ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ມ.ກ.. 19, 2010 | ມີ 8 ຄຳເຫັນ ແລະ 0 trackback(s)

***********  ນີ້ເປັນພຽງຄວາມຝັນ ບໍໃດ້ເວົ້າໃຫ້ໃຜຄັນໃດຄັນໜື່ງ************

  *  ອັນວ່າລາວເອກອ້າງ                      ງາມແທ້ວັດທະນາທຳ

ລຳ້ຍີ່ງແມ່ນພາສາ                              ເວົ້າຈາແມ່ນປານີດ

ຮີດແລະຄອງສຸດອ້າງ                          ງາມລຳ້ແທ້ເຈົ້າເອີຍ

ເຄິຍແລ້ວບໍພວກເຈົ້າ                          ລອງມາຢ້ຽມຢາມລາວ    ເບິງນາ

   *  ເມື່ອໃດ້ກີນພີສຊາ                         ຢ່າໃດ້ລືມລາວເຮົາ

ກີນແຕ່ຂອງບ້ານເຂົາ                          ຈົນລືມລາວສັນດານຕົນ

ຄົນເຂົາຈຳພວກນີ້                              ມີບໍສັງຄົມລາວ?

ຢ່າສຸເອົານຳເດີ                                   ສັງຄົມຊາດອຶ່ນ

   *  ອັນນີ້ແຫຼະຂ້ອຍຢ້ານ                    ສັງຄົມຊອດກະຈາ

ພາໃຫ້ເຮົາຕົກທຸກ                             ວູ້ນວາຍບໍເປັນເຮົາ

ເຂົາບໍຊົ່ວດອກພວກເຈົ້າ                     ສັງຄົມທ້າວຊາດເພີ່ນ

ສັນລະເສີນເຮົານີ້                                ດິແທ້ແມ່ນບໍສິ້ນ

   * ເຂົາຈະເວົ້າຂວັນເຈົ້າ                      ຈະວ່າເຈົ້າລືມບ້ານ

ລືມສັນດານເມຶອງຊ້າງ                     ບ່ອນຝັງສາຍສະບື

ຈື່ແລະຈຳເອົາໃວ້                             ຢ່າໃຫ້ເຂົາເວົ້າຂວັນ

ຢ່າໃຫ້ເຂົາເວົ້າໃຫ້                            ວ່າເປັນງົວລືມຕີນ

...........................................................................

ລືມຮອດດີນຖີ່ນບ້ານ      ສັນດານຊາດໂຕຢູ່

 

*******************************************

   

 

Delicious Digg Fark Twitter