ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ສ.ຫ.. 30, 2013 | ມີ 11 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ກາບກອນ

 •ວັນທີ່ນາງຢ່າງເຂົ້າ…………….ກ້າວຢຽບມະຫາໄລ
ເປົາຫມາຍນາງຄືຮຽນ…………….ບໍ່ບິດບຽນຝືນຂໍ້
ກົດມະຫາໄລຕັ້ງ………………….ການຮຽນຕ້ອງຄົບສູດ
ທຸກວິຊາຜ່ານໄດ້…………………ຈິ່ງຊິໃຫ້ປະລິນຍາ ວ່າເດ!

•ທຸກວັນນັ່ງໃນຫ້ອງ…………….ນາງກໍ່ສຸມໃຈຮຽນ
ພາກພຽນຟັງຄຳຄູ……………….ຈົນວ່າເສັງຜ່ານພົ້ນ
ປີສອງວົນວຽນເຂົ້າ………………ວິຊາຮຽນອ່າວຍາກ
ຄົ້ນຄວ້າຫນັກຫນ່ວງລ້ຳ……………ຫວັງໄດ້ຄະແນນດີ

•ແຕ່ວ່າໃນປີນີ້………………ມີວິຊາແປກມາ
ນັ້ນຄືວິຊາຮັກ………………….ອ່ານຕຳລາຍັງງົງແລ້ວ
ແນວນາງບໍ່ເຄີຍຮູ້……………..ວິຊາຮັກມາກ່ອນ
ຄູສອນເພີ່ນພັດເວົ້າ…………….ຫວານຈ້ອຍປ່ອຍຄາລົມ

•ນາງກໍ່ທຸ່ມໃຈເຂົ້າ……………ຮຽນຕໍ່ຕາມວິຊາ
ປາຖະຫນາຮຽນຈົບ…………….ຄົບຕາມຫນ່ວຍກິດຕັ້ງ
ຈົນມາເຖິງຕອນທ້າຍ…………..ປາຍປິປິດພາກ
ວີຊາຮັກຕີວເລື້ອຍ……………..ແຕ່ບໍ່ພົ້ນເມື່ອເສັງ ເວນເອີ໋ຍ!

•ຫລາຍວິຊາເຄີຍເວົ້າ……………..ວ່າຍາກເຫລືອຫລາຍ
ໄຕມູມທັງເຄມີ………………ທິດສະດີຈົ່ມຍາກລ້ຳ
ແຕ່ເມື່ອຕິວຫລາຍຄັ້ງ………..ໄປເສັງຍັງພໍຜ່ານ
ວິຊາຮັກຮຽນງ່າຍແທ້………….ແຕ່ຍາກລົ້ນເມື່ອເສັງ

•ປີ 2-3 ແລ່ນຂ້າມ………….ປີ4ຊິວຽນມາ ແລ້ວເດ!
ນາງຍັງຕິດວິຊາ…………….ຕຳລາຮັກຄົງຄ້າງ
ເຮັດແນວໃດນາງຊິໄດ້……….ປະລິນຍາກັບຕ່າວ
ຫນວ່ຍກິດຕິດຫນີ້ໄວ້………….ແກ້ບໍ່ໄດ້ຮັກຖືກລືມ ອຸກໃຈເດ!

ຂຽນເມື່ອ ຂຽນເມື່ອ: ມ.ນ.. 8, 2009 | ມີ 13 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ກາບກອນ

* ຮຽມຂໍເວົ້າ……….…ໄຂກ່າວກະວີ

ມີເນື້ອໃນ…………..….8ມີນານີ້

ປະຫວັດກີ້………....…ເປັນມາຄາວກ່ອນ

ດັງສະທ້ອນ….…..…..ໂລກາຮູ້ທົ່ວກັນ

 

* ຕອນຄາວນັ້ນ………..ຍິງຖືກຂົ່ມເຫັງ

ຖືກມອງເປັນ…………..ເພດອ່ອນແອລ້າ

ຖືກເຂັນຂ້າ…………….ຕົບຕີເຕະຕ່ອຍ

ປະປ່ອຍຖີ້ມ……………ມອງຂ້າມຄ່າຄຸນ

 

*ຍັງທັງໄດ້…………..ເຮັດວຽກຫນ່ວງຫນັກ

ບໍ່ມີພັກ……………..ທັງເວັນຄືນມື້

ແຖມຄ່າຊື້ …………ແຮງງານໄລ່ຕ່ຳ

ຍິ່ງກວ່ານັ້ນ ………..ຖືກຄ້າສົ່ງຂາຍ

 

* ທົນບໍ່ໄດ້……….….ໃນການຂົ່ມເຫັງ

8ມີນາ …………...….ຫນຶ່ງແປດເກົ້າເກົ້າ (1899)

ຍິງໂຮມເຕົ້າ ……..….ໃນຊີກາໂກ

ນິວຢອກພ້ອມ…….… ທວງຟ້ອງສິດຄືນ

 

* ນາຍທຶນໄດ້ …………ໄຂຮັບຄຳຂໍ

ກໍ່ເລີຍກາຍ……………. ເປັນໄຊລືກ້ອງ

ຍິງພ່ຳພ້ອມ …………….ລວມກັນເປັນກຸ່ມ

ລຸກຂື້ນຕ້ານ …………….ທຸກແຄວ້ນເຂດແດນ

 

*ຈົນເຖິງປີນີ້ ………..…..ຫນື່ງເກົ້າຫນຶ່ງສູນ (1910)

ມີປະຊຸມ………………...ຍິງສາກົນຕັ້ງ

ນັບເປັນຄັ້ງ…………… ທຳອິດເກີດກໍ່

ກຳນົດຂໍ້ ………………ສິດເທົ້າທຽມຊາຍ

 

* ປະຊຸມໄດ້………… ໄຂຂານຄ່າຍິງ

ດຶງຄືນສິດ……………. ທີ່ຕົນຄວນໄດ້

ກຳນົດໃຫ້ ……………ມີນາວັນແມ່

ຕັ້ງແຕ່ນັ້ນ…………….ຫມາຍແຈ້ງວັນຍິງ

 

ຂຽນເມື່ອ ຂຽນເມື່ອ: ກ.ພ.. 23, 2009 | ມີ 25 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ກາບກອນ

*  ວັນຈັນນີ້...............ຂ້ອຍຊິມີເສັງ
ບໍ່ເຄີຍເກງ.................ຄິດກົວສັ່ນຢ້ານ
ແລງອອກບ້ານ...........ຕາມເຄີຍຫາທ່ຽວ
8ໂມງແລ້ວ................ຫາຂ້ອຍໃນເຮືອນ      ບໍ່ເຫັນດ໋ອກ

*  ຢາກຊອກຂ້ອຍ.........ໄປພຸ້ນ3ດາວ
ຫລືເມືອງລາວ.............ບາງຄືນແວ່ເຂົ້າ
ໄປຊອດເຊົ້າ................ໃນມາລີນ່າ
ຫາຊອກຂ້ອຍ..............ແຖວນີ້ແມ່ນມີ

*  ມາວັນນີ້.............ເສັງຫນຶ່ງວິຊາ
ກັບຄືນມາ..............ຫນ້າຕາຂ້ອຍເສົ້າ
ເຊົາໆແລ້ວ...............ເທັກບ໊າບໍ່ທ່ຽວ
ຊິຢູ່ບ້ານ.................ຫາປື້ມເປີດຮຽນ

*  ອ່ານວຽນກ້ຽວ..........ຫລາຍຮອບກັບຄືນ
ຍັງຢືນງົງ..................ບໍ່ເຂົ້າໃຈເລື້ອງ
ເລີຍເຄືອງແຄ້ນ..........ຈັບໂຍນປື້ມແກວ່ງ
ແລ່ນເຂົ້າຫ້ອງ............ນັ່ງຈ້ອງເບິ່ງຫນັງ

*  ຟັງເພັງເສົ້າ...........ຫງຽບເຫງົາໃນໃຈ
ເລີຍໂທໄປ..............ຫາແຟນລົມຫລີ້ນ
ບໍ່ຄິດຄົ້ນ...............ໃນເລື່ອງຄ່າບັດ
ເຕີມຍັດເຂົ້າ............ຫມົດມື້ລະແສນ

*  ເສັງແລ່ນພົ້ນ..........ຫມົດທຸກວິຊາ
ປາທິໂທ..................ຄະແນນງາມລ້ຳ
ສອງ,ສາມ  ນັ້ນ..........ລຽນກັນຊ່າຍລ່າຍ
ພໍຢາກໄຫ້..............ຮຽນຊ້ຳອີກປີ

*  ເພື່ອນເອີ໋ຍເພື້ອນ........ຮຽນຮ່ຳສຶກສາ
ຢ່າໄດ້ເອົາ.................ແບບຢ່າງຕົວຂ້ອຍ
ຊິມິດມ້ອຍ..................ຈົມໃນມຸມມືດ
ຊວາດຄຶດພໍ້...............ວັນນັ້ນອາດສາຍ

ຈາກ laohot.net/blogcdoc.php