ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ກ.ລ.. 3, 2010 | ມີ 8 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ຄວາມຮັກ

ໃນຂະນະທີ....ຂ້ອຍຢ້າຍມາຮຽນຕໍ່ຢູ່ທີຕ່າງແຂວງ ຢູ່ຫໍພັກນັກສຶກສາ,ໃນຊວ່ງທີ ຂ້ອຍເປັນເດັກໄວລຸ້ນທົ່ວໄປ ຮຽນ ຫຼີ້ນ ທ່ຽວ ນອນ ກິນ

ໃນຕອນຄ່ຳຂ້ອຍມັກຈະລົມໂທລະສັບກັບແຟນຂອງຂ້ອຍເຊິ່ງມັນເປັນກິດຈະກຳປະຈຳວັນທີຂ້ອຍເຮັດທຸກໆມື້ແລະຂ້ອຍກໍ່ເຊື່ອວ່າໃຜໆກໍ່ເຮັດຄືຂ້ອຍ

'' ໂດຍ ທີຮັກ ມື້ນີ້ກິນເຂົ້າລະຫວາ,ກິນກັບຫຍັງ,ແລ້ວຕອນກິນຄິດຮອດເຂົາບໍ່?''

ປະໂຫຍກຕ່າງໆທີຂ້ອຍໄດ້ຄິດແລະຕຽມພ້ອມກ່ອນໂທນັ້ນຂ້ອຍຍັງໃຊ້ເວລາສ່ວນໃຫຍ່ໃນການລົມໂທລະສັບໄລຍະເວລາທີຂ້ອຍໄດ້ໃຊ້ໄປນັ້ນພໍຮູ້

ສຶກໂຕເອງເວລານັ້ນກໍ່ຜ່ານໄປຫຼາຍຊົ່ວໂມງ

ແຕ່ຂ້ອຍກໍ່ບໍ່ມັກທີມີຄົນອື່ນມາເວົ້າໃຫ້ຕົວເອງວ່າ “ບໍ່ມີປະໂຫຍດທັງໆທີຄົນສ່ວນຫຼາຍເຂົາກໍ່ປະຕິບັດຄືຂ້ອຍ

ເອຶ! ເກືອບລື່ມ ກິດຈະກຳອີກຢ່າງໜຶ່ງຂອງຂ້ອຍກໍ່ຄື

ແມ່ຂອງຊ້ອຍມັກໂທຫາຂ້ອຍທຸກໆມື້ “ດຽວນີ້ລູກຢູ່ໄສ ຢູ່ຫໍພັກບໍ່? ກິນເຂົ້າອີ່ມບໍ່? ມື້ນີ້ລູກຮຽນເປັນແນວໃດ?ຫ້າມບໍ່ໃຫ້ໄປຫຼີ້ນໄສໄກເດີ້“

ໂຫ!...ຄຳຖາມແນວເກົ່າ! ຂ້ອຍກໍ່ຕອບໄປແບບຊ້ຳໆຄຳເກົ່າ...!!!!    ແຕ່ແມ່ຂ້ອຍກໍ່ບໍ່ເບື່ອຈັກເທື່ອຍັງໂທຫາຂ້ອຍທຸກໆມື້

ແຕ່ຂ້ອຍກໍພະຍາຍາມຕັດບົດການລົມກັບແມ່  ທຸກໆຄັ້ງທີຂ້ອຍໄດ້ລົມກັບແມ່ບໍ່ຮອດນາທີກໍ່ວາງແລ້ວ! ເພາະມັນບໍ່ມີຫຍັງຈະເວົ້າຕໍ່

ຈົນມາຮອດວັນນັ້ນ “ ທີຮັກ ຕອບເຂົາມາໄວໆວ່າຮັກເຮົາແທ້ບໍ່?ເຂົາບອກທີຮັກໄປແລ້ວໄດ!...“

ຕຶດໆ! ຕຶດໆ!...ສຽງຈາກໂທລະສັບບອກຂ້ອຍວ່າມີສາຍຊ້ອນ ຂ້ອຍເບິ່ງໄປທີໜ້າຈໍມັນຂື້ນວ່າ ''HOME“

ຫຶ່ມ!!!...ແມ່ໂທມາເຮັດຫຍັງຕອນນີ້ກຳລັງລົມມ່ວນໆນຳແຟນຢູ່...!ແລ້ວຂ້ອຍກໍ່ບໍ່ຮັບສາຍຂອງແມ່, ແລ້ວລົມກັບສຸດທີຮັກຂອງຂ້ອຍຕໍ່ໄປ

ເພາະຂ້ອຍຮູ້ວ່າສິ່ງທີແມ່ຈະລົມນັ້ນມັນເປັນຄຳຖາມທີແມ່ເຄີຍຖາມ?   ແລະນັ້ນກໍ່ເປັນໂອກາດສຸກທ້າຍທີຂ້ອຍຈະໄດ້ຍິນສຽງຂອງແມ່

ຫຼັງຈາກນັ້ນອີກບໍ່ດົນ...ທາງພີ່ນ້ອງຂອງຂ້ອຍກໍ່ໂທມາບອກຂ້ອຍວ່າ“ມື້ຄືນນີ້...ບ້ານຂອງລູກຖືກໂຈນເຂົ້າມາລັກເຄື່ອງ

ແລ້ວແມ່ຂອງຂ້ອຍໄດ້ຂັດຂືນແລະໄດ້ຕໍ່ສູ້ກັບໂຈນ ຈຶ່ງຖືກໂຈນໃຊ້ມີດແທງໃສ່ບໍລິເວນທ້ອງ ແມ່ເສຍຊີວິດເພາະທົນເຈັບກັບບາດແຜບໍ່ໄຫວ“

ພີ່ນ້ອງຂອງຂ້ອຍຍັງເລົ່າອີກວ່າຕອນໄປເຫັນສົບແມ່ນັ້ນ ໃນມືຂອງແມ່ກຳໂທລະສັບໄວ້ແໜ້ນ

ແລະເບີໂທອອກສຸດທ້າຍຂອງແມ່ບໍ່ແມ່ນໂທໄປແຈ້ງຕຳຫຼວດຫຼືເອີ້ນລົດໂຮງໝໍ,ແຕ່ແມ່ເລືອກທີຈະໂທຫາຂ້ອຍ

ສິ່ງສຸດທ້າຍໃນຊີວິດທີແມ່ຂ້ອຍເລືອກ ແມ່ນໂທຫາຂ້ອຍເພື່ອຈະຟັງສຽງຂອງລູກຊາຍ

ໃນນາທີນັ້ນນ້ຳຕາຂ້ອຍໄດ້ໄຫຼ່ອອກ ພ້ອມທັງເວົ້າຫຍັງບໍ່ອອກມືແລະຕົນຕົວສັ່ນ ເພາະມື້ນັ້ນຂ້ອຍເລືອກທີຈະລົມກັບແຟນດີກວ່າລົມກັບແມ່ຂອງຕົວເອງທີເປັນ

ຜູ້ຍິງຄົນດຽວໃນໂລກທີລົມກັບຂ້ອຍຄົນທຳອິດໃນຊີວິດ

ຜູ້ຍິງຄົນດຽວທີຂ້ອຍສາມາດລົມນຳໃຫ້ຄຳປຶກສາໄດ້

ໂດຍທີຂ້ອຍບໍ່ຕ້ອງກຽມຄຳເວົ້າໄດໆ ທີຈະເຮັດໃຫ້ລາວປະທັບໃຈບໍ່ຕ້ອງມີຄວາມສຸກແລະຄຳເວົ້າມ່ວນໆໃດໆເລີຍ

ຄົນດຽວໃນໂລກທີໂທຫາແລ້ວຟັງສຽງຂ້ອຍເພື່ອຟັງປະໂຫຍກຊ້ຳໆ

ເປັນຄົນດຽວທີເລືອກລົມກັບຂ້ອຍໃນວິນາທີສຸດທ້າຍຂອງຊີວິດ.....

ໃນບາງຄັ້ງປະໂຫຍກທີວ່າ “ບໍ່ມີຄຳວ່າສາຍ ທີເຮົາສາມາດຈະແກ້ຕົວໄດ້“ແຕ່ກໍ່ເປັນໄປບໍ່ໄດ້ ເພາະປາກົດການໃນໂລກແມ່ເກີດມີພຽງຄັ້ງດຽວ ມັນອາດເປັນເຄາະກຳຂອງຂ້ອຍເອງ

ຫຼັງຈາກນັ້ນອີກບໍ່ດົນແຟນທີຂ້ອຍໃຊ້ເວລາລົມນຳທຸກໆມື້ກໍ່ ຖີ້ມຂ້ອຍໄປເຮັດໃຫ້ມື້ນີ້ຂ້ອຍຈຶ່ງເລີ້ມຮູ້ຊີວິດຫຼາຍຂື້ນ

ຫຼາຍໆຢ່າງທີຄົນທົ່ວໄປເຮັດບໍ່ແມ່ນວ່າຈະຖືກຢູ່ສະເໝີ ເພາະຕົວເຮົາເທົ່ານັ້ນທີຈະເປັນຜົນຮັບເອົາການກະທຳຂອງເຮົາເອງ

ເຮົາກໍ່ຮູ້ວ່າ “ສິ່ງໃດສຳຄັນ ກໍ່ຕໍ່ເມື່ອເຮົາຕ້ອງເສຍມັນໄປ“

ທຸກມື້ນີ້ຂ້ອຍນັ່ງເບິ່ງໂທລະສັບ ຖ້າສາຍທີຈະຕອບຄຳຖາມເກົ່າໆ ໃຫ້ຜູ້ຍິງຄົນໜຶ່ງຟັງແຕ່ຜູ້ຍິງຄົນນັ້ນຄືບໍ່ມີອີກແລ້ວ.

 

ຈົບແລ້ວ........ເພື່ອນ ມີຄວາມເຫັນແນວໃດແນ່?

 

 

 

 

Delicious Digg Fark Twitter