ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ມ.ນ.. 28, 2010 | ມີ 0 ຄຳເຫັນ ແລະ 0 trackback(s)

 Pasaxon – 23-03-2010

ຖະ ແຫລ ງການ​ຂອງ​ໂຄສົກ ກະຊວງການ ຕ່າງປະ ເທດ​ກ່ຽວ​ກັບ ສິດທິ ມະນຸດ

ໃນວັນທີ 11 ມີນາ 2010 ແລ້ວນີ້ ກະຊວງການຕ່າງ ປະເທດ ສະຫະລັດໄດ້ນຳອອກເຜີຍແຜ່ບົດລາຍງານ ກ່ຽວກັບ ການປະຕິບັດສິດທິມະນຸດປະຈຳປີ 2009 ຢູ່ບັນດາປະເທດໃນ ທົ່ວໂລກ ຊຶ່ງໃນນັ້ນກໍ່ລວມມີ ສປປ ລາວ.

ຕໍ່ບົດລາຍດັ່ງກ່າວ, ທ່ານ ເຄນທອງ ນວນທະສິງ, ໂຄສົກ ກະຊວງການຕ່າງປະເທດເຫັນວ່າສະເພາະບົດລາຍງານກ່ຽວ ກັບ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ນັ້ນ, ກໍ່ ຄືກັບຊຸມປີທີ່ຜ່ານມາ, ເປັນບົດລາຍງານທີ່ປະກອບດ້ວຍຂໍ້ມູນ ຂ່າວສານອັນເກົ່າທີ່ບໍ່ສອດຄ່ອງ ກັບສະພາບຄວາມເປັນຈິງຢູ່ ສປປ ລາວ ແລະ ມີເປົ້າຫມາຍ ທີ່ແນໃສ່ເພື່ອໃສ່ຮ້າຍປ້າຍສີ ແລະ ຕຳນິວິຈານຫລາຍກວ່າ.

ໃນຄວາມເປັນຈິງແລ້ວ, ພາຍໃຕ້ການນຳພາຂອງພັກ ປະ ຊາຊົນ ປະຕິວັດລາວ ເປັນເວລາເກືອບ 4 ທົດສະວັດ, ການ ພັດທະນາເສດຖະກິດ – ສັງຄົມຢູ່ໃນ ສປປ ລາວ ໄດ້ປະສົບ ຜົນສຳເລັດເປັນກ້າວໆມາ, ຊີວິດການເປັນຢູ່ຂອງປະຊາຊົນ ລາວໄດ້ຮັບການປັບປຸງແກ້ໄຂ ນັບມື້ນັບດີຂຶ້ນ, ອັນໄດ້ສ້າງພື້ນ ຖານຫນັກແຫນ້ນ ແລະ ປະຖົມປັດໄຈສຳຄັນໃຫ້ປະຊາຊົນມີ ຄວາມເພິ່ງພໍໃຈ ຕໍ່ການດຳລົງຊີວິດ ແລະ ທຳມາຫາກິນຢູ່ໃນ ສັນຕິພາບ ພາຍໃຕ້ລະບອບການປົກຄອງຂອງ ສປປ ລາວ,    ຕະຫລອດຮອດຊາວລາວ ຢູ່ຕ່າງປະເທດຈຳນວນຫລວງຫລາຍ ກໍ່ຍັງໄດ້ສະຫມັກໃຈກັບຄືນມາຕັ້ງຖິ່ນຖານຢູ່ໃນ ສປປ ລາວ, ທັງມາຢ້ຽມຢາມ ແລະ ດຳເນີນທຸລະກິດອີກດ້ວຍ ການປະຕິ ບັດສິດທິມະນຸດ ແລະ ເສລີພາບຂັ້ນພື້ນຖານໃນ ສປປ ລາວ ກໍ່ມີການຮັບປະກັນ ແລະ ໄດ້ຮັບການປັບປຸງດີຂຶ້ນເລື້ອຍໆ      ແລະ ລັດຖະບານລາວ ກໍ່ໄດ້ເອົາໃຈໃສ່ເສີມຂະຫຍາຍລະ ບອບປະຊາທິປະໄຕ ປະຊາຊົນຂອງຕົນ ເພື່ອສ້າງ ສປປ ລາວ ໃຫ້ເປັນລັດແຫ່ງກົດຫມາຍເທື່ອລະກ້າວ.

ເພື່ອປົກປ້ອງ ແລະ ສົ່ງເສີມ ສິດທິຂອງປະຊາຊົນລາວ ບັນດາເຜົ່າ, ໃນປີຜ່ານມາ ລັດຖະບານລາວກໍ່ໄດ້ໃຫ້ສັດຕະຍາ ບັນແກ່ສົນທິສັນຍາສາກົນຕົ້ນຕໍດ້ານສິດທິມະນຸດອີກສອງສະ ບັບ ແລະ ກຳລັງດຳເນີນວຽກງານຫລາຍຢ່າງ ເພື່ອຈັດຕັ້ງປະຕິ ບັດ ບັນດາສົນທິສັນຍາສາກົນດັ່ງກ່າວ ໃຫ້ມີປະສິດທິຜົນ. ນອກຈາກນັ້ນ, ລັດຖະບານລາວ ກໍ່ກຽມພ້ອມສະເຫນີເພື່ອສືບ ຕໍ່ປຶກສາຫາລື ແລະ ສົນທະນາກັບຕ່າງປະເທດ ແລະ ອົງການ ຈັດຕັ້ງສາກົນກ່ຽວກັບບັນຫາສິດທິມະນຸດ.

ສະນັ້ນ, ກະຊວງການຕ່າງປະເທດ ແຫ່ງ ສປປ ລາວ                  ເຫັນວ່າບົດລາຍງານດັ່ງກ່າວບໍ່ເປັນທີ່ຮັບເອົາໄດ້ເພາະເປັນ ການກະທຳຂອງຝ່າຍດຽວຕາມລຳພັງ ຊຶ່ງຂັດກັບຫລັກການ ຂອງກົດຫມາຍ ແລະ ການພົວພັນສາກົນ ແລະ ເປັນການບໍ່ສົ່ງ ເສີມຄວາມເຂົ້າໃຈຊຶ່ງກັນ ແລະ ກັນລະຫວ່າງສອງປະເທດທີ່ມີ ການພົວພັນດີນຳກັນ.

 
ຂ່າວຈາກ
Delicious Digg Fark Twitter