ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ມ.ສ.. 16, 2009 | ມີ 19 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ອື່ນ ໆ

ສະບາຍດີເພື່ອນໆ ພັນລາວຫມົດທຸກຄົນ ປີໃຫມ່ນີ້ ເພື່ອນໆໄດ້ໄປຫລີ້ນໃສ?ມ່ວນບໍ? ເປັນແນວໃດກໍ່ເຂົ້າມາເລົ່າສູ່ກັນຟັງແດ່ເດີ້

ໂຊກດີປີໃຫມ່ເດີ້ຫມົດທຸກໆຄົນ   altaltalt

ຂຽນເມື່ອ ຂຽນເມື່ອ: ມ.ສ.. 8, 2009 | ມີ 27 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ອື່ນ ໆ

ໃນຂະນະທີ່ແມ່ລ້າງຖ້ວຍຢູ່ເຮືອນຄົວ ລູກຊາຍກໍ່ຍ່າງເຂົ້າມາ ພ້ອມກັບເຈ້ຍນ້ອຍແຜ່ນຫນຶ່ງ ແລະ ຍື່ນໃຫ້ແມ່ຂອງຕົນເອງ, ແມ່ແນມເບິ່ງຫນ້າລູກຊາຍດ້ວຍຄວາມຮັກ ເຊັດມື ແລະ ຈັບເຈ້ຍຂຶ້ນມາອ່ານ.
ລູກຊາຍຂຽນວ່າ:
- ແປງຫ້ອງນ້ຳ 20,000 ກີບ,
- ຊັກເຄື່ອງໂຕເອງ 10,000 ກີບ,
- ໄປຮັບນ້ອງມາແຕ່ໂຮງຮຽນ 10,000 ກີບ,
- ໄປໂຮງຮຽນປົກກະຕິຫມົດອາທິດ 30,000 ກີບ,
- ກວດເດີ່ນບ້ານມື້ກີ້ນີ້ 5,000 ກີບ. ລວມທັງຫມົດ 75,000 ກີບ
ແມ່ແນມເບິ່ງຫນ້າລູກຊາຍທີ່ເຕັມໄປດ້ວຍຄວາມຫວັງ ແລະ ຫນ້ອຍຫນຶ່ງກໍ່ຍ່າງໄປຈັບເອົາບິກມາຂຽນໃສ່ທາງຫລັງເຈ້ຍແຜ່ນເກົ່າ ແລະ ຍື່ນໃຫ້ລູກຊາຍຄືນ.
ແມ່ຂຽນວ່າ:
- ເວລາ 9 ເດືອນເຄີ່ງແມ່ຖືພາລູກມາໃນທ້ອງຈົນກວ່າຊິອອກ ບໍ່ເອົາເງິນນຳ,
- ພາລູກໄປໂຮງ່ຮຽນແຕ່ ອະນຸບານຈົນຮອດ ປໍ 5 ບໍ່ເອົາເງິນນຳ,
- ນັ່ງອົດນອນເຝົ້າລູກຢູ່ໂຮງຫມໍ ກໍ່ບໍ່ເອົາເງິນນຳ,
- ປ້ອນເຂົ້າປ້ອນນ້ຳ ຊື້ຂອງຫລີ້ນ ເຊັດຂີ້ມູກໃຫ້ ອາບນ້ຳໃຫ້ ຈົນດຽວນີ້ລູກໃຫຍ່ເປັນບ່າວແລ້ວ ແມ່ກໍ່ບໍ່ເອົາເງິນນຳ,
- ເຫນືອສິ່ງອື່ນໃດ ຄວາມຮັກທີ່ແມ່ມີໃຫ້ລູກທັງຫມົດບໍ່ເອົາເງິນນຳ
.......... "ລວມທັງຫມົດ" ບໍ່ໄລ່ເງິນນຳຈັກກີບ........

ຂຽນເມື່ອ ຂຽນເມື່ອ: ມ.ນ.. 8, 2009 | ມີ 13 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ກາບກອນ

* ຮຽມຂໍເວົ້າ……….…ໄຂກ່າວກະວີ

ມີເນື້ອໃນ…………..….8ມີນານີ້

ປະຫວັດກີ້………....…ເປັນມາຄາວກ່ອນ

ດັງສະທ້ອນ….…..…..ໂລກາຮູ້ທົ່ວກັນ

 

* ຕອນຄາວນັ້ນ………..ຍິງຖືກຂົ່ມເຫັງ

ຖືກມອງເປັນ…………..ເພດອ່ອນແອລ້າ

ຖືກເຂັນຂ້າ…………….ຕົບຕີເຕະຕ່ອຍ

ປະປ່ອຍຖີ້ມ……………ມອງຂ້າມຄ່າຄຸນ

 

*ຍັງທັງໄດ້…………..ເຮັດວຽກຫນ່ວງຫນັກ

ບໍ່ມີພັກ……………..ທັງເວັນຄືນມື້

ແຖມຄ່າຊື້ …………ແຮງງານໄລ່ຕ່ຳ

ຍິ່ງກວ່ານັ້ນ ………..ຖືກຄ້າສົ່ງຂາຍ

 

* ທົນບໍ່ໄດ້……….….ໃນການຂົ່ມເຫັງ

8ມີນາ …………...….ຫນຶ່ງແປດເກົ້າເກົ້າ (1899)

ຍິງໂຮມເຕົ້າ ……..….ໃນຊີກາໂກ

ນິວຢອກພ້ອມ…….… ທວງຟ້ອງສິດຄືນ

 

* ນາຍທຶນໄດ້ …………ໄຂຮັບຄຳຂໍ

ກໍ່ເລີຍກາຍ……………. ເປັນໄຊລືກ້ອງ

ຍິງພ່ຳພ້ອມ …………….ລວມກັນເປັນກຸ່ມ

ລຸກຂື້ນຕ້ານ …………….ທຸກແຄວ້ນເຂດແດນ

 

*ຈົນເຖິງປີນີ້ ………..…..ຫນື່ງເກົ້າຫນຶ່ງສູນ (1910)

ມີປະຊຸມ………………...ຍິງສາກົນຕັ້ງ

ນັບເປັນຄັ້ງ…………… ທຳອິດເກີດກໍ່

ກຳນົດຂໍ້ ………………ສິດເທົ້າທຽມຊາຍ

 

* ປະຊຸມໄດ້………… ໄຂຂານຄ່າຍິງ

ດຶງຄືນສິດ……………. ທີ່ຕົນຄວນໄດ້

ກຳນົດໃຫ້ ……………ມີນາວັນແມ່

ຕັ້ງແຕ່ນັ້ນ…………….ຫມາຍແຈ້ງວັນຍິງ

 

ຂຽນເມື່ອ ຂຽນເມື່ອ: ມ.ນ.. 2, 2009 | ມີ 15 ຄຳເຫັນ ແລະ 0 trackback(s)

ຫລັງຈາກສືບຮູ້ແນ່ນອນແລ້ວວ່າ  ຈະມີລົດຈັກຄັນຫນຶ່ງລັກລອບຂົນຢາມ້າຜ່ານດ່ານ  ນາຍຕຳຫລວດທ່ານ  1  ຈິ່ງສັ່ງໃຫ້ຕຳຫລວດນ້ອຍ  ທີ່ຫາກໍ່ເຂົ້າປະຈຳການໃຫມ່ໆ  ໄປລັດຈັບຄົນຮ້າຍຢູ່ຈຸດເປົ້າຫມາຍ  
ເມື່ອມີລົດຈັກມາ  ຕຳຫລວດກໍ່ເປົ່າຫມາກຫວີດໃຫ້ຢຸດ  
ຕຳຫລວດ  :  ອັນນີ້ແມ່ນລົດຫຍັງ?
ຜູ້ຂັບຂີ່  :  ແມ່ນລົດເທນ້າ!
ຕຳຫລວດ  :  ໄປໆບໍ່ກວດ
ພໍລົດຄັນໃຫມ່ມາຕຳຫລວດກໍ່ເປົ່າຫມາກຫວີດໃຫ້ລົດຢຸດອີກ  ແລ້ວຖາມວ່າ  ”ອັນນີ້ແມ່ນລົດຫຍັງ?”
ຜູ້ຂັບຂີ່  :  ແມ່ນລົດຮອນດ້າ  !
ຕຳຫລວດ  :  ໄປໆບໍ່ກວດ
ພໍລົດຄັນໃຫມ່ມາຕຳຫລວດກໍ່ເປົ່າຫມາກຫວີດໃຫ້ລົດຢຸດອີກ  ແລ້ວຖາມວ່າ  ”ອັນນີ້ແມ່ນລົດຫຍັງ?”
ຜູ້ຂັບຂີ່  :  ອັນນີ້ແມ່ນຢາມາຮ້າ  !
ຕຳຫລວດ  :  ເຮິ!ຢາມ້າກະວ່າແດ່ຍັງຕື່ມ  "ຮ້າ"  ໃສ່ອີກ!

ຂຽນເມື່ອ ຂຽນເມື່ອ: ກ.ພ.. 28, 2009 | ມີ 10 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ຄວາມຮັກ


 -ຖ້າມື້ໃດເຈົ້າຢາກຮ້ອງໄຫ້...  ເຈົ້າຈົ່ງມາຫາຂ້ອຍ...  ຂ້ອຍບໍ່ສັນຍາວ່າຈະເຮັດໃຫ້ເຈົ້າມີຮອຍຍີ້ມ  ແຕ່ຂ້ອຍສັນຍາວ່າຈະນັ່ງຮ້ອງໃຫ້ກັບເຈົ້າ.

   -ຖ້າມື້ໃດເຈົ້າເຊັງ  ແລະ  ຢາກຫລີກຫນີຈາກບັນຫາທີ່ລົ້ມເຫລວໃນຊີວິດ  ເຈົ້າຈົ່ງມາຫາຂ້ອຍ  ຂ້ອຍບໍ່ສັນຍາວ່າຈະ  ຢຸດມັນໃຫ້ເຈົ້າ  ແຕ່  ຂ້ອຍສັນຍາວ່າຈະລຸກແລ່ນໄປພ້ອມໆກັບເຈົ້າ.

   -  ວັນໃດທີ່ເຈົ້າຜິດຫວັງຈາກຄົນຄົນນັ້ນ  ເຈົ້າຈົ່ງມາຫາຂ້ອຍ  ຂ້ອຍບໍ່ສັນຍາວ່າຈະເຮັດໃຫ້ເຈົ້າສົມຫວັງ  ແຕ່ຂ້ອຍສັນຍາວ່າຈະຮັບຟັງ  ແລະ  ແກ້ໄຂບັນຫາຊ່ວຍເຈົ້າ.

   -ຖ້າມື້ໃດເຈົ້າງຽບເຫງົາ  ເຈົ້າມາຫາຂ້ອຍ  ແຕ່ບໍ່ພົບເຫັນການເອົາໃຈໃສ່ດູແລ  ສະແດງວ່າ  ວັນນັ້ນຂ້ອຍໄດ*********ນລົມຫາຍໃຈໄປແລ້ວ...

               **** ທັງຫມົດນີ້ ເພາະວ່າ ຂ້ອຍ ເກີດມາເພື່ອເຈົ້າ  ****

www.laohot.net

 

ຂຽນເມື່ອ ຂຽນເມື່ອ: ກ.ພ.. 23, 2009 | ມີ 25 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ກາບກອນ

*  ວັນຈັນນີ້...............ຂ້ອຍຊິມີເສັງ
ບໍ່ເຄີຍເກງ.................ຄິດກົວສັ່ນຢ້ານ
ແລງອອກບ້ານ...........ຕາມເຄີຍຫາທ່ຽວ
8ໂມງແລ້ວ................ຫາຂ້ອຍໃນເຮືອນ      ບໍ່ເຫັນດ໋ອກ

*  ຢາກຊອກຂ້ອຍ.........ໄປພຸ້ນ3ດາວ
ຫລືເມືອງລາວ.............ບາງຄືນແວ່ເຂົ້າ
ໄປຊອດເຊົ້າ................ໃນມາລີນ່າ
ຫາຊອກຂ້ອຍ..............ແຖວນີ້ແມ່ນມີ

*  ມາວັນນີ້.............ເສັງຫນຶ່ງວິຊາ
ກັບຄືນມາ..............ຫນ້າຕາຂ້ອຍເສົ້າ
ເຊົາໆແລ້ວ...............ເທັກບ໊າບໍ່ທ່ຽວ
ຊິຢູ່ບ້ານ.................ຫາປື້ມເປີດຮຽນ

*  ອ່ານວຽນກ້ຽວ..........ຫລາຍຮອບກັບຄືນ
ຍັງຢືນງົງ..................ບໍ່ເຂົ້າໃຈເລື້ອງ
ເລີຍເຄືອງແຄ້ນ..........ຈັບໂຍນປື້ມແກວ່ງ
ແລ່ນເຂົ້າຫ້ອງ............ນັ່ງຈ້ອງເບິ່ງຫນັງ

*  ຟັງເພັງເສົ້າ...........ຫງຽບເຫງົາໃນໃຈ
ເລີຍໂທໄປ..............ຫາແຟນລົມຫລີ້ນ
ບໍ່ຄິດຄົ້ນ...............ໃນເລື່ອງຄ່າບັດ
ເຕີມຍັດເຂົ້າ............ຫມົດມື້ລະແສນ

*  ເສັງແລ່ນພົ້ນ..........ຫມົດທຸກວິຊາ
ປາທິໂທ..................ຄະແນນງາມລ້ຳ
ສອງ,ສາມ  ນັ້ນ..........ລຽນກັນຊ່າຍລ່າຍ
ພໍຢາກໄຫ້..............ຮຽນຊ້ຳອີກປີ

*  ເພື່ອນເອີ໋ຍເພື້ອນ........ຮຽນຮ່ຳສຶກສາ
ຢ່າໄດ້ເອົາ.................ແບບຢ່າງຕົວຂ້ອຍ
ຊິມິດມ້ອຍ..................ຈົມໃນມຸມມືດ
ຊວາດຄຶດພໍ້...............ວັນນັ້ນອາດສາຍ

ຈາກ laohot.net/blogcdoc.php

ຂຽນເມື່ອ ຂຽນເມື່ອ: ກ.ພ.. 15, 2009 | ມີ 10 ຄຳເຫັນ ແລະ 0 trackback(s)

ຕ່ກີ້ ບໍ່ທັນມີລົດໃຫຍ່ ແລະ ລົດຈັກຫລາຍ, ຄົນສ່ວນໃຫຍ່ຂີ່ແຕ່ລົດຖີບ.ມີຄູ່ບ່າວສາວຫນື່ງຊ້ອນລົດຖີບກັນຂື້ນຄ້ອຍໂພນເຄັງ ຫມຸ່ງຫນ້າໄປຕະຫລາດເຊົ້າ (ຜູ້ບ່າວຖີບ,ຜູ້ສາວຊ້ອນ)….... ຖີບຂື້ນໄດ້ເຄິ່ງຄ້ອຍ ຜູ້ສາວກໍ່ຖາມວ່າ :
" ອ້າຍເມື່ອຍບໍ? "
ຜູ້ບ່າວ : " ບໍ່ເມື່ຍ…" (ທັງຕອບທັງຖອນລົມຫາຍໃຈງາບໆແບບຄົນຊິຫມົດ ແຮງ) ເວົ້າແລ້ວຜູ້ບ່າວກໍ່ລຸກຂື້ນກະຈະຖີບຫມົດແຮງ…….. ”ແປ໋ດ”…. ສຽງດັງ ມາຈາກຂ້າງລຸ່ມ (ຜູ້ບ່າວຕົດ)
ຜູ້ສາວກໍ່ຖາມຂື້ນທັນທີວ່າ : " ສຽງຫຍັງອ້າຍ? "
ຜູ້ບາວ : " ກົງລົດແຕກ "
ພ່າຍຜູ້ສາວກໍ່ບໍ່ເວົ້າຫຍັງຍາກ ສັ່ງຂີ້ມູກອອກມາດັງ ” ກ໋າດ! ” ແລ້ວກໍ່ຍື່ນ ໃຫ້ຜູ້ບ່າວ ພ້ອມທັງເວົ້າວ່າ :
” ເອົາອ້າຍຢາງຕາບລົດ! ”....
.....55555555.........(ໄປນຳກັນໄດ້).........