ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ມ.ສ.. 4, 2011 | ມີ 7 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ທັມມະ

          ພຸດທະສາສນະສຸພາສິດ ໝວດຕົນ

         ອັດຕາ ຫະເວ ຊິຕັງ ເສີຍໂຍ

     ຊະນະຕົນນັ້ນແຫຼະ ດີກວ່າ

          ອັດຕາ ຫິ ກິຣະ ທຸດທະໂມ

     ເປັນທີ່ຮູ້ກັນວ່າ ຕົນນີ້ແຫຼະຝຶກໄດ້ຍາກ

          ອັດຕາ ສຸທັນໂຕ ປຸຣິສັດສະ ໂຊຕິ

     ຕົນທີ່ຝຶກດີແລ້ວ ຍ່ອມເປັນແສງສະຫວ່າງຂອງບຸລຸດ

          ອັດຕາ ຫິ ອັດຕະໂນ ນາໂຖ

     ຕົນແລເປັນທີ່ເພິ່ງຂອງຕົນ

          ອັດຕາ ຫິ ອັດຕະໂນ ຄະຕິ

     ຕົນແລ ເປັນຄະຕິຂອງຕົນ

          ອັດຕາ ຫິ ປະຣະມັງ ປິໂຍ

     ຕົນແລ ເປັນທີ່ຮັກຢ່າງຍິ່ງ

          ນັດຖິ ອັດຕະສະມັງ ເປມັງ

     ຮັກອື່ນສະເໝີດ້ວຍຮັກຕົນບໍ່ມີ

          ອັດຕະນາ ວະ ກະຕັງ ປາປັງ ອັດຕະນາ ສັງກິລິດສະຕິ

     ຕົນທຳບາບເອງ ຍ່ອມເສົ້າໝອງເອງ

          ອັດຕະນາ ອະກະຕັງ ປາປັງ ອັດຕະນາ ວະ ວິສຸດຊະຕິ

     ຕົນບໍ່ທຳບາບເອງ ຍ່ອມບໍລິສຸດເອງ

          ອັດຕັດຖະປັນຍາ ອະສຸຈີ ມະນຸດສາ

     ມະນຸດຜູ້ເຫັນແກ່ປະໂຫຍດຕົນ ເປັນຄົນບໍ່ສະອາດ

          ອັດຕານັງ ທະມະຍັນຕິ ປັນດິຕາ

     ບັນດິດ ຍ່ອມຝຶກຕົນ

          ອັດຕານັງ ທະມະຍັນຕິ ສຸບພະຕາ

     ຜູ້ປະພຶດດີ ຍ່ອມຝຶກຕົນ

          ອັດຕະນາ ຫິ ສຸທັນເຕນະ     ນາຖັງ ລະພະຕິ ທັນລະພັງ

     ຜູ້ມີຕົນຝຶກດີແລ້ວ ຍ່ອມໄດ້ທີ່ເພິ່ງຊຶ່ງຫາໄດ້ຍາກ

          ໂຍ ຣັກຂະຕິ ອັດຕານັງ     ຣັກຂິໂຕ ຕັດສະ ພາຫິໂຣ

     ຜູ້ໃດຮັກສາຕົນໄດ້ແລ້ວ ພາຍນອກຂອງຜູ້ນັ້ນກໍ່ເປັນອັນໄດ້ຮັບການຮັກສານຳ

          ອັດຕານັນເຈ ປິຍັງ ຊັນຍາ     ຣັກເຂີຍຍະ ນັງ ສຸຣັກຂິຕັງ

     ຖ້າຮູ້ວ່າຕົນເປັນທີ່ຮັກ ກໍ່ຄວນຮັກສາຕົນນັ້ນໃຫ້ດີ

          ປະຣິໂຍທະເປີຍຍະ ອັດຕານັງ     ຈິດຕະກະເລເສຫິ ປັນດິໂຕ

     ບັນດິດຄວນທຳຕົນໃຫ້ຜ່ອງແຜ້ວຈາກເຄື່ອງເສົ້າໝອງຈິດ

          ອັດຕານັນເຈ ຕະຖາ ກະຍິຣາ     ຍະຖັນຍະມະນຸສາສະຕິ

     ຖ້າພ່ຳສອນຜູ້ອື່ນສັນໃດ ກໍ່ຄວນທຳຕົນສັນນັ້ນ

          ອັດຕະນາ ໂຈທະຍັດຕານັງ

     ຈົ່ງເຕືອນຕົນດ້ວຍຕົນເອງ

          ປະຕິມັງເສຕະມັດຕະນາ

     ຈົ່ງພິຈາລະນາຕົນດ້ວຍຕົນເອງ

          ທຸກຄາ ອຸດທະຣະຖັດຕານັງ     ປັງເກ ສັນໂນ ວະ ກຸນຊະໂຣ

     ຈົ່ງຖອນຕົນຂຶ້ນຈາກຫຼົ່ມ ເໝືອນຊ້າງຕົກຫຼົ່ມຖອນຕົນຂຶ້ນສັນນັ້ນ

          ອັດຕານຸຣັກຂີ ພະວະ ມາ ອະໄດຫິ

     ຈົ່ງເປັນຜູ້ຕາມຮັກສາຕົນຢ່າໃຫ້ເດືອດຮ້ອນ

          ອັດຕານັນຈະ ນະ ຄາເຕສິ

     ຢ່າຂ້າຕົນເສຍ

          ອັດຕານັງ ນະ ທະເທ ໂປໂສ

     ບຸລຸດບໍ່ຄວນໃຫ້ຊຶ່ງຕົນ

          ອັດຕານັງ ນະ ປະຣິດຈະເຊ

     ບຸລຸດບໍ່ຄວນເສຍສະຫຼະຊຶ່ງຕົນ

          ອັດຕານັງ ນາຕິວັດເຕີຍຍະ

     ບຸກຄົນບໍ່ຄວນລືມຕົນ

          ອັດຕະທັດຖັງ ປະຣັດເຖນະ     ພະຫຸນາປິ ນະ ຫາປະເຍ

     ການທຳປະໂຫຍດເພື່ອຜູ້ອື່ນ ເຖິງຈະຫຼາຍ ກໍ່ບໍ່ຄວນໃຫ້ເປັນເຫດທຳລາຍປະໂຫຍດທີ່ເປັນຈຸດໝາຍຂອງຕົນ

          ອັດຕານັນເຈ ປິຍັງ ຊັນຍາ     ນະ ນັງ ປາເປນະ ສັງຍຸເຊ

     ຖ້າຮູ້ວ່າຕົນເປັນທີ່ຮັກ ກໍ່ບໍ່ຄວນເອົາຕົນນັ້ນໄປພົວພັນກັບຄວາມຊົ່ວ

          ຍະທັດຕະຄະຣະຫີ ຕະທະກຸບພະມາໂນ

     ຕິຕົນເອງເພາະເຫດໃດ ບໍ່ຄວນທຳເຫດນັ້ນ

          ສະນາຖາ ວິຫະຣະຖະ ມາ ອະນາຖາ

     ຈົ່ງຢູ່ຢ່າງມີຫຼັກຢຶດໜ່ຽວໃຈ ຢ່າເປັນຄົນໄຮ້ທີ່ເພິ່ງ

          ຣັກເຂີຍຍະ ນັງ ສຸຣັກຂິຕັງ

     ຄວນຮັກສາຕົນນັ້ນໄວ້ໃຫ້ດີ

         ອັດຕານັງ ອຸປະຫັດຕະວານະ     ປັດສາ ອັນຍັງ ວິຫິງສະຕິ

     ຄົນທຳຮ້າຍຕົນເອງກ່ອນແລ້ວ ຈຶ່ງທຳຮ້າຍຜູ້ອື່ນພາຍຫຼັງ

    

Delicious Digg Fark Twitter