ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ກ.ລ.. 3, 2012 | ມີ 16 ຄຳເຫັນ ແລະ 0 trackback(s)

 

ເພື່ອນໆທຸກຄົນ ໝູ່ຂໍປຶກສານຳແນ່ວ່າ ການຈັດງານລ້ຽງງານດອງໃນສະຖານທີ່ຕ

່າງໆ(ທີ່ສູນການຄ້າ ລາວ- ໄອເຕັກ) ໃນຄືນຂອງວັນທີ 29/6/2012 ກົງກັບວັນສຸກ ໄດ້ມີເຫດການທີ່ເສົ້າໃຈເກີດຂື້ນ ກໍ່ຄືມີລົດກະບະ
ວີໂກ້ ລຸ້ນຕໍ່າ ສີປອນເງິນ ເລກທະບຽນ ກດ 6122 ໄດ້ເສຍ ຢູ່ທີ່ໂຊນຈອດລົດງານດອງ,
ໃນຂະນະທີ່ເຈົ້າຂອງລົດຂື້ນໄປຮ່ວມງານດອງໃນເວລາ 8: 10 ນາທີ ແລະ ກັບລົງມາຫາລົດເວລາ 11:30 ນາທີ ແລະ ບໍ່ຮູ້ວ່າລົດເສຍໃນເວລາໃດ ແລະ ສິ່ງທີ່ເສົ້າໃຈກວ່ານັ້ນກໍ່ຄື ທາງເຈົ້າພາບງານດອງ, ເຈົ້າຂອງສະຖານທີ່(ສູນການຄ້າ ລາວ- ໄອເຕັກ) ບໍ່ໄດ້ໃຫ້ການຊ່ວຍເຫຼືອໃດໆທັງສີ້ນພ້ອມທັງປະຕິເສດວ່າບໍ່ຮັບຣູ້ໃດໆທັງສີ້ນ(ເຈົ້າຂອງງານ ສູນການຄ້າ ລາວ- ໄອເຕັກ)
ແລະທາງເຈົ້າໜ້າທີ່ຕຳຫຼວດຍາມລົດໃນງານດອງກໍພຽງແຕ່ລົງບັນທຶກໄວ້ຊື່ໆໂດຍບໍ່ໄດສອບສວ
ນພະນັກງານໂບກລົດ ເພື່ອຫາເບາະແສຂອງຄົນຮ້າຍ ແຕ່ຢ່າງໃດ

ຈຶ່ງຢາກຂໍຄຳຄິດເຫັນນຳໝູ່ເພື່ອນວ່າມີຄຳຄິດເຫັນແນວໃດ ກະລຸນາສົ່ງຄຳຄິດເຫັນມາຫຼາຍໆເດີ
Delicious Digg Fark Twitter