ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ກ.ລ.. 22, 2014 | ມີ 0 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ກາບກອນ

ຖ້າຫາກວ່າ               ເປັນນັກຮຽນ            ບໍ່ຝຶກຝົນ

ເອົາແຕ່ຕົນ              ຫາສະນຸກ                ທ່ຽວບັນເລງ

ຊອກກ່າຍໝູ່            ຜູ້ນັ່ງໃກ້                  ໃນຍາມເສັງ

ຮຽນບໍ່ເກັ່ງ               ເສັງພັດຜ່ານ            ກໍ່ມີມາກ

ແຕ່ຢ່າຄິດ                ຊິເພິ່ງໝູ່                 ໄປຕະຫຼອດ

ບາງເທື່ອບອດ           ໝູ່ບໍ່ຊ່ວຍ               ຊວຍຊ້ຳຊາກ

ຕົກທ້າຍປີ               ເສັງບໍ່ຜ່ານ              ເລີຍຮ້ອງອາກ

ແສນລຳບາກ            ກິນແໜງໃຈ           ໃນພາຍຫຼັງ

ຂໍ​ໂທດ​ເດີ               ຖ້າ​ຂຽນຜິດ              ທາງ​ຄວາມໝາຍ

ຖືກ​ຄົນ​ໃດ              ຂໍອະ​ໄພ                  ຢ່າ​ຄິດ​ຊັງ

ຮຽມຄິດ​ວ່າ              ເຮົາ​ທຸກ​ຄົນ             ​ຕ່າງ​ມີ​ຫວັງ

ຢາກ​ສົມ​ດັ່ງ              ໃຈໝາຍປອງ          ຕ້ອງ​ສູ້​ຊົນ.

ຂຽນເມື່ອ ຂຽນເມື່ອ: ກ.ລ.. 22, 2014 | ມີ 0 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ກາບກອນ

ສາຍລົມວອຍ      ພອຍພັດ          ສະບັດໄຫວ

ເໜັບໜາວກາຍ     ໃຈເສົ້າ           ລະເມີຫາ

ໂອຍອດຮັກ        ສະຫຼັກໃຈ          ໃນຊີວາ

ຄຳສັນຍາ         ວ່າໄວ້                   ຊ່າງລືມລົງ

ຫມອກໂຮຍຮຳ      ຍາມເຊົ້າ           ເຂົ້າປຽກຊຸ່ມ

ຄວັນຫມອກກຸ້ມ     ອູ້ມເອົາ          ນາທັງທົ່ງ

ອ້າຍນັ່ງມອງ       ຈ້ອງຕາ             ໃຈພະວົງ

ນາທັງທົ່ງ         ລຸງລັງ                   ດັ່ງໃຈຊາຍ

ຫົກປີແລ້ວ         ນວນນາງ           ຫ່າງໄກຕາ

ໄປສຶກສາ         ຫາຮຽນ                 ໃນກຸງໄກ

ຫ້າປີເດີ           ໃຫ້ອ້າຍລໍ                ຢ່າທໍ້ໃຈ

ແຕ່ນວນໃຍ        ໄປລັບ                  ບໍ່ກັບມາ

ຂໍຝາກກອນ        ວອນແຟນ         ໃນແດນໄກ

ຈົ່ງເຫັນໃຈ         ຄົນຄອຍ          ຖອຍກັບມາ

ຄຽງຄູ່ຊາຍ        ຮ່ວມຮັກ          ຕາມສັນຍາ

ໂອ້ການດາ        ຊາຍຊອກຊໍ້າ       ນ້ຳຕາລິນ.

ຂຽນເມື່ອ ຂຽນເມື່ອ: ຕ.ລ.. 14, 2013 | ມີ 4 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ກາບກອນ

 

     ເຈົ້າ ນັ້ນ​ມາ​ແຕ່​ກໍ້າ                ຖານ​ຖິ່ນ​ດິນ​ໃດ​ ເດ​ນໍ

  ບໍ່ ​ແມ່ນ​ແນວ​ນາມ​ຄົນ               ຢູ່​ບົນ​ພູມ​ພື້ນ ​ແມ່ນ​ບໍ

ແມ່ນ ຄົນ​ໃດ​ພານ​ພໍ້               ຍໍ​ນາງ​ເປັນ​ໜຶ່ງ

   ຄົນ ຈັ່ງ​ໃດ​ງາມ​ຍິ່ງ​ແຍ້ມ            ນາງ​ຟ້າ​ແນ່ນອນ ​ແມ່ນ​ບໍ

 

ຂຽນເມື່ອ ຂຽນເມື່ອ: ຕ.ລ.. 3, 2013 | ມີ 5 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ກາບກອນ


ຂອບ​ໃຈ

v  ຂອບ​ໃຈ​ ທີ່​ຊ່ວຍ​ຊີ້            ບອກ​ປ່ອງ​ແປວ​ເດີນ

ຂອບ​ໃຈ​ ທີ່​ຈູງ​ແຂນ          ຫ່າງ​ເຫີ​ນຄວາມ​ມື​ດ

ຂອບ​ໃຈ​ ທີ່​ທົນ​ສູ້             ອຸປະສັກ​ຂວງ​ກີດ

ຂອບ​ໃຈ​ ທີ່​ຂີດຂ້າ            ຄວາມ​ຈ້າ​ໂງ່​ງົມ

v ຂອບ​ໃຈ​ ທີ່​ຍື່ນ​ໃຫ້            ມວນ​ມອບ​ປັນຍາ

ຂອບ​ໃຈ​ ທີ່​ພຽນ​ອົດ           ສັ່ງສອນ​ແລງ​ເຊົ້າ

ຂອບ​ໃຈ​ ທີ່​ບໍ່​ໄລລາ​ໃຫ້        ຊຸມ​ນັກຮຽນ​ຈ້າ​ໂງ່

ຂອບ​ໃຈ​ ທີ່​ຄຽງຄູ່​ຂ້າງ         ​ເດີນ​ກ້າວ​ພໍ່​າພຽງ

v ຂອບ​ໃຈ​ ທີ່​ໂອບ​ເອື້ອ              ​​ເຜື່ອ​​ແຜ່​ອາລີ

ຂອບ​ໃຈ​ ທີ່​ຕັກ​ເຕືອນ         ຊົ່ວ​ດີ​​ໃຫ້​ເຫັນ​ແຈ້ງ

ຂອບ​ໃຈ​ ທີ່​ເຍືອງ​ແຍງ​​ໄຕ້       ທວນ​ໄຟ​ໃຫ້​ສິດ​ຜ່ານ

ຂອບ​ໃຈ​ ຄູ​ທົ່ວ​ໜ້າ           ທີ່​ສອນ​ຊີ້​ສາດຕະສິນ