ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ທ.ວ.. 27, 2013 | ມີ 5 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ຄວາມຮັກ

ສາເຫດທີ່ຫົວໃຈມີຮູບຊົງແບບນີ້ກໍເພາະມັນໄດ້ຮຽນແບບມາຈາກໃບໄອວີນັ້ນເອງ

ໃນຍຸກເກຣັກ _ ໂຣມັນ ໄດ້ໃຫ້ຄວາມສໍາຄັນກັບຕົ້ນໄອວີວ່າ  ເປັນສັນຍາລັກແຫ່ງ

ຄວາມຮັກນິລັນດອນ ແລະຄວາມເປັນອຳມະຕະ. ເພາະໃບໄອວີມີສີຂຽວສົດໃສຕະຫຼອດປີ ບໍ່ວ່າອາກາດຈະປ່ຽນແປງແບບໃດຫຼືບໍວ່າໃບໄມ້ຊະນິດອື່ນຈະປ່ຽນແປງເປັນສີໃດໆກໍຕາມ

ແຕ່ສຳຫຼັບໃບໄອວີນັ້ນມັນກໍຍັງຮັກສາຄວາມຂຽວບໍລິສຸດຢູ່ຄືເກົ່າ.

      ນອກຈາກນີຕົ້ນໄອວີຍັງເປັນໄມ້ເຖົາທີ່ຕ້ອງການເກາະກ່ຽວເຊິ່ງເຮັດໃຫ້ຖືວ່າເປັນຕົວ

ແທນແຫ່ງຄວາມຮັກຄວາມຜູກພັນທີ່ມີໃຫ້ກັນຢ່າງບໍ່ມີວັນເຊື່ອມຄາຍ.

 ສ່ວນສາເຫດທີ່ເຮັດໃຫ້ຫົວໃຈເປັນສີແດງກໍເພາະສີແດງເປັນສີທີ່ສື່ເຖິງຄວາມຮັກ

ຄວາມປາຖະໜາ. ດັ່ງນັ້ນສິລະປິນໃນຍຸກໃຫມ່ຈຶ່ງໄດ້ປະຍຸກຄວາມເຊື່ອເລື່ອງໃບໄອວີນີ້

ແລະ ນຳເອົາຮູບລັກສະນະຂອງໃບໄອວີມາໃຊ້ ແຕ່ປ່ຽນສີຂຽວສົດໃສໃຫ້ເປັນສີແດງ ແລະ ແຕ່ນັ້ນມາຮູບລັກສະນະຂອງໃບໄອວີຈຶ່ງກາຍເປັນສັນຍາລັກສາກົນແຫ່ງຄວາມຮັກ ແລະມີຮູບສີແດງ.

ຂຽນເມື່ອ ຂຽນເມື່ອ: ທ.ວ.. 27, 2013 | ມີ 6 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ຄວາມຮັກ

ຍັງອີກບໍ່ດົນກໍຈະຮອດວັນແຫ່ງຄວາມຮັກ(Valentineday)ເຊິ່ງເປັນວັນທີ່ໜຸ່ມໆສາວໆລໍຄອຍ ແລະໃຫ້ຄວາມສຳຄັນອີກວັນໜຶ່ງເຖິງແມ່ນວ່າມັນຈະບໍ່ແມ່ນປະເພນີຂອງລາວກໍຕາມແຕ່

ພວກເຮົາກໍປະຕິເສດບໍ່ໄດ້ວ່າຈະບໍ່ຍອມຮັບ, ດຽວນີ້ມັນໄດ້ເປັນກະແສນິຍົມຂອງສັງຄົມໄປແລ້ວ

ແລະການຂຽນບົດນີ້ກໍບໍ່ໄດ້ມີຈຸດປະສົງ

ເພື່ອສົ່ງເສີມວັນດັ່ງກ່າວແຕ່ປະການໃດເປັນພຽງການຮຽນຮູ້ເພີ່ມເຕີມເທົ່ານັ້ນ.

ອັນທີ່ຈິງແລ້ວຄົນເຮົາສາມາດບອກແລະສະແດງຄວາມຮັກຕໍ່ກັນໄດ້ທຸກວັນ

ແລະທຸກສະຖານະການບໍ່ຈຳເປັນຕ້ອງລໍໃຫ້ຈົນຮອດວັນວາເລນທາຍ.

ສິ່ງໜຶ່ງທີ່ຖືວ່າຂາດບໍ່ໄດ້ສຳລັບວັນແຫ່ງຄວາມຮັກທີ່ທຸກຄົນມັກຈະຖືເອົາເປັນຂອງຂວັນນັ້ນກໍຄື

ດອກກຸຫຼາບຜູ້ຂຽນໄດ້ອ່ານພົບໃນເອກະສານຂອງໄທເວົ້າວ່າຄຳວ່າກຸຫຼາບແມ່ນຄຳທີ່ຢືມມາຈາກ

ພາສາຂອງຊາວເປີເຊຍໃນຄຳວ່າ”ກຸຫຼອບ”ເຊິ່ງຄວາມໝາຍເດີມໝາຍເຖິງນໍ້າດອກໄມ້ເຊິ່ງຖືກ

ນຳໃຊ້ແຕ່ສະໄໝອານາຈັກສີອະຍຸດທະຍາ ແລະ ດອກກຸຫຼາບ ຍັງຖືວ່າເປັນ ສັນຍາລັກສາກົນ

ອີກຢ່າງໜຶ່ງທີ່ເຮົາຍອມຮັບທົ່ວກັນວ່າເປັນຕົວແທນຂອງ “ຄວາມຮັກ” ເຊິ່ງມີຫຼາຍຕໍານານໄດ້ກ່າວໄວ້.

     ບາງຕຳນານກໍກ່າວວ່າດອກກຸຫຼາບເປັນເຄື່ອງໝາຍການກຳເນີດຂອງເທບວີນັດເຊິ່ງເປັນເທບແຫ່ງຄວາມຮັກ. ບາງຕຳນານກໍວ່າດອກກຸຫຼາບເກີດຈາກເລືອດຂອງເທບວີນັດທີ່ແທງຕົວເອງຕາຍຫຼັງຈາກເສຍຄົນຮັກໄປ. ບາງຕຳນານກໍກ່າວວ່າດອກກຸຫຼາບເປັນດອກທີ່ເຫຼົ່າເທບທັງຫຼາຍປະທານໃຫ້ແກ່ເທບອີຣອດເຊິ່ງ

ເປັນເທບແຫ່ງຄວາມຮັກດອກກຸຫຼາຍຈຶ່ງກາຍເປັນສັນຍາລັກຂອງຄວາມຮັກ.

     ນອກຈາກນັ້ນສີຂອງດອກກຸຫຼາບຍັງມີຄວາມໝາຍແຕກຕ່າງກັນດັ່ງນີ້:

  • ດອກກຸຫຼາບສີແດງ ໝາຍເຖິງຄວາມຮັກ ແລະຄວາມປາຖະໜາ ສ່ວນໃຫຍ່ໃຊ້ເປັນຕົວແທນຂອງຄວາມຮັກແບບຄູ່ຮັກເພາະເປັນດອກໄມ້ແທນກາມະເທບຄິວປິດຫຼືເທບອີຣອດ.
  • ດອກກຸຫຼາບສີຊົມພູໝາຍເຖິງຄວາມຮັກທີ່ມີຄວາມສົມບູນ
  • ດອກກຸຫຼາບສີຂາວ ໝາຍເຖິງຄວາມບໍລິສຸດ ມິດຕະພາບ ແລະ ຄວາມຮັກ ແລະຍັງນຳມາເປັນຕົວແທນຄວາມຮັກແບບຄູ່ຮັກ.
  • ດອກກຸຫຼາບສີເຫຼືອງ ໝາຍເຖິງມິດຕະພາບມອບໃຫ້ເພື່ອສະແດງເຖິງຄວາມຮັກລະຫວ່າງເພື່ອນ ຫຼືຄວາມປາຖະໜາດີຕໍ່ກັນ.
  • ດອກກຸລາບສີຂາວແລະແດງໝາຍເຖິງຄວາມເປັນໜຶ່ງດຽວກັນ ຄວາມສາມັກຄີ.
  • ດອກກຸລາບຈູມ ໝາຍເຖິງການເລີ່ມຕົ້ນສິ່ງໃຫມ່ ແລະສະແດງເຖິງຄວາມງົດງາມ.
  •  
  • ດອກກຸຫຼາບ 1ດອກໝາຍເຖິງຮັກແຮກພົບ.
  • ດອກກຸຫຼາບ 2 ດອກມາຍເຖິງຮູ້ສຶກດີໆຕໍ່ກັນ.
  • ດອກກຸຫຼາບ3 ດອກໝາຍເຖິງຂ້ອຍຮັກເຈົ້າ.
  • ດອກກຸຫຼາບ 7 ດອກໝາຍເຖິງທ່ານກຳລັງຫລົງສະເໜ່.
  • ດອກກຸຫຼາບ 9 ດອກໝາຍເຖິງຄວາມຮັກທີ່ຢັ້ງຍືນ.
  • ດອກກຸລາບ 99 ດອກມາຍເຖິງຈະຮັກຈົນວັນຕາຍ.
  • ດອກກຸຫຼາບ 100 ດອກໝາຍເຖິງຈະເປັນເພື່ອນແທ້ຕະຫຼອດໄປ.
  • ດອກກຸຫຼາບ 108 ດອກໝາຍເຖິງການຂໍແຕ່ງງານ.
  • ດອກກຸຫຼາບ 999 ດອກໝາຍເຖິງຈະຮັກຈົນເຖິງລົມຫາຍໃຈສຸດທ້າຍ.

ແນວໃດກໍຕາມ ເຖິງ­­ແມ່ນ­ວ່າເຮົາຈະ­­ມີ­ສັນຍາ­ລັກ­ທີ່ເປັນ­ຕົວ­­ແທນ­ຂອງ­ຄວາມ­ຮັກ­ຫຼາຍ­ກໍຕາມ

ແຕ່­­ໃນ­ຄວາມເປັນ­ຈິງ­ແລ້ວ­ຄົງ­ບໍ່ມີ­ຫຍັງ­ຈະ­­ມາສະ­­­­ແດງ­ຄວາມ­ຮັກ­ທີ່­­ແຕ່­ລະ­­ຄົນ­ມີ­­ໃຫ້ກັນ­­ໄດ້ດີ­­ໄປ

ກ­ວ່າ ການກະ­­ທໍາຄໍາເວົ້າຈາຄວາມ­ຈິງ­­ໃຈ­ ຄວາມ­ບໍລິ­ສຸດ­ຜຸດ­ຜ່ອງ­ຄວາມ ແລະ­ ຄວາມ­ໄວ້ເນື້ອເຊື່ອ­ໃຈ

­ທີ່­ຕ່າງ­ຝ່າຍ­ຕ່າງ­ມີ­­ໃຫ້ກັນບໍ່ວ່າຈະ­­ເປັນ­ຄວາມ­ຮັກ­­ໃນ­ຮູບ­­ແບບ­­ໃດໆ­­ກໍຕາມ.

 

ຂຽນເມື່ອ ຂຽນເມື່ອ: ຕ.ລ.. 14, 2013 | ມີ 4 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ກາບກອນ

 

     ເຈົ້າ ນັ້ນ​ມາ​ແຕ່​ກໍ້າ                ຖານ​ຖິ່ນ​ດິນ​ໃດ​ ເດ​ນໍ

  ບໍ່ ​ແມ່ນ​ແນວ​ນາມ​ຄົນ               ຢູ່​ບົນ​ພູມ​ພື້ນ ​ແມ່ນ​ບໍ

ແມ່ນ ຄົນ​ໃດ​ພານ​ພໍ້               ຍໍ​ນາງ​ເປັນ​ໜຶ່ງ

   ຄົນ ຈັ່ງ​ໃດ​ງາມ​ຍິ່ງ​ແຍ້ມ            ນາງ​ຟ້າ​ແນ່ນອນ ​ແມ່ນ​ບໍ

 

ຂຽນເມື່ອ ຂຽນເມື່ອ: ຕ.ລ.. 3, 2013 | ມີ 5 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ກາບກອນ


ຂອບ​ໃຈ

v  ຂອບ​ໃຈ​ ທີ່​ຊ່ວຍ​ຊີ້            ບອກ​ປ່ອງ​ແປວ​ເດີນ

ຂອບ​ໃຈ​ ທີ່​ຈູງ​ແຂນ          ຫ່າງ​ເຫີ​ນຄວາມ​ມື​ດ

ຂອບ​ໃຈ​ ທີ່​ທົນ​ສູ້             ອຸປະສັກ​ຂວງ​ກີດ

ຂອບ​ໃຈ​ ທີ່​ຂີດຂ້າ            ຄວາມ​ຈ້າ​ໂງ່​ງົມ

v ຂອບ​ໃຈ​ ທີ່​ຍື່ນ​ໃຫ້            ມວນ​ມອບ​ປັນຍາ

ຂອບ​ໃຈ​ ທີ່​ພຽນ​ອົດ           ສັ່ງສອນ​ແລງ​ເຊົ້າ

ຂອບ​ໃຈ​ ທີ່​ບໍ່​ໄລລາ​ໃຫ້        ຊຸມ​ນັກຮຽນ​ຈ້າ​ໂງ່

ຂອບ​ໃຈ​ ທີ່​ຄຽງຄູ່​ຂ້າງ         ​ເດີນ​ກ້າວ​ພໍ່​າພຽງ

v ຂອບ​ໃຈ​ ທີ່​ໂອບ​ເອື້ອ              ​​ເຜື່ອ​​ແຜ່​ອາລີ

ຂອບ​ໃຈ​ ທີ່​ຕັກ​ເຕືອນ         ຊົ່ວ​ດີ​​ໃຫ້​ເຫັນ​ແຈ້ງ

ຂອບ​ໃຈ​ ທີ່​ເຍືອງ​ແຍງ​​ໄຕ້       ທວນ​ໄຟ​ໃຫ້​ສິດ​ຜ່ານ

ຂອບ​ໃຈ​ ຄູ​ທົ່ວ​ໜ້າ           ທີ່​ສອນ​ຊີ້​ສາດຕະສິນ


 

 

 

ຂຽນເມື່ອ ຂຽນເມື່ອ: ມ.ນ.. 28, 2013 | ມີ 2 ຄຳເຫັນ ແລະ 0 trackback(s)

 

   ເວລາ­ຜ່ານໄປດົນ­ສົມ­ຄວນ­ທີ່­ສາວຄູອະ­ທິບາຍ­ບົດ­ຮຽນ­ພໍອະ­ທິບາຍ­ຈົບ­ລົງ­ສາວຄູຈຶ່ງ­ຖາມ­ນັກ­ຮຽນວ່າ:

"ພວກ­ຫຼານເຂົ້າໃຈບໍ່?"

ແຕ່­ນັກ­ຮຽນ­ທຸກ­ຄົນ­ກໍມິດ­ປານ­ຫອຍໄຂ້­ສາວຄູຈຶ່ງ­ຄິດວ່ານັກ­ຮຽນ­ບໍ່ເຂົ້າໃຈຈຶ່ງ­ບອກໃຫ້­ນັກ­ຮຽນ­ຖາມ
ໃນ­ນັ້ນ­ນັກ­ຮຽນ­ຄົນ­ໜຶ່ງເວົ້າ­ຂຶ້ນວ່າ:

ບໍ່­ຮູ້ແນວຊິຖາມ,

ສາວຄູໃຈຮ້າຍ­ຈຶ່ງເວົ້າ­ຂຶ້ນວ່າ: ຖາມຫຍັງກະ­ໄດ­ນາ,
ນັກ­ຮຽນ­ຄົນ­ນັ້ນ­ຈຶ່ງ­ຖາມວ່າ: ສາວຄູໃນໂລກ­ນີ້­ມີເຮືອນ­ຈັກ­ຫຼັງ?
ເມື່ອໄດ້­ຍິນແນວນັ້ນ­ສາວຄູກໍຍິ່ງໃຈຮ້າຍ­ຈຶ່ງເວົ້າ­ຂຶ້ນວ່າ:

ຊິຖາມເຮັດຫຍັງ­ສິ່ງ­ທີ່­ຢູ່ໄກ­ຖາມແນວມໍ່ໆ­ນີ້­ນາ !
ສາວຄູທັງເວົ້າ­ທັງໃຊ້­ມືຈີ້ໃສ່­ຕາ­ຂອງ­ຕົນ,

ນັກ­ຮຽນ­ຄົນ­ນັ້ນ­ຈຶ່ງ­ຖາມໄປອີກວ່າ:

ຂົນ­ຕາ­ຂອງ­ສາວຄູມີຈັກເສັ້ນ?
ສາວຄູ:!!!!

 

 

ຂຽນເມື່ອ ຂຽນເມື່ອ: ມ.ນ.. 28, 2013 | ມີ 1 ຄຳເຫັນ ແລະ 0 trackback(s)

 


    ໃນໝູ່ບ້ານແຫ່ງໜຶ່່ງມີພໍ່ໝ້າຍຜູ້ໜຶ່ງອາໄສຢູ່ຄົນດຽວທີ່ເຮືອນຂອງຕົນ.

ໂດຍມີໝາພານແມ່ຄູ່ໃຈໂຕໜຶ່ງ. ພາຍຫຼັງທີ່ເມຍຈາກໄປລຸງກໍດຳລົງຊີວິດຢູ່ກັບຊາວບ້ານ.

ມື້ໜຶ່ງທ້ອງແຈ່ມໃສດີລຸງຈຶ່ງໄດ້ຈູງເອົາໝາຄູ່ໃຈໂຕນັ້ນເຂົ້າປ່າເພື່ອຊອກຫາຂຸດອົ້ນກົ່ນຕູ່ນ

ມາເປັນອາຫານ. ພໍເຫັນຂວາຍອົ້ນລຸງກໍລົງມື້ຂຸດທັນທີ. ລຸງຂຸດໄປຕັ້ງຫຼາຍຊົ່ວໂມງກໍຍັງ

ບໍ່ທັນເຫັນໂຕອົ້ນ. ພໍຂຸດໄປໃກ້ຈະຮອດລຸງຈຶ່ງໃຊ້ໝາເຂົ້າໄປຂວັດຕື່ມ.ໃນຂະນະທີ່

ໝາກຳລັງຂວັດດິນຢູ່ລຸງກໍຫຼຽວເຫັນອະໄວຍະວະເພດຂອງໝາຕົວນັ້ນ.ເມື່ອເຫັນ

ດັ່ງນັ້ນລຸງຈຶ່ງເກີດແນວຄິດບໍ່ດີຂື້ນມາ. ຍ້ອນເມຍຕາຍໄປດົນເປັນເວລາເຫິງນານ

ລຸງຈຶ່ງຕັດສິນໃຈສົມເສບໝາຕົວດັ່ງກ່າວ. ທຳອິດລຸງໄດ້ເອົາສຽມສັກລົງໃນຂີ້ດິນທີ່

ຂຸດອອກມານັ້ນ.ໃນຂະນະທີ່ລຸງກຳລັງດຳເນີນງານຢູ່ນັ້ນກໍ່ພໍດີສຽມທີ່ສັກບໍ່ແໜ້ນນັ້ນ

ໄດ້ລົ້ມລົງມາທັບໃສ່ຫົວຂອງລຸງຢ່າງແຮງ. ລຸງຄິດວ່າມີຄົນມາຕີຫົວຂອງຕົນຈຶ່ງ

ຫັນໜ້າໄປຫາພ້ອມທັງເວົ້າວ່າ:ແຮ!!ສີ້ໝາຫຼິ້ນ.

 

ຂຽນເມື່ອ ຂຽນເມື່ອ: ມ.ນ.. 25, 2013 | ມີ 7 ຄຳເຫັນ ແລະ 0 trackback(s)

ຄືນໜຶ່ງເປັນຄືນເດືອນດັບ,ຂ້ອຍກຳລັງປວດເບົາຫຼາຍເລີຍລຸກໄປຄົນດຽວພໍລົງຮອດຂັ້ນໄດຂ້ອຍກໍ່ຟ້າວຍ່າງໄປຫາຕົ້ນໄໝ້ໃຫຍ່ຢູ່ຕໍ່ໜ້າເຮືອນທັນທີ

ໃນຂະນະທີ່ຂ້ອຍກຳລັງເບົາຢູ່ນັ້ນກໍ່ໄດ້ຍິນສຽງຮ້ອງຄວນຄາງແບບເຢັນໆອອກມາວ່າໂອ້ຍ!ໆຊ່ວຍແດ່ຊ່ວຍແດ່!ຂ້ອຍຢືນຫຼຽວຊ້າຍຫຼຽວຂວາຕົນໂຕສັ່ນ

ຂົນລຸກທົ່ວທັງຕົວພໍຫຼຽວຂຶ້ນໄປເບິ່ງປາຍໄມ້ກໍ່ເຫັນຄົນເປັນຜູ້ຍິງຜົມຍາວນັ່ງຢ່ອນຂາຢູ່ເທິງປາຍໄມ້ຂ້ອຍຄິດສົງໄສວ່ານັ້ນແມ່ນໃຜລາວມາເຮັດຫຍັງຢູ່ຫັ້ນ

ໃນຂະນະນັ້ນຜູ້ຍິງຄົນນັ້ນກໍ່ເວົ້າວ່າບັກນ້ອຍມຶງຢາກໄດ້ຫົວບໍ່ກູຊິຂາຍໃຫ້ເພາະກູບໍ່ມີເງິນຊິຈ້າງລົດກັບບ້ານຂ້ອຍທັງສັ່ນທັງຢ້ານຈົນກ້າວຂາບໍ່ອອກ

ເມື່ອຂ້ອຍບໍ່ເວົ້າຫຍັງຜູ້ຍິງຄົນນັ້ນກໍ່ໃຊ້ມືຈັບຫົວຕົນເອງແລ້ວໂຍນມາໃຫ້ຂ້ອຍໆຢ້ານຫຼາຍເລີຍຮ້ອງຂຶ້ນໝົດແຮງແລ້ວພໍ່ຂອງຂ້ອຍກໍ່ເອິ້ນມາໃສ່ວ່າ

ລູກເປັນຫຍັງຂ້ອຍຕອບທັງສັ່ນທັງຢ້ານວ່າລູກໆໆໆຝັນເຫັນຜີ.