ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ຕ.ລ.. 28, 2012 | ມີ 4 ຄຳເຫັນ ແລະ 0 trackback(s)

 

 

ຕໍ່ໆ

 

 

 

ກວ່າທີ່ຂ້ອຍຈະກັບເຂົ້າບ້ານອີກຄັ້ງຫນຶ່ງ ເວລາມັນກໍ່ກາຍມາເປັນຂອງມື້່ໃຫມ່ເສຍແລ້ວ... ຂ້ອຍໄຂປະຕູເຂົ້າໄປທາງໃນເຮືອນ ຂະຫນາດກະທັດຮັດພໍຢູ່ສຳຫລັບຖານະປານກາງແບບຄອບຄົວພວກຂ້ອຍສອງ ຫລືບາງຄັ້ງອາດຈະສາມຄົນ.. ຂ້ອຍເລື່ອນມືໄປເປີດ ສະວິດໄຟຂອງຫ້ອງຮັບແຂກ ກ່ອນທີ່ຈະພາໂຕເອງມານັ່ງລົງບ່ອນໂຊຟາ ຂະຫນາດໃຫຍ່ພ້ອມກັບໃຊ້ມືນ້ອຍໆຂອງໂຕເອງ ໄປຈົກເອົາໂທລະສັບ ທີ່ເຄີຍຍັດໄວ້ຖົງສົ້ງຂອງໂຕເອງ ຂ້ອຍບີດກົດປຸ່ມລັອກເພື່ອສຳຫລວດເບິ່ງຄົນທີ່ໄດ້ໂທມາ ແລະແນ່ນອນ ມັນກໍ່ເຜີຍໃຫ້ເຫັນເບີຂອງຫມູ່ຂ້ອຍ ທັງຕານ້ອຍແລະອາລີ້ ບໍ່ຕ່ຳກວ່າ ຊາວສາຍ... ເປັນຍ້ອນໂທລະສັບຂ້ອຍ ຖືກຍຶດໄວ້ຕອນນັ້ນ ຂ້ອຍກໍ່ເລີຍບໍ່ໄດ້ຮັບສາຍຂອງພວກນາງເທື່ອຊ້ຳ... ເຊິ່ງຕອນນີ້ ໂທລະສັບກໍ່ກັບມາຢູ່ນຳຂ້ອຍຄືນລະ ຂ້ອຍກໍ່ເລີຍໃຊ້ໂອກາດນີ້ ໂທກັບໄປຫາພວກນາງຄືນທັນທີ ໂດຍທີ່ຂ້ອຍເລືອກຈະໂທຫາອາລີ້ ເພາະວ່າ ພໍ່ແມ່ຂອງນາງບໍ່ໄດ້ເຄັ່ງຂັດພໍປານໃດ ບໍ່ເຫມືອນກັບ ຕານ້ອຍ ທີ່ຂ້ອນຂ້າງຈະຄຸມລູກຂອງໂຕເອງຫນ້ອຍຫນຶ່ງ... ຂ້ອຍລໍຖ້າສາຍຂອງນາງດົນພໍສົມຄວນ ແລະກໍ່ໂທກັບໄປຫລາຍໆ ຄັ້ງຕິດກັນ ກວ່າທີ່ນາງຈະຮັບສາຍ

 

"ຮະໂຫລ ບົວ ເຂົາໂທໄປຫາເພິ່ນບັກຫລາຍໆເທື່ອຄືບໍ່ຮັບສາຍ ຕອນນີ້ເພິ່ນປອດໄພບໍ່ ເກັ່ງບໍ່ໄດ້ເຮັດຫຍັງເພິ່ນຕິ ແລ້ວຕອນນີ້ເພິ່ນຢູ່ໃສ!! ເພິ່ນຮູ້ບໍ່ເຂົາກັບຕານ້ອຍໂທຫາເພິ່ນຈົນປວດມືຫມົດແລ້ວນິ" ອາລີ້ພົ້ນຄຳຖາມຫລາຍຄຳພ້ອມກັນ ທີ່ເຈື່ອປົນດ້ວຍຄວາມເປັນຫ່ວງ ເອົາຈົນຂ້ອຍແຖບຫາຍໃຈນຳບໍ່ທັນ

"ຊິໃຫ້ເຂົາຕອບຄຳຖາມໃດກ່ອນນິ

 

 

"ຕອບໂຕໃດມາກະໄດ້ ເຂົາຢາກຮູ້ຫມົດ" ນາງຍັງຄົງຮັກສານ້ຳສຽງທີ່ອອກຮ້ອນຮົນໄວ້ຄືເກົ່າ ແລະປາດຖະຫນາຢາກຮູ້ເຫດການ ຂອງຂ້ອຍທີ່ສຸດ

"ເອີ້ໆ ດຽວຊິຕອບໃຫ້ເພິ່ນຫມົດເລີຍນິແລະ.... ທີ່ເຂົາບໍ່ຮັບສາຍເພິ່ນຍ້ອນຫມໍເກັ່ງມັນຍຶດເອົາໂທລະສັບກັບກະແຈລົດເຂົານຳ ແຕ່ຕອນນີ້ມັນສົ່ງເຂົາລະ ແລະມັນກະບໍ່ໄດ້ເຮັດຫຍັງເຂົາ"

"ແລ້ວເພິ່ນກັບບ້ານລະຕົວ?

"ອື້ມ ກັບແລ້ວ ຕອນນີ້ເຂົາກະຢູ່ເຮືອນນີ້ແລະ"

"ເຮີ່ຍ... ໄຄແດ່" ອາລີ້ຖອນຫາຍໃຈຢ່າງໂລ່ງເອີກ ກ່ອນຈະເວົ້າຂຶ້ນຕໍ່ "ນຶກເພິ່ນເປັນຫຍັງຊັ້ນດອກ"

"ຫຶ!! ຖ້່າພວກເພິ່ນບໍ່ບັງຄັບໃຫ້ເຂົາໄປຂໍເບີລາວນະ ເລື່ອງມັນກະບໍ່ເປັນແບບນີ້ດອກ" ຂ້ອຍເອິີ່ຍດ້ວຍສຽງລຽບໆ

 

 

"ແຮໆ ເຂົາຂໍໂທດ...​ ແນວພວກເຂົາກະບໍ່ຮູ້ເດວ່າມັນຊິເປັນແບບນີ້ເດ ຄັນບໍ່ຊັນເຂົາກະບໍ່ໃຫ້ເພິ່ນໄປຂໍເບີລາວແບບນັ້ນດອກນະ"

 

 

"ອື້ມ ຊ່າງມັນເທາະ ເລື່ອງມັນກະຜ່ານມາລະ ເຂົາກະບໍ່ຢາກຈະຮື້ຟື້ນຫາພະແສງຫຍັງອີກ..." ພໍແຕ່ສຸດສຽງ ກໍ່ມີສາຍຫນຶ່ງ ໂທເຂົ້າມາແຊກຊ້ອນ

 

 

"ອາລີ້ ມີຄົນໂທມາຫາເຂົາ"

 

 

"ໃຜ??"

 

 

"ບໍ່ຮູ້" ດຽວເຂົາເບິ່ງກ່ອນ ຂ້ອຍດຶງສາຍອາຈາກຫູກ່ອນຈະຈ້ອງເບິ່ງເບີຂອງຄົນທີ່ກຳລັງໂທເຂົ້າມາ ເຜີຍໃຫ້ເຫັນເບີຂອງສ່ຽວຮັກສ່ຽວແພງຂອງຂ້ອຍອີກຄົນ ທີ່ກຳລັງປະກົດຂຶ້ນຢູ່ຫນ້າຈໍ

 

 

"ຕານ້ອຍໂທມາ" ຂ້ອຍບອກຫລັງຈາກທີ່ໃຊ້ມືເລື່ອນໂທລະສັບຂຶ້ນມາແນບຫູເຊັ່ນເດີມ

 

 

"ຮັບເລີຍແມ໋ ລະລົມນຳກັນເລີຍ ພໍດີເຂົາໂທໄປຫາລາວມື້ກີ້ ລາວວ່າມີຫຍັງຈະບອກເລົ່າໃຫ້ຟັງນຳກັນ ຫລັງຈາກທີ່ເພິ່ນກັບມາແລ້ວ"

 

 

"ອື້ມ" ສິ້ນສຽງ ຂ້ອຍກົດຮັບສາຍນາງພ້ອມທັງເລື່ອນມືໄປກົດປຸ່ມເປີດລົມໂພງເພື່ອທີ່ຈະສະດວກໃນການສົນທະນາ

 

 

"ວ່າຈັງໃດນາງ ຂ້ອຍເລີ່ມຕົ້ນເປີດສາກຖາມຂຶ້ນກ່ອນຫມູ່

 

 

"ທີ່ເຂົາໂທມາ ກະຢາກຖາມເພິ່ນນິແລະ ວ່າເປັນແນວໃດ ປອດໄພດີບໍ່ ແລ້ວເກັ່ງເຮັດຫຍັງແດ່ ແລ້ວຕອນນີ້ເພິ່ນຢູ່ໃສ??" ຂ້ອຍກັບມາຫາຍໃຈນຳບໍ່ທັນອີກຄັ້ງ ເມື່ອຕານ້ອຍ ພົ້ນຄຳຖາມແບບບໍ່ມີຢັ້ງເຫມືອນກັບອາລີ້ ເຊິ່ງປະໂຫຍກຄຳຖາມຂອງນາງ ແນ່ນອນ ມັນປະປົນດ້ວຍຄວາມເປັນຫ່ວງແລະຢາກຮູ້ທີ່ສຸດ ເຮັດໃຫ້ຂ້ອຍຕ້ອງກັບໄປປະມວນຜົນຄຳຖາມຂອງນາງດເມື່ອຕ່າກີ້ ກ່ອນຈະຕອບອອກມາໃນທີ່ສຸດ

 

 

"ດຽວເຂົາຊິບອກເພິ່ນໄປຕາມລຳດັບກະແລ້ວກັນ ຄຳຖາມທຳອິດ ຕອນນີ້ເຂົາບໍ່ເປັນຫຍັງ ຍັງຄົບສາມສິບສອງ ສ່ວນເກັ່ງ ລາວກະບໍ່ໄດ້ເຮັດຫຍັງເຂົາ ມີແຕ່ພາຂັບລົດຫລິ້ນ ແລ້ວກະພາເຂົາໄປລ້າງລົດຢູ່ເຮື່ອນລາວ ແລະຕອນນີ້ເຂົາກະກັບເຮືອນ ດ້ວຍຄວາມປອດໄພ

 

 

"ດີລະຊັນ ເຂົານຶກວ່າລາວຊິເຮັດຫຍັງບໍ່ດີບໍ່ຮ້າຍນຳເພິ່ນແລ້ວສະດອກ" ຕານ້ອຍເອີ່ຍດ້ວຍນ້ຳສຽງທີ່ໂລງເອິກສຸດຂີດ .. ບາດທີ່ຕອນສ້າງປັນຫາ ລະບໍ່ເຄີຍທີ່ຈະໄຕ່ຕອງໃຫ້ມັນດີ ບາດປັນຫາມັນວິບາດຂຶ້ນມາລະ ຫາກຮູ້ສຶກຜິດ ທີ່ຕົວເອງໄດ້ເຮັດຫຍັງລົງໄປ ນີ້ ແລະ ຫມູ່ຂອງຂ້ອຍ!! ແຕ່ຈັງໃດ ຫມູ່ ກະຍັງຄົງເປັນຫມູ່ຂ້ອຍຄືເກົ່າ ເຊິ່ງຂ້ອຍກໍ່ບໍ່ສາມາດຕັດຂາດຈາກພວກນາງ ພຽງເພາະເຫດການບ້າໆທີ່ຫາກໍ່ເກີດຂຶ້ນບໍ່ເທົ່າໃດນາທີທີ່ຜ່ານມານັ້ນດອກ

 

 

"ອຶ້ມ ແຕ່ຖ້າຫາກເພິ່ນກັບອາລີ້ບໍ່ພາກັນຫລິ້ນເກມນີ້ນະ ເລື່ອງມັນກະບໍ່ເກີດຂຶ້ນດອກ ແມ່ນບໍ່ອາລີ້??" ຂ້ອຍເອີ່ຍຖາມອີກຄົນ ທີ່ນາງກຳລັງງຽບແລະຟັງພວກຂ້ອຍສົນທະນາກັນໃນຊົ່ວຂະນະຫນຶ່ງ

 

 

"ແມ່ນຕິເບາະ? ແຮໆ" ນາງຫົວແຫ້ງໆ

 

 

"ອ້າວ ອາລີ້ ເພິ່ນກະຢູ່ໃນສາຍນຳຫວານິ"

 

 

"ແມ່ນລະ ເອີ້ເພິ່ນກະລອງເລົ່າເລື່ອງເພິ່ນມາໃຫ້ເຂົາຟັງເບິ່ງວ່າ ເພິ່ນຫາຍໄປໃສນຳເອມາ"

 

 

"ຮຶ? ຫາຍໄປນຳເອ?" ຂ້ອຍແຊກທວນຄຳຖາມຂຶ້ນທັນທີ

 

 

"ແມ່ນລະ ກະຫລັງຈາກທີ່ເພິ່ນຖືກເກັ່ງລາກອຸ້ມອອກໄປ ເອ ກະເຂົ້າມາລາກຕານ້ອຍອອກໄປທັນທີ" ອາລີ້ອະທິບາຍແທນ ຜູ້ທີ່ກຳລັງເປັນກໍລະນີທີ່ສຳຄັນຕອນນີ້

 

 

"ແມ່ນຫວາຫັ້ນຕານ້ອຍ" ຂ້ອຍກັບໄປຖາມຝ່າຍກໍລະນີດ້ວຍຄວາມຢາກຮູ້

 

 

"ອື້ມ"

 

 

"ແລ້ວເພິ່ນລອງເລົ່າເລື່ອງໃຫ້ເຂົາຟັງໄດ້ບໍ່?"

 

 

"ແມ່ນລະ" ອາລີ້ເວົ້າເສີມ "ເພິ່ນວ່າຊິບອກໃຫ້ເຂົາຟັງຕອນທີ່ບົວກັບມາແລ້ວ"

 

 

"ເອີ້ໆ ດຽວຊິເລົ່າໃຫ້ຟັງຫມົດນີ້ແລະ"

 

 

 

ຕານ້ອຍ Part

 

 

 

ຫລາຍນາທີກ່ອນຫນ້ານີ້

 

 

ປ່ອຍແມະ ປ່ອຍ!!” ໃນທີ່ສຸດບົວກະຖືກເກັ່ງອຸ້ມອອກໄປຈາກບໍລິເວນນີ້ ແລະພາບສຸດທ້າຍທີ່ຂ້ອຍໄດ້ເຫັນ ກໍ່ຄືບົວທັງງຟາດທັງຕີເກັ່ງແບບບໍ່ຢັ້ງ ແຕ່ຈັງໃດກວາງນ້ອຍເຊັ່ນນາງ ກໍ່ບໍ່ສາມາດຫນີບໍ່ພົ້ນເສືອໃຫຍ່ທີ່ຮ້າຍກາດແບບລາວຢູ່ດີ

 

 

ຄັນຊັ້ນ ຕໍ່ໄປ ກູຂໍຄົນສູງໆນີ້ກະແລ້ວກັນ ເອຖືວິສາຊະໃຊ້ມືສາກໆຂອງລາວເລືອນມາຈັບແຂນຂ້ອຍໄວ້ ໂດຍທີ່ບໍ່ສົນໃຈເລີຍວ່າຂ້ອຍຕ້ອງການກະທຳລຸ່ມລ່າມຂອງລາວຫລືບໍ່

 

 

ເຮີ້ຍ!! ໃຜບອກເພິ່ນມາຈັບແຂນເຂົາ ປອຍ ດຽວນີ້!! ຂ້ອຍຟິດແຂນອອກຈາກການເກາະກຸມທັນທີ ແຕ່ເຫມືອນແຮງຂ້ອຍທີ່ມີ ມັນບໍ່ສາມາດຕ້ານທານຫມີຄວາຍຄືລາວໄດ້

 

 

ເພິ່ນບໍ່ໄດ້ຍິນວ່າມີກີ້ຫມູ່ເຂົາເວົ້າອີ່ຫຍັງມື້ກີ້ ແລ້ວກູຊິກັບໄປກ່ອນ ສ່ວນສູຊິໄປໃສກະໄປ ລາວຫັນມາໂບກມືລາໃຫ້ກັບບໍດີກາດຂອງລາວ ເຊິ່ງພວກນັ້ນກໍ່ກົ້ມຫົວຄຳນັບໃຫ້ ປານວ່າຫມໍນີ້ເປັນພະຍາ

 

 

"ປ່ອຍແມະ ປ່ອຍ!! ອາລີ້ຊ່ວຍເຂົາແດ່ ຂ້ອຍແຂກຮ້ອງໂວຍວາຍເພື່ອຂໍຄວາມຊ່ວຍເຫລືອຈາກເພື່ອນສາວຄົນດຽວທີ່ຍັງເຫລືອຢູ່ ທ່າມກາງສາຍຕາຜູ້ຄົນມາກຫນ້າຫລາຍຕາກຳລັງເພ່ງມອງເບິ່ງພວກຂ້ອຍໂດຍທີ່ບໍ່ຄິດຈະເຂົ້າມາຊ່ວຍເຫລືອຫຍັງເລີຍ!!

 

 

"ເອ ປ່ອຍຫມູ່ເຂົາດຽວນີ້" ອາລີ້ຮ້ອງຂຶ້ນຫ້າມ ໃນຂະນະທີ່ຈະກ້າວຂາເຂົ້າມາຊ່ວຍ ແຕ່ພວກບໍດິກາດຫນ້າໂຫດຂອງອີ່ຕາຜີບ້ານີ້ ກໍ່ແລ່ນກູ່ເຂົ້າມາຕັນທາງນາງໄວ້ ເພື່ອບໍ່ໃຫ້ນາງສາມາດເລັດລອດເຂົ້າມາຊ່ວຍຂ້ອຍໄດ້ ຈະແມ່ນຊາດຮູ້ຈັກຫນ້າທີ່ຕົວເອງດີ!!

 

 

"ເຂົາວ່າເພິ່ນຄືຊິເຂົ້າໃຈຄຳຕອບເຂົາແລ້ວລະ ບ໊າຍ" ເອສົ່ງຍິ້ມ ພ້ອມກັບໂບກມືລາຫມູ່ຂ້ອຍກ່ອນຈະລາກເຫຍື່ອລາຍທີ່ສອງ ຄືຂ້ອຍອອກໄປຈາກທີນີ້ໄປ

 

 

ເອລາກຂ້ອຍຂຶ້ນລົດ ຢ້ຳອີກເທື່ອຫນຶ່ງວ່າລາກຂ້ອຍຂຶ້ນລົດຂອງລາວ ກ່ອນຈະສະຕາດເຄື່ອງແລ້ວພາຂ້ອຍອອກໄປທີ່ໃດກໍ່ຮູ້ ເຊິ່ງພາຍໃນລົດເບນລາຄາແພງຂອງເອ ຄວາມງຽບບໍ່ໄດ້ປົກຄຸມພວກຂ້ອຍເລີຍພຽງແຕ່ວິນາທີດຽວ ເພາະຕັ້ງແຕ່ຄົນຮ່າງສູງເຄືອນລົດອອກໄປ ຂ້ອຍກໍ່ເປີດປາກ ຕໍ່ວ່າຕໍ່ຖຽງນຳລາວທັນທີ ຈົນກະທັ້ງຂັບອອກມາຈອດໃນບ່ອນຫນຶ່ງ ເປັນບ່ອນທີ່ຂ້ອຍບໍ່ເຄີຍກາຍໄປກາຍໄປແມ້ນແຕ່ຄັ້ງດຽວ

 

"ບັກຜີບ້າເອີ້ຍ!! ເພິ່ນພາມາເຮັດຢູ່ນີ້" ເຂົ້າຮ້ອງດ່າໃສ່ມັນທັນທີ ຫລັງຈາກພາຂ້ອຍອອກມາຈາກລົດລາຄາແພງຂອງລາວ

"ບໍ່ຮູ້ຄືກັນ ວ່າພາມາເຮັດຫຍັງ" ເບິ່ງມັນເວົ້າແມ໋ ແມ໊ງໂຄດກວນຕີນຂະຫນາດ

"ພາກັບດຽວນີ້" ຂ້ອຍກະຊາກສຽງໃສ່ຢ່າງຫົວເສຍ

"ບໍ່ ຢູ່ເປັນຫມູ່ນຳເຂົາກ່ອນ" ເວົ້າແລ້ວກໍ່ຈູງມືຂ້ອຍໄປໃກ້ໆແຄມນ້ຳຂະຫນາດໃຫຍ່ ເຊິ່ວມັນກໍ່ຄື ແຖວແຄມຂອງ ທີ່ຢູ່ຫ່າງໃກຈາກເທັກ KB ແລະແຖວບ້ານຂ້ອຍຫລາຍພໍສົມຄວນ.... ລະພໍແຕ່ຂ້ອຍຢຸດຄິດເລື່ອງຂອງລາວໄປຊົ່ວຂະນະຫນຶ່ງ ຂ້ອຍກໍພົບວ່າ ໂຕເອງມາຢູ່ແຄມນ້ຳທີ່ສະຫງົບ ມີແສງດອກໄຟສະຫວ່ງຕາມທາງນ້ອຍຫນຶ່ງ ມີແສງຫິງຫອຍທີ່ບົງບອກເຖິງວ່າທີ່ນີ້ບໍ່ຖືກລົບກວນແຕ່ຢ່າງໃດ ແລະຢູ່ບໍ່ຢູ່ເລື່ອງຮ້າຍໆ ມັນກໍ່ຖືກລືມໄປແທບຈະທັນທີ

“ນັ່ງລົງແມະ” ມັນຊວນແລ້ວກໍ່ນັ່ງລົງຕັ່ງໃກ້ແຄມນ້ຳຕາມທີ່ມັນບອກ ມີລົມເຢັນພັດເຂົ້າແບບຫນ້າແບບນີ້ ກະໄຄແດ່ “ອື່ມ ແລ້ວເພິ່ນຊື່ຫຍັງ”

"ບໍ່ຈຳເປັນຕ້ອງບອກ" ທັງທີບໍ່ຮູ້ຈັກກັນຂ້ອຍກໍ່ມານຳມັນໄດ້

"ເວົ້າແບບນີ້ຢາກຖືກຈູບຄືແບບຫມູ່ເພິ່ນຫວາ" ເວົ້າແລ້ວຍື່ນຫນ້າເຂົ້າມາໃກ້ດ້ວຍສາຍຕາທີ່ເຈົ້າເລ່ ບ້າເອີ່ຍ!! ຂ້ອຍຊັງສາຍຕາແບບນີ້ທີ່ສຸດ

"ຖ້າບໍ່ຢາກປາກແຕກກະລອງເບິ່ງ"

"ຫວາ ຄັນຊັ້ນເຂົາຢອມປາກແຕກຊັນ ຄິກໆ" ມັນໂນ້ມມາເຂົ້າໃກ້ອີກຈົນໄດ້ກິ່ນໂຕຫອມອ່ອນໆ ແຕ່ຂ້ອຍດັນມາອອກຫ່າງຈາກໂຕ

"ຢຸດເລີຍ"

"ເພິ່ນກະບອກຊື່ເຂົາມາຖະແມ໋" ເອຖາມດ້ວຍຄວາມຢາກຮູ້ ພາງໃຊ້ສາຍຕາບັງຄັບໃຫ້ຂ້ອຍຍອມບອກລາວ ຂ້ອຍກະເລີຍຈຳເປັນຕ້ອງບອກລາວໄປ ເພື່ອຕັດປັດຫາກັບຄຳຖາມຊູຊີຂອງລາວ

"ກະໄດ້ ເຂົາຊື່ ຕານ້ອຍ" ຂ້ອຍເອົາມືຂຶ້ນກ່ອນເອິກ ທັງເພ່ງມອງລາວດ້ວຍຫນ້າຫຍຸ້ງ

"ຫວາ ສົມພໍລະຕາຕີບ ແຕ່ຈັງໃດເຂົາກະມັກ" ເວົ້າແລ້ວສົ່ງສາຍຕາລຶກຊຶ້ງ ພຽງແຕ່ຄຳໆດຽວຢູ່ບໍ່ຢູ່ມັນກໍ່ເຮັດຫົວໃຈຂອງຂ້ອຍ ເຕັ້ນແຮງແບບຜິດປົກ ແຖມຫນ້າກໍ່ຮ້ອນໆຂຶ້ນ ບ້າແລ້ວ ຂ້ອຍຕ້ອງບ້າໄປແລ້ວແທ້ໆ ທີ່ຕ້ອງຮູ້ສຶກຫວັ່ນໄຫວນຳຄົນແປກຫນ້າ ແຖມຫມໍນີ້ຍັງມີຈຸດປະສົງບໍ່ດີແອບແຝງໂດຍທີ່ເຮົາບໍ່ຮູ້ອີກ.. ລະພໍແຕ່ເອເຫັນອາການແບບຂອງຂ້ອຍ ລາວຍິ້ມແບບມີຄວາມສຸກທັນທີ

"ອາຍແມ່ນບໍ່ຫັ້ນ??" ເອີ່ຍຖາມດ້ວຍນ້ຳສຽງທີ່ເຍີ້ຍໃສ່ກັນທີ່ສຸດ

"ບໍ່ແມ່ນຈັກຫນ້ອຍ" ຂ້ອຍປັດຕິເສດແລ້ວກໍ່ລົບສາຍຕາລາວແທບຈະທັນທີ ທັງພະຍາຍາມເຕືອນໂຕເອວຢ່າໄປຫລົງລາວເດັດຂາດ ລາວແມ່ນໃຜກະບໍ່ຮູ້ ເຖິ່ງວ່າເຈົ້າໂຕຈະຫນ້າຕາດີປານໃດກໍ່ຕາມ

"ແທ້ຫວາແລ້ວເປັນຫຍັງຄືຫນ້າແດງແທ້ຊັນ"

"ເອີ່ ອະ ອາກາດມັນຮ້ອນ" ຂ້ອຍຕອບອອກໄປເກືອບບໍ່ເປັນສຽງ ແຖມຄຳແກ້ໂຕຂອງຂ້ອຍມັນກໍ່ບໍ່ເຂົ້າທ່າເລີຍຈັກຫນ້ອຍ

"ລົມພັດມາເຢັນແບບນິໃດ ອາຍເຂົາກະບອກມາມຳແມ໋ ຫລືວ່າເພິ່ນກະມັກເຂົາຄືກັນ ຮື້ມ?" ເອໂນ້ມເຂົ້າມັນໃກ້ໆອີກ ບາດນີ້ຂ້ອຍຍູ້ລາວອອກສຸດແຮງ ຈົນໂຕລາວເນີ້ງອອກຫ່າງຈາກຂ້ອຍໄປທັນທີ

"ພໍເລີຍ!! ບໍ່ຕ້ອງມາເວົ້າເຍີ້ຍໃສ່ເຂົາເລີຍ"

"ກະໄດ້ໆ ບໍ່ເວົ້າເຍີ້ບແລ້ວກະໄດ້” ບອກພ້ອມກັບສົ່ງຮອຍຍິ້ມທີ່ເຕັມມູມປາກ ຂ້ອຍສາບານໄດ້ເລີຍວ່າ ຫມໍນີ້ມີຮອຍຍິ້ມທີ່ມີສະເຫນ່ທີ່ສຸດ ແລະມັນກໍ່ເຮັດໃຫ້ໃຜຫລາຍໆຄົນຮູ້ສຶກອ່ອນໄຫວນຳລາວໄດ້ ໂດຍສະເພາະຂ້ອຍຕອນນີ້ ທີ່ຢູ່ບໍ່ຢູ່ກະຫລົງໄຫລ ປານຖືກເວດມົນສະກົດ ທັງທີທຳອິດກະຮູ້ສຶກບໍ່ຖືກສະຕານຳອີກຝ່າຍເລີຍຈັກຫນ້ອຍ ຂ້ອຍຄືຊິບ້າໄປແລ້ວ "ສ່ວນເຂົາຊື່ເອ"

"ເອີ້ ຮູ້ແລ້ວ ລະເພິ່ນເປັນບ້າອີ່ຫຍັງ ພາເຂົາມານີ້ ພາເຂົາກັບດຽວນີ້" ຂ້ອຍເຮັດສີຫນ້າບໍ່ພໍໃຈໃສ່ລາວ ຫລັງຈາກທີ່ຄິດຫຍັງອອກວ່າບໍ່ຄວນຈະຢູ່ຫມໍນີ້ໃຫ້ມັນຫົວໃຈມັນເຕັ້ນແຮງຈົນເກີນໄປ ແລະບໍ່ຈຳເປັນຕ້ອງຄິດຫຍັງເກີນເລີຍໄປກວ່ານີ້

"ດຽວກ່ອນແມ໋ະ ເບິ່ງດາວນຳກັນກ່ອນ" ມັນເວົ້າແລະຊີ້ນິ້ວທີ່ທ້ອງຟ້າ ພະຈັນກັບດາວຄືນນີ້ມັນສະຫວ່າງໄປຫມົດ ຂ້ອຍບໍ່ເຄີຍເຫັນອີ່ຫຍັງທີ່ງາມແບບນີ້ມາກ່ອນ ບ່ອນທີ່ສະຫງົບ ມີບ້ານຫ່າງໆກັນແຄມນ້ຳ ມີສຽງລົມພັດຜ່ານເຮັດໃຫ້ໃຈສະຫງົບ

"ງາມບໍ່"

"ອື້ມ ກະງາມ ຖ້າມັນຊິງາມຂຶ້ນກວ່ານີ້ ຄັນບໍ່ມີຄົນແບບເພິ່ນມາຢູ່ນຳ"

"ຄົນແບບເຂົາເປັນຈັງໃດ" ລາວຜິນຫນ້າມາຖາມຂ້ອຍ

"ແບບທີ່ ອະທິບາຍຂໍ້ເສຍມື້ອື່ນກະບໍ່ແລ້ວຫມົດ"

"ປານນັ້ນພຸ້ນ"

"ເອີ້"

"ຮາໆໆ" ລາວລະເບີດສຽງຫົວແບບບໍ່ກັກໄວ້ຫຍັງ ຕອນນີ້ຂ້ອຍຍັງຍອມຮັບອີ່ຫລີເກົ່າວ່າ ລາວຫນ້າຕາດີອີຫລີ ເຖິງມັນຈະຫົວແບບກວນປະສາດກະຕາມເທາະ ແຕ່ຈັງໃດ ຂ້ອຍຄວນຈະຫັກຫ້າມໃຈໄວ້ຊະເສຍຕອນນິ້ ທຳອິດຊັງລາວຈົນຊິຂ້າລສວໃຫ້ຕາຍ ບາດນາທີທີນີ້ຂ້ອຍຄືວ່າເປັນແບບນີ້ວະ ປ່ຽນຄວາມຮູ້ສຶກໄວ ປານຈະຫລວດ

ບໍ່ຕ້ອງມາຫົວເລີຍ ເພິ່ນນິ ບ້າແທ້ໆ ຂ້ອຍເວົ້າໃສແຂງໃສ່ລາວ ເຊິ່ງໃນຂະນະດຽວກັນສຽງໂທລະສັບຂ້ອຍດັງຂຶ້ນ ເຮັດໃຫ້ຢຸດການສົນທະນາລະຫວ່າງຂ້ອຍກັບມັນ

"What the hell do you think you’re doing loving me, loving me, so wrong

"ຮະໂຫລ" ຂ້ອຍເວົ້າຂຶ້ນຫລັງຈາກທີ່ກົດຮັບສາຍ

"ຕານ້ອຍ ລູກຈັກໂມງສິກັບນິ ຫລືຊິນອນນຳບົວເລີຍ" ປາຍສາຍແມ່ນມານດາຂ້ອຍ ສຽຂອງລາວເວົ້າແຮງພໍສົມຄວນເຮັດໃຫ້ໄດ້ຍິນ ແລະຄວາມຈິງເລື່ອງທັງຫມົດຂ້ອຍກໍ່ຕົວະລາວໄວ້ ຄັນບໍ່ຊັ້ນຂ້ອຍອອກບ້ານໄປນັ່ງກິນເບຍຍ້ອມໃຈໄດ້ດອກ

"ເຮົາຊິກັບຈັກນ້ອຍນິແລະ"

"ເອີ້ດີ ເທົ່ານີ້ແລະຊັນ" ແມ່ຂ້ອຍວາງສາຍເຮັດໃຫ້ການສົນທະນາຢຸດດລົງ

"ພາເຂົາກັບເທາະ ແມ່ເຂົາໂທມາມື້ກີ້" ຂ້ອຍຫັນຫນ້າໄປເວົ້ານຳລາວດ້ວຍ

"ອື້ມ" ເອຕອບຕົກລົງຢ່າງວ່າງ່າຍ ຫາກະຊິເຫັນລາວຍອມທຳຕາມຄຳຂໍຮ້ອງຂອງຂ້ອຍນິແລະ ຕັ້ງແຕ່ຮູ້ຈັກກັນມາບໍ່ເທົ່າໃດຫລາຍນາທີທີ່ຜ່ານມາ.. ແລະຫລັງຈາກນັ້ນມັນກໍ່ພາຂ້ອຍມາສົ່ງຈົນຮອດເຮືອນ ແລະບໍ່ມີໃຜສົງໃສວ່າ ຄວາມຈິງຂ້ອຍບໍ່ໄດ້ໄປຫາອາເລັກຢູ່ເພື່ອເຮັດບົດຢູ່ເຮືອນ ແຕ່ຊວນນາງອອກໄປຫລີ້ນຕ່າງຫາກ ມັນກະເລີຍເຮັດໃຫ້ຂ້ອຍໂລ່ງໃຈ

 

 

ກັບມາສູ່ປັດຈຸບັນ

 

ບົວ Part

 

"ເລື່ອງທັງຫມົດກະເປັນຈັງຊີ້ແລະ" ເຫດການທີ່ຜ່ານມາ ຕານ້ອຍເອີ່ຍເລົ່າຢ່າງລະອຽດ ພ້ອມທັງເຜີຍຄວາມຮູ້ສຶກແປກໆ ທີ່ຫາກໍ່ເລີມກໍ່ຕົວຂຶ້ນ ໂດຍທີ່ຂ້ອຍຮູ້ທັນທີ່ເລີຍວ່າ ນາງບໍ່ສາມາດອະທິບາຍຄວາມຮູ້ສຶກນັ້ນໄດ້ ເພາະຂ້ອຍກໍ່ຮູ້ສຶກແປກໆແບບນັ້ນເຊັ່ນກັນ ພຽງແຕ່ເລື່ອງຂອງນາງມັນຈະກະຈ່າງແຈ້ງກວ່າຂ້ອຍ

 

 

"ຫວາ?? ກະດີແລ້ວຊັນ ທີ່ລາວບໍ່ໄດ້ເຮັດຫຍັງເພິ່ນນະ!!"

 

 

"ແລ້ວເພິ່ນບອກເຂົາໄດ້ບໍ່ຫັ້ນວ່າລາວໄດ້ບອກຫຍັງເພິ່ນຫລາຍກວ່າຫັ້ນບໍ່ ນອກຈາກຄຳວ່າມັກ" ອາລີ້ແຊກຖາມຂຶ້ນມາ ດ້ວຍຄວາມຢາກຮູ້ ເຊິ່ງວ່າຂ້ອຍກໍ່ຮູ້ສຶກສົນໃຈກັບຄຳຖາມນີ້ນຳ

 

 

"ບໍ່ນະ ລາວມີແຕ່ເວົ້າສ່ຳນັ້ນແລະ ພໍອອກໄປຫລິ້ນນຳລາວບໍ່ເທົ່າໃດແມ່ເຂົາກະໂທມານຳ ຕາມທີ່ເຂົາເລົ່າໃຫ້ຟັງມື້ກີ້ຫັ້ນແລະ"

 

 

"ເຂົາວ່າ ທີ່ລາວເວົ້າແບບນັ້ນນະ ລາວຕ້ອງຈີບເພິ່ນແລະ"

 

 

"ແມ່ນຫວາ ອາລີ້ ເຂົາບໍ່ຮູ້ວ່າລາວເຮັດແບບນັ້ນ ຕ້ອງການຫຍັງນຳເຂົາກັນແທ້"

 

 

"ທີ່ລາວເຮັດແບບນັ້ນນະ ມັນກະມີໂອກາດຫລາຍເປີເຊັນທີ່ລາວສົນໃຈເພິ່ນ ແລ້ວຖ້າເປັນແບບນັ້ນແທ້ ເພິ່ນຊິຍອມໃຫ້ລາວຈີບບໍ່ຫັ້ນ?"

 

 

"ເລື່ອງນີ້ເຂົາກະບໍ່ຮູ້ອີກຄືກັນນະ ເບິ່ງຊົງລາວຄືຊິບໍ່ຈິງຈັງນຳເຂົາດອກ "

 

 

"ແມ່ນລະເພິ່ນ" ຂ້ອຍເວົ້າຂຶ້ນຫລັງຈາກນັ້ນ "ພວກຜູ້ຊາຍປະເພດນີ້ນະ ຫວັງຈະເຮັດເອົາຊະນະໃຈເຮົາທັນນັ້ນແລະ ບໍ່ໃຜມາຈິງໃຈຈິງຈັງນຳເຮົາດອກ ແລະເຂົາກະຂໍແນະນຳເລີຍວ່າ ຢ່າໄປເຊື່ອຟັງຄາລົມຫລອກລວງເດັດຂາດ ຖ້າບໍ່ຢາກຈະເສຍໃຈພາຍຫລັງ"

 

 

"ເລື່ອງນີ້ເຂົາກະເຫັນດີນຳ" ອາລີ້ເວົ້າເສີມ "ເຂົາວ່າຢ່າໄປວຸ້ນວາຍນຳພວກນັ້ນເດັດຂາດ ເບິ່ງທ່າທາງບໍ່ປອດໄພ ແຖມຍັງມີບໍດິກາດຄຸມໂຕໄວ້ຕະຫລອດອີກ ເຂົາວ່າຖ້າພວກນັ້ນບໍ່ມັກຫາເລື່ອງ ຄືຊິບໍມີບໍດີກາດນຳຕິດໂຕຫລອດດອກ"

 

 

"ອື້ມ ຊັນເຂົາຊິບໍ່ໄປວຸ້ນນຳເຂົາເຈົ້າອີກລະ"

 

 

"ດີແລ້ວທີ່ເພິ່ນຄິດແບບນັ້ນນະ" ຂ້ອຍກ່າວຂຶ້ນຕໍ່ຈາກຕານ້ອຍ "ຢ່າໄດ້ຄິດໄປສົນລະວົນນຳພວກນັ້ນເດັດຂາດ ເຖິງເຂົາເຈົ້າຊິຕາມມາຕໍ່ແຍນຳເພິ່ນກໍ່ຕາມ...ເອີ້ ລະຕອນນີ້ເຂົາວ່າພາກັນນອນດີກວ່າ ມັນເດິກລະ ມື້ອື່ນເຊົ້າເຂົາມີຊົ່ວໂມງຮຽນ ຂອງປ້າສົມສະຫນິດ ຄັນຕື່ນສວາຍໄປໂຮງຮຽນຊ້າ ພໍດີລາວເອົາເຂົາຕາຍເລີຍ

 

 

"ໂອເຄ ບ໊າຍໆຊັນ"

 

 

"ອື້ມ ບ໊າຍ" ຂ້ອຍແລະອີກສອງສ່ຽວລ່ຳລາກັນກ່ອນທີ່ຂ້ອຍຈະວາງສາຍລົງ ພ້ອມກັບເດັ້ງໂຕຂຶ້ນ ເພື່ອຈະກຽມໂຕໄປອາບນ້ຳເຂົ້ານອນ ເພື່ອທີ່ຈະໄດ້ຕື່ນໄປຮຽນເຊົ້າໃຫ້ທັນ

.

.

.

ຂໍໂທດທີ່ຫາຍໄປດົນເດີ້ສຳຫລັບຄົນທີ່ລໍຖ້າ

ຕອນນນີ້ເອົາມາລົງແລ້ວ ແລະຫວັງວ່າ ຄົນອ່ານ

ຊິພາກັນມັກເດີ້ ແລະຝາກອ່ານແດ່ເດີ້

 

 

Delicious Digg Fark Twitter