ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ

ໂລກລະບາດຮ້າຍແຮງກຳລັງເເພ່ພັນ….
ສ້າງເມື່ອ ສ.ຫ.. 18, 2009 31 ຄົນໂຫວດ, 25 ຄຳເຫັນ, ອ່ານ 500 ເທື່ອ
ງອນ
ເປັນໂຮກລະບາດທີ່ຮ້າຍແຮງຕິດຕໍ່ຢ່າງໄວວາຂະຫຍາຍຕົວເປັນວົງກວ້ວງໃນແນວລາບຍັງບໍ່ພົບວັກຊີນຫຼືຍາຮັກສາ
ຜູ້ປ່ວຍມີອາການໜ້າງໍແລະບາງຄົນທີ່ອາການໜັກຈະມີອາການໜ້າດຳແຊກຊ້ອນຫູແຂ່ງຟັງຫຍັງຂັດຫູໄປໜົດຕາ ຂວງນ້ຳລາຍໄຫ່ໜ້ອຍໜື່ງພໍງາມຍັງບໍ່ພົບຫລັກຖານທີ່ແນ່ນອນວ່າຜູ້ໃດນຳເຊື້ອມາປ່ອຍໂລກນີ້ສົງຜົນໃຫ້ອຸ່ນນະ ພູມຮ່າງການສູງມື່ຊັ່ນຜູ້ປ່ວຍທີ່ມີອາການໜັກອາດເຖິງຂັ້ນຊັກດີ້ນຊັກງໍການປະຖົມພະຍາບານເບື້ອງຕົ້ນຄວນສັງເກດ ເບິ່ງອາການຂອງຜູ້ປ່ວຍວ່າງອນຢູ່ໃນລະດັບໃດຖ້າງອນນ້ອຍໆໃຫ້ຫີ່ບງໍ້ຜູ້ພົບເຫັນທົວໄປຄວນເອົາໃຈໃສ່ຕໍ່ຜູ້ຕິດ ເຊື້ອໃນລະຍະເລີ່ມແລກຈະເຮັດໃຫ້ອາການບໍ່ລຸກລາມແລະສາມາດຮັກສາຫາຍໄດ້ສຳລັບຜູ້ປ່ວຍທີ່ມີອາການໜັກ ຜູ້ງໍ້ຄວນໄດ້ຮັບການຝືກສອນແລະເປັນຜູ້ຊຳນານໃນການງໍ້ເປັນພີເສດເພາະຜູ້ປ່ວຍຈິດໃຈອ່ອນແອເປາະບາງແຕກ ຫັກງ່າຍຕ້ອງການຄວາມເອົາໃຈໃສ່ຫລັງໄດ້ຮັບການຮັກສາຜູ້ປ່ວຍທີ່ຫາຍແລ້ວຍັງສາມາດອາການກຳເລິບໄດ້ທຸກ ເວລາຜູ້ໃກ້ສິດຕ້ອງໃຫ້ຄວາມຮັກແລະຄວາມເຂົ້າໃຈຫາກຄວາມຮັກແລະຄວາມເຂົ້າໃຈນັ້ນລົດນ້ອຍລົງເມື່ອໃດ ອາການງອນກໍ່ຈະກຳເລິບ..
ໝາຍເຫດ
ພົບຫຼາຍໃນກຸ່ມຄົນທີ່ມີຄວາມງາມ ແລະຄວາມໜ້າຮັກສຳລັບຜູປ່ວຍທີ່ບໍ່ງາມ ແລະບໍ່ໜ້າຮັກຈະເອີ່ນອາການດຽວກັນ ວ່າ ໜ້າເບື່ອໜ້າລຳຄານຈະປ່ອຍໄປຕາມກຳບໍ່ມີການປະຖົມພະຍາບານໃດໆ ທັ້ງນັ້ນຈົນກວ່າອາກາຈະຫາຍ ຫຼື ຕາຍໄປເອງ
ແລ້ວເຈົ້າເຄືຍຕິດໂລກລະບາດນີ້ແລ້ວບໍ່ ?