ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ມ.ສ.. 8, 2009 | ມີ 27 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ອື່ນ ໆ

ໃນຂະນະທີ່ແມ່ລ້າງຖ້ວຍຢູ່ເຮືອນຄົວ ລູກຊາຍກໍ່ຍ່າງເຂົ້າມາ ພ້ອມກັບເຈ້ຍນ້ອຍແຜ່ນຫນຶ່ງ ແລະ ຍື່ນໃຫ້ແມ່ຂອງຕົນເອງ, ແມ່ແນມເບິ່ງຫນ້າລູກຊາຍດ້ວຍຄວາມຮັກ ເຊັດມື ແລະ ຈັບເຈ້ຍຂຶ້ນມາອ່ານ.
ລູກຊາຍຂຽນວ່າ:
- ແປງຫ້ອງນ້ຳ 20,000 ກີບ,
- ຊັກເຄື່ອງໂຕເອງ 10,000 ກີບ,
- ໄປຮັບນ້ອງມາແຕ່ໂຮງຮຽນ 10,000 ກີບ,
- ໄປໂຮງຮຽນປົກກະຕິຫມົດອາທິດ 30,000 ກີບ,
- ກວດເດີ່ນບ້ານມື້ກີ້ນີ້ 5,000 ກີບ. ລວມທັງຫມົດ 75,000 ກີບ
ແມ່ແນມເບິ່ງຫນ້າລູກຊາຍທີ່ເຕັມໄປດ້ວຍຄວາມຫວັງ ແລະ ຫນ້ອຍຫນຶ່ງກໍ່ຍ່າງໄປຈັບເອົາບິກມາຂຽນໃສ່ທາງຫລັງເຈ້ຍແຜ່ນເກົ່າ ແລະ ຍື່ນໃຫ້ລູກຊາຍຄືນ.
ແມ່ຂຽນວ່າ:
- ເວລາ 9 ເດືອນເຄີ່ງແມ່ຖືພາລູກມາໃນທ້ອງຈົນກວ່າຊິອອກ ບໍ່ເອົາເງິນນຳ,
- ພາລູກໄປໂຮງ່ຮຽນແຕ່ ອະນຸບານຈົນຮອດ ປໍ 5 ບໍ່ເອົາເງິນນຳ,
- ນັ່ງອົດນອນເຝົ້າລູກຢູ່ໂຮງຫມໍ ກໍ່ບໍ່ເອົາເງິນນຳ,
- ປ້ອນເຂົ້າປ້ອນນ້ຳ ຊື້ຂອງຫລີ້ນ ເຊັດຂີ້ມູກໃຫ້ ອາບນ້ຳໃຫ້ ຈົນດຽວນີ້ລູກໃຫຍ່ເປັນບ່າວແລ້ວ ແມ່ກໍ່ບໍ່ເອົາເງິນນຳ,
- ເຫນືອສິ່ງອື່ນໃດ ຄວາມຮັກທີ່ແມ່ມີໃຫ້ລູກທັງຫມົດບໍ່ເອົາເງິນນຳ
.......... "ລວມທັງຫມົດ" ບໍ່ໄລ່ເງິນນຳຈັກກີບ........

Delicious Digg Fark Twitter