ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ກ.ພ.. 10, 2011 | ມີ 10 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ຄວາມຮັກ

 

 1.    ຄວາມ​ຣັກ ຄື ​ໂຊກ​ຢ່າງ​ໜື່ງ​ເພາະ​ບໍ່​ແມ່ນ​ວ່າ​ທຸກ​ຄນຈະ​ມີ​ໄດ້

 2.    ຄວາມ​ຣັກ ​ເປັນ​ໄດ້​ທັ້ງມື່​ແລະ​ຜ້າພັນ​ແຜ່​ເວລາ​ເສີຍ​ໃຈ

 3.    ຄວາມ​ຣັກ ຄື​ ສິ່ງ​ເຕີມ​ເຕັມ​ໃຫ້​ຊີວິດ​ບໍ່ຣູ້ສື​ກຂາດ​ຫຍັງ​ບາງ​ຢ່າງ

 4.    ຄວາມ​ຣັກ ຄື ຄວາມ​ຫວັງ ກຳລັງ​ໃຈ ​ແລະ​ຄວາມ​ສັດທາ​ໃນ​ກັນ​ແລະ​ກັນ

 5.    ຄວາມ​ຣັກ ມີ​ຄວາມ​ຫລັບ​ຢູ່​ຢ່າງ​ໜື່ງວ່າ​ບໍ່​ໄດ້​ຣັກ​ໃນ​ສິ່ງ​ທີ່​ເຣັດ​ໃຫ້​ເຣົາມີ​ຄວາມສຸກ​ແຕ່​ມີ​ຄວາມສຸ​ໃນ​ສິ່ງ​ທີ່​ເຣົາຮັກ​ຕ່າງຫາກ

 6.    ຄວາມ​ຣັກ ຄື ສີນ​ລະ​ປະ​ທີ່​ຄົນ​ມີຣັກ​ເທົ່າ​ນັ້ນ​ທີ່​ຈະ​ເຂົ້າ​ໃຈ​ແລະ​ເຫັນ​ຄຸນຄ່າ

 7.    ຄວາມ​ຣັກ ຄື ​ໂອກາດ​ທີ່​ເຣົາຈະ​ໄດ້​ພິສູດ​ຈິດ​ວີນຍານ​ຂອງ​ຕົວ​ເອງ

 8.    ຄວາມ​ຣັກ ຄື ສິ່ງ​ທີ່​ເຣັດ​ໃຫ້​ຄົນ​ສະຫລາດ​ກາຍ​ເປັນຄນ​ໂງ່ ​ເຣັດ​ໃຫ້​ຄົນ​ໂງ່​ກາຍ​ເປັນ​ຄົນ​ສະຫລາດ

 9.    ຄວາມ​ຣັກ ​ເມື່ອ​ສູນ​ເສີຍ​ໄປ​ແລ້ວ ກໍ່​ຍັງ​ດີກ​ວ່າ​ບໍ່​ເຄື​ຍຣັກ

 10.  ຄວາມ​ຣັກ ບໍ່​ໄດ້​ເປັນ​ການ​ກ້າວ​ນຳ​ຫຼື​ກ້າວ​ຕາມ ​ແຕ່​ເປັນ​ການ​ກ້າວ​ໄປ​ພ້ອມ ໆ ກັນ

 11.  ຄວາມ​ຣັກ ​ເຣັດ​ໃຫ້​ຄົນ​ເຣົາ​ເປັນ​ອິດ​ສະລະ ຈາກ​ກົດ​ເກນ​ເກົ່າ ໆ ຂອງ​ຊີວິດ

< 2.  ຄວາມ​ຣັກ ​ເຣັດ​ໃຫ້​ຈົນ​ຈຳ​ຄືນ​ພິ​ເສດ​ຄືນ​ດຽວ​ໄປ​ຕະຫຼອດ​ຊີວິດ ​ເພາະ​ທຸກ​ຄືນ​ທີ່​ບໍ່​ມີ​ຄວາມ​ຣັກ ກໍ່​ບໍ່​ອາດ​ທຽບ​ເທົ່າ​ກັບ​ຄືນ​ພຽງ​ຄືນ​ດຽວ

 13.  ຄວາມ​ຣັກ ຄື ການ​ຍອມ​ເປັນ​ນ້ຳ​ເຍັນ ​ໃນ​ຂະນະ​ທີ່​ຝາຍ​ຣ້ອນ​ເປັນ​ໄຟ

 14.  ຄວາມ​ຣັກ ທີ່​ມີມາ​ເປັນ​ປີໆ ກໍ່​ສາມາດ​ພັງ​ທະລາ​ຍລົງ​ໄດ້​ພຽງ​ສ້ຽວວິ​ນາທີ

 15.  ຄວາມ​ຣັກ ຈະ​ຍາວ​ນານ​ຫຼື​ຈະ​ແສນ​ສັ້ນ​ທຸກ​ຢ່າງ​ຂື້ນ​ກັບ​ວີ​ທີ​ທີ່ຣັກ

 16. ຄວາມ​ຣັກ ກວ່າຈະ​ພົບ​ເຈີ​ໄດ້​ນັ້ນ​ແສນ​ຢາກ​ ຢ່າ​ໃຫ້​ມັນ​ຈົບ​ສິ້ນພຽງ​ມື້​ດຽວ

 17.  ຄວາມ​ຣັກ ສາມາດ​ເກີດ​ຂື້ນ​ໃຫມ່​ໄດ້​ຕະຫຼອດ​​ເວລາ ຄື​ຖານ​ໄຟ​ເກົ່າ​ທີ່​ກຳລັງ​ລຸກ​ໂຊນ

 18.  ຄວາມ​ຣັກ ຕໍ່​ໃຫ້​ບອກ​ກັນ​ທຸກ​ມື້​ວ່າຣັກກໍ່​ບໍ່​ມີ​ຄຳ​ວ່າ​ຫຼາຍ​ເກີນ​ໄປ ​ແຕ່​ຄວາມ​ຊັງ​ນີ້ບອກ​ກັນ​ເທື່ອ​ດຽວ​ກໍ່​ຄົງ​ບໍ່​ຢາກ​ໄດ້​ຍີ​ນອີກ​ຕໍ່​ໄປ

 19.  ຄວາມ​ຣັກ ຖ້າບໍ່ຣັກ​ແລ້ວ​ຕໍ່​ໃຫ້​ເວົ້າຫຼາຍ​ເທົ່າ​ໃດ​ກໍ່​ບໍ່​ສາມາດຣັກກັນ​ໄດ້

 20.  ຄວາມ​ຣັກ ສາມາດ​ໃຫ້​ອາ​ໄພ​ກັນ​ໄດ້​ສະ​ເໝີ​ໂດຍບໍ່​ມີ​ເງື່ອນ​ໄຂ​ວ່າ​ຈັກ​ເທືອ

 21.  ຄວາມ​ຣັກ ຣັກ​ໄດ້​ແຕ່​ຢ່າ​ຫລົງ​ເພາະ​ຖ້າ​ຫລົງ​ເວລາ​ເລີກ​ແລ້ວ​ຈະ​ເຈັບ

 22.  ຄວາມ​ຣັກ ຢູ່​ເໜືອ​ຄຳ​ບັນຍາຍ​ແລະ​ຈະບໍ່​ມີ​ວັນ​ເປັນ​ໄປ​ຕາມ​ຄຳ​ບັນ​ຍາຍໄດ້

 23.  ຄວາມ​ຣັກ ຄື​ ສິ່ງ​ແປກ​ໃຫມ່​ທີ່​ຈະ​ເຣັດ​ໃຫ້​ມຸມ​ມອງ​ຂອງ​ເຈົ້າ​ປ່ຽນ​ໄປ

 24.  ຄວາມ​ຣັກ ​ເຣັດ​ໃຫ້​ເຈົ້າ​ຢູ່​ຊື່ໆ​ມິດໆ​ໄດ້​ດົນ​ກວ່າ​ເກົ່າ

 25.  ຄວາມ​ຣັກ ຄື​ ສິ່ງ​ທີ່​ເຣັດ​ໃຫ້​ເກີດ​ປະກາຍ​​ໄຟ​ໃນ​ຫົວ​ໃຈ

 26.  ຄວາມ​ຣັກ ຄື ການ​ເລີ່​ມຄິດ​ເປົ້າ​ໝາຍ​ແຫ່ງຊີວິດ

 27.  ຄວາມ​ຣັກ ຄື ການ​ຣ່ວມຝັນຣ່ວມປັນ​ໃຈ​ແລະ​ກ້າວ​ໄປ​ໃນ​ຊີວິດ

 28.  ຄວາມ​ຣັກ ຄື ການ​ຢູ່​ຄຽງ​ຂ້າງ​ກັນ​ສະ​ເໝີ ບໍ່​ວ່າ​ອີກ​ຝ່າຍ​ຈະ​ຕົກ​ຕ່ຳ​ພຽງ​ໃດ

 29.  ຄວາມ​ຮັກ ບໍ່​ວ່າ​ຈະ​ເປັນ​ແບບ​ໃດ​ແນວ​ໃດ​ມັນ​ກໍ່​ຕ້ອງ​ມີ​ເອກ​ກະ​ລັກສະ​ເພາະ​ຕົວ

 30.  ຄວາມຣັກ ​ເປັນ​ນາມ​ມະ​ທຳທີ່​ເບິ່ງບໍ່​ເຫັນ​ແຕ່​ສຳ​ພັດ​ໄດ້​ດ້ວຍ​ໃຈ

 31.  ຄວາມ​ຮັກ ​ເຣັດ​ໃຫ້​ມື່​ໂຊກ​ຣ້າຍບໍ່​ເປັນ​ມື້​ທີ່​ໂຊກຣ້າຍທີ່​ສຸດ

 32.  ຄວາມ​ຮັກ ​ເຣັດ​ໃຫ້​ມື້​ທີ່​ແສນ​ເສົ້າ​ກາຍ​ເປັນ​ມື້​ທີ່​ສຸກ​ທີ່​ສຸດ​ໄດ້

 33.  ຄວາມ​ຮັກ ​​ເປັນສົມ​ບັດ​ທີ່​ລຳ​ຄ່າ​ທີ່​ບໍ່​ສາມາດ​ຈະ​ຫາ​ໄດ້​ງ່າຍ​ຕາມ​ທ້ອງ​ຖະໜົນ

 34.  ຄວາ​ມຣັກ ​ເຣັດ​ໃຫ້​​​ແມ່ນ​ຫຍັງບາງຢ່າງ​ດີງາມ​ໄດ້ສະ​ເໝີ

 35.  ຄວາມຣັກ ທີ່​ຫີບຣ້ອນມັກ​ຈະ​ພົບ​ກັບ ຈຸດ​ສີ້​ນສຸດ​ໄດ້​ໄວ່ທີ່​ສຸດສະ​ເໝີ

 36.  ຄວາມ​ຣັກ ຄື ສິ່ງ​ທີ່​ແນ້​ຈະ​ເຣັດຄວາມ​ເຈັບ​ປວດ​ໃຫ້ ​ແຕ່​ກໍ່​ບໍ່​ມີ​ໃຜ​ທີ່​ຢ້ານ​ຫຼື​ກຽດ​ຊັງ​ຄວາມຣັກ

 37.  ຄວາມ​ຣັກ ບໍ່​ໄດ້​ຈົບລົງ​ດ້ວຍ​ການ​ແຕ່ງງານ​ຫຼື​ມີ SEX ​ເທົ່າ​ນັ້ນ

 38.  ຄວາມຣັກ ຄື ສິ່ງ​ທີ່​ຍືນ​ຍາວ​ກວ່າ​ຊີ​ວິດ​ຄົນ​ ໆ ໜື່ງ

 39.  ຄວາມຣັກ ຄື ສິ່ງ​ທີ່​ເຈົ້າ​ຈະ​ພົບ​ໄດ້​ເອງ​ໂດຍ​ບໍ່​ຕ້ອງ​ສະ​ແຫ​ວ່ງຫາ

 40.  ຄວາມຣັກ ສ່ວນ​ຫຼາຍ​ມັກ​ຈະ​ເຕິ​ບ​ໂຕ​ມາ​ຈາກ​ຄວາມ​ເປັນ​ເພື່ອນ ​ແລະ​ມັກ​ຈະ​ຍືນ​ຍາວ​ສະ​ເໜີ

 41.  ຄວາມຣັກ ​ໃນ​ຍາມ​ແຮກຣັກ ຄື​ຊ່ວງ​ເວ​ບາ​ຂອງຣັກທີ່​ຫວານ​ຫອມ​ຫຼາຍ​ທີ່​ສຸດ

 42.  ຄວາມຣັກ ຄັ້ງ​ທຳ​ອິດ​ແລະຣັກຄັ້ງ​ສຸດ​ທ້າຍ​ມັກ​ຈະ​ເປັນຣັກ​ໃນ​ຕົນ​ເອງ

 43.  ຄວາມຣັກ ​ເຣັດ​ໃຫ້​ຄົນ​ກາຍ​ເປັນ​ກະ​ວີ

 44.  ຄວາມຣັກ ບໍ່​ແມ່ນ​ການ​ເບິ່ງ​ຕາ​ກັນ ​ແຕ່​ເປັນ​ການ​ເບິ່ງ​ໄປ​ໃນ​ທິທາງ​ດຽວ​ກັນ

 45.  ຄວາມຣັກ ບໍ່​ວ່າ​ຈະ​ເກີດ​ຂື້ນ​ເມື່ອ​ໃດ​ກໍ່​ບໍ່​ມີ​ຄຳ​ວ່າ​ສາຍ​ໄປ

 46.  ຄວາມ​ຣັກ ຄື ສິ່ງ​ມະຫັດສະຈັນ​ທີ່​ເກີດ​ຂື້ນ​ໃນ​ຊີວິດ​ເຈົ້າ

 47.  ຄວາມ​ຣັກ ​ເຣັດ​ໃຫ້​ທຸກ​ຢ່າງ​ສະຫວ່າງ ​ແລະ​ສົດ​ໃສ

 48.  ຄວາມ​ຮັກ ຄື ການ​ພື​ງພໍ​ໃຈ​ໃນ​ສິ່ງ​ທີ່ຣັກ

 49.  ຄວາມຣັກ ຈະ​ມີ​ຄຸນຄ່າ​ໄດ້​ຕໍ່​​ເມື່ອ ຄົນ​ທີ່​ຣັກຕ້ອງ​ໃຫ້​ກຽດ​ຊື້ງກັນ​ແລະ​ກັນ

 50.  ຄວາມຣັກ ບາງ​ທີ່​ກໍ່​ເປັນ​ສະພານ​ທອດ​ໄປ​ສູ່​ການ​ແຕ່ງງານ

ແລະເຈົ້າເດະວ່າຄວາມຣັກນັ້ນໝາຍຄວາມວ່າຈັງໃດ?

 

 

Delicious Digg Fark Twitter