ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ທ.ວ.. 3, 2009 | ມີ 7 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ອື່ນ ໆ
ຖ້າ​ທ່າ​ນຢາ​ກຮູ້​ວ່າ​ເວລາ 10 ປີ​ມີ່​ຄ່າ​ຂະໜາດ​ໃດ ຖາມ​ຄູ່​ແຕ່​ງງານ​ທີ່​ຫາ​ກະຫຍ່າ​ຮ້າງກັນ.

ຖ້າ​ທ່າ​ນຢາ​ກຮູ້​ວ່າ​ເວລາ 4 ປີ​ມີຄ່າ​ຂະໜາດ​ໃດ ຖາມ​ນິສິດ​ນັກ​ສື​ກສາ​ທີ່​ຫາ​ກະ​ຮັບ​ປະ​ລີ​ນຍາ​ຈາກ​ມະຫາ​ວິທະຍາ​ໄລ.

ຖ້າ​ທ່າ​ນຢາ​ກຮູ້​ວ່າ​ເວລາ 1 ປີ​ມີຄ່າ​ຂະໜາດ​ໃດ ຖາມ​ນັກຮຽນ​ທີ່​ເສັງ​ຕົກ.

ຖ້າ​ທ່າ​ນຢາ​ກຮູ້​ວ່າ​ເວລາ 9 ​ເດືອນມີຄ່າ​ຂະໜາດ​ໃດ ຖາມ​ແມ່​ທີ່​ຫາ​ເກິ​ດລູກ.

ຖ້າ​ທ່າ​ນຢາ​ກຮູ້​ວ່າ​ເວລາ 1 ອາທິດມີຄ່າ​ຂະໜາດ​ໃດ ບັນນາທິການ​ໜັງສືພິມ​ລາຍ​ອາທິດ.

ຖ້າ​ທ່າ​ນຢ່າ​ກຮູ້​ວ່າ​ເວລາ 1 ຊົ່ວ​ໂມງ​ມີຄ່າ​ຂະໜາດ​ໃດ ຖາມ​ຄົນ​ຮັກ​ທີ່​ຖ້າ​ພົບ​ກັນ.

ຖ້າ​ທ່າ​ນຢາ​ກຮູ້​ວ່າ​ເວລາ 1 ນາທີມີຄ່າ​ຂະໜາດ​ໃດ ຖາມ​ຄົນ​ທີ່​ພາດ​ລົດ​ໄຟ ລົດ​ປະຈຳ​ທາງ ຫຼື ເຮືອບີນ.

ຖ້າ​ທ່າ​ນຢາ​ກຮູ້​ວ່າ​ເວລາ 1 ວິນາທີມີຄ່າ​ຂະໜາດ​ໃດ ຖາມຄົນທີ່ລອດຕາຍຈາກອຸບັດຕິເຫດຢ່າງວຸດວິດ.

ຖ້າທ່ານຢາກຮູ້ເວລາສ້ຽວໜື່ງຂອງວິນາທີມີຄ່າຂະໜາດໃດ ຖາມນັກກີລາໂອລິມປີກທີ່ຊະນະ​ຫຽນ​ເງິນ.

ຖ້າ​ທ່ານ​ຢາ​ກຮູ້​ວ່າ​ມິດຕະພາບ​ມີຄ່າ​ຂະໜາດ​​ໃດ ລອງ​ເສຍ​ເພື່ອນ​ສັກ​ຄົນ​ໜື່ງ.

​ເວລາ​ບໍ່​ເຄື​ຍຖ້າ​​ໃຜ ​ເມື່ອ​ມັນ​ຜ່ານ​ໄປ​ແລ້ວ​ມັນ​ຈະ​ບໍ່​ກັບ​ມາ​ອີກເລີຍ

ຈົງ​ໃຊ້​ເວລາ​ຂອງ​ທ່ານ​ທຸກ​ເວລາ​ຢ່າງ​ດີ​ທີ່​ສຸດ

ທ່ານຈະ​ຮູ້​ຄຸນຄ່າ​ຂອງ​ເວລາ​ເມື່ອ​ທ່ານ​ແບ່ງປັນ​ກັບ​ຄົນ​ທີ່​ພິ​ເສດ​ສຸດ​ໃນ​ຊີວິດ​ຂອງ​ທ່ານ.


ຈາກ fwdmail
Delicious Digg Fark Twitter