ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ກ.ລ.. 2, 2010 | ມີ 9 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ຄວາມຮັກ

 

ແຈ໋ກ....ນັ້ນແມ່ນຫຍັງນະລູກ?

ມີພໍ່ເຖົ້າອາຍຸ60ປີຄົນໜຶ່ງໄດ້ລົມກັບລູກຊາຍທີຫາກໍ່ກັບມາຢ້ຽມຢາມຫຼັງຈາກທີໄດ້ແຕ່ງງານແລະຢ້າຍຄອບຄົວອອກໄປຫຼາຍປີ....

ພໍ່     :...ແຈ໋ກ (ຊື່ລູກຊາຍ) ນັ້ນແມ່ນຫຍັງນະລູກ? ເຫັນເປັນພາບລາງໆ
ແຈ໋ກ  :...ເອິ! ໂຕງົວນະພໍ່ 

ຜ່ານໄປ2-3ນາທີ
ພໍ່     :...ແຈ໋ກ ນັ້ນແມ່ນຫຍັງນະລູກ?
ແຈ໋ກ :...ງົວໂຕເກົ່ານະພໍ່ .ມັນຍັງບໍ່ໄປໄສເທື່ອ

ຜ່ານໄປອີກ2-3ນາທີ
ພໍ່    :...ແຈ໋ກນັ້ນແມ່ນຫຍັງນະລູກ?
ແຈ໋ກ :...(ເລີ້ມມີອາລົມງຸດງິດ) ງົວພໍ່ງົວ ງົວໂຕເກົ່າທີ່ພໍ່ຖາມຫັ້ນແຫຼະ

ເວລາຜ່ານໄປອີກ2-3ນາທີ 
ພໍ່  :...ນັ້ນແມ່ນຫຍັງນະລູກ?

ແຈ໋ກ  :...ເອົ້າ...ພໍ່ເປັນຫຍັງ ຖາມຊ້ຳໆເຮົາບອກຄັ້ງສຸດທ້າຍແລ້ວວ່າງົວ 


ຜ່ານໄປອີກ2-3ນາທີ
ພໍ່  :...ແຈ໋ກນັ້ນແມ່ນຫຍັງນະລູກ?

ແຈ໋ກ  :...ໂອ້ຍ! ພໍ່ຫຼົງລື່ມລະຫວາ ເວົ້າບໍ່ຮູ້ເລື້ອງເຮົາບໍ່ເວົ້າກັບພໍ່ແລ້ວ...

ຫຼັງຈາກນັ້ນແຈ໋ກກໍ່ຍູ້ພໍ່ຕົວເອງດ້ວຍອາລົມໂມໂຫທີສຸກ...ເວລາຜ່ານໄປຈົນຮອດຕອນແລງ ເຖິງເວລາກິນອາຫານຄ່ຳເມື່ອແຈ໋ກບໍ່ເຫັນຜູ້ເປັນພໍ່ລົງມາ

ແຈ໋ກຈຶ່ຍ່າງໄປຊອກຢູ່ຫ້ອງໃນຂະນະດຽວກັນ ແຈ໋ກໄດ້ພົບພໍ່ຕົນເອງນັ່ງລະເມິ...ຢູ່ດ້ານຂ້າງຂອງພໍ່ມີ ໄດອາຮີ່ເກົ່າໆເຫຼັ້ມໜຶ່ງທີຫາຈະຂຽນບັນທຶກໃນມື້ນີ້ແລ້ວ

ແຈ໋ກໄດ້ຈັບເອົາໄດອາຮີ່ນັ້ນໄປອ່ານ ຄວາມວ່າ.... 
ຄັ້ງໜຶ່ງເມື່ອ30ປີມາແລ້ວ ເຮົາມີລູກຊາຍຄົນໜຶ່ງທີ່ເຮົາຮັກຫຼາຍ ເຮົາຕັ້ງຊື່ລູກຊາຍວ່າ...ແຈ໋ກ

ໃນມື້ທີອາກາດແຈ໋ມໃສມື້ໜຶ່ງ ໃນເວລານັ້ນແຈ໋ກພວມເວົ້າໄດ້ເກັ່ງ ເຮົາພາລູກໄປນັ່ງຫຼີ້ນທີສ່ວນຫຼັງບ້ານ ພໍດີມີງົວຜ່ານມາ...

ແຈ໋ກຖາມເຮົາວ່າ...ພໍ່ນັ້ນແມ່ນຫຍັງ?...ໂຕງົວລູກ...ເຮົາຕອບເວລາຜ່ານໄປອີກບໍ່ຮອດນາທີ , ແຈ໋ກກໍ່ຖາມຄຳຖາມເກົ່າອີກ ເຮົາກໍ່ຕອບແບບເກົ່າອີກຈົນເຖິງ 25ຄັ້ງ...ເຮົາບໍ່ຮູ້ສຶກເບື່ອໜ່າຍທີຈະຕອບຄຳຖາມເດີມເຫຼົ່ານັ້ນເລີຍແຕ່ພັດຮູ້ສຶກດີໃຈທີສຸດທີລູກສົນໃຈເຮົາຢ່າງບໍ່ເບື່ອໜ່າຍ...

ແຕ່ໃນມື້ນີ້ສະຖານທີເກົ່າໆ ຄົນ2ຄົນທີເຄີຍຖາມຄຳຖາມດຽວກັນ ຫາກແຕ່ວ່າເຮົາເປັນຝ່າຍຖາມແຈ໋ກເປັນຝ່າຍຕອບພຽງ5ຄັ້ງ ລູກກໍ່ໃຈຮ້າຍຫາວ່າເຮົາຫຼົງລື່ມ ລັງກຽດແມ້ຈະລົມນຳເຮົາຕໍ່ໄປ....

Delicious Digg Fark Twitter