ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ມິ.ຖ.. 27, 2010 | ມີ 10 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ກະວີ

ເຄີຍເສຍໃຈບໍທີ່ຕວະຂ້ອຍ ໂກຫົກກັນຢູ່ເນີນນານວ່າຄິດເຖີງ ແຕ່ໄກກັນຢ່າງໃດບໍ່ຄຳນືງ ເພາະທີ່ໜື່ງຄືຂ້ອຍຕະຫຼອດມາ ແຕ່ຄວາມຄິດເຖີງທີ່ເຈົ້າເຮັດຢູ່ນີ້ ບໍ່ໄດ້ມີເລີຍຄວາມຫວງຫາ ເຈົ້າຈາກໄປບໍ່ມີແມ້ຄຳລາ ຈະມີແຕ່ນ້ຳຕາຂ້ອຍໄຫຼ່ລິນ ກ່ອນເຄີຍບອກວ່າຮັກຂ້ອຍນັ້ນສະເໝີ ແຕ່ຮັກເຈົ້າກັບສະຫຼາຍຫາຍສິນໄປ ຫຼືວ່າຂ້ອຍມັນແຄ່ເສດກ້ອນດິນ ມີມົນທິນບໍ່ຄວນຄູ່ຢູ່ກັບເຈົ້າ ຈື່ງໄປຫາຄົນໄໝ່ທີ່ໄຝ່ຝັນ ປ່ອຍໃຫ້ຂ້ອຍເລື່ອນລອຍຄອຍຈົນເກີ ຫຼືວ່າເຂົາມາຈາກຟ້າຄ່າເລີດເລີ ເຮັດໃຫ້ເຈົ້າປ່ຽນໃຈໄປຈາກຂ້ອຍ

Delicious Digg Fark Twitter