ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ທ.ວ.. 27, 2013 | ມີ 5 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ຄວາມຮັກ

ສາເຫດທີ່ຫົວໃຈມີຮູບຊົງແບບນີ້ກໍເພາະມັນໄດ້ຮຽນແບບມາຈາກໃບໄອວີນັ້ນເອງ

ໃນຍຸກເກຣັກ _ ໂຣມັນ ໄດ້ໃຫ້ຄວາມສໍາຄັນກັບຕົ້ນໄອວີວ່າ  ເປັນສັນຍາລັກແຫ່ງ

ຄວາມຮັກນິລັນດອນ ແລະຄວາມເປັນອຳມະຕະ. ເພາະໃບໄອວີມີສີຂຽວສົດໃສຕະຫຼອດປີ ບໍ່ວ່າອາກາດຈະປ່ຽນແປງແບບໃດຫຼືບໍວ່າໃບໄມ້ຊະນິດອື່ນຈະປ່ຽນແປງເປັນສີໃດໆກໍຕາມ

ແຕ່ສຳຫຼັບໃບໄອວີນັ້ນມັນກໍຍັງຮັກສາຄວາມຂຽວບໍລິສຸດຢູ່ຄືເກົ່າ.

      ນອກຈາກນີຕົ້ນໄອວີຍັງເປັນໄມ້ເຖົາທີ່ຕ້ອງການເກາະກ່ຽວເຊິ່ງເຮັດໃຫ້ຖືວ່າເປັນຕົວ

ແທນແຫ່ງຄວາມຮັກຄວາມຜູກພັນທີ່ມີໃຫ້ກັນຢ່າງບໍ່ມີວັນເຊື່ອມຄາຍ.

 ສ່ວນສາເຫດທີ່ເຮັດໃຫ້ຫົວໃຈເປັນສີແດງກໍເພາະສີແດງເປັນສີທີ່ສື່ເຖິງຄວາມຮັກ

ຄວາມປາຖະໜາ. ດັ່ງນັ້ນສິລະປິນໃນຍຸກໃຫມ່ຈຶ່ງໄດ້ປະຍຸກຄວາມເຊື່ອເລື່ອງໃບໄອວີນີ້

ແລະ ນຳເອົາຮູບລັກສະນະຂອງໃບໄອວີມາໃຊ້ ແຕ່ປ່ຽນສີຂຽວສົດໃສໃຫ້ເປັນສີແດງ ແລະ ແຕ່ນັ້ນມາຮູບລັກສະນະຂອງໃບໄອວີຈຶ່ງກາຍເປັນສັນຍາລັກສາກົນແຫ່ງຄວາມຮັກ ແລະມີຮູບສີແດງ.

ຂຽນເມື່ອ ຂຽນເມື່ອ: ທ.ວ.. 27, 2013 | ມີ 6 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ຄວາມຮັກ

ຍັງອີກບໍ່ດົນກໍຈະຮອດວັນແຫ່ງຄວາມຮັກ(Valentineday)ເຊິ່ງເປັນວັນທີ່ໜຸ່ມໆສາວໆລໍຄອຍ ແລະໃຫ້ຄວາມສຳຄັນອີກວັນໜຶ່ງເຖິງແມ່ນວ່າມັນຈະບໍ່ແມ່ນປະເພນີຂອງລາວກໍຕາມແຕ່

ພວກເຮົາກໍປະຕິເສດບໍ່ໄດ້ວ່າຈະບໍ່ຍອມຮັບ, ດຽວນີ້ມັນໄດ້ເປັນກະແສນິຍົມຂອງສັງຄົມໄປແລ້ວ

ແລະການຂຽນບົດນີ້ກໍບໍ່ໄດ້ມີຈຸດປະສົງ

ເພື່ອສົ່ງເສີມວັນດັ່ງກ່າວແຕ່ປະການໃດເປັນພຽງການຮຽນຮູ້ເພີ່ມເຕີມເທົ່ານັ້ນ.

ອັນທີ່ຈິງແລ້ວຄົນເຮົາສາມາດບອກແລະສະແດງຄວາມຮັກຕໍ່ກັນໄດ້ທຸກວັນ

ແລະທຸກສະຖານະການບໍ່ຈຳເປັນຕ້ອງລໍໃຫ້ຈົນຮອດວັນວາເລນທາຍ.

ສິ່ງໜຶ່ງທີ່ຖືວ່າຂາດບໍ່ໄດ້ສຳລັບວັນແຫ່ງຄວາມຮັກທີ່ທຸກຄົນມັກຈະຖືເອົາເປັນຂອງຂວັນນັ້ນກໍຄື

ດອກກຸຫຼາບຜູ້ຂຽນໄດ້ອ່ານພົບໃນເອກະສານຂອງໄທເວົ້າວ່າຄຳວ່າກຸຫຼາບແມ່ນຄຳທີ່ຢືມມາຈາກ

ພາສາຂອງຊາວເປີເຊຍໃນຄຳວ່າ”ກຸຫຼອບ”ເຊິ່ງຄວາມໝາຍເດີມໝາຍເຖິງນໍ້າດອກໄມ້ເຊິ່ງຖືກ

ນຳໃຊ້ແຕ່ສະໄໝອານາຈັກສີອະຍຸດທະຍາ ແລະ ດອກກຸຫຼາບ ຍັງຖືວ່າເປັນ ສັນຍາລັກສາກົນ

ອີກຢ່າງໜຶ່ງທີ່ເຮົາຍອມຮັບທົ່ວກັນວ່າເປັນຕົວແທນຂອງ “ຄວາມຮັກ” ເຊິ່ງມີຫຼາຍຕໍານານໄດ້ກ່າວໄວ້.

     ບາງຕຳນານກໍກ່າວວ່າດອກກຸຫຼາບເປັນເຄື່ອງໝາຍການກຳເນີດຂອງເທບວີນັດເຊິ່ງເປັນເທບແຫ່ງຄວາມຮັກ. ບາງຕຳນານກໍວ່າດອກກຸຫຼາບເກີດຈາກເລືອດຂອງເທບວີນັດທີ່ແທງຕົວເອງຕາຍຫຼັງຈາກເສຍຄົນຮັກໄປ. ບາງຕຳນານກໍກ່າວວ່າດອກກຸຫຼາບເປັນດອກທີ່ເຫຼົ່າເທບທັງຫຼາຍປະທານໃຫ້ແກ່ເທບອີຣອດເຊິ່ງ

ເປັນເທບແຫ່ງຄວາມຮັກດອກກຸຫຼາຍຈຶ່ງກາຍເປັນສັນຍາລັກຂອງຄວາມຮັກ.

     ນອກຈາກນັ້ນສີຂອງດອກກຸຫຼາບຍັງມີຄວາມໝາຍແຕກຕ່າງກັນດັ່ງນີ້:

  • ດອກກຸຫຼາບສີແດງ ໝາຍເຖິງຄວາມຮັກ ແລະຄວາມປາຖະໜາ ສ່ວນໃຫຍ່ໃຊ້ເປັນຕົວແທນຂອງຄວາມຮັກແບບຄູ່ຮັກເພາະເປັນດອກໄມ້ແທນກາມະເທບຄິວປິດຫຼືເທບອີຣອດ.
  • ດອກກຸຫຼາບສີຊົມພູໝາຍເຖິງຄວາມຮັກທີ່ມີຄວາມສົມບູນ
  • ດອກກຸຫຼາບສີຂາວ ໝາຍເຖິງຄວາມບໍລິສຸດ ມິດຕະພາບ ແລະ ຄວາມຮັກ ແລະຍັງນຳມາເປັນຕົວແທນຄວາມຮັກແບບຄູ່ຮັກ.
  • ດອກກຸຫຼາບສີເຫຼືອງ ໝາຍເຖິງມິດຕະພາບມອບໃຫ້ເພື່ອສະແດງເຖິງຄວາມຮັກລະຫວ່າງເພື່ອນ ຫຼືຄວາມປາຖະໜາດີຕໍ່ກັນ.
  • ດອກກຸລາບສີຂາວແລະແດງໝາຍເຖິງຄວາມເປັນໜຶ່ງດຽວກັນ ຄວາມສາມັກຄີ.
  • ດອກກຸລາບຈູມ ໝາຍເຖິງການເລີ່ມຕົ້ນສິ່ງໃຫມ່ ແລະສະແດງເຖິງຄວາມງົດງາມ.
  •  
  • ດອກກຸຫຼາບ 1ດອກໝາຍເຖິງຮັກແຮກພົບ.
  • ດອກກຸຫຼາບ 2 ດອກມາຍເຖິງຮູ້ສຶກດີໆຕໍ່ກັນ.
  • ດອກກຸຫຼາບ3 ດອກໝາຍເຖິງຂ້ອຍຮັກເຈົ້າ.
  • ດອກກຸຫຼາບ 7 ດອກໝາຍເຖິງທ່ານກຳລັງຫລົງສະເໜ່.
  • ດອກກຸຫຼາບ 9 ດອກໝາຍເຖິງຄວາມຮັກທີ່ຢັ້ງຍືນ.
  • ດອກກຸລາບ 99 ດອກມາຍເຖິງຈະຮັກຈົນວັນຕາຍ.
  • ດອກກຸຫຼາບ 100 ດອກໝາຍເຖິງຈະເປັນເພື່ອນແທ້ຕະຫຼອດໄປ.
  • ດອກກຸຫຼາບ 108 ດອກໝາຍເຖິງການຂໍແຕ່ງງານ.
  • ດອກກຸຫຼາບ 999 ດອກໝາຍເຖິງຈະຮັກຈົນເຖິງລົມຫາຍໃຈສຸດທ້າຍ.

ແນວໃດກໍຕາມ ເຖິງ­­ແມ່ນ­ວ່າເຮົາຈະ­­ມີ­ສັນຍາ­ລັກ­ທີ່ເປັນ­ຕົວ­­ແທນ­ຂອງ­ຄວາມ­ຮັກ­ຫຼາຍ­ກໍຕາມ

ແຕ່­­ໃນ­ຄວາມເປັນ­ຈິງ­ແລ້ວ­ຄົງ­ບໍ່ມີ­ຫຍັງ­ຈະ­­ມາສະ­­­­ແດງ­ຄວາມ­ຮັກ­ທີ່­­ແຕ່­ລະ­­ຄົນ­ມີ­­ໃຫ້ກັນ­­ໄດ້ດີ­­ໄປ

ກ­ວ່າ ການກະ­­ທໍາຄໍາເວົ້າຈາຄວາມ­ຈິງ­­ໃຈ­ ຄວາມ­ບໍລິ­ສຸດ­ຜຸດ­ຜ່ອງ­ຄວາມ ແລະ­ ຄວາມ­ໄວ້ເນື້ອເຊື່ອ­ໃຈ

­ທີ່­ຕ່າງ­ຝ່າຍ­ຕ່າງ­ມີ­­ໃຫ້ກັນບໍ່ວ່າຈະ­­ເປັນ­ຄວາມ­ຮັກ­­ໃນ­ຮູບ­­ແບບ­­ໃດໆ­­ກໍຕາມ.