ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ກ.ລ.. 5, 2011 | ມີ 11 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ຄວາມຮັກ

                                                   

+ ອິດສາເຂົານຸ່ງເສື້ອຄູ່-ອິດສາເຂົາສະວີດຫວານ

+ ອິດສາເຂົາຈັບມືກັນ

+ ອິດສາເຂົາຍ່າງຈູງມືກັນ

+ ອິດສາເຂົາຍ່າງກອດກັນ

+ ອິດສາເຂົາກັ້ງຄັນຮົ່ມອັນດຽວກັນ

+ ອິດສາເຂົາສະວີດຫວານຕໍ່ກັນ

ອິດສາເດ່...................ອິດສາ

 

                                                                          

ເປັນຫຍັງເຮົາຄືບໍ່ມີໂອກາດແບບນີ້ນໍ.....................

 

 

 

ຂຽນເມື່ອ ຂຽນເມື່ອ: ມ.ກ.. 19, 2011 | ມີ 25 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ຄວາມຮັກ

      ບໍ່ຮູ້ວ່າເພື່ອນໆໃນພັນລາວມີໃຜແດ່ບໍ່ທີ່ເຄີຍເຈີກັບເຫດການແບບນີ້, ຄືວ່າ: ຂ້ອຍໄດ້ຮູ້ຈັກກັບ

ຄົນໆ1 ລົມກັນໄດ້ 3 ເດືອນຂ້ອຍກໍ່ໄດ້ຕົກລົງປົງໃຈຄົບຫາກັບຄົນນີ້; ແຕ່ບັນຫາມັນມີຢູ່ວ່າ: ຄົນ

ທີ່ຂ້ອຍຄົບຫາເບິ່ງໃຈຢູ່ນີ້ເຂົາເຄີຍອົກຫັກມາກ່ອນ ແລະ ເບິ່ງທ່າວ່າເຂົາຈະຮັກຄົນໆນີ້ຫຼາຍ, ເຂົາ

ບອກວ່າ: ເລີກກັບແຟນຄົນນີ້ມານານເຖິງ 6-7 ປີແລ້ວ, ແຕ່ຕາມທີ່ຂ້ອຍຮູ້ ຂ້ອຍຮູ້ວ່າ: ເຂົາຍັງຄົງ

ບໍ່ລືມແຟນເກົ່າຂອງເຂົາ ເຊິ່ງມັນເຮັດໃຫ້ຂ້ອຍເຈັບປວດທີ່ເປັນໄດ້ພຽງເງົາຂອງແຟນເກົ່າເຂົາ

ເບິ່ງທ່າວ່າ: ຂ້ອຍບໍ່ສາມາດແທນທີ່ຂອງແຟນເກົ່າຂອງເຂົາໄດ້ເລີຍ;

        ມີຜູ້ຊາຍຄົນ1ຮັກ ແລະ ໝັ້ນຄົງຕໍ່ຂ້ອຍມານານເຖິງ 6-7 ປີບໍ່ຍອມປ່ຽນແປງ, ແຕ່ວ່າຂ້ອຍ

ກັບມາຮັກຜູ້ຊາຍອີກຄົນທີ່ເຂົາຍັງບໍ່ສາມາດລົບລືມແຟນເກົ່າຂອງເຂົາໄດ້ ເຖິງແມ່ນວ່າເວລາຈະ

ຜ່ານມານານເຖິງ 6-7 ປີແລ້ວກໍ່ຕາມ; ແມ່ຍິງທີ່ຄົນຮັກຂອງຂ້ອຍຮັກນັ້ນກັບໄປຮັກຜູ້ຊາຍອີກຄົນ

ທີ່ບໍ່ແມ່ນຄົນຮັກຂອງຂ້ອຍ, ແຕ່ຂ້ອຍກໍ່ບໍ່ຮູ້ຄືກັນວ່າ: ຜູ້ຊາຍທີ່ໂຊກດີທີ່ແມ່ຍິງຄົນນັ້ນຮັກຈະໄປຮັກ

ກັບໃຜອີກຄົນຫຼືບໍ່............????

⇒    ວັນວັນທີ່ເປັນຢູ່                         ເຝົ້າທຳເພື່ອເທີທຸກຢ່າງ

ແຕ່ໃຈເທີໄມ່ເຄີຍ                               ລືມລັກຄັ້ງເກົ່າ

ເທີເປັນແກ້ວໃບ1                              ທີ່ເຕັມໄປດ້ວຍນໍ້າປ່າວ 

ຍິ່ງເທເຕີມລົງໄປ...                           ມີແຕ່ລົ້ນອອກ

⇒    ຄົນເກົ່າ-ລັກເກົ່າ                       ເທີໄມ່ເຄີຍລົບເລືອນ

ຄົນໃໝ່-ລັກໃໝ່                               ເລີຍທໍ້.....

ຈິງຈິງເຂົ້າໃຈຢູ່                                 ກັບຄວາມຊົງຈຳຄັ້ງເກົ່າ

ແຕ່ຢ່າເອົາມັນມາ                              ປິດກັ້ນຫົວໃຈ

⇒    ປ່ຽນເປັນແກ້ວເປົ່າ                     ແກ້ວໃໝ່

ເປີດໃຈທີນະເທີ                               ລັບໜ່ອຍ-ລູ້ໜ່ອຍ

ຄວາມລັກ......                                ຈາກສັນ

⇒    ສັນ.....ຍັງຕ້ອງລໍ                      ອີກນານໄໝ?

ຕ້ອງລໍເທີ                                       ອີກນານໄໝ?

ເຖິງຈະໄດ້ເຈີກັບລັກ                          ທີ່ເທີເຄີຍບອກສັນ

⇒    ເມື່ອໄລລັກເກົ່າ                        ລະເຫີຍ            

ສັນລໍໃຫ້ເທີໄດ້ລືມ                            ເຂົາສັກວັນ

 ເພື່ອການເລີ່ມໃໝ່                           ຄັ້ງໃໝ່

ເພື່ອເທີກັບສັນ                                ແລະລັກເລົາ.....

⇒    ທຸ່ມເທເທົ່າໄລ                          ມັນກໍ່ລົ້ນເທົ່ານັ້ນ

ໄມ່ອາດສຳພັດ                                ເຂົ້າເຖິງ......ສັກຄັ້ງ...... 

⇒    ສັນ.....ຍັງຕ້ອງລໍ                     ອີກນານໄໝ?

ຕ້ອງລໍເທີ                                      ອີກນານໄໝ?

ເຖິງຈະໄດ້ເຈີກັບລັກ                         ທີ່ເທີເຄີຍບອກສັນ

⇒    ເມື່ອໄລລັກເກົ່າລະເຫີຍ              ສັນລໍໃຫ້ເທີໄດ້ລືມເຂົາສັກວັນ

 ເພື່ອການເລີ່ມໃໝ່                          ຄັ້ງໃໝ່

⇒    ບອກໜ່ອຍ.......                     ສັນຄວນລໍຕໍ່ໄປໄໝ?

ຕ້ອງລໍເທີ                                     ອີກນານໄໝ?                     

ເຖິງຈະໄດ້ເຈີກັບລັກ                        ທີ່ເທີເຄີຍບອກສັນ

ເມື່ອໄລລັກເກົ່າລະເຫີຍ                     ສັນລໍໃຫ້ເທີໄດ້ລືມເຂົາສັກວັນ......

⇒    ເພື່ອການເລີ່ມໃໝ່                    ຄັ້ງໃໝ່

ເພື່ອເທີກັບສັນ                                ແລະລັກເລົາ.....

    ເພງຂອງ ດາ-ເອັນໂດຟິນ( ສິນລະປິນຂອງໄທ ) ເບິ່ງໆໄປແລ້ວກໍ່ບໍ່ຕ່າງຫຍັງກັບຊີວິດຂອງ

ຂ້ອຍໃນຕອນນີ້; "ອະດີດຄືຄວາມຝັນ ປະຈຸບັນຄືຄວາມຈິງ" ແລ້ວເຈົ້າຈະເລືອກຢ່າງໃດ? ເລືອກ

ທີ່ຈະຈົມປັກຢູ່ກັບອະດີດ ທີ່ມີແຕ່ຄວາມເຈັບຊໍ້າ ຫຼື ເລືອກທີ່ຈະຢູ່ກັບປະຈຸບັນທຳທຸກໆວັນໃຫ້ດີ

ທີ່ສຸດ ເພື່ອປະຈຸບັນ ແລະອະນາຄົດ

      ກໍ່ພຽງຢາກໃຫ້ເຈົ້າໄດ້ຮູ້ເທົ່ານັ້ນເອງ, ເຮົາລອງມາຄິດກັບກັນເບິ່ງເນາະ......! ສົມມຸດວ່າ:

ແມ່ຍິງທີ່ເຈົ້າຮັກຢູ່ລາວບໍ່ເຄີຍລືມແຟນເກົ່າຂອງລາວເລີຍ ເຈົ້າທີ່ເປັນແຟນໃໝ່ຂອງລາວເຈົ້າຈະ

ຮູ້ສຶກຢ່າງໃດ? " ອະດີດຄືຄວາມຝັນ ປະຈຸບັນຄືຄວາມຈິງ "

              ຢ່າເຮັດແບບນີ້ອີກເລີຍ, ໄດ້ໂປດເຫັນໃຈຄົນທີ່ເປັນແຟນໃໝ່ດ້ວຍ

 

 

 

 

 

ຂຽນເມື່ອ ຂຽນເມື່ອ: ພ.ຈ.. 5, 2010 | ມີ 4 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ຄວາມຮັກ

          ທີ່ງານດອງ, ພໍແຕ່ຂ້ອຍກ້າວບາດຍ່າງເຂົ້າມາຫວິດປະຕູ ແລ້ວຮັບເອົາເຫຼົ້າຄໍ້າ-ເຫຼົ້າຄູນຂອງ

ຄູ່ບ່າວ-ສາວ( ຄູ່ສົມລົດໃໝ່ ); ວ່າທີ່ເຈົ້າບ່າວພໍແຕ່ແນມເຫັນຂ້ອຍກໍ່ສັກສາຍຕາມາໃສ່ ແລ້ວຫຼຽວ

ຜ່ານຂ້າມຫຼັງຂ້ອຍໄປ ຈາກນັ້ນກໍ່ຫັນກັບມາເຮັດຍິ້ມນ້ອຍ-ຍິ້ມໃຫຍ່ໃຫ້ແກ່ຂ້ອຍ, ໃຜຫັ້ນຕຸ່ນ?

ແຟນຫວະ? ຫຼືວ່າ: ແມ່ນກິ໋ກ? ພໍແຕ່ຂ້ອຍຕອບໄປວ່າ: ບໍ່ແມ່ນທັງ2, ແມ່ນນ້ອງຊາຍຂອງຕຸ່ນເອງ,

ສີໜ້າທີ່ຍິ້ມແຍ້ມຫວ່າງ1ນີ້ກໍ່ປ່ຽນມາເປັນຜິດຫວັງທັນທີ ຄືວ່າ: ເອົາແຕ່ນ້ອງຊາຍມາຕະຫຼອດແທ້

ຊັ້ນນະ? ຄືບໍ່ຊວນແຟນມານຳຊັ້ນນ່າ? ອ້າວ.......! ລະມາເວົ້າຈັ່ງຊີ້ຫວາ ໝູ່ຂ້ອຍເອີ່ຍ!! ເຫັນວ່າໄດ້

ເມຍລະກະດາຍ ( ຄືວ່າ: ວ່າທີ່ເຈົ້າບ່າວ ແມ່ນໝູ່ຢູ່ຫ້ອງການດຽວກັນກັບຂ້ອຍນີ້ເອງ ) ພໍແຕ່ຍ່າງ

ຜ່ານເຈົ້າບ່າວເຂົ້າມາໃນງານແລ້ວ ຂ້ອຍກໍ່ບໍ່ລໍຊ້າຮີບມຸ່ງໜ້າໄປຫາໂຕະທີ່ມີໝູ່ຫ້ອງການດຽວກັນ

ກັບຂ້ອຍນັ່ງຢູ່ກ່ອນແລ້ວທັນທີ, ພໍມາຮອດໂຕະຍັງບໍ່ທັນຮອດຊິນັ່ງຕັ່ງ ເພື່ອນຍິງຂອງຂ້ອຍກໍ່ຖາມ

ແຊກອອກມາກ່ອນແລ້ວວ່າ: ແມ່ນໃຜຕຸ່ນ? ແຟນຫວະ?(ເອົາອີກແລ້ວ!ຖາມຄຳຖາມຄຳນີ້ອີກແລ້ວ!)

ບໍ່ດອກນີ້ແມ່ນ: ນ້ອງຊາຍຂອງຕຸ່ນເອງ; ເບິ່ງສຽງແຊວໆຂອງເພື່ອນຍິງຂອງຂ້ອຍຖາມກັບມາວ່າ:

ແມ່ນນ້ອງຊາຍແທ້ຫວະ?ບໍ່ແມ່ນແຟນຫວະ?ຊັ້ນ.....ໝູ່ຊິຈີບເອົາເດີ!ຫຼໍ່ໆແບບນີ້?ເຮີ.....ໝູ່ຂ້ອຍເອີ່ຍ!

ນັ່ງໄດ້ບຶດ1ຫຼຽວໆໄປກໍ່ເຫັນນ້າສາວ-ນ້າເຂີຍນັ່ງຢູ່ໂຕະມໍ່ໆກັນ, ຂ້ອຍເລີຍຂໍຕົວກັບໝູ່ເຂົ້າໄປທັກ

ທາຍນ້າ ພໍແຕ່ນ້າສາວຂ້ອຍຫຼຽວເຫັນຂ້ອຍກໍ່ທັກວ່າ: ຕາຕຸ່ນກະມາຫວະ? ແມ່ນແລ້ວເຈົ້າບ່າວແມ່ນ

ໝູ່ຢູ່ຫ້ອງການດຽວກັນກັບຕຸ່ນເອງ ຂ້ອຍຕອບນ້າໄປ, ແລ້ວຍາມໃດຊິພຽນໂຕລະ?( ນ້າສາວ-ນ້າເຂີຍ

ຖາມອອກມາ )<< ເອົາອີກແລ້ວ! ຄຳຖາມເດີມໆອີກແລ້ວ >> ຍັງເທື່ອ......ໃຫ້ໝູ່ເຂົາເອົາກ່ອນກະໄດ້

ຕຸ່ນບໍ່ໄດ້ຟ້າວ ຂ້ອຍຕອບກັບໄປ ແລ້ວຮີບຂໍຕົວກັບທັນທີ; ບໍ່ໄດ້ມີແຕ່ໝູ່ເພື່ອນ-ພີ່ປ້າ-ນ້າ-ອາວ-ອາ

ແມ່ນແຕ່ແມ່ຂອງຂ້ອຍ-ແມ່ເຖົ້າຂ້ອຍກໍ່ຖາມແບບນີ້ຄືກັນ: ຍາມໃດຊິທີໂຕ.

         ໂທ້........!!!!!!! ແຟນຂ້ອຍເອີ່ຍ! ເຈົ້າຢູ່ແຫ່ງຫົນໃດເດ່ນໍ? ຮີບມາໄວແດ່!! ເບິ່ງດູວ່າ: ເຂົາໂຈມຕີ

ຕຸ່ນຂະໜາດໃດ? 

ຂຽນເມື່ອ ຂຽນເມື່ອ: ພ.ຈ.. 4, 2010 | ມີ 10 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ຄວາມຮັກ

ເປັນຫຍັງໃນທຸກໆປີເຮົາຕ້ອງມາ? ມາເພື່ອຫຍັງກັນລະ? ມາເພື່ອມາຟັງພວກເພື່ອນໆເຂົາແຊວ

ກັນຈັ່ງຊັ້ນຫວະ? ວັນເກີດເຮົາແຕ່ລະປີ ຈຳເປັນດ້ວຍຫວະ ທີ່ເຮົາຈະຕ້ອງຈັດ? ຈັດເພື່ອຫຍັງກັນ

ລະ?ຈັດເພື່ອປະຈານຕົນເອງວ່າ: ເຮົາບໍ່ມີແຟນຊັ້ນຫວະ?ແລ້ວທີ່ພວກເພື່ອນໆເຂົາມາກັນລະ,

ເຂົາພາແຟນເຂົາມານຳບໍ່ແມ່ນຫວະ? ແລ້ວຄົນທີ່ເປັນເຈົ້າພາບຢ່າງເຮົາ ຕ້ອງມາຄົນດຽວເພື່ອສະ

ຫຼອງວັນເກີດໃຫ້ກັບຕົນເອງຈັ່ງຊັ້ນຫວະ? ລະມັນເປັນຈັ່ງໃດລະ, ຕ້ອງມານັ່ງຟັງຄຳຖາມຊໍ້າໆວ່າ:

ຢູ່ໃສແຟນນະ? ແຟນບໍ່ມານຳຫວະ? ແລ້ວເຮົາກໍ່ເອົາແຕ່ຍິ້ມຮັບ ທັງໆທີ່ໃນໃຈເຈັບປວດຈະຕາຍ,

ເອ່.....ເພື່ອນເຮົານິ໋! ຮູ້ກໍ່ຮູ້ດີນີ້ນ່າວ່າເຮົາບໍ່ມີແຟນ ຊິມາຕອກຊໍ້າຫຍັງກັນເອົາແທ້ເອົາວ່າ? ຕ້ອງ

ເປັນແບບນີ້ປີແລ້ວປີເລົ່າທີ່ຕ້ອງເຈີກັບຄຳຖາມແບບນີ້; ເພື່ອນຊາຍບາງຄົນກໍ່ແຊວກັນວ່າ: ລະວັງ

ເດີດຽວຈະຂຶ້ນຄານເລືອກຫຼາຍນະ! ເຮົາກໍ່ໄດ້ແຕ່ຍິ້ມຮັບແລ້ວຕອບໄປວ່າ: ຊໍ່າຊິເອົາເນາະແຟນ

ຫັ້ນນະ 28 ປີແລ້ວຄ່ອຍຄິດກະຍັງບໍ່ສາຍ; ແລ້ວປີນີ້ຊິເຮັດຈັ່ງໃດລະ? ປີນີ້ກໍ່ຄົງເໝືອນກັນກັບ

ທຸກໆປີທີ່ຜ່ານມາຕ້ອງມານັ່ງຟັງຄຳຖາມເດີມໆທີ່ວ່າ: ຢູ່ໃສແຟນນະ?ບໍ່ເອົາແຟນມານຳແດ່ຫວະ?

ຊິຕ້ອງມາທົນຟັງກັບຄຳຖາມແບບນີ້ໄປເຮັດຫຍັງກັນ?( ຮູ້ສຶກນ້ອຍໃຈເຫຼືອເກີນທີ່ບໍ່ມີແຟນຄືໝູ່ ),

ຊິຈັດດີບໍ່ນໍ! ວັນເກີດປີນີ້? ຄັນຊິບໍ່ຈັດ ພວກເພື່ອນໆກໍ່ຖາມເປັນໄນໆມາແລ້ວວ່າ: ປີນີ້ຮ້ານໃດດີ?

ຢູ່ໃສດີລະເພື່ອນ? ຄັນຊິຈັດແລ້ວໃຜລະຊິໄປນຳເຮົາ? ນ້ອງຊາຍກໍ່ບໍ່ຄ່ອຍຈະຢາກໄປນຳ ເທົ່າໃດ,

ແລ້ວຊິໃຫ້ເຮົາອອກຈາກບ້ານໄປຮ້ານຄົນດຽວເພື່ອເອີ້ນເພື່ອນໆເຂົາມາສະຫຼອງວັນເກີດກັນຊັ້ນ

ຫວະ? ບໍ່ເຂົ້າໃຈຕົວເອງເລີຍ ເຮົາເຮັດແບບນີ້ໄປເພື່ອຫຍັງກັນ? ແຕ່ໃຈຈິງຂອງເຮົາລະແມ່ນຢາກເຈີ

ເພື່ອນໆ ຢາກເມົ້າສຸກ-ທຸກກັນກັບເພື່ອນໆ, ຢາກໃຫ້ຄວາມສຳພັນຂອງເຮົາກັບເພື່ອນໆແໜ້ນ

ແຟ້ນບໍ່ຈືດຈາງໄປ. ແຕ່.......ເປັນຫຍັງເຮົາຈິ່ງອາພັບຄົນຮັກແບບນີ້? ພວກເພື່ອນໆເຂົາມາກັນ

ເຂົາກໍ່ຈະເອົາແຟນເຂົາມານຳສະເໝີ, ແລ້ວເປັນຫຍັງຂ້ອຍຈິ່ງຕ້ອງນັດເພື່ອນໆອອກມາ ໃຫ້ເຂົາ

ມາເມົ້າກັນວ່າ: " ຂ້ອຍບໍ່ມີແຟນ "; ຂ້ອຍຍັງຫາຄຳຕອບທີ່ຊັດເຈນໃຫ້ກັບຕົວເອງບໍ່ໄດ້ເລີຍວ່າ:

ຂ້ອຍຈັດວັນເກີດໄປ ເພື່ອຫຍັງກັນແທ້?

ຂຽນເມື່ອ ຂຽນເມື່ອ: ພ.ຈ.. 3, 2010 | ມີ 15 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ຄວາມຮັກ

ຂ້ອຍຂີ້ລ້າຍຫຼາຍເລີຍຫວະ? ຂ້ອຍນິໄສບໍ່ດີແທ້ໆນີ້ຫວະ? ຂ້ອຍບໍ່ງາມ-ຂ້ອຍນິໄສບໍ່ດີຫຼາຍເລີຍຫວະ

ຈິ່ງເຮັດໃຫ້ຊີວິດຂ້ອຍບໍ່ມີແຟນ? ຈົນປານນີ້ແລ້ວຂ້ອຍຍັງບໍ່ມີແຟນເລີຍ! ແມ່ນແລ້ວຂ້ອຍເປັນຄົນຂີ້ລ້າຍ

ຫຼາຍ ຂ້ອຍຂໍຍອມຮັບຄວາມຈິງຂໍ້ນີ້, ແຕ່ເລື່ອງນິໄສ-ໃຈຄໍຂ້ອຍກໍ່ບໍ່ໄດ້ຂີ້ລ້າຍໄປກັບໜ້າຕານີ້ນ່າ! ແລ້ວ

ເປັນຫຍັງຂ້ອຍຈິ່ງບໍ່ມີແຟນປານນີ້? ຫຼືວ່າ: ຜູ້ຊາຍສະໄໝນີ້ເຂົາຕັດສິນກັນທີ່ໜ້າຕາຫຼາຍກວ່າບໍ່? ເຮົາ

ທີ່ມີໜ້າຕາຂີ້ລ້າຍ ແຕ່ນິໄສດີ-ໃຈດີ ກໍ່ເລີຍຖືກເບິ່ງຂ້າມ; ຈົນປານນີ້ແລ້ວ ອາຍຸກໍ່ຈະ 24 ປີແລ້ວ ແຕ່ກັບ

ບໍ່ມີແຟນ, ເຮີ......!!ຕະຫຼົກຫຼາຍເລີຍແມ່ນບໍ່? ຄັນວ່າເຄີຍມີແຟນ-ຄົບໃຜຈິງຈັງມາກ່ອນ ແລ້ວອົກຫັກມາ

ມັນຄົງບໍ່ຕະຫຼົກຂະໜາດນີ້ດອກ! ແຕ່ນີ້........ຕັ້ງແຕ່ສະໄໝຮຽນມັດທະຍົມຕົ້ນ ຈົນມາເຖິງ ມັດທະຍົມ

ປາຍ ບໍ່ວາຍຮຽນວິຊາຊີບຈົນມາເຮັດການແລ້ວຂ້ອຍຍັງບໍ່ເຄີຍມີແຟນເລີຍຈັກຄົນ; ຂ້ອຍບໍ່ເຄີຍຮູ້ຈັກຄຳວ່າ:

ການທີ່ເຮົາໄດ້ຢູ່ກັບແຟນ( ຄົນຮັກ )ໄດ້ໃກ້ຊິດສະໜິດສະໜົມກັນນັ້ນ ມັນມີຄວາມສຸກຂະໜາດໃດ, ການ

ທີ່ໄດ້ມີເວລາໃຫ້ແກ່ກັນ ແລະ ກັນ-ໄດ້ໄປທ່ຽວນຳກັນ ມັນມີຄວາມຮູ້ສຶກພິເສດຊໍ່າໃດ ເພາະວ່າຂ້ອຍບໍ່ເຄີຍ

ມີແບບນັ້ນ; ຄັນຊິວ່າ: ບໍ່ມີຄົນມາຈີບແທ້ໆກະຫາກບໍ່ແມ່ນ, ເພາະວ່າ: ຄົນທີ່ເຂົາເຂົ້າມາຈີບຂ້ອຍ ຂ້ອຍພັດ

ບໍ່ມັກ, ຄົນທີ່ຂ້ອຍຄິດມັກ ເບິ່ງເຂົາກັບບໍ່ສົນໃຈຂ້ອຍ ມັນເປັນແບບນີ້ໆແຫຼະ! ຈິ່ງເຮັດໃຫ້ຂ້ອຍບໍ່ມີແຟນຄື

ໝູ່ເຂົາຈັກເທື່ອ. ເອ່........ນີ້........ຫຼືວ່າ.......ທີ່ເປັນແບບນີ້ ມັນເປັນເພາະຄຳທີ່ຂ້ອຍເຄີຍຂໍພອນໄວ້ບໍ່?

ຄືວ່າ: ຕອນຊ່ວງທີ່ຂ້ອຍຮຽນຢູ່ມັດທະຍົມປາຍມີຄົນມາຈີບຂ້ອຍຫຼາຍເລີຍ, ເອີ້ນວ່າ: ສະເໜ່ມາແຮງໃນ

ຊ່ວງນັ້ນກໍ່ວ່າໄດ້ ຂ້ອຍກັບບໍ່ໄດ້ສົນໃຈໃຜເລີຍ ຂ້ອຍຮູ້ສຶກຫງຸດຫງິດ-ອຶດອັດ-ມຸດມັດຈິດໃຈ ບໍ່ໄດ້ຮັກໃຜ

ແທ້ໆ( ສາບານໄດ້ )ແມ້ກະທັ້ງມາຮຽນຢູ່ວິທະຍາໄລ ກະມີຄົນມາມັກຄືກັນ, ແຕ່ຄ້າຍກັບວ່າ: ໃຈຂ້ອຍມັນ

ແມ່ນກ້ອນຫີນນີ້ແຫຼະ ຂ້ອຍພັດບໍ່ຮູ້ມັກ-ບໍ່ຮູ້ຮັກໃຜເລີຍ, ເວລາທີ່ຂ້ອຍໄດ້ທຳບຸນຕັກບາດ-ຢາດນໍ້າຢູ່ວັດໃດ

ຂ້ອຍກໍ່ມັກຈະຂໍພອນຈາກພະເຈົ້າໃຫ້ປະທານພອນໃຫ້ແກ່ຂ້ອຍ ຂໍໃຫ້ຂ້ອຍຢ່າໄດ້ຮັກໃຜເລີຍໃນຊ່ວງນີ້,

ເພາະຂ້ອຍຄິດວ່າ: ຄົນອາຍຸຊໍ່າຂ້ອຍ ບໍ່ຄວນທີ່ຈະຮັກໃຜໃນທາງຊູ້ສາວເທື່ອຂ້ອຍຍັງເປັນເດັກນ້ອຍຢູ່,

ຖ້າຂ້ອຍຈະເຈີຄົນທີ່ຂ້ອຍຮັກ ແລ້ວເຂົາກໍ່ຮັກຂ້ອຍ ຂໍໃຫ້ເປັນຊ່ວງອາຍຸ 25-26 ປີ, ຂໍສຶກສາເບິ່ງໃຈກັນປະ

ມານ 2-3 ປີ ອາຍຸກໍ່ຕົກຢູ່ປະມານ 27-28 ປີ ຈິ່ງຈະສ້າງຄອບຄົວໄດ້; ເອ່ນີ້.....!! ຫຼືວ່າ ພະເຈົ້າເພິ່ນ

ຈະປະທານພອນໃຫ້ກັບຂ້ອຍ ໃຫ້ຂ້ອຍສົມຫວັງໃນສິ່ງທີ່ຂ້ອຍຂໍໄປບໍ! ຈິ່ງເຮັດໃຫ້ຂ້ອຍບໍ່ມີແຟນເທື່ອ?  

            ແຕ່ວ່າ.........ໃນຕອນນີ້, ໃຈເລິກໆພັດຮູ້ສຶກເຫງົາ-ດຽວດາຍ ເມື່ອເຫັນເພື່ອນໆຂອງຂ້ອຍເຂົາ

ພາກັນມີແຟນກັນໝົດທຸກຄົນ, ແລ້ວ my birth day, internatoinal new year day, valentine day,

international women day....... ຂ້ອຍກໍ່ຄົງຈະສະຫຼອງກັບຕົວເອງຕາມເຄີຍ, ເພາະວ່າວັນສຳຄັນແບບ

ນີ້ເພື່ອນໆຂອງຂ້ອຍເຂົາມັກຈະໄປສະຫຼອງກັບຄົນຮັກຂອງເຂົາ ແລ້ວລືມຄົນທີ່ເປັນໝູ່ຢ່າງຂ້ອຍ

                                               ( ເຫງົາເຫຼືອເກີນ )

                                                                    

ຂຽນເມື່ອ ຂຽນເມື່ອ: ຕ.ລ.. 11, 2010 | ມີ 22 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ຄວາມຮັກ

ຂ້ອຍຜິດຫຼາຍຫວະທີ່ຂ້ອຍບໍ່ໄດ້ຮັກເຈົ້າ?

ເຈົ້າຮັກຂ້ອຍແລ້ວຈຳເປັນດ້ວຍຫວະ ທີ່ຂ້ອຍຈະຕ້ອງຮັກເຈົ້າຕອບ?

ຖ້າມັນຕ້ອງເປັນແບບນັ້ນ.......ຂ້ອຍກໍ່ຄົງຈະບໍ່ຢູ່ເປັນໂສດມາຈົນເຖິງທຸກວັນນີ້ດອກ

ເພາະຖ້າຫາກຂ້ອຍຕ້ອງຮັກທຸກຄົນທີ່ມາຮັກ-ມາສົນໃຈຂ້ອຍ¯¾­-­ນນີ້®Ò-Á´È­-¢Éº¨-´ó-Á³­ນ»º©

10-£ö­ນ-Áìɸ-¹¸½?À¥í¾-´ñ¡-«¾´-¢Éº¨-¦½-ÀÏó¸È¾: ¢Éº¨-´ó-Á³­-Áìɸ-®Ò? ¢Éº¨-¨ñ¤¦ö¤--ĦµøÈ-Àìó¨-¸È¾:

¡¾­-ນê†-¢Éº¨-®Ò-´ó-Á³­ນ-Àꈺນ-­˜­ນ ´ñ­ນ-¥¿-À¯ñ­ນ-©É¸¨-¹¸½-¸È¾: ¢Éº¨-¥½-ªÉº¤-À¯ñ­ນ-Á³­ນ¡ñ®-À¥í¾?

Áì½-íນນາທີນ-š¢Éº¨-ªûº¤¢ð-ªº®--À¥í¾Ä¯-¸È¾: ” ¢Éº¨-´ó-Á³­-Áìɸ “꘤Åê†-£¸¾´-À¯ñ­ນ-¥ò¤-Áìɸ-

¢Éº¨-¨ñ¤-®Ò-êñ­ນ-´ó-ð-µøÈ-íນ-Ã¥, -ÁªÈ-À²ˆº-ªñ©-®ñ­ນ¹¾-êñ¤Ïö©¢Éº¨-¥‡¤-ªÉº¤-ªº®-À¥í¾-į-Á­ນ¸ນ-­˜­ນ.

¢Éº¨-µ¾¡-®º¡-À¥í¾-ùÉ-»øÉ-ĸÉ-¸È¾: ®Ò-Ä©É-´ó-ÁªÈ-À¥í¾-ê†-´¾®-º¡»ñ¡-¢Éº¨, -ÁªÈ-¢Éº¨-¡Ò-®Ò-À£ó¨-»ñ®-»ñ¡-

ð-Àìó¨ ¢Éº¨-Ä©É-¯½ªò-À¦©-²¸¡-À¢ö¾-À쉾-­ນັ້ນį -À²¾½-¢Éº¨-£ò©-¸È¾: ¢Éº¨-¨ñ¤-À¯ñ­-ນÀ©ñ¡­ນɺ¨-µູ່

¢Éº¨-®Ò-²Éº´-ê†-¥½-´ó-Á³­-ນÀꈺ. Áì½-íນ-´œ­ນšê†-À¥í¾-Ä©É-´¾®-º¡»ñ¡-¢Éº¨, ¢Éº¨-ªÉº¤-¢ð-Âê©À¥í¾

;¨Å ê†-´œ­ນš¢Éº¨-ªÉº¤-¯½ªò-À¦©-À¥í¾, ¢Éº¨-¢ð-Âê© ê†-¢Éº¨-®Ò-Ä©É-»ñ¡-À¥í¾, -µ¾¡-ùÉ-À¥í¾-Ä©É-»ñ®-»øÉ-¸È¾:

¢Éº¨-À¦¨-Ã¥ê†-¢Éº¨-®Ò-¦¾´¾©-»ñ¡-¥í¾-Ä©É À¹©°ö­-ນ©¼¸ê†-À»ñ©-ùÉ-¢Éº¨-¯½ªò-À¦©-À¥í¾ນັ້ນ¡Ò-£õ:

¢Éº¨-®Ò-Ä©É-»ñ¡-À¥í¾, ¢ûº¨®Ò-´ó-Ã¥-ùÉ-¡ñ®-À¥í¾-Àìó¨; ¨ö¡-Âê©-ùÉ-¢Éº¨-Á©È- ¢Éº¨-¥½-µøÈ-ìð«É¾¥ö­-ນ¡¸È¾-

¢Éº¨¥½-À¥ó-£ö­ນ-Å­ນ˜­ນ £ö­ນê†-¢Éº¨-£ò©-¸È¾: -Á´È­-ນ£ö­ນê†-Á´È­ນ-¦¿ìñ®-¢Éº¨, ¢Éº¨-ªÉº¤-¢ð-Âê©-À¥í¾Í¾¨Å

ê†-´œ­šນີ້¢Éº¨ªÉº¤-¯½ªò-À¦©-À¥í¾, ¢Éº¨-¢ð-Âê©-ê†-¢Éº¨-®Ò-Ä©É-»ñ¡-À¥í¾, -À¥í¾-À¢í¾-Ã¥-¢Éº¨-Á´È­-ນ®Ò? Áì½Ã­-ນ

´ື້ນີ້¢ûº¨µ¾¡-«¾´-À¥í¾-¸È¾:¢Éº¨-°ò©Íõ®Ò, ê†-¢Éº¨-®Ò-Ä©É-»ñ¡-À¥í¾?  

¢Éº¨-°ò©Íõ®Ò -ê†--í-ນ´œ­šນີ້¢Éº¨-ªÉº¤¢ð-¯½ªò-À¦©-À¥í¾-ºó¡-£ö­ນ? ”-

ຫວັງວ່າຄວາມເປັນເພື່ອນທີ່ດີຂອງເຮົາທີ່ມີຕໍ່ກັນຍັງຈະຄົງຢູ່ຄືເກົ່າແມ່ນບໍ່?

ແລະເຖິງແມ່ນວ່າເຈົ້າຈະບໍ່ເຂົ້າໃຈຂ້ອຍ ຈະບໍ່ເວົ້ານຳຂ້ອຍໆກໍ່ຄົງຕ້ອງຍອມຮັບມັນ

                                 ( ຂ້ອຍຂໍໂທດ ຂ້ອຍເສຍໃຈທີ່ຂ້ອຍຮັກເຈົ້າບໍ່ໄດ້ )

 

ຂຽນເມື່ອ ຂຽນເມື່ອ: ກ.ຍ.. 15, 2010 | ມີ 19 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ຄວາມຮັກ

ຂ້ອຍຮູ້ດີວ່າ: ເຈົ້າຮັກຂ້ອຍ

ເຈົ້າຮັກ ແລະ ເປັນຫ່ວງຂ້ອຍ

ເຈົ້າດູແລ-ເທັກແຄຣຄວາມຮູ້ສຶກຂອງຂ້ອຍ

ເຈົ້າດີຕໍ່ຂ້ອຍທຸກຢ່າງ

ເຈົ້າຍອມເຮັດທຸກສິ່ງເພື່ອໃຫ້ຂ້ອຍພໍໃຈ, ເຖິງແມ່ນວ່າສິ່ງໆນັ້ນຈະຂັດໃຈເຈົ້າກໍ່ຕາມ

ເຈົ້າເຮັດທຸກສິ່ງ-ເຈົ້າຍອມທຸກຢ່າງ ເພື່ອທີ່ຈະໃຫ້ຂ້ອຍເລືອກເຈົ້າ

ເຈົ້າຮັກຂ້ອຍ ຕອນທີ່ຂ້ອຍຢູ່ ມ.6, ບໍ່ດອກເຈົ້າບໍ່ໄດ້ບອກຮັກຂ້ອຍຕົງໆເພາະເຈົ້າເປັນຄົນຂີ້ອາຍ

ເຈົ້າບອກຮັກຂ້ອຍໂດຍຜ່ານໝູ່ສະໜິດຂອງຂ້ອຍ

ຂ້ອຍຮູ້ວ່າເຈົ້າຮັກຂ້ອຍໂດຍຜ່ານໝູ່ຂອງຂ້ອຍ

ເຈົ້າໄດ້ຂຽນຈົດໝາຍຫາຂ້ອຍ( ບໍ່ດອກເຈົ້າບໍ່ໄດ້ເປັນຄົນເອົາມາໃຫ້ຂ້ອຍໂດຍກົງ ເພາະເຈົ້າເປັນຄົນຂີ້ອາຍ )

ເຈົ້າຝາກຈົດໝາຍນຳນ້ອງໝູ່ຂອງຂ້ອຍໃຫ້ເປັນຄົນເອົາມາໃຫ້ຂ້ອຍ ຂ້ອຍຮູ້ຂ້ອຍໄດ້ອ່ານມັນແລ້ວ, ແຕ່ຂ້ອຍຍັງຄົງ

ເຮັດເສີຍຢູ່ເຊິ່ງມັນໄດ້ເຮັດໃຫ້ເຈົ້າຂ້ອງຄາໃຈຫຼາຍ, ສຸດທ້າຍເຈົ້າຕັດສິນໃຈຂຽນຈົດໝາຍສະບັບທີ່2ມາຫາຂ້ອຍອີກ

ເຊິ່ງມັນໄດ້ເຮັດໃຫ້ຂ້ອຍຕົກໃຈຫຼາຍເມື່ອມີສະບັບທີ່1-2ຕໍ່ໄປກໍ່ຄົງຈະເປັນ3-4,

ບໍ່ໄດ້ເສຍແລ້ວ ຂ້ອຍຈະເຮັດເສີຍທຳທ່າບໍ່ຮູ້-ບໍ່ເຫັນບໍ່ໄດ້ອີກແລ້ວ ດຽວພໍ່ແມ່ຂ້ອຍຮູ້ຂ້ອຍຈະບອກກັບເພິ່ນວ່າຈັ່ງໃດ

ຂ້ອຍໄດ້ຕັດສິນໃຈຂຽນຈົດໝາຍຕອບໄປຫາເຈົ້າ

ຂ້ອຍຂໍໂທດ ທີ່ຂ້ອຍຕ້ອງປະຕິເສດຄຳບອກຮັກຂອງເຈົ້າໄປ ເພາະຂ້ອຍຍັງເປັນເດັກນ້ອຍຢູ່,

ທຸກມື້ນີ້ຂ້ອຍຍັງຫຼິ້ນເຕັ້ນຢາງ-ຍິງກວາງ, ໝາກໄລ່.........ຢູ່; ແລ້ວຂ້ອຍຊິເປັນຜູ້ໃຫຍ່ໄດ້ຈັ່ງໃດກັນ

ຂ້ອຍຂໍໂທດ ຂ້ອຍຍັງນ້ອຍ-ຍັງໄຮ້ດຽງສາເກີນກວ່າຈະເຂົ້າໃຈຄວາມໝາຍຂອງຄຳວ່າ: ຮັກ

ສິ່ງນັ້ນທີ່ຂ້ອຍໄດ້ບອກເຈົ້າໄປ, ວັນເວລາໄດ້ຜ່ານໄປ1ມື້2ມື້3ມື້ ເຈົ້າເປັນໄຂ້ບໍ່ມາການນອນຢູ່ຫໍພັກ

ເຈົ້າເສຍໃຈຫຼາຍເພາະນີ້ແມ່ນຮັກຄັ້ງແລກຂອງເຈົ້າ ນີ້ແມ່ນສິ່ງທີ່ຂ້ອຍໄດ້ຍິນ-ໄດ້ຟັງຈາກໝູ່ຂອງຂ້ອຍ

ແລະແລ້ວຈາກມື້ນັ້ນມາ ເວລາກໍ່ຜ່ານໄປ-ຜ່ານໄປ ແລະ ຜ່ານໄປໄດ້5-6ປີແລ້ວ

ຂ້ອຍຮຽນວິຊາຊີບກໍ່ຈົບແລ້ວ, ເຮັດວຽກກໍ່ເຮັດແລ້ວ ໂຊກຊະຕານຳເຮົາໃຫ້ມາພົບກັນອີກ

( ແມ່ນຫຍັງກັນ ໂຊກຊະຕາຫຼິ້ນຕະຫຼົກຫຍັງກັບຂ້ອຍນິ໋? ).

ຂ້ອຍໄດ້ເຫັນແວວຕາຂອງເຈົ້າ, ທ່າທາງຫ່ວງຫາອາທອນ-ມີເຍື້ອໃຍຕໍ່ຂ້ອຍ

ເຈົ້າໄດ້ເບີໂທຂອງຂ້ອຍຈາກໝູ່ຂອງຂ້ອຍ ເຈົ້າໂທຫາຂ້ອຍເກືອບທຸກມື້-ສົ່ງຂໍ້ຄວາມຫາຂ້ອຍເກືອບທຸກວັນ

ເວລາໄດ້ຜ່ານໄປ ຜ່ານໄປຈາກ1ມື້2ມື້, 1ອາທິດ2ອາທິດ-1ເດືອນ; ສຸດທ້າຍເຈົ້າກໍ່ບອກຮັກຂ້ອຍອີກ

ຂ້ອຍຮູ້ດີວ່າ: ຂ້ອຍບໍ່ໄດ້ຮັກເຈົ້າແບບຄົນຮັກ, ຂ້ອຍນັບຖືເຈົ້າຄືອ້າຍຄົນ1ເທົ່ານັ້ນ

ຂ້ອຍໄດ້ຕັດສິນໃຈບອກເຈົ້າອອກໄປວ່າ: "ຂ້ອຍມີແຟນແລ້ວ"

ແຕ່ເຈົ້າກັບບອກກັບມາວ່າ: ເຈົ້າຍອມເປັນຄົນທັດໄປ, ເຈົ້າຍອມເປັນຕົວສຳຮອງ, ເຈົ້າຂໍເປັນຕົວເລືອກຂອງຂ້ອຍ

ອີກຄົນ1 ຫາກວັນໃດຄົນທີ່ຂ້ອຍຮັກເຂົາຫາກເຮັດໃຫ້ຂ້ອຍເຈັບ ກໍ່ຈົ່ງກັບມາຫາເຈົ້າ, ເຈົ້າຈະຍັງຢູ່ບ່ອນເກົ່າເພື່ອ

ລໍຖ້າຂ້ອຍ; ຂ້ອຍໄດ້ຄິດໄປຄິດມາ-ຫຼາຍຫຼົບຫຼາຍຕ່າວ ແລະ ຂ້ອຍກໍ່ຮູ້ດີວ່າ: ເລື່ອງລະຫວ່າງເຮົາມັນບໍ່ມີທາງເປັນ

ໄປໄດ້ ຂ້ອຍບໍ່ຮູ້ສຶກມີໃຈໃຫ້ເຈົ້າ ແລະ ຂ້ອຍກໍ່ບໍ່ຢາກຝືນຫຼອກໃຈຕົວເອງໃຫ້ຮັກເຈົ້າໄດ້ ແລະ ຂ້ອຍກໍ່ບໍ່ຢາກ

ເຫັນແກ່ຕົວໃຫ້ເຈົ້າຄອຍຖ້າຂ້ອຍ ທັ້ງໆທີີ່ຂ້ອຍກໍ່ຮູ້ດີວ່າ: "ຂ້ອຍບໍ່ສາມາດຮັກເຈົ້າໄດ້" ຂ້ອຍຕັດສິນໃຈບອກເຈົ້າ

ໄປວ່າ:  "ຂ້ອຍມີແຟນແລ້ວ ແລະ ຂ້ອຍກໍ່ຮັກແຟນຂອງຂ້ອຍຫຼາຍ, ເຈົ້າຢ່າເສຍເວລາຄອຍຖ້າຂ້ອຍເລີຍ ຂໍໃຫ້ເຈົ້າ

ລອງເບິ່ງຄົນອື່ນເຂົາອາດດີກວ່າຂ້ອຍ" ທັ້ງໆທີ່ຂ້ອຍກໍ່ຮູ້ດີແກ່ໃຈວ່າ: "ຂ້ອຍຍັງບໍ່ທັນມີໃຜໃນໃຈຂອງຂ້ອຍ"

ທີ່ຕ້ອງບອກເຈົ້າອອກໄປແບບນັ້ນກໍ່ເພື່ອທີ່ຈະໃຫ້ເຈົ້າຕັດໃຈຈາກຂ້ອຍໄດ້ໄວຂຶ້ນ.ຂ້ອຍຂໍໂທດ ທີ່ເຮັດໃຫ້ເຈົ້າເສຍໃຈ

ແຕ່ຂ້ອຍຈຳເປັນຕ້ອງບອກເຈົ້າໄປແບບນັ້ນກໍ່ເພື່ອທີ່ຈະບໍ່ໃຫ້ເຈົ້າຕ້ອງເຈັບໄປກວ່ານີ້, ເພື່ອທີ່ຈະບໍ່ໃຫ້ເຈົ້າຕ້ອງຫວັງ

ລົມໆແລ້ງໆໃນສິ່ງທີ່ມັນບໍ່ມີທາງເປັນໄປໄດ້; ຂ້ອຍຂໍໂທດຈາກໃຈແທ້ໆທີ່ຕ້ອງເຮັດໃຫ້ເຈົ້າເສຍໃຈອີກຄັ້ງ1

                         ( ຫວັງວ່າເຈົ້າຄົງຈະເຂົ້າໃຈຂ້ອຍ ຄວາມຮັກມັນບັງຄັບກັນບໍ່ໄດ້ )

      I'm Sorry

ຂຽນເມື່ອ ຂຽນເມື່ອ: ສ.ຫ.. 27, 2010 | ມີ 17 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ຄວາມຮັກ

ຂ້ອຍ​ຮູ້​ວ່າ​ເຈົ້າ​ຮັກ​ຂ້ອຍ​ຊໍ່າ​ໃດ

ຂ້ອຍ​ຮູ້​ວ່າ​ເຈົ້າ​ຫ່ວງ​ໃຍ​ໃສ່​ໃຈ​ໃນ​ໂຕ​ຂ້ອຍ

ຂ້ອຍ​ຮູ້​ວ່າ​ເຈົ້າ​ຮັກ ​ແລະ ​ແຄ​ຣຂ້ອຍ​ຊໍ່າ​ໃດ

​ແລະ ຂ້ອຍ​ກໍ່​ຮູ້​ວ່າ ​ເຈົ້າ​ເປັນ​ຄົນ​ດີ

ເຈົ້າ​ເປັນ​ຄົນ​ທີ່​ຈິງ​ໃຈ - ຈິງ​ຈັງ​ຕໍ່​ຂ້ອຍ​ພຽງ​ໃດ

ຂ້ອຍ​ຮູ້​ຈາກ​ການ​ໄດ້​ເບິ່ງ​ໃນ​ສາຍຕາ​ຂອງ​ເຈົ້າ……....

ມັນ​ມີ​ແຕ່​ຄວາມ​ຈິງ​ໃຈ,ອ້ອນວອນ,ຫ່ວງ​ຫາ - ຮັກ​ຂ້ອຍ​ຊໍ່າ​ໃດ

ຂ້ອຍ​ຮູ້ຈາກ​ການ​ກະທຳ​ຂອງ​ເຈົ້າທີ່​ມີ​ຕໍ່​ຂ້ອຍ

ຂ້ອຍ​ຮູ້ຈາກ​ການ​ສາລະພາບ​ບອກ​ຮັກ​ຂອງ​ເຈົ້າ​ຕໍ່​ກັບ​ຂ້ອຍ

​ແລະ ຂ້ອຍກໍ່​ຮູ້ອີກ​ວ່າ​: ເຈົ້າ​ເວົ້າ​ແທ້ -​ ເຈົ້າ​ບໍ່​ໄດ້ຕົວະຫຼືເວົ້າ​ຢອກ​ຂ້ອຍຊື່ໆ

​ເຊິ່ງ​ໃນ​ເມື​ອ່ກ່ອນ​ທີ່​ເຈົ້າ​ເຝົ້າ​ຮັກ-ຫ່ວງ​ໃຍ-​ແທັກ​ແຄຣ-​ໃສ່​ໃຈ​ຂ້ອຍ​ຕັ້ງ​ແຕ່​ຕອນ​ທີ່​ຂ້ອຍຮຽນ​ຢູ່​ມັດທະຍົມ​

ປາຍ​ ໃນ​ຄັ້ງ​ນັ້ນ "ຂ້ອຍ​ໄດ້​ປະຕິ​ເສດ​ຄວາມ​ຫວັງ​ດີ​ຂອງ​ເຈົ້າ​ທີ່​ມີ​ຕໍ່​ຂ້ອຍ”

ຈົນ​ມາ​ບັດ​ນີ້…..​..ເວລາ​ກໍ່ໄດ້​ລ່ວງ​ເລີຍ​ມາ5-6ປີ​ແລ້ວ

ໂຊກ​ຊະ​ຕາ​ນຳ​ທາງ​ໃຫ້​ເຮົາ​ມາ​ພົບ​ກັນ​ອີກ

​ແຕ່…….​ເຈົ້າ​ກໍ່​ຍັງ​ບໍ່​ປ່ຽນ​ແປງ-ປ່ຽນ​ໄປ, ​ເຈົ້າ​ຍັງ​ຄົງ​ລໍຄອຍ​ຂ້ອຍ……

ເຈົ້າ​ຍັງ​ບໍ່​ຍອມ​ມີ​ຄົນ​ອື່ນ,​ເຈົ້າ​ຍັງ​ຄົງ​ລໍຄອຍ​ຄວາມ​ຮັກ - ຄວາມ​ເຫັນ​ໃຈ​ຈາກ​ຂ້ອຍ

​ເຈົ້າ​ໂທ​ຫາ​ຂ້ອຍ​ທຸກ​ມື້ - ສົ່ງ​ຂໍ້ຄວາມ​ຫາ​ຂ້ອຍ​ທຸກ​ວັນ

ຂ້ອຍ​ກໍ່​ຍອມຮັບ​ວ່າ​ຂ້ອຍ​ກໍ່​ເຫັນ​ຄວາມ​ດີ - ຄວາມ​ຈິງ​ໃຈ​ຂອງ​ເຈົ້າທີ່​ມີ​ຕໍ່​ຂ້ອຍ

ຂ້ອຍ​​ໃຫ້​​ໂອກາດ​ເຈົ້າ, ລອງສຶກສາ​ໃຈ​ເຈົ້າ​ງຽບໆ​ໂດຍ​ທີ່​ບໍ່​ໃຫ້​ເຈົ້າ​ຮູ້

ຂ້ອຍ​ຍອມ​ອອກ​ເດດ​ກັບ​ເຈົ້າ​ຄັ້ງ​ແລກ - ຄັ້ງ​ຕໍ່​ມາ​ ແລະ​ ຕໍ່​ມາ…….

​ແຕ່……​ປາກົດ​ວ່າ​ເຈົ້າ​ບໍ່​ແມ່ນ​ຄົນ​ທີ່​ຂ້ອຍ​ຄອຍຖ້າ, ເຈົ້າ​ບໍ່​ແມ່ນ​ຄົນ​ທີ່​ຂ້ອຍ​ຕາມ​ຫາ

ຂ້ອຍ​ຂໍ​ໂທດ…….​ທີ່​ຂ້ອຍ​ບໍ່​ໄດ້​ຄິດ​ຫຍັງ​ກັບ​ເຈົ້າ​ເກີນ​ເລີຍ​ໄປ​ກວ່າ​ເພື່ອນ​ຄົນ1

MySpace Sorry Comment: 1

 

ຂ້ອຍ​ຜິດ​ຫຼາຍ​ແມ່ນ​ບໍ່.........ທີ່​ຂ້ອຍ​ບໍ່​ຍອມຮັບ​ຮັກ​ຄົນ​ດີໆຢ່າງ​ເຈົ້າ?

ຂ້ອຍ​ເຄີຍ​ເບິ່ງ TV ທີ່​ກ່ຽວກັບ​ລະຄອນ​ທີ່​ຄົນ1​ໄປ​ຮັກ​ຄົນ1​ແຕ່​ອີກ​ຄົນ1​ກັບ​ໄປ​ຮັກ​ອີກ​ຄົນ

ຂ້ອຍ ​ຍັງ​ເວົ້າ​ຕະຫຼອດ​ເວລາ​ວ່າ​ເປັນ​ຫຍັງ​ຄົນ​ຜູ້​ນັ້ນ​ຈຶ່ງ​ບໍ່​ຍອມຮັບ​ຮັກ​ ຄົນ​ທີ່​ຮັກ​ລາວ​ສຸດ​ຫົວ​ໃຈ,ຍອມ​ເຮັດ​ທຸກ​ສິ່ງ​ທຸກ​ຢ່າງ​ເພື່ອ​ລາວ ​

ແຕ່​ກັບ​ໄປ​ຮັກ​ອີກ​ຄົນ​ເຊິ່ງຄົນໆນີ້​ກັບ​ໄປ​ມີ​ໃຈ​ໃຫ້​ອີກ​ຄົນ​ທີ່​ບໍ່​ແມ່ນ​ລາວ

ຂ້ອຍ​ຄິດ​ວ່າ​ຖ້າ​ເປັນ​ຂ້ອຍ ຂ້ອຍ​ຈະ​ເລືອກ​ຮັກ​ຄົນ​ທີ່​​ເຂົາຮັກ​ຂ້ອຍ,​ເຮັດ​ທຸກ​ສິ່ງ​ທຸກ​ຢ່າງ​ເພື່ອ​ຂ້ອຍ

​ແຕ່…….​ໃນ​ຄວາມ​ເປັນ​ຈິງ​ກັບ​ບໍ່​ງ່າຍ​ດັ່ງ​ທີ່​ເຮົາ​ຄິດ,​ເມື່ອວັນ1​ມັນ​ໄດ້​ເກີດ​ຂຶ້ນກັບ​ຂ້ອຍ​ເອງ

ຂ້ອຍ​ເລືອກ​ຮັກ​ຄົນ​ທີ່​ເຂົາ​ຮັກ​ຂ້ອຍ​ບໍ່​ໄດ້ ເພາະວ່າ​ຄົນ​ທີ່​ເຂົາ​ຮັກ​ຂ້ອຍ​ບໍ່​ແມ່ນ​ຄົນ​ທີ່​ຂ້ອຍ​ມີ​ໃຈ

ຄວາມ​ຮັກ​ມັນ​ກໍ່​ເປັນ​ແບບ​ນີ້ໆ​ແຫຼະ

ຮັກ​ບໍ່​ມີ​ຮູບ​ແບບ​ຕາຍ​ຕົວ,ຄວາມ​ຮັກ​ເປັນ​ເລື່ອງ​ທີ່​ເຂົ້າ​ໃຈ​ຍາກຫຼາຍ

ຂ້ອຍ​ຂໍ​ໂທດ…….​ທີ່​ຂ້ອຍບໍ່​ສາມາດ​ມີ​ໃຈ​ໃຫ້​​ເຈົ້າ​ໄດ້

Sorry Myspace Comment

ຂ້ອຍ​ຂໍ​ໂທດ…….​ທີ່​ຂ້ອຍບໍ່​ສາມາດ​ຮັກ​​ເຈົ້າ​ເພາະ​ເຫັນ​ວ່າ​ເຈົ້າ​ຮັກ​ຂ້ອຍ​ໄດ້

Sorry Myspace Comment

ຂ້ອຍ​ຂໍ​ໂທດ…….​ທີ່​ຂ້ອຍຮັກ​ເຈົ້າ​ຍ້ອນ​ຄວາມ​ເຫັນ​ໃຈ​ ຫຼື ຍ້ອນ​ຄວາມສົງສານບໍ່​ໄດ້

Sorry Myspace Comment

ຖ້າ​ຂ້ອຍ​ຈະ​ຮັກ​ໃຜ​ຈັກ​ຄົນ ກໍ່​ຂໍ​ໃຫ້​ເປັນຍ້ອນຄວາມ​ຮູ້ສຶກ ຫຼື ​ໃຈຂ້ອຍ​ສັ່ງ​ໃຫ້​ຮັກ

ຮັກ​ເພາະ​ຮັກ ​ເຖິງ​ແມ່ນ​ວ່າ​ຄົນ​ທີ່​ຂ້ອຍ​ຮັກ​ເຂົາ​ອາດ​ຈະ​ບໍ່​ດີ​ເທົ່າ​ເຈົ້າ​ກໍ່ຕາມ ກໍ່​ເພາະວ່າ​ຮັກ​ເພາະ​ຮັກ

​ເພາະສະ​ນັ້ນ​ຂ້ອຍ​ຈະຂໍ​ຍອມຮັບທຸກ​ຢ່າງ​ກັບ​ສິ່ງ​ທີ່​ຂ້ອຍ​ໄດ້​ເລືອກ - ສິ່ງ​ທີ່​ຂ້ອຍ​ໄດ້​ຕັດສິນ​ໃຈ​ລົງ​ໄປ

ຖ້າ​ຫາກ​ວ່າ​ວັນ1​ຂ້າງໜ້າຄວາມ​ຮັກ​ຫາກ​ບໍ່​ເປັນ​ໄປ​ຕາມ​ດັ່ງ​ທີ່​ເຮົາ​ຄາດ​ຫວັງ​ຂ້ອຍ​ກໍ່​ຍັງ​ຄົງ​ຂໍ​ຢືນຢັນ​ຄຳ​ເດີມ​ວ່າ:ເພາະຂ້ອຍ​ຮັກ​

ເພາະ​ຮັກ

                     ຈົນມາເຖິງມື້ນີ້ໆເອງ ຂ້ອຍຈຶ່ງເຂົ້າໃຈຄຳວ່າ: ຄົນທີ່ດີ ກັບ ຄົນທີ່ຮັກ, ແມ່ນມັນຕ່າງກັນ( ທົດແທນກັນບໍ່ໄດ້ )

                                      Sorry Myspace Comment

                                                 

ຂຽນເມື່ອ ຂຽນເມື່ອ: ມິ.ຖ.. 25, 2010 | ມີ 7 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ຄວາມຮັກ

 ຂໍເຊີນບັນດາທ່ານຍິງ ແລະ ທ່ານຊາຍທັງຫຼາຍ ຜູ້ທີ່ມີຈິດໃຈຮັກແມ່ຜູ້ໃຫ້ກຳເນີດເຮົາມາ - ພາເຮົາໃຫຍ່ໄດ້ມາອ່ານກັນ..................

►   ຮັກ​ຢູ່​ໃນ​ແຜ່ນ​ພື້ນ              ​ໂລກ​ລຸ່ມ​ໂລກາ

ຮັກ​ມານ​ດາ​ຂອງຮຽມ          ​    ແມ່​ຄິງຂອງ​ລູກ

ຮັກ​ໃນ​ດວງ​ໃຈ​ລໍ້າ                ບໍ່​ມີ​ຄຳ​ມາ​ປູນ​ປຽບ

ທຽບ​ແຜ່ນດິນ​ແລະ​ແຜ່ນ​ຟ້າ         ທາລາ​ກວ້າງ​ບໍ່​ເທົ່າ​ກັນ

                                                     

►   ຮັກ​ລູກ​ແສນ​ຮັກ​ຍິ່ງ​ລໍ້າ           ບໍ່​ຮູ້ກ່າວຄຳວາຈາ

ຫາ​ຄຳ​ໃດ​ມາ​ກ່າວ​ຂານ             ປຽບປານ​ບໍ່​ມີ​ໄດ້

ຮັກ​ມານ​ດາຫຼາຍລົ້ນ              ພັນທະ​ວີ100​ເທົ່າ

ຮັກ​ບໍ່​ສູ​ນ​ເສື່ອ​ມ​ເສົ້າ             ພັນ​ມື້ບໍ່​ເສື່ອ​ມຄາຍ ​ແມ່​ເອີຍ!