ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ກ.ລ.. 22, 2014 | ມີ 2 ຄຳເຫັນ ແລະ 0 trackback(s)

ລາຍ​ຊື່​ວິລະ​ຊົນ​ແຫ່ງ​ຊາດ​ລາວ

ລຳດັບ

ຊື່​ແລະ​ນາມສະກຸນ

ມາ​ຈາກ

ໄດ້​ຮັບ​ປີ

1

ສະຫາຍ ຊຽງ​ສົມ ກຸນ​ລະ​ວົງ

 ກອງທັບ​ປ້ອງ​ກັນຊາ​ດ

6.10.2002

2

ສະຫາຍ ສູນ​ທອນ

###

 

3

ສະຫາຍ ​ແກ່ນ​ຄຳ

​###

 

4

ສະຫາຍ ນ. ບົວ​ຄຳ

###

 

5

ສະຫາຍ ອາ​ລົກ

###

 

6

ສະຫາຍ ນ.​ໄຕ​ເພັດ

###

 

7

ສະຫາຍ ​ເມົາ

###

 

8

ສະຫາຍ ຄຳ​ຫອມ

###

 

9

ສະຫາຍ ຈັນ​ທອງ

###

 

10

ສະຫາຍ ຄຳ​ພັດ

###

 

11

ສະຫາຍ ຄຳ​ແຊມ

###

 

12

ສະຫາຍ ຊຽງ​ອ້ວນ

###

 

13

ສະຫາຍ ​ເຊັງ​ຊົງ

###

 

14

ສະຫາຍ ບົວລອຍ

###

 

15

ສະຫາຍ ດວງ​ດີ

###

 

16

ສະຫາຍ ດວງ​ໃຈ

###

 

17

ສະຫາຍ ພົນ​ຕີ ສຸດ​ໃຈ ທຳ​ມະ​ສິດ

ປ້ອງ​ກັນ​ຄວາມ​ສະຫງົບ

5.4.1979

18

ສະຫາຍ ສົມ​ໄຊ​ງໍ(ສົມ​ໄຊ ຜາ​ໄຊ)

ກອງທັບ​ອາກາດ

5.4.1979

19

ສະຫາຍ ຄຳ​ກາງ

ກອງທັບ​ອາກາດ

 

20

ສະຫາຍ ລາວ​ລູ

​ແຂວງ​ ຫົວພັນ

 

21

ສະຫາຍ ​ແມ່​ເສົາ

​ແຂວງ​ ຫຼວງ​ນໍ້າ​ທາ

 

22

ສະຫາຍ ​ເພຍ​ຫຼວງ

​ແຂວງ ວຽງ​ຈັນ

 

23

ສະຫາຍ ຊຽງ​ແພງ

​ແຂວງ​ ຫຼວງ​ພະ​ບາງ

 

24

ສະຫາຍ ສຸດ​ໃຈ

ກະຊວງ​ພາຍ​ໃນ

 

25

ສະຫາຍ ຄຳ​ພັນ

​ແຂວງ​ ໄຊ​ຍະ​ບູລີ

 

26

ສະຫາຍ ບຸນ​ທັນ

​ແຂວງ​ ຫຼວງ​ນໍ້າ​ທາ

 

27

ສະຫາຍ ​ແມ່​ຈັນ

​ແຂວງ​ ຈຳປາ​ສັກ

 

28

ສະຫາຍ​ ຄຳ​ເຊີ

​ແຂວງ​ ຜົ້ງ​ສາລີ

 

29

ສະຫາຍ ​ແມ່​ແກ້ວ

​ແຂວງ​ ຈຳປາ​ສັກ

 

30

ສະຫາຍ ຈູ​ເມຍ​​ເຮີ

​ແຂວງ ຜົ້ງ​ສາລີ

 

31

ສະຫາຍ ​ແມ່​ຂຽວ

​ແຂວງ​ ຈຳປາ​ສັກ

 

32

ສະຫາຍ ​ແມ່ຕູ້​ພັນ

ກຳ​ແພງ​ນະຄອນ

 

33

ສະຫາຍ ຢົວຕົວ

​ແຂວງ​ ຊຽງ​ຂວາງ

 

34

ສະຫາຍ ​ເນັງຢາ

​ແຂວງ​ ຫຼວງ​ພະ​ບາງ

 

35

ສະຫາຍ ບຸນ​ຕາ

ຄຳ​ມ່ວນ

 

36

ສະຫາຍ ສີ​ທອງ

​ແຂວງ​ ວຽງຈັນ

4.5.1979

37

ສະຫາຍ ທ້າວ​ຕູ້

​ແຂວງ ຊຽງ​ຂວາງ

1984

38

ສະຫາຍ ອາ​ກຸມ

ແຂວງ​ ສະຫວັນ​ນະ​ເຂດ

 

39

ສະຫາຍ ຈົງ​ວື​ວາງ

​ແຂວງ​ ຊຽງ​ຂວາງ

 

40

ສະຫາຍ ​ແມ່​ແດງ

​ແຂວງ​ ຈຳປາ​ສັກ

 

41

ສະຫາຍ ​ຂັນ

​ແຂວງ​ ຜົ້ງ​ສາລີ

 

42

ສະຫາຍ ຊົວປາວ​ລີ

​ແຂວງ ຫຼວງ​ພະ​ບາງ

 

ຂຽນເມື່ອ ຂຽນເມື່ອ: ກ.ລ.. 22, 2014 | ມີ 0 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ກາບກອນ

ຖ້າຫາກວ່າ               ເປັນນັກຮຽນ            ບໍ່ຝຶກຝົນ

ເອົາແຕ່ຕົນ              ຫາສະນຸກ                ທ່ຽວບັນເລງ

ຊອກກ່າຍໝູ່            ຜູ້ນັ່ງໃກ້                  ໃນຍາມເສັງ

ຮຽນບໍ່ເກັ່ງ               ເສັງພັດຜ່ານ            ກໍ່ມີມາກ

ແຕ່ຢ່າຄິດ                ຊິເພິ່ງໝູ່                 ໄປຕະຫຼອດ

ບາງເທື່ອບອດ           ໝູ່ບໍ່ຊ່ວຍ               ຊວຍຊ້ຳຊາກ

ຕົກທ້າຍປີ               ເສັງບໍ່ຜ່ານ              ເລີຍຮ້ອງອາກ

ແສນລຳບາກ            ກິນແໜງໃຈ           ໃນພາຍຫຼັງ

ຂໍ​ໂທດ​ເດີ               ຖ້າ​ຂຽນຜິດ              ທາງ​ຄວາມໝາຍ

ຖືກ​ຄົນ​ໃດ              ຂໍອະ​ໄພ                  ຢ່າ​ຄິດ​ຊັງ

ຮຽມຄິດ​ວ່າ              ເຮົາ​ທຸກ​ຄົນ             ​ຕ່າງ​ມີ​ຫວັງ

ຢາກ​ສົມ​ດັ່ງ              ໃຈໝາຍປອງ          ຕ້ອງ​ສູ້​ຊົນ.

ຂຽນເມື່ອ ຂຽນເມື່ອ: ກ.ລ.. 22, 2014 | ມີ 0 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ກາບກອນ

ສາຍລົມວອຍ      ພອຍພັດ          ສະບັດໄຫວ

ເໜັບໜາວກາຍ     ໃຈເສົ້າ           ລະເມີຫາ

ໂອຍອດຮັກ        ສະຫຼັກໃຈ          ໃນຊີວາ

ຄຳສັນຍາ         ວ່າໄວ້                   ຊ່າງລືມລົງ

ຫມອກໂຮຍຮຳ      ຍາມເຊົ້າ           ເຂົ້າປຽກຊຸ່ມ

ຄວັນຫມອກກຸ້ມ     ອູ້ມເອົາ          ນາທັງທົ່ງ

ອ້າຍນັ່ງມອງ       ຈ້ອງຕາ             ໃຈພະວົງ

ນາທັງທົ່ງ         ລຸງລັງ                   ດັ່ງໃຈຊາຍ

ຫົກປີແລ້ວ         ນວນນາງ           ຫ່າງໄກຕາ

ໄປສຶກສາ         ຫາຮຽນ                 ໃນກຸງໄກ

ຫ້າປີເດີ           ໃຫ້ອ້າຍລໍ                ຢ່າທໍ້ໃຈ

ແຕ່ນວນໃຍ        ໄປລັບ                  ບໍ່ກັບມາ

ຂໍຝາກກອນ        ວອນແຟນ         ໃນແດນໄກ

ຈົ່ງເຫັນໃຈ         ຄົນຄອຍ          ຖອຍກັບມາ

ຄຽງຄູ່ຊາຍ        ຮ່ວມຮັກ          ຕາມສັນຍາ

ໂອ້ການດາ        ຊາຍຊອກຊໍ້າ       ນ້ຳຕາລິນ.