້ຳຂ້ອຍໄປ ກ່ອນຈະສີດໃສ່ໂຕຂ້ອຍເຕັມໂຕ ... ຂ້ອຍກໍ່ເລີຍຈຳເປັນຕ້ອງພະຍາຍາມແຂກຮ້ອງພ້ອມກັບລົບຢ່າງອົນລະວົນ ພາງໃຊ້ມືນ້ອຍໆຂອງຕົນເອງຍາດໄປເອົານຳລາວຄືນຢ່າງຫລີກລ້ຽງບໍ່ໄດ້ ແຕ່ຫຸ່ນຂ້ອຍກັບລາວ ມັນກໍ່ບອກຢູ່ແລ້ວວ່າມັນແຕກຕ່າງ ເຊິ່ງແນ່ນອນວ່າ ຂ້ອຍຕ້ອງເປັນຝ່າຍເສຍປຽບໂດຍປະລິຍາຍ

 

"ພໍໆ ມັນຫນາວ!!" ຂ້ອຍຍົກມືຫ້າມປານພະຫ້າມຍາດ ຍ້ອນໂຕຂ້ອຍມັນປຽກຫມົດແລ້ວ

 

ຮາໆໆ ສົມນ້ຳຫນ້າ!! ເພິ່ນຫາກມາສີດໃສ່ເຂົາກ່ອນ!! ຮາໆໆ" ແຮງເວົ້າແຮງຢຸຍົງ ເພາະລາວຍັງຄົງເຮັດແບບນັ້ນໃສ່ຂ້ອຍຢູ່ຄືເກົ່າ ຂ້ອຍກໍ່ເລີຍໃຊ້ຟາມືຫນັກໆຍົກຂຶ້ນຟາດລົວຫລາຍໆບາດ ຈົນລາວຢຸດການກະທຳນັ້ນລົງ ກ່ອນຈະໃຊ້ລູບແຂນໂຕເອງໄປມາ ດ້ວຍຄວາມເຈັບປວດ

 

"ໂອ໊ຍ! ເຈັບໃດ໋ນິ"

 

 "ຫຶ ສົມ! ບອກໃຫ້ພໍແລ້ວຍັງມາສີດໃສ່ເຂົາອີກ ຈົນເຂົາປຽກຫມົດແລ້ວນິ!" ຂ້ອຍເວົ້າສຽງຂຽວ ແຕ່ອີກຝ່າຍພັດຍິ້ມມາເສີຍ

 

"ແມ່ນຫັ້ນແລະເນາະ ປານຫມານ້ອຍຕົກນ້ຳນິ"

 

"ເຂົາບອກແລ້ວແມ່ນບໍ່ວ່າເຂົາບໍ່ແມ່ນຫມາ!!" ຂ້ອຍກະຊາກສຽງໃສ່ລາວ

 

"ແຮໆໆ ຂໍໂທດ ມື້ກີ້ເຂົາລືມ... ເຂົາວ່າເພິ່ນປຽກແບບນີ້ ໄປປ່ຽນເຄື່ອງທາງໃນເຮືອນເຂົາດີກວ່າ" ເກັ່ງເອີ່ຍຊວນ

 

"ແຕ່ເຂົາບໍ່ມີເຄື່ອງປ່ຽນ ອີກຢ່າງຫນຶ່ງ ເຂົາບໍ່ຈຳເປັນຕ້ອງເຂົ້າໄປເຮືອນເພິ່ນຈັກຫນ້ອຍ ເພາະສະຖານະເຂົາກັບເພິ່ນຕອນນີ້ ຂະຫນາດຄົນຮູ້ຈັກກັນ ເຂົາຍັງບໍ່ນັບລະ!!"

 

"ເຮົາກະເລີມທຳຄວາມຮູ້ຈັກກັນແລະ"

 

"ບໍ່!!" ຂ້ອຍຕອບແບບບໍ່ທັນຄິດ "ບໍ່ຈຳເປັນ"

 

"ແຕ່ເຂົາຢາກຮູ້ຈັກເພິ່ນເດຊັນ!! ເກັ່ງປ່ຽນສີຫນ້າມາອ່ອນລົງ ເຫມືອນຢາກໃຫ້ຂ້ອຍເຫັນໃຈອີກຝ່າຍ ແຕ່ຂໍໂທດ!! ຂ້ອຍບໍ່ຢາກຈະຢືນມາເສວະນານຳຫມໍນີ້ດ້ວຍຊ້ຳ ຖ້າມັນບໍ່ຈຳເປັນແລະກໍ່ຖືກບັງຄັບ ດັງເຊັ່ນໃນເວລານີ້

 

"ມັນກະເລື່ອງຂອງເພິ່ນ!"

 

"ໂທ! ເວົ້າໄດ້ແທງໃຈດຳເຂົາຂະຫນາດ ເຂົາຫາກະຊິເຫັນເພິ່ນເປັນຄົນທຳອິດນິແລະ ທີ່ກ້າປັດຕິເສດເຂົາ"

 

"ເຮິ!! ໂຄດພູມໃຈຂະຫນາດເລີຍ!!....  ເຂົາກະຊິກັບກ່ອນດີກວ່າ ຂີ້ຄ້ານມາເສວະນານຳເພິ່ນ ມັນເສຍເວລາ!"

 

"ຈັກຊິຟ້າວກັບເຮັດຫຍັ໊ງ!! ລົດເພິ່ນຍັງບໍ່ທັນສະອາດເທື່ອຊ້ຳ"

 

"ຊ່າງມັນເທາະ!!" ຂ້ອຍຍົກມືຂຶ້ນຕອບແບບປັດໆ "ດຽວເຂົາເອົາໄປລ້າງເອງຕໍ່ກະໄດ້!!

 

"ເພິ່ນນິ ດື້ຂະຫນາດເນາະ"

 

"ແຕ່ກະບໍ່ເທົ່າເພິ່ນດອກ ລະຮີບເອົາກະແຈເອົາໂທລະສັບມາໃຫ້ເຂົາໄດ້ແລ້ວ ເຂົາຊິກັບ!" ຂ້ອຍເດມືໄປຫາລາວ ເພື່ອຫວັງຈະເອົາຂອງຄືນ

 

"ເຂົາຍັງບໍ່ທັນໃຫ້ເພິ່ນງ່າຍໆເທື່ອດອກ ເພາະຕອນນີ້ເພິ່ນກຳລັງໂຕປຽກຢູ່ ອາກາດກະຫນາວ ດຽວເພິ່ນຊິບໍ່ສະບາຍ" ເກັ່ງບອກດ້ວຍຄວາມເປັນຫ່ວງ ແຕ່ຂຕອນນີ້ຂ້ອຍບໍ່ມີເວລາມາສົນໃຈຄວາມເປັນຫ່ວງເປັນໄຍຂອງລາວທັງນັ້ນ

 

"ມັນເລື່ອງຂອງເຂົານະ!!" ຂ້ອຍດຶງມືກັບມາຄືນທັນທີ ກ່ອນຈະໃຊ້ມັນວາງລົງໄວ້ບ່ອນເກົ່າແຮງໆ ເປັນເຊີງການລະບາຍອາລົມ

 

"ເພິ່ນຊິຍອມເຊື່ອຟັງເຂົາຈັກບາດໄດ້ບໍ່ນິ?" ເກັ່ງເອີ່ຍຖາມ ພາງເຮັດຄິ້ວສົນກັນ 

 

"ບໍ່!!" ຂ້ອຍຕອບປັດຕິເສດໄປທັນທີ "ເຂົາບໍ່ມີທາງຍອມເຊື່ອຟັງຄົນບໍ່ຮູ້ຈັກກັນແບບເພິ່ນດອກ ອີກຢ່າງຫນຶ່ງ ຕອນນີ້ມັນກະເດິກແລ້ວ ຜູ້ຍິງເຂົ້າບ້ານຜູ້ຊາຍຍາມກາງຄືນມັນບໍ່ດີ ຄັນພໍ່ແມ່ເພິ່ນຮູ້ ດຽວເຂົາເຈົ້າກະຊິບໍ່ພໍໃຈທີ່ເຂົາມາເຮືອນນຳເພິ່ນສອງຕໍ່ສອງແບບນີ້"

 

"ແຕ່ຕອນນີ້ພໍ່ແມ່ເຂົາບໍ່ຢູ່ຈັກຄົນ ຈັກແມ່ນວ່າເພິ່ນຢ້ານອີ່ຫຍັງ!!" ເກັ່ງຕອບຫນ້າຫຍຸ້ງ

 

"ເຖິງເຂົາເຈົ້າບໍ່ຢູ່ ແຕ່ຖ້າຄົນອື່ນຮູ້ ກະຊິເອົາເຂົາໄປເວົ້ານິນທາໄດ້ ເພິ່ນບໍ່ແມ່ນຜູ້ຍິງເພິ່ນບໍ່ຮູ້ດອກວ່າ ຖືກຜູ້ອື່ນເວົ້າຮ້າຍມັນເລື່ອງໃນທາງທີບໍ່ດີ ມັນເປັນເລື່ອງຫນ້າອາຍສ່ຳໃດ"

 

ເກັ່ງງຽບໃນຊົ່ວຂະນະຫນຶ່ງ ເຫມືອນຈະເອົາຄຳເວົ້າຂອງຂ້ອຍເປັນຄິດທົບທວນດ້ວຍສີຫນ້າທີ່ຈິງຈັງ ກ່ອນຈະຕອບອອກມາໃນທີ່ສຸດ

 

"ກະໄດ້ ແຕ່ວ່າກ່ອນຊິກັບນະ ເຂົາຊິໄປເອົາເສື້ອແຈັກເກັດມາໃຫ້ກ່ອນດີກວ່າ ຕອນນີ້ມັນຫນາວ ດຽວເພິ່ນຊິເປັນໄຂ້ຫວັດຢ້ອນ" ເກັ່ງບອກຜ່ານນ້ຳສຽງທີ່ເປັນຫ່ວງ ແຕ່ຂ້ອຍເລືອກທີ່ຈະຍົກມືຂຶ້ນຫ້າມ ເພື່ອປັດຕິເສດລາວ

 

"ບໍ່ເປັນຫຍັງດອກ ເຂົາຂັບລົດໃຫຍ່ ຜ່ອນແອລົງໄດ້ ມັນບໍ່ຫນາວປານໃດ"

 

"ແຕ່ເຂົາວ່າເອົາໄປໄສ່ກະດີໃດ໋"

 

"ບໍ່!" ຂ້ອຍຕອບຢືນຢັນຢ່າງຊັດເຈນວ່າບໍ່ຕ້ອງການ "ດຽວເພິ່ນຊິມານຳໆເຂົາອີກ ເຂົາບໍ່ຢາກຈະວຸ້ນວາຍນຳເພິ່ນ

 

"ເພິ່ນນິ ບໍ່ເຄີຍຄິດທີ່ຈະຟັງຄຳເຕືອນດີໆຈາກເຂົາເລີຍ!!"

 

"ແນວມັນບໍ່ຈຳເປັນເດ!! ແລ້ວກະແຈກັບໂທລະສັບເຂົາຢູ່ໃສລະ" ຂ້ອຍທັງຖາມທັງຊັກສາຍຕາແນມເບິ່ງຂອງສຳຄັນ

 

"ຢູ່ໃນຖົງສົ້ງເຂົານິແລະ ດຽວຊິຈົກເອົາມາໃຫ້"

 

"ເອີ້ດີ!!"

 

"ເອົ໊າ!!" ເກັ່ງຍື່ນຂອງ ຂ້ອຍກໍ່ຮີບຄວ້າເອົາທັນທີ ໂດຍບໍ່ຖ້າໃຫ້ໃຜອ້າປາກສັ່ງ

 

"ເຂົາຊິກັບກ່ອນລະ ຫວັງວ່າ ຄືຊິບໍ່ໄດ້ພົບກັບເພິ່ນອີກ" ຂ້ອຍເວົ້າຊ້ຳທ້າຍ ກ່ອນຈະຫມຸນໂຕ ແລ້ວພາໂຕເອງໄປໄຂປະຕູເຂົ້າໄປນັ່ງ ໂດຍທີ່ມີເກັ່ງກຳລັງຍິ້ມລອຍໆ ພ້ອມກັບໃຊ້ມືຫນາມາເຄາະກະຈົກ ເຮັດຂ້ອຍຕ້ອງເລື່ອນແວ່ນລົງ ຢູ່ໃນຝາກທີ່ລາວເຄາະ

 

"ມີຫຍັງນຳເຂົາອີກ!" ຂ້ອຍຖາມດ້ວຍສຽງແຂງໆ

 

"ກະບໍ່ມີຫຍັງດອກ" ເວົ້າພ້ອມກັບປ່ອນຫນ້າເຂົ້າມາທາງໃນແວ່ນພໍປະມານ ເຂົາມີແຕ່ຢາກບອກເພິ່ນວ່າ ຂັບລົດກັບບ້ານດີໆ ເພາະເຂົາເປັນຫວ່ງ ເກັ່ງຍິ້ມຫວານໆ ເຫມືອນກຳລັງຈະໂຮຍສະເຫນ່ໃຫ້ຂ້ອຍ ຮຶຍ ແຕ່ຂໍໂທດ ຕໍ່ຊິເຮັດຫຍັງຫລາຍກວ່ານີ້ ຂ້ອຍກໍ່ບໍ່ມີທາງຫລົງກົນງ່າຍໆ           

 

"ເອີ້ໆ! ແລ້ວມີຫຍັງອີກບໍ່?"

 

"ມີ ມີຫນ້ອຍຫນຶ່ງ

 

"ຮີບເວົ້າມາທະແມ໋" ຂ້ອຍບອກແບບປັດໆ

 

"ຄືນນີ້ຢ່າລືມຝັນເຫັນຕອນເຂົາຈູບເພິ່ນເດີ້ ສຳນີ້ແລະ ບ໊າຍ" ເກັ່ງບອກກ່ອນຈະຍື່ນຫົວອອກໄປຄືນ ສ່ວນຂ້ອຍໄດ້ແຕ່ມີ້ມສົບເຂົ້າກັນ ພ້ອມກັບຈ້ອງເບິ່ງລາວດ້ວຍຄວາມພໍໃຈ ເພາະເລື່ອງທີ່ຂ້ອຍພະຍາຍາມຈະລຶືມ ມັນກໍ່ໄດ້ຜຸດຂຶ້ນມາໂສດປະສາດຂ້ອຍອີກຄັ້ງ ສ່ວນເຈົ້າໂຕຍັງຄົງສົງຍິ້ມຫວານໆ ທີ່ເຈື່ອປົນຄວາມກວນປະສາດ ຜ່ານຮີມປາກບາງໆຂອງລາວ... ເຮັດໃຫ້ຂ້ອຍ ຕ້ອງເລື່ອນກະຈົກ ລົງທັນທີ ເພື່ອລົບສາຍຕາຂອງລາວ ກ່ອນຈະສະຕາດລົດ ແລ້ວກໍ່ເຄື່ອນລົດອອກໄປໃນທີ່ສຸດ ໂດຍທີ່ມີເກັ່ງກຳລັງໂບກມືລາ ໃນຂະນະ ທີ່ຂ້ອຍກຳລັງແນມເບິ່ງແວ່ນແຍງເທິງຫົວຂ້ອຍ... ກ່ອນຈະຍິ້ມອອກມານ້ອຍຫນຶ່ງ....

 

 

.ເຮີ່ຍ.... ຂ້ອຍຕ້ອງບ້າໄປແລ້ວແທ້ໆ ທີ່ຢູ່ບໍ່ຢູ່ກໍ່ຮູ້ສຶກໃຈເຕັ້ນແຮງກັບຮອຍຍິ້ມເຈົ້າເລ່ຂອງຜູ້ຊາຍທີ່ມີນາມວ່າ ເກັ່ງ

 

.

.

 

ລອງກັບມາຂຽນຟ້ອນນີ້ຄືວ່າອ່ານງ່າຍກວ່າເວີ້ຍ!!

ຄັນຢາກໃຫ້ ປາກກາຈຸ່ມນ້ຳເຜິ້ງຂຽນຟ້ອນໃດ ລະບອກເດີ້

 

 

Delicious Digg Fark Twitter