ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ມິ.ຖ.. 25, 2010 | ມີ 11 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ທັມມະ

ຢາກໃຫ້ເພື່ອນໆທັງຫຼາຍໄດ້ມາອ່ານບົດເລື່ອງນີ້ສາກ່ອນ ແລ້ວຄ່ອຍຕັດສິນວ່າ: ອັນວ່າ: ງາມຄົນ - ຄົນງາມນັ້ນແມ່ນເປັນແນວໃດກັນແທ້..............

ງາມ​ຄົນ​ບໍ່​ຢູ່​ບ່ອນ​ເບື້ອງ        ​ເຄື່ອງນຸ່ງ​ນຳ​ສະໄໝ

                                                 

 

ງາມ​ຄົນ - ງາມພາຍ​ໃນ        ແກ່ນ​ໃຈ​ຈິງ​ນັ້ນ

                                              

 

100 ຫຼື 1000 ​ເຄື່ອງ​ເອ້        ແສນ​ສີ​ສວມ​ໃສ່

                                       

 

ຄຸນສົມບັດ​ບໍ່​ໃຫ້               ງາມ​ໄດ້​ບ່ອນ​ຈັ່ງ​ໃດ?

                                           

 

ສັນຍາ​ລັກ​ບອກ​ໄວ້           ໃນ-ນອກແນວ​ສະ​ນິດ​ຄົນ​ນັ້ນ

                                          

 

ງາມ​ໃຈ-ງາມ​ແນວ​ຄິດ          ວາດ​ກະທຳ​ທຽມ​ເນື້ອ

 

                                         

ງາມ​ກ່ອມ​ກັບ​ມູນ​ເຊື້ອ           ງາມ​ໃນ​ໃຜ​ກໍ່​ຊ່າ

 

                           

ງາມ​ບໍ່​ເຫີ​ຍ​ເຫືອດ​ແຫ້ງ         ຝົນ​ແລ້ງ​ເລົ່າ​ບໍ່ມາຍ ​ແທ້​ໄດ໋!

 

                    

 

ຂຽນເມື່ອ ຂຽນເມື່ອ: ມິ.ຖ.. 16, 2010 | ມີ 17 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ທັມມະ

ເອົາບັນດາທ່ານຊາຍ ແລະ ທ່ານສາມີທັງຫຼາຍມາອ່ານທາງນີ້ໄວ ອິອິ

 

ຜູ້​ເປັນ​ຜົວ​ທີ່​ແທ້                ​ ດີເດັ່ນອີ່ຫຼີ ຫັ້ນ​ນາ!

ມີຫຼັກການ​ປະຕິບັດ​ທຳ                ນັບ​ແຖມ​ເຖິງ5

ອັນ1: ຜົວ​ຍໍ​ຍ້ອງ                ເມ​ຍ​ແພງ​ຍົກ​ຍື່ນ

ນັບຖື​ເປັນ​ມິ່ງ​ເຫງົ້າ                  ເມຍ​ເຄົ້າ​ຜູ້ດຽວ

⇒   ອັນ2: ຢ່າ​ຍໍ່າຫຍໍ້                ຈາ​ປະ​ມາດ​ເມຍ​ຂວັນ

ຢ່າ​ໄດ້​ພາ​ໂລ​ຖື                     ຕໍ່າ​ດາຍດູ​ຮ້າຍ

⇒    ອັນ3: ຈິງ​ໃຈໝັ້ນ                ນຳ​ກັນ​ຮັກ​ຫໍ່

ບໍ່​ໄປ​ທ່ຽວ​ເລາະຫຼິ້ນ                  ເລງ​ລົ້ວ​ນອກ​ໃຈ

ອັນ4​: ມວນ​ມອບ​ໃຫ້              ອຳນາດ​ຄອງ​ເຮືອນ

​ເບິ່ງ​ແຍງ​ເງິນ​ຄຳ​ຂອງ                ​ເຄື່ອງ​ແນວ​ຄູນ​ຄຳ

ນັບ​ທັງ​ສົມບັດ​ພ້ອມ                  ນາໆສັບພະ​ສິ່ງ

ລ້ວນ​ແຕ່​ຍໍ​ຍົກ​ໃຫ້                   ​ເມຍ​ຄຸ້ມ​ຄວບ​ຄຸມ ຊອບ​ແລ້ວ

ອັນ5: ຫາ​ເຄື່ອງ​ເອ້               ອັນ​ງົດ​ງາມ​ສົມ

​ໃຫ້​ແກ່​ພັນ​ລະ​ຍາ​ຮັກ                 ​ໃສ່​ຄວນ​ຄື​ບ້ານ

ປະດັບ​ຕົນ​ຕົວ​ໃຫ້                    ພໍດີ​ສີສະ​ຫງ່າ

ຢ່າ​ໄດ້​ຂີ້ຖີ່​ພົ້ນ                      ​ແນວ​ນັ້ນ​ແມ່ນ​ບໍ່​ດີ ​ແທ້ນາ!

ຈົບແລ້ວ, ມ່ວນບໍ່ທ່ານຊາຍ ແລະ ທ່ານສາມີທັງຫຼາຍ; ອ່ານແລ້ວກໍ່ຢ່າລືມ....

( ປະຕິບັດຕາມນະ )