ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ທ.ວ.. 22, 2009 | ມີ 9 ຄຳເຫັນ ແລະ 0 trackback(s)

ການ​ແຂ່ງຂັນ​ກິລາ ​ເປ​ຕັງ ​​​ວຽງຈັນ​ເກ​ມ ມື້​ສຸດ​ທ້າຍ​ໃນ​ວັນ​ທີ 18​ ທັນວາ​ນີ້ ຢູ່ສະຫນາມກິລາເປ​ຕັງ ມະ ຫາ ວິທະຍາ​ໄລ​ແຫ່ງ​ຊາດ ນະຄອນຫລວງ​ວຽງຈັນ ນັກ​ ກິລາ​ ເປ​ ຕັງ​ລາວ ​ຍາດ​ໄດ້​ຕື່ມອີກ 1​ ຫຼຽນຄຳ ​ຈາກ ​ປະ​ເພດ​ທີ​ມຊຸດ​ຊາຍ ພາຍຫລັງປ່ຽນ​ນັກ​ກິລາສ​ຳຮ​ອງ​ເຂົົ້າ​ແທນ​ນັກ​ກິລາ​ເປ​ຕັງ​ ທີ່​ໃສ່ແວ່ນຕາ​ດຳ ອອກຈາກ ​ທີ່​ 3 ຄົນ​ທຳ​ ອິດ ຫລິ້ນ​ແບບ​ບໍ່​ມີ​ຄວາມ​ກະຕືລືລົ້ນ.

ສຽງ​ເພງ​ຊາດລາວ​ດັງກ້ອງ​ທົ່ວ​ສະໜາມ​ກິລາ​ເປ​ຕັງມະຫາ​ວິ​ທະຍາ​ໄລ​ແຫ່ງ​ຊາດ​ ແລະ ​ຜືນ​ທຸງຊາດ ​ໄດ້​ ເຊີນ​ຂຶ້ນສູ່​ຍອດເສົາ​ຢ່າງ​ສະ ຫງ່າ​ຜ່າ​ເຜີຍ​ເມື່ອ​ ນັກ ​ກິລາ​ເປ ​ຕັງ​ ຊຸດ ​ຊາຍ 3 ຄົນ ໄດ້ ຫລຽນ​ຄຳ​​ ​ເຊິ່ງ​ແມ່ນ​ ໜຶ່ງ​ໃນ 2 ຫຼຽນ​ຄຳ ສຸດ​ທ້າຍ​ໃນ​ ວຽງ​ຈັນ ​ເກມ ອັນ ​ໄດ້​ ເຮັ​ດ​ໃຫ້​ຄົນ​ລາວ​ທັງ​ປະ​ເທດ​ລືມ ຄວາ​ມ​ຝັນ​ຮ້າຍ​ໄປ ​ໄດ ້​ຊົ່ວ​ຂະນະ ​ໜຶ່ງ​ກັບ​ ຄວາມ​ຫລົ້ມ​ເຫ​ລວຂອງ​ກິລາ​ປະ​ເພດ​ນີ້ທີ່​ໝາຍ​ໝັ້ນສັນຍາ​ວ່າ​:ຢ່າງ​ໜ້ອຍ​ຕ້ອງ ​ ກວາດ ມາ​​ໄດ້ 5 ຫລຽນ ​ຄຳ. ​ແນວ​ໃດ​ກໍ​ດີ, ການທີ່​ໄດ້ ອີກ 1 ຫຼຽນ​ຄຳ​ ດັ່ງກ່າວ​ແມ່ນ​ ການຕັດ ສິນ​ໃຈ ຂັ້ນ ສຸດ​ທ້າຍ​ຂອງ​ຄູ​ຝຶກ ​ແລະ ກໍ​ເປັນ​ ການ​ຕັດສິ​ນໃຈທີ່​ຖືກ ຕ້ອງ​ ທີ່​ສຸດ​ຄື​ປ່ຽນ ນັກ​ກິລາ​ເປ​ຕັງທີ່​ແວ່ນ ຕາ​ດຳ ​ອອກ ພາຍຫລັງຫລິ້ນບໍ່ສົມ ສັກ​ສີ​ກັບ ​ການ​ເປັນ​ຕົວ​ ແທນ ​ເປັນ​ການ​ຫລິ້ນທີ່ບໍ່​ກຸ້ມ​ຄ່າ​ກັບ​​ໜ້າ​ ທີ່​ອັນ​ ມີ​ ກຽດ​ທີ່ປວງ​ຊົນ​ລາ ວ​ທັງ​ຊາດມອບ​ໝາຍ​ໃຫ້​ແມ່ນ​ແຕ່​ໜ້ອຍ​ດຽວ.​

ມື່ອ​ປ່ຽນ​ ທ້າວ ສອນ​ໄຊ ນັກ​ກິລາ​ເປ​ຕັງ ​ສຳຮອງ​ເຂົົ້າ,​ ເກ​ມການ​ຫລິ້ນ​ໄດ້ ປ່ຽນ​ຈາກ ​ໜ້າ​ມື​ເປັນ​ຫລັງ​ມື​ ຄື​ ຫລິ້ນ​ໄດ້​ຢ່າງ​ໂດດ​ເດັ່ນ ຫລິ້ນ​ເພື່ອ​ຊາດ​ຢ່າງ​ແທ້​ຈິງ ​ແລະ ຈາ​ກ ການຫລິ້ນທີ່​ເໜືອ​ຊັ້ນດັ່ງກ່າວ​ ເຊ​ິ່ງທີ່​ສຸດ​ ແລ້ວ​ ກໍ​ສາ ມາດ​ຊະນະ​ຄູ່​ແຂ່ງຂັນ​ ຈາກ ສສ ຫວຽດນາມ 13-7 ໄດ້​ ຫລຽນ​ຄຳ​.
ສ່ວນການແຂ່ງຂັນ​ກິລາ​ ເປ​ຕັງ ຊຸດຍິງ 3 ຄົນ ທີ່​ປະກອບ​ມີນາ​ງ ອັນ​ສະ​ນີ ດາ​ລາ​ວັນ, ນາງ ມິ​ມີ ວົງ​ສະຫວັດ, ນາງ ອຸ​ເດດ ສົມ​ສຸກ ​ແລະ ນາງ​ ສຸກ​ສາຄອນ​ ກໍໄດ້​ພຽງ ຫລຽນທອງ ພາຍຫຼັງເສຍ​ໃຫ້​ນັກ​ກິລາ​ ຫວຽດນາມ.
ສະຫຼຸບ​ແລ້ວ,​​ ການ​ແຂ່ງຂັນ​ກິລາ​ເປ​ຕັງ ​ໃນ​ວຽງຈັນ​ເກ​ມ ນັບ​ແຕ່​ວັນ​ທີ10-18/12/09, ປະ​ເທດ ​ໄທ ອັນ​ ດັບ​ຫນຶ່ງ​​ໄດ້ 5 ຫຼຽນຄຳ,1 ຫຼຽນ​ເງິນ,5 ຫຼຽນທອງ, ອັນ​ ດັບ​ສອງ​ກຳປູ​ເຈຍ ​ໄດ້ 2 ​ຫຼຽນຄຳ, 4 ຫຼຽນເງິນ, 5 ຫຼຽນທອງ​ ແລະ​ ສປປ ລາວ ​ໄດ້ 2 ຫຼຽນຄຳ,1 ຫຼຽນ​ເງິນ ​ແລະ 6 ​ຫຼຽນ ທອງ​./.

                                                                                         ຂັດມາຈາກໜັງສືພິມປະເທດລາວhttp://www.kplnet.net/lao/sport/sport.htm

Delicious Digg Fark Twitter