ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ກ.ພ.. 9, 2011 | ມີ 7 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ຄວາມຮັກ

 

ມະນຸດໄດ້ໃຊ້ດອກໄມ້ເປັນສືກາງສະແດງຄວາມຣັກຕໍ່ກັນມາດົນນານແລ້ວເຣົາອາດຄິດວ່າດອກໄມ້ເປັນສິ່ງທີ່ສາມາດໃຊ້ສືຄວາມໝາຍສະເພາະຄວາມຮັກຂອງຫນຸ່ມ ສາວເທົ່ານັ້ນ ແຕ່ແທ້ຈິ່ງແລ້ວ ດອກໄມ່ແຕ່ລະສະນິດສາມາສືຄວາມຣັກໄດ້ຫຼາຍ ຣູບແບບ ທັງບໍ່ຈຳກັດອາຍຸແລະເພດອີກດ້ວຍ

ກຸຫລາບຈູມ ໝາຍເຖິງ ຄວາມຣັກ ແລະຄວາມເຍົາໄວ່

ກຸຫລາບບານ ໝາຍເຖິງ ຄວາມຣັກທີ່ກຳລັງເບັງບານ ຄວາມອ່ອນຫວານສົດຊື່ນ

ກຸຫລາບດຳ ໝາຍເຖິງ ຄວາມຣັກນິລັນດອນ

ກຸຫລາບ ແດງ (Red Rose) :  ຈະໃຊ້ຄວາມໝາຍແທນປະໂຫຍກທີ່ວ່າ "ຂ້ອຍຣັກເຈົ້າ" ການໃຫ້ດອກກຸຫລາບແດງກັບຄົນທີ່ຣັກໝາຍ ເຖິງຄວາມຮັກອັນລືກຊຶ່ງ ຈິ່ງຈັງກຸຫລາບແດງຈື່ງມັກຈະເປັນດອກໄມ້ທີ່ຊາຍຫນຸ່ມໃຫ້ຍິ່ງສາວທີ່ຕົນເອງຕັ້ງໃຈຈະໃຊ້ຊິວິດຣ່ວນກັນ

ກຸຫລາບຂາວ (white rose) : ສີຂາວເປັນສີແຫ່ງຄວາມບໍລິສຸດ ກຸຫລາບຂາວຈື່ງແທນຄວາມໝາຍແຫ່ງຄວາມອັນບໍລິສຸດບໍ່ຕ້ອງການສີ່ງຕອບແທນ ດັ່ງນັ້ນມັນຈື່ງສາມາດໃຊ້ແທນຄວາມຮັກຂອງຄົນຕ່າງໄວ່ ຄວາມຮັກຕໍ່ພໍ່ແມ່ ເພື່ອນຫຼືຄນທີ່ເຮົາຮູ້ສືກດີນຳຢ່າງບໍລິສຸດໃຈໄດ້

ກຸຫລາບ ຊົມພູ (pink rose) :  ມັກຖືກໃຊ້ແທນຄວາມຣັກແບບໂລແມນຕິກ ແລະຄວາມສະເນ່ຫາຕໍ່ກັນ ການໃຫ້ກຸຫລາບສີຊົມພູສາມາດສະແດງເຖິງຄວາມຣັກ ທີ່ກຳລັງເລີ່ມງອກງາມໃນໃຈ ແລະສາມາດພັດທະນາຕໍ່ໄປເປັນຄວາມຣັກທີ່ລືກຊຶ່ງໄດ້

 

Delicious Digg Fark Twitter