ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ພ.ຈ.. 16, 2008 | ມີ 2 ຄຳເຫັນ ແລະ 0 trackback(s)

alt

10 ບໍລິສັດຈາກ ສ.ເກົາຫລີ ແລະ 4 ບໍລິສັດຂອງລາວຮ່ວມລົງທຶນ 2.000 ລ້ານໂດລາສະຫະລັດ ເພື່ອດຳເນີນການກໍ່ສ້າງເມືອງ ໃຫມ່ ໃນເນື້ອທີ່ 3.000 ເຮັກຕາໃນເຂດ ແຂວງຫລວງພະບາງ. ຂະນະທີ່ ກຸ່ມບໍລິສັດນ້ຳມັນ ແລະ ອາຍແກ໊ສຈາກ ສສ ຫວຽດນາມກໍ່ ຄາດວ່າຈະດຳເນີນການກໍ່ສ້າງເຂື່ອນຂະຫນາດໃຫຍ່ຢູ່ນ້ຳຂອງ ໂດຍຈະໃຊ້ເງິນປະມານ 2.000 ລ້ານໂດລາສະຫະລັດເຊັ່ນດຽວກັນ. ການລົງນາມບົດບັນທຶກໃນການຮ່ວມທຶນລະຫວ່າງ 10 ບໍລິສັດເອກະຊົນຈາກ ສ.ເກົາຫລີກັບ 4 ບໍລິສັດເອກະຊົນຈາກລາວໄດ້ມີຂຶ້ນ ຢ່າງເປັນທາງການເມື່ອຕົ້ນເດືອນພະຈິກນີ້ ໂດຍມີທ່ານ ບຸນເຮືອງ ດວງພະຈັນ ເຈົ້າແຂວງໆຫລວງພະບາງເປັນສັກຂີພິຍານໃນພິທີການ ຮ່ວມລົງນາມດັ່ງກ່າວ. ການລົງທຶນດັ່ງກ່າວມີມູນຄ່າເຖິງ 2.000 ລ້ານໂດລາສະຫະລັດເພື່ອໃຊ້ເຂົ້າໃນການກໍ່ສ້າງເມືອງໃຫມ່ທີ່ທັນສະໄຫມໃນເນື້ອທີ່ 3.000 ເຮັກຕາ ຢູ່ໃນເຂດເມືອງຈອມເພັດແຂວງຫລວງພະບາງພາຍໃຕ້ເປົ້າຫມາຍທີ່ຈະພັດທະນາໃຫ້ກາຍເປັນສູນກາງໃນການບໍລິການທຸລະກິດ, ການຄ້າ ແລະ ການທ່ອງທ່ຽວແບບຄົບວົງຈອນທີ່ເປັນການເຊື່ອມຕໍ່ຈາກຈີນ ຜ່ານລາວ ແລະ ເຊື່ອມຕໍ່ເຂົ້າປະເທດໄທໃນອະນາຄົດ. ກຸ່ມບໍລິສັດຮ່ວມລົງທຶນໃຊ້ເວລາປະມານ 5 ປີເພື່ອຈະດຳເນີນໂຄງການພັດທະນາໃຫ້ສຳເລັດ ເຊິ່ງຈະມີທັງໂຮງແຮມລະດັບ 5 ດາວ, ຣີສອດ, ສູນການຄ້າ, ສະຫນາມກ໊ອຟ, ທີ່ພັກອາໄສ, ສູນກາງບໍລິການທຸລະກິດ, ການຄ້າ ແລະ ການທ່ອງທ່ຽວຄົບວົງຈອນລວມເຖິງສິ່ງ ອຳນວຍຄວາມສະດວກຕ່າງໆຢ່າງຄົບຊຸດ. ໄລຍະເວລາຂອງການສຳປະ ທານທີ່ດິນແມ່ນ 50 ປີ ແລະ ສາ ມາດຕໍ່ອາຍຸສຳປະທານໄດ້ອີກເຖິງ 20 ປີ. ການລົງທຶນດັ່ງກ່າວຈະບໍ່ ເປັນຜົນກະທົບຕໍ່ການເປັນເມືອງມໍລະ ດົກຂອງແຂວງຫລວງພະບາງແຕ່ ຢ່າງໃດ ແລະ ຍັງຈະເປັນເມືອງມໍລະ ດົກໂລກທີ່ຍືນຍົງ. ຂະນະທີ່ສະຫະບໍລິສັດນ້ຳມັນອາຍແກ໊ສ ຈາກ ສສ ຫວຽດນາມ ກໍ່ໄດ້ມີການຄາດການໄວ້ວ່າ ຈະເລີ່ມລົງມືການກໍ່ສ້າງເຂື່ອນໄຟຟ້າໃນ ແລວ ແມ່ນ້ຳຂອງທີ່ບ້ານຄົກເມືອງປາກອູ ແຂວງຫລວງພະບາງ ນັບແຕ່ປີ 2010 ເປັນຕົ້ນໄປ ເພື່ອໃຫ້ສຳເລັດ ແລະ ສາມາດສົ່ງກະ ແສໄຟຟ້າໃຫ້ ສສ ຫວຽດນາມ ໃນປີ 2016. ໂຄງການດັ່ງກ່າວ ໄດ້ເລີ່ມລົງມືສຳຫລວດຄວາມເປັນໄປໄດ້ແຕ່ປີ 2007 ໂດຍອີງຕາມບົດບັນທຶກຊ່ວຍຈຳລະຫວ່າງລັດຖະບານລາວ ກັບສະຫະບໍລິສັດນ້ຳມັນອາຍເແກ໊ສ ສສ ຫວຽດນາມ. ເຂື່ອນດັ່ງກ່າວ ຈະສາມາດຜະລິດກະແສໄຟຟ້າໄດ້ເຖິງ 1.410 ເມກາວັດ ຄາດວ່າຈະໃຊ້ເງິນລົງທຶນກໍ່ສ້າງປະມານ 2.000 ລ້ານໂດ ລາສະຫະລັດ. ນັບຈາກນີ້ເປັນຕົ້ນໄປເຖິງທ້າຍປີ 2009 ນັ້ນ ກຸ່ມບໍລິສັດຈາກ ສສ ຫວຽດນາມ ຈະດຳເນີນການສຶກສາວິໄຈ ເພື່ອປ້ອງກັນບັນຫາຜົນ ກະທົບຕໍ່ສິ່ງແວດລ້ອມໃຫ້ເປັນທີ່ຍອມຮັບ ແລະ ໄດ້ມາດຕະຖານສາກົນ ລວມທັງເປັນທີ່ຍອມຮັບຂອງສະມາຊິກກອງບັນນາທິການແມ່ນ້ຳ ຂອງ ອີກດ້ວຍລວມມີ: ລາວ, ຫວຽດນາມ, ກຳປູເຈຍ ແລະ ໄທ. ຖ້າຫາກໂຄງການດັ່ງກ່າວສຳເລັດ ຈະມີຄວາມສຳຄັນທາງດ້ານແນວທາງນະໂຍບາຍເສດຖະກິດ-ສັງຄົມຂອງລາວ ພ້ອມນັ້ນ ຍັງເປັນ ການຄ້ຳປະກັນທາງດ້ານພະລັງງານໃຫ້ແກ່ ສປປ ລາວ ແລະ ສສ ຫວຽດນາມອີກດ້ວຍ.

 

ຄັດຈາກ http://www.activeboard.com/forum.spark?forumID=119371&p=3&topicID=22249777

ຂຽນເມື່ອ ຂຽນເມື່ອ: ພ.ຈ.. 9, 2008 | ມີ 12 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ກະວີ

* ຄິດຄຳນຶງຄາວກີ້                ເຮົາຮ່ວມຮັກກັນ

ສາຍສຳພັນແສນຫວານ         ເພື່ອນພາກັນເຢີ້ຍ

ວັນເວລາເລີຍພົ້ນ                ມີແນວຈຳຈາກ

ພັດພາກກັນຄົນກ້ຳ               ອາໄລຊຶ້ງກ່ອນໄກ

 

* ຊາຍຍັງໄຂຂານເວົ້າ           ເຮົາຈະຫ່າງພຽງກາຍ

ຊາຍຈະຄອງຄອຍວັນ            ມາພົບກັນຄຽງຂ້າງ

ສາຍສຳພັນຝັງແຫນ້ນ           ບໍ່ປໍແປງເປັນອື່ນ

ທຸກວັນຄືນຄ່ຳເຊົ້າ              ຊິຄອຍນ້ອງຜູ້ດຽວ

 

* ນັບຕັ້ງແຕ່ວັນນັ້ນ               ເຮົາຍັງຕິດຕໍ່ກັນ

ສື່ສານຜ່ານMessages        ສົ່ງເປັນTextຄຳເວົ້າ

ກິນເຂົ້າຫລືຍັງນ້ອງ            ນອງໄວຊາຍເປັນຫວ່ງ

ທັງຂໍ້ຄວາມGood night        ອ້າຍສົ່ງໃຫ້ທຸກຄືນ

 

* ຄວາມຮັກເຮົາຫວານຊຶ້ງ       ຈົນວັນຫນຶ່ງນາງເຫັນ

SMSຂອງຊາຍ                   ສົ່ງມາຫານ້ອງ

ນາງວອງໄວໄຂຟ້າວ            ຈັບເອົາມາອ່ານ

ທາງຂ້າງໃນແສນຫວານ...ພັນລະນາສຸດຊຶ້ງ      ແຕ່ນາມນັ້ນບໍ່ແມ່ນນາງ ເສຍດາຍເດ!

 

* ຊາຍເອີ໋ຍ ! ອັນວ່ານາມໃນນັ້ນ       ເປັນນາມເພິ່ນທາງໃດ

ມາແອບແຝງໃນໃຈຊາຍ             ດົນປານໃດແລ້ວອ້າຍ

ໃຈຊາຍມີຄົນຊ້ອນ                  ຊອນສອງສັງບໍ່ກ່າວ ເດນໍ

ສັງມາປະປ່ອຍນ້ອງ                 ຄອງອ້າຍວ່າຮັກຈິງ

 

* ຊາຍເອີຍ ! ນັບຕັ້ງແຕ່ວັນນີ້        ຊິບໍ່ຮັບສາຍຊາຍ

ຫລາຍສິ່ງມີຄວາມຫມາຍ           ໃນວັນວານລົບລ້າງ

ນາງຂໍສົ່ງຄືນອ້າຍ                 ຕາງໄລລາເອີ້ນສັ່ງ

ເປັນຂໍ້ຄວາມສຸດທ້າຍ              ຄືSMSອ້າຍທີ່ຜິດເບີ ນີ້ເດີ.

ຂຽນເມື່ອ ຂຽນເມື່ອ: ພ.ຈ.. 8, 2008 | ມີ 7 ຄຳເຫັນ ແລະ 0 trackback(s)

 ເຊົ້າ ຂອງວັນທີ່ 8 ເດືອນ 10 ປີ 2008

ຂ້ອຍນັ່ງຢູ່ທີ່ກ້ອງຕົ້ນໄມ້ ກວາດສາຍຕາໄປຮອບໆ ມື້ນີ້ອາກາດເຢືອກເຢັນ,ມີສາຍລົມພັດມາເປັນຮູດໆ… ຂ້ອຍນັ່ງຊຶງລຶງ ວາດພາບໃຜບາງຄົນໃຕ້ຈິດສຳນຶກ, ເຂົາມີຮູບຮ່າງພໍປະມານ, ຫນ້າຕາບໍ່ແມ່ນອາວຸດອັນສຽບຄົມສຳຫລັບເຂົາ ສີສັນທີ່ພົ້ນເດັ່ນທີ່ສຸດແມ່ນຄາລົມແລະຄວາມດີ ພໍແຕ່ຂ້ອຍວາດພາບຈົບລົງ ເຂົາກໍ່ຄ່ອຍໆຈາງຫາຍໄປຈາກທ້ອງຟ້າ… ເພາະວ່າເຂົ້າຄົນນັ້ນຍັງບໍ່ມີຕົວຕົນໃນໂລກ.

      8/10/2008

          tonoy.

 

 

ຂຽນເມື່ອ ຂຽນເມື່ອ: ຕ.ລ.. 30, 2008 | ມີ 8 ຄຳເຫັນ ແລະ 0 trackback(s)

alt


ເປັນUSBທີ່ຖືກອອກແບບແປກໃຫມ່(ຈາກຈີນ) ຂ້າງນອກຂອງມັນເປັນໄມ້ທີ່ມີລາຄາແພງ ແກະສະຫລັກເປັນຮູບດອກໄມ້ເຊີ່ງມີຄວາມຫມາຍວ່າ FAFAFA ZhongZhongZhong(ສະດວກທຸກຢ່າງ) ມີຂະຫນາດ 180mm x 22mm x 16mm, 56g    Hi-Speed USB 2.0, 1.1... ສ່ວນລາຄາກໍ່ສູງບໍ່ຫນ້ອຍຫນ້າຈາກຄຸນນະພາບເລີຍ : 400 USD.  altalt
ຂໍ້ມູນຈາກເວັບໄຊ໊ ຫວຽດນາມ
ຂຽນເມື່ອ ຂຽນເມື່ອ: ມ.ສ.. 6, 2008 | ມີ 0 ຄຳເຫັນ ແລະ 0 trackback(s)
  ບັນຫາເຄື່ອງນຸ່ງອອກສີ ຫລາຍໆຄົນຄົງພົບແລ້ວ ແລະມັນກໍ່ອາດຫນ້າລຳຄານ ເພາະມັນໄປຕິດແປະເປື້ອນແກ່ເຄື່ອງຕົວອື່ນໆ, ບັນຫານີ້ທ່ານສາມາດແກ້ໄຂໄດ້ ພຽງແຕ່ທ່ານເອົາເຄື່ອງທີ່ອອກສີນັ້ນໄປແຊ່ນ້ຳເກືອ (ໃສ່ເກືອຫລາຍແດ່ຈັກຫນ້ອຍ) , ຫລືນ້ຳສົ້ມສາຍຊູກໍ່ໄດ້ ແຊ່ໄວ້ປະມານ 30 ນາທີ ແລ້ວກໍ່ໄລອອກໄປຕາກ (ເຄື່ອງບາງຊະນິດອາດຍັງອອກສີຢູ່ແຕ່ບໍ່ຫລາຍເທົ່າເກົ່າ, ບາງຊະນິດກໍ່ໄດ້ຜົນ 100% ຂື້ນກັບເນື້ອແພ)