ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ມ.ນ.. 28, 2010 | ມີ 3 ຄຳເຫັນ ແລະ 0 trackback(s)

 ຕາມ​ຂ່າວCRI: ນັບ​ແຕ່​ທ້າຍ​ປີ​ກາຍນີ້​ເປັນ​ຕົ້ນ​ມາ, ​ເຂດ​ລຸ່ມ​ແມ່​ນ້ຳຂອງ​ໄດ້ປະສົບ​ກັບສະພາບ​ແຫ້ງ​​​ແລ້ງຮຸນ​ແຮງ​ຕໍ່​ເນື່ອງ, ບາງສື່​ມວນ​ຊົນ​ຂອງ​ໄທ​ລາຍ​ງານ​ວ່າ, ການ​ທີ່ຈີນ​​ກໍ່ສ້າງ​ເຂື່ອນ​​ໃຫຍ່ຢູ່​ຍ່ານ​ເຫນືອ​ແມ່​ນ້ຳ​ຂອງ​ແມ່ນ​ສາ​ເຫດ​ຕົ້ນຕໍ​ທີ່​ເຮັດ​ໃຫ້ລະດັບ​ນ້ຳຂ ​ ຫຼຸດ​ຕ່ຳ​ລົງ. ຕໍ່​ເລື່ອງ​ນີ້, ວັນ​ທີ11 ມີນາ​ນີ້, ສະຖານທູດ​ຈີນ​ປະຈຳ​ໄທ​ໄດ້​ຖະ​ແຫຼ​ງຂ່າວ​ຢູ່​ນະຄອນຫຼວງ​ບາງກອກ,ເພື່ອ​ແຈ້ງ​​ສະພາບ​ລະອຽດ​ກັບລະດັບ​ນ້ຳຂອງ​ແມ່​ນ້ຳຂອງ​ຫຼຸດ​ຕ່ຳລົງ​ໃນ​ຫວ່າງ​ມໍ່ໆ​ມາ​ນີ້. ທ່ານ​ເສີນ​ເຕີ​ໄຫ, ທີ່​ປຶກສາ​ພະ​ແນ​ກ​ການ​ເມືອງ​ແລະ​ຖະ​ແຫຼ​ງຂ່າວ​ຂອງ​ສະຖານທູດ​ຈີນ​ປະຈຳ​ໄທ ​ກ່າວ​ວ່າ, ປະລິ​ມານນ້ຳ​ໃນ​ເຂດ​ລຸ່ມ​ແມ່​ນ້ຳຂອງ ​ຫຼຸດ​ຕ່ຳລົງ​ບໍ່​ແມ່ນ​ຍ້ອນ​ການ​ກະທຳ​ຂອງ​ຈີນ.

ໃນ​ກອງ​ປະຊຸມ​ຂ່າວ, ທ່ານ​ເສີນ​ເຕີ​ໄຫ ກ່າວ​ວ່າ, ລະດັບ​ນ້ຳ​ແມ່​ນ້ຳຂອງ​ສາຍ​ຫຼັກ​ໃນ​ປະຈຸ​ບັນ​ຫຼຸດ​ຕ່ຳລົງ​ແມ່ນຍ້ອນ​ພາກ​ເຫນືອ​ຂອງ​ໄທ​ແລະ​ລາວ​ເກີດ​​ໄພແຫ້ງ​ແລ້ງ​, ​ແຂວງຢຸນນານ​​ທີ່ຢູພາກ​ຕາ​ເວັນຕົກ​ສຽງ​ໃຕ້​ຂອງ​ຈີນ​ກໍ່​ໄດ້​ປະສົບ​ກັບ​​ໄພ​ແຫ້ງ​ແລ້ງ​ຮຸນ​ແຮງ​ທີ່​ບໍ່​ເຄີຍພົບ​ໃນ​ຮອບ60 ປີ. ພ້ອມ​ກັນ​ນັ້ນ, ຈີນ​ໄດ້​ຈັດ​ຕັ້ງ​ປະຕິບັດ​ຍຸດ​ທະ​ສາດ​ພັດທະນາ​ແບບ​ຍືນ​ຍົງ​ຢ່າງ​ຕັ້ງຫນ້າ​ຕະຫຼອດ​ມາ​ໃນ​ການ​ພັດທະນາ​ໄຟຟ້ານ້ຳຕົກ​ຢູ່​ແມ່​ນ້ຳ​ລ້າ​ນຊ້າງ​ເຊິ່ງ​ເປັນ​ຢູ່​ຍ່ານ​ເຫນືອແມ່​ນ້ຳຂອງ, ​ເພື່ອ​ເອົາ​ໃຈ​ໃສ່​ຢ່າງ​ເຕັມທີ່​ເຖິງຄວາມ​ເປັນ​ຫ່ວງ​ຂອງ​ປະ​ເທດ​ຕ່າງໆ​ຢູ່​ຍ່ານ​ໃຕ້​​ແມ່​ນ້ຳຂອງ.

ທ່ານ​ເສີນ​ເຕີ​ໄຫ ກ່າວ​ວ່າ, ຈີນ​ກັບປະ​ເທດ​ແຄມ​ຝັ່ງ​ແມ່​ນ້ຳຂອງ ​ລ້ວນ​ແຕ່ ​ແມ່ນປະ​ເທດ​ບ້ານ​ໃກ້​ເຮືອນ​ຄຽງ​ທີ່​ມີ​ສາຍພູ​ແລະ​ແມ່​ນ້ຳ​ຕິດ​ຕໍ່​ກັນ,ການ​ພັດທະ ນາ​ນ້ຳ​ໃຊ້​ຊັບພະ​ຍາກ​ອນນ້ຳຂອງ​ແມ່​ນ້ຳ​ລ້ານ​ຊ້າງ-​ແມ່​ນ້ຳຂອງ​​ແມ່ນ​ສອດ ຄ່ອງ​ກັບ​ຜົນ​ປະ​ໂຫຍ​ດລວມຂອງ​ປະ​ເທດ​ຕ່າງໆ​ໃນອະນຸ​ພາກ​ພື້ນ.

ຂາວສານຈາກ 

http://laos.cri.cn/188/2010/03/12/1s132475.htm

Delicious Digg Fark Twitter