ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ທ.ວ.. 22, 2009 | ມີ 4 ຄຳເຫັນ ແລະ 0 trackback(s)

​ເປັນ​ການ​ຍາກ​ ທີ່​ຈະ​ເຮັດ​ໃຫ້ ຄວາມ​ຮູ້ສຶກ​ຂອງ 6 ລ້ານ​ດວງ​ໃຈ​ລາວ ລືມ​ເລືອນ​ກັບ​ຄວາມຫລົ້ມ​ເຫ​ລວ ຂອງ​ ສະຫະພັນ​ກິລາ​ເປ​ຕັງ ​ແຫ່ງ​ຊາດ​ລາວ ກົດ​ດັນ​ ຫລາຍ​​ໃນຖາ​ນະທີ່​ເປັນ​ເຈົ້າພາບນີ້ຄື​ຄຳ​ຕອບ​ສຳພາດ​ ຂອງ ​ຜູ້​ຮັບຜິດຊອບ​ສະຫະພັນ​ກິລາ​ປະ​ເພດ​ນີ້ພາຍຫລັງ​ຊຸດ​ຊາຍ 3 ຄົນ ​ຍາດ​ໄດ້ 1 ຫລຽນ​ຄຳ ​ໃນ​ມື້ສຸດ​ ທ້າຍ​ຂອງ​ ວຽງ​ຈັນ​ເກ​ມ. ​ເປັນ​ການ​ຊີ້​ແຈງ​ທີ່​ຍັງ​ຂາດ​ຄວາມ​ຮັບຜິດຊອບ​ທີ່ສຸດ, ​ແທນ​ທີ່​ຈະ​ພາກພູມ​ໃຈ​ໃນ​ຖາ ​ນະ​ເປັນ​ເຈົົ້າ ພາບ ​ເພາະ​ທຸກ​ປະ​ເພດ​ ການ​ແຂ່ງ ຂັນ​ ລ້ວນ​ແຕ່​ໄດ້ຮັບ​ການ​ສະໜັບສະໜູນ, ​ໄດ້​ຮັບ​ກຳລັງ​ແຮງ​ໃຈ​ຢ່າງ​ ເຫລືອ ​ລົ້ນ. ທີ່​ສຳຄັນເດີ່ນ ​ເປ​ຕັງ​ ກໍ​ຢູ່​ບ້ານ​ເຮົາ ​ເຊິ່ງນັກ​ກິລາທັງ​ຍິງ-ຊາຍ ທີ່​ໄດ້​ຮັບ ນາມ ມະ ຍົດ ​ວ່າ ທີ​ມຊາດ ນັ້ນ ກິນ ​ຢູ່​ພັກ​ເຊົາ ​ແລະ ຝຶກ​ຊ້ອມ​ກໍ​ຢູ່​ເດີ່ນ​ນີ້ ໂດຍ​ບໍ່​ໄດ້​ໄປ​ຝຶກ​ຊ້ອມ​ຢູ່​ບ່ອນ​ໃດ, ບໍ່​ໄດ້​ໄປ​ພັກ​ເຊົາ​ກິນ​ຢູ່ໆ​ບ່ອນ​ອື່ນ ທີ່​ໄກ​ ເດີ່ນ​ນີ້,​ ແຕ່​ ແລ້ວເປັນ​ຫຍັງ​ກິລາ ​ເປ​ຕັງ​ລາວ​ ຈຶ່ງ​ບໍ່​ປະສົບ​ຄວາມ​ສຳ​ເລັດ​ໃນ​ ວຽງຈັນ​ເກ​ມ?
ຄຳໝາຍ​ໝັ້ນສັນຍາໄວ້ກັບປວງ​ຊົນ​ລາວ​ທັງ​ຊາດຄື: ຢ່າງ​ໜ້ອຍ​ຕ້ອງ​ໄດ້ 5​ ຫລຽນຄຳ ​ກ່ອນການ​ແຂ່ງຂັນ​ ນັ້ນ,​ ເມື່ອມາ​ເຖິງ​ເວລາ​ນີ້ ເວລາ​ທີ່​​ເຮັດບໍ່​ໄດ້​ຕາມ​ ຄຳ​ສັນ ຍາ​ດັ່ງກ່າວ ມັນ​ມາ​ຈາກ​ໃສ ໝາຍ​ຄວາມ​ວ່າ ກົກປາຍ ​ສາ​ເຫດຂອງ​ຄວາມ​ຫລົ້ມ​ເຫລວທີ່​ວ່າ​ນີ້ ບັນດາ​ກອງ​ເຊຍ​ທີ່​ໄດ້​ໄປ​​ເບິ່ງ,​ໄປໃຫ້​ກຳ ລັງ​ໃຈ​ເຖິງ​ ຂອບ ສະ ໜາມຢູ ່​ເດີ່ນ​ກິລາ​ ເປ​ຕັງ ມະຫາວິທະຍາ​ໄລ​ແຫ່ງ​ຊາດ ນະຄອນຫລວງ​ຈັນ ຕ່າງ​ກໍ​ໃຫ້​ທັດສະນະ​ວ່າ: ນອກຈາກ​ຄູ​ຝຶກ ທີ່​ ບໍ່​ມີການກະ​ຕຸ້ນ​ລູກ​ທີ​ມ​ ໃຫ້​ມີ​ ຄວາມກະຕືລືລົ້ນ​ໃນ​ເກ​ມການຫລິ້ນ ໂດຍສະເພາະ ໃນເວລາທີ່ເກມເປັນຮອງ ຄູ່ຕໍ່ສູ້ ຈົນລູກທີມບໍ່ກ້າທີ່ຈະຕັດສິນ ໃຈຫຼິ້ນ​ໂດຍຕົນເອງ. ຕົວຢ່າງ: ​ໃນ​ນັດ​ທີ່​ ແຂ່ງຂັນ​ກັບ​ ຟີ​ລິບ​ປິນ ທັງໆ​ທີ່​ນຳ​ເຖິງ 7-0 ແລ້ວ, ພັດ​ຖືກບໍ່​ຊະນະ​ເຂົາ...​ອີກ​ປະ​ເດັນໜຶ່ງ​ ທີ່​ສຳຄັນກໍ​ຍ້ອນ​ກະ​ໂຕ​ນັກ​ກິລາ​ເອງ ທັງໆ​ທີ່​ແມ່ນ​ສະໜາມ ​ແລະ ​ເວ ລາ ​ແຂ່ງຂັນ ​ແທນ​ທີ່​ຈະ​ພາກັນ​ສຸມ​ຈິດ​ສຸມ​ໃຈ​​​ເຂົ້າ​ໃນເກ​ມການ​ແຂ່ງຂັນຢ່າງ​​ແທ້​ຈິງ ໃຫ້​ສົມ​ກັບທີ່ ປະ ຊາ ຊົນ ​ລາວ 6​ ລ້ານ​ກວ່າ​ດວງ​ໃຈ​ ໃຫ້​ກຳລັງ​ໃຈ ແລະ​ເຊື່ອ ໝັັ້ນໃນ​ຄວາມ​ສາມາດ​ຂອງ​ນັກ​ກິລາ ​ເພາະ​ຖ້າ​ບໍ່​ ເກັ່ງ​ແທ້​ກໍ​ຄົງ​ບໍ່​ຕິດ​ທີ​ມຊາດ​ດອກພັດ​ພະ​ວົງ​ເລື່ອງສ່ວນ​ໂຕ​ຈົນ​ເກີນ​ ເຫດໂດຍໃນທຸກໆ​ ວິນາທີ​ຂອງແຕ່ລະ ມື້ທີ່​ດຳ ເນີນ​ການ​ແຂ່ງຂັນ, ຖ້າ​ເບິ່ງ​ຄັກໆ​ແລ້ວ ນັກ​ກິລາ​ ເປ​ຕັງ ​ຊຸດ​ນີ້​ ແຕກ​ຕ່າງ​ກັບ​ນັກ​ກິລາ​ປະ​ເທດ​ຕ່າງໆ​ ທີ່​ເຂົ້າ ຮ່ວມ​ ການ​ແຂ່ງຂັນ ເຊິ່ງ​ຄວາມ ​ແຕກ​ຕ່າງ​ ທີ່​ວ່າ​ນີ້ກໍຄື ນັກ​ກິລາ​ຢ້ານ​​​ແຕ່ບໍ່​​ງາມ, ຢ້ານແຕ່​ບໍ່​ໄດ້ອວດ​ເຄື່ອງ​ນອກ​ ກາຍ​ຈົນ​ ອອກ​ນອກ​ໜ້າ ຖ້າ​ຢາກ​ໃສ່​ແວ່​ນຕາ​ແທ້ ກໍ​ໃສ່ແວ່ນຕາກັນ​ແດດ ຍັງ​ດີ​ກວ່າ​ມາ ​ໃສ່​ແວ່ນຕາ​ດຳ ລົງ​ແຂ່ງຂັນ! ຢ້ານ​ບໍ່​ໄດ້​ໂອ້​ອວດ​ຄວາມ​ງາມ​ຕໍ່ນັກ​ກິລາ​ຊາດ​ອື່ນ​ເຂົາ.ບັນດາ​ “ນັກ​ກິລາຫ່ວງ​ຄວາມ​ງາມ” ທັງ ຫຼາຍ ກະລຸນາ​ແນມ​ເບິ່ງ​ຕົນ​ ເອງ​ແດ່​ ວ່າພວມ​ເຮັດ​ຫຍັງ ​ແລະ ​ມີຫນ້າ​ທີ່ຮັບຜິດຊອບ​ຫຍັງ? ຖ້າມັກອວດ​ໂສມ​ພະ ​ໂນ​ມພັນຄື​ແນວ​ນີ້​ ເປັນ​ຫຍັງ​ຈຶ່ງບໍ່​ໄປ​ສະ​ໝັກ​​ເຮັດ​​ແນວ​ອື່ນ ​ທ​ີ່​ເຫັນ​ວ່າ​ເໝາະ​ສົມ ຕໍ່​ ຕົນ ​ເອງ​​ເຊັ່ນ: ​ໄປສະຫມັກເປັນ​ ພະ​ເອກ, ນາງ​ເອກ, ນາຍ​ແບບ, ນາງ​ແບບ...ທີ່​ອະນຸຍາດ​ໃຫ້​ແຕ່ງ​ເອ້​ຢ່າງ​ສະບາຍໆພຸ້ນ.​ ແນ່ນອນ,​ ເມື່ອ ​ມາ​ ເຖິງ​ຈຸດ​ນີ້, ຖ້າຈະ ພາກັນຫ່ວງແຕ່ເລື່ອງນີ້ ມັນ​ກໍ​​ເຖິງ​ເວລາ​ແລ້ວ​ທີ່​ພວກ​ທ່ານນັງ ສະຫະພັນ, ຄູ​ຝຶກ ​ແລະ ນັກ​ ກິລາ ຕ້ອງ​ໄດ້ພິຈາລະນາ​ຕົນ​ເອງ​ຄືນ​ໃຫມ່​ຄືຢ່າ​ປິດ​ກັ້ນ​​ໂອກາດ ​ຜູ້​ທີ່​ ມີ​ໃຈມັກ​ຮັກ​​ໃນ​​ການ​ຫລິ້ນ​ກິລາ ປະ​ເພດ​ນີ້ ອີກ ​ຕໍ່​ໄປເພາະຜູ້ທີ່ມີ​ຝືມື​ດີໆ​ເກັ່ງໆຢູ່​ບ້ານເຮົາ​ກະບໍ່​ອຶດບໍ່​ຢາກ ແລະ ພວກ​ເຂົາກໍພ້ອມ​ທີ່​ຈະ​ຮັບ ​ໃຊ້​ຊາດ​ ຢ່າງ​ ແທ້ຈິງ​ ​ແລະ ມັນ​ກໍ​ເຖິງ​ເວລາ​ແລ້ວ ທີ່​ຕ້ອງ​ໄດ້​ເປີດ ​ໂອກາດໃຫ້ເຂົ້າມາຮັບ​ພາລະຫນ້າ​ ທີ່​ແທນພວກ​ທ່ານ, ຈັກ ໜ້ອຍ ຈະ​ບໍ່ເຈົ້າຊູ້ບໍ່​ງາມ​​ໄດ໋​! ຂະນະ​ ທີ່​ນັກ​ກິ ລາ​ປະ ​ເທດ​ອື່ນເຂົາ ເມື່ອລົງ​ແຂ່ງຂັນ ກໍ​ບໍ່​ເຫັນເຂົາຢ້ານ​ວ່າຈະ​ ບໍ່​ ງາມ​ບໍ່​ເຈົ້າຊູ້ເລີຍ! ເພາະ​ພວກ​ເຂົາ​ມາ​ເຮັດ ໜ້າ​ທີ່​ເພື່ອ​ຊາດ​ຂອງ​ເຂົາ​ຢ່າງ​ແທ້​ຈິງ ​ແຂ່ງຂັນ​ກໍ​ຄື​ແຂ່ງຂັນ​ ແລະ ການ​ແຂ່ງຂັນ ກໍ​ມີ​ໄດ້​ມີ​ເສຍ​ເປັ​ນເລື່ອງທຳ​ມະ​ດາ​ຂອງ​ກິລາ,​ ແຕ່ຖ້າ​ເສຍ​ແບບ​ບໍ່​ມີ​ເຫດ​ມີ​ຜົນ ຄື​ອ້າງ​ວ່າ ກົດ​ດັນ ​ຫຼາຍ​ເພາະ​ເຮົາ​ເປັນ​ເຈົ້າພາບ ນັ້ນ​ກະ ລຸນາ​ໄປ​ຄິດ​ໃໝ່ ແລ້ວ​ຊອກ​ຫາ​ຂໍ້​ແກ້ໂຕ​ທີ່​ສົມ​ເຫດ​ສົມ​ຜົນ​ກວ່າ​ນີ້​ ເພື່ອ​​ປວງ ​ຊົນ​ລາວ​ທັງ​ຊາດຈະໃຫ້​ອະ​​ໄພ​ໄດ້!
ເກີດ​ຫຍັງ​ຂຶ້ນ...​ເກີດ​ຫຍັງຂຶ້ນ ແລະ ​ເກີດ​ຫຍັງ​ຂຶ້ນ ນີ້ຄື​ຈຸດ​ທີ່​ສະຫະພັນ​ເປ​ຕັງ​ ແຫ່ງຊາດ ​ລາວ ຈົ່ງນຳ​ເອົາ​ໄປ ​ພິ ຈາ ລະ​ນາ ​ສຶກສາຄົ້ນຄວ້າ​ ພາຍຫລັງ​ສຳ ​ເລັດ​ ການ​ແຂ່ງຂັນ ຊີເກ​ມ​ເທື່ອ​ນີ້ ແລະ ດີ​ແທ້ ຢ່າ​ໃຫ້​ຄົນ​ທັງ​ ປະ​ເທດ​ ລໍຖ້າ​ຄຳ​ຕອບດົນ​ຫລາຍ ​ເພື່ອ​ຫວັງໃຫ້​ລືມ​​ກັບຄວາມ ຫລົ້ມ​ເຫ​ລວດັ່ງ​ກ່າວ ເພາະພຽງ 2 ຫລຽນ ​ຄຳ,1 ຫລຽນ ​ເງິນ, ສ່ວນ​ຫລຽນ​ທອງ​ນັ້ນ ​ເຖິງ​ຈະ​ໄລ່​ເຂົ້າ​ໃນ​ຕາຕະລາງ​ຫລຽນ​ລວມຄື​ກັບປະ​ເພດ​ກິລາ​ອື່ນກໍ​ຕາມ ມັນ​ກໍ​ບໍ່​ສາ ມາດ​ທີ່​ຈະ​ເຮັດ​ໃຫ້ 6 ລ້ານ​ດວງ​ໃຈ​ ລືມ​ໄປ​ໄດ້​ຢ່າງ​ງ່າຍໆ​ ຕໍ່​ຄຳ​ສຳພາດທີ່​ວ່າ ກວາດ​ເອົາ ຫລຽນ​ທຸກ​ລາຍການ, ​ແຕ່​ຖ້າບໍ່​ໄດ້​ແທ້ ຕ້ອງໄດ້ 5 ຫລຽນ​ຄຳ ​ເປັນ​ຢ່າງ​ໜ້ອຍ! ເວັ້ນ​ແຕ່​ຈະ​ອອກ​ມາ​ຮັບຜິດ ຊອບ​ໃນສິ່ງ​ທີ່​ ເຮັດ​ໄປ​ນັ້ນ ຕາມ​ມາດຕະຖານ​ກິລາ​ສາກົນ ເພາະວ່າ​ຍັງມີ​ຄົນ​ມີ​ສີມື​ໃນ​ ຈຳປາ​ສັກ​ເກ​ມ ​ແລ້ວ ​ເປັນ​ຫຍັງ​ຈຶ່ງ​ບໍ່​ເອົາ​ ເຂົ້າມາ​ ຮ່ວມ ​ແຂ່ງ ຂັນ ​ເພື່ອ​ ໃຫ້​ເຂົາ​ມີ​ປະສົບການ ເຖິງ​ວ່າ ​ເສຍ​ກໍ​ຕາມ ມັນ​ກໍ​ດີ​ວ່າ​ຕິດ​ທີມ ຊາດ​ມາ​ແລ້ວ​ຫຼາຍ​ຕໍ່​ຫຼາຍ​ເທື່ອ ພັດ​ເຮັດ​ໄດ້​ຊ່ຳ​ນີ້!./.

                                                                                                        ຂັດມາຈາກໜັງສືພິມປະເທດລາວ http://www.kplnet.net/lao/index%20lao.htm

Delicious Digg Fark Twitter