ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ

++ຄວາມສຸກຂອງການໄດ້ຮັກ++
ສ້າງເມື່ອ ສ.ຫ.. 22, 2009 31 ຄົນໂຫວດ, 26 ຄຳເຫັນ, ອ່ານ 588 ເທື່ອ
ຄວາມຈິ່ງກໍ່ຄື ໃນຂະນະທີ່ເຮົາກຳລັງຄິດເຖິງໃຜຄົນໜື່ງຕະຫຼອດເວລາ ເຂົາຄົນນັ້ນອາດກຳລັງຄິດເຖິງໃຜຄົນອື່ນຢູ່ກໍ່ເປັນໄດ້ ແລະ ບາງຄັ້ງກໍ່ອາດມີໃຜບາງຄົນທີ່ຄິດເຖິງເຮົາຢູ່ໂດຍທີ່ເຮົາບໍ່ສົນໃຈເລືຍເຊັ່ນກັນ, ບາງຄັ້ງການທີ່ໄດ້ຝັນໄປຄົນດຽວມັນກໍ່ດີກວ່າການໄດ້ຮູ້ຄວາມຈິ່ງທີ່ວ່າ “ສິ່ງທີ່ເຮົາຄິດທັ້ງໝົດມັນຄືຄວາມຝັນຂອງເຮົາພ່ຽງຄົນດຽວ” ສະນັ້ນບໍ່ແປກທີ່ຄົນສ່ວນໃຫຍ່ເລືອກທີ່ຈະຈົມຢູ່ກັບຄວາມຝັນຫຼາຍກວ່າການໄດ້ຮູ້ຄວາມຈິ່ງ, ການບໍ່ໄດ້ເປັນທີ່ໜື່ງໃນໃຈເຂົາບໍ່ແມ່ນເລື່ອງໜ້າເສົ້າ ເຮົາອາດໄດ້ເປັນທີ່ 2 ຊຶ່ງມັນກໍ່ຍັງດີກວ່າໄດ້ເປັນທີ່ 3 ຫຼື 4. ແລະ ຫາກເຮົາເປັນທີ່ 10 ໃນໃຈເຂົາ ກໍ່ຂໍໃຫ້ຄິດໄວ້ວ່າກໍ່ຍັງດີກວ່າເຮົາບໍ່ມີຄວາມສຳຄັນແມ່ນຫຍັງໃນໃຈເຂົາເລືຍ. ມັນອາດຕ້ອງມີນ້ຳຕາແດ່ ໃນການຍອມຮັບຄວາມຈິ່ງວ່າເຮົາບໍ່ແມ່ນທີ່ 1 ແຕ່ຈືໄວ້ວ່າ ຫາກ ຫົວໃຈຂອງເຈົ້າຍັງບໍ່ຮ້ອງໄຫ້ອອກມາດັງໆພ້ອມກັບເວົ້າກັບຕົວເອງວ່າ ”ຂ້ອຍເມື່ອຍເຫຼືອເກີນ ໂປດຫ້າມໃຈກ່ອນທີ່ຂ້ອຍຈະອ່ອນລ້າໄປຫຼາຍກວ່ານີ້….” ຈົງມັກຕໍ່ໄປ ການທີ່ຈະຮັກໃຜຄົນໃດຄົນໜື່ງ…ບໍ່ຕ້ອງການຄວາມພະຍາຍາມການຕັດສີນໃຈພີ້ທີ່ຕ້ອງໃຊ້ຄວາມພະຍາຍາມຢ່າງຫຼາຍ ລອງຊັ່ງນ້ຳໜັກໃນໃຈເຈົ້າເບິ່ງວ່າ ”ຄວາມສຸກຍາມທີ່ໄດ້ສົບຕາເຂົາ” ກັບ “ຄວາມທຸກຍາມທີ່ເຈົ້າຕ້ອງຄອຍຫຼົບຕາເຂົາ” ອັນໃດມັນໜັກໜາກວ່າກັນ ຢ່າໂທດຕົວເອງທີ່ມາເຈີເຂົາສາຍເກີນໄປ ຢ່າໂທດເຂົາທີ່ບໍ່ມີໃຈໃຫ້ ຢ່າໂທດໂຊກຊະຕາທີ່ເຮັດໃຫ້ເຮົາພົບກັນ ແຕບໍ່ໄດ້ເຮັດໃຫ້ໃຈເຮົາຕົງກັນ ແຕ່ຈົງຍີ້ມໃຫ້ກັບຕົວເອງທີ່ຢ່າງໜ້ອຍເຖິງຈະພົບເຂົາຄົນນັ້ນສາຍເກີນໄປແຕ່ກໍ່ຍັງໄດ້ພົບຍິ້ມໃຫ້ເຂົາທີ່ເຖິງຈະບໍ່ມີໃຈໃຫ້ເຮົາມາແຕ່ກໍ່ຍັງໄດ້ຮັບຫົວໃຈເຮົາໄປຍິ້ມໃຫ້ໂຊກຊະຕາທີ່ເຖິງແມ້ຈະບໍ່ໄດ້ເຮັດໃຫ້ເຮົາຮັກກັນແຕ່ກໍ່ຍັງເຮັດໃຫ້ເຮົາໄດ້ຮູ້ຈັກກັນ ເຈົ້າຄວນຈະດີໃຈຊ້ຳທີ່ຄັ້ງໜື່ງ ເຈົ້າ ໄດ້ພົບຄົນທີ່ເຈົ້າຢ່າກເກັບຮອຍຍິ້ມຂອງເຂົາໄວ້ຄົນດຽວ ຄົນທີ່ເຈົ້າໃຊ້ໃຈກວ່າຕົວເຈົ້າເອງ ຄົນທີ່ຍິ້ມຂອງເຂົາປ່ຽນວັນທີ່ໝອງໝົນຂອງເຈົ້າໃຫ້ກາຍເປັນວັນທີ່ສົດໃສ ເທົ່ານີ້ກໍ່ພຽງພໍແລ້ວບໍ່ແມ່ນຫວາ? ການທີ່ໄດເຫັນຄົນທີ່ເຮົາຮັກໄດ້ຫົວເຮາະຢູ່ກັບໃຜສັກຄົນຄົນທີ່ເຂົາຮັກຫຼາຍທີ່ສຸດ…..
ນັ້ນແຫລະຄື….ຄວາມສຸກຂອງການໄດຮັກຢ່າງຈິ່ງໃຈ..
ແມ່ນບໍ່?