ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ພ.ພ.. 14, 2015 | ມີ 8 ຄຳເຫັນ ແລະ 0 trackback(s)

ໃນເມື່ອຂ້ອຍອາຍຸ1ຼ6ປີຂ້ອຍຫຼີ້ນພັນລາວເປັນຄັ້ງທຳອິດ ຄິດໃນຕອນນັ້ນກະຢາກຫົວ ຄັນຊິວ່າຜິດກະບໍ່ແມ່ນ ເອົາເປັນວ່າ ມີຄວາມຄິດຕ່າງກັບຄົນທີ່ເຂົາເປັນຂາປະຈຳໃນເວບນີ້ ທັ້ງໆທີ່ຂ້ອຍກະຫາຫະມາຫຼີ້ນ ແຕ່ຂ້ອຍໃດ້ສ້າງໃດອາລິສະບັບໜື່ງມາ ເນື່ອງຈາກຫວັງດີວ່າຢາກໃຫ້ຄົນລາວເຮົາໃຊ້ພາສາລາວລົມກັນ ແຕ່ໃດອາລີສະບັບນັ້ນກະມີຄົນວິພາກວິຈາກຫຼາຍເຕີບ ບາງຄົນກະເຫັນດີບາງຄົນກະບໍ່ເຫັນດີ 55555 ເວົ້າມາລະກະຢາກຫົວ ແຕ່ມາມື້ນີ້ຂ້ອຍກະດີໃຈຫຼາຍ ເພາະສີ່ງທີ່ຂ້ອຍເວົ້າໄປໃນມື້ນັນ້ເກິດຜົນເປັນຈິງໃນມື້ນີ້ ຢູ່ໃນເວບໃຊ້ທີ່ໃຊ້ຄຳວ່າ ພັນລາວ ຄົນລາວ ທັກທາຍກັນເປັນພາສາລາວ ລົມກັນເປັນພາສາລາວ ພິມພາສາລາວ ດີໃຈ ຕໍ່ໄປຂ້ອຍກໍ່ຢາກໃຫ້ພັນລາວ ກັບມານິຍົມກັນໃຊ້ແລະເປັນເວບໂຊຊ່ຽວຂອງຄົນລາວແທ້ໆ ເຖີງແອດມີນເດີ ຂ້ອຍຂໍສະໜັບສະໜູນເຈົ້າເດີ

Delicious Digg Fark Twitter