ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ

ຈະລໍ ຫຼື ຈະເລີກ
ສ້າງເມື່ອ ກ.ພ.. 14, 2013 24 ຄົນໂຫວດ, 28 ຄຳເຫັນ, ອ່ານ 626 ເທື່ອ
ມີເພື່ອນຄົນໜຶ່ງມາປຶກສານຳ
ມີຢູ່ວ່າ: ແຟນຂອງລາວຮຽນຈົບມໍ6ມາໄດ້ 3ປີ ລາວຫາກໍ່ຈົບມາແລະໄດ້ເຮັດວຽກແລ້ວ ປີປາຍ ແຕ່ແຟນລາວຢາກໄປຮຽນຕໍ່ລາວກະຍອມໃຫ້ໄປເພາະຢາກໃຫ້ລາວມີອານາຄົດທີ່ດີຕາມທີ່ແຟນລາວຄາດຫວັງໄວ້ ແລະ ແຟນລາວຍັງສັນຍາວ່າຫຼັງຈາກທີ່ລາວຮຽນ3ປີຈົບມາແລ້ວລາວຊິກັບມາແຕ່ງງານກັບລາວແລະ ແຟນລາວກະບອກວ່າຊິບໍ່ມັກໃຜອີກ ຕອນໄປປີທຳອິດແຟນລາວກໍ່ຢູ່ກັບອ້າຍແຕ່ເຫດການກໍ່ປົກະຕິດີ ພໍແຕ່ຊ່ວງຕົ້ນປີທີ່2 ອ້າຍລາວພັດຖືກຍ້າຍໄປປະຈຳການຢູ່ຕ່າງແຂວງ ແລ້ວລາວກໍ່ໄປເຊົ່າເຮືອນຢູ່ກັບໝູ່ຄົນບ້ານດຽວກັນ
ຫຼັງຈາກນັ້ນປະມານ2ເດືອນກໍ່ເລີມແປກໆຂື້້ນໂທຫາກະຮັບປົກະຕິບາງຄັ້ງກໍ່ຮັບແລະລົມແບບບໍ່ຄ່ອຍເຕັມຄຳປານໃດແບບອຸ່ມໆ ແລະ ກະວາງໄປ ຈາກຄຳທີ່ເຄີຍເວົ້າວ່າ ໂດຍ ຈະ ຈ໋າ ບໍ່ ມາເປັນ ອື່ ອຶ ແທນ
ລາວບອກວ່າໝູ່ລາວເຫັນຮູບແຟນຂອງລາວຖ່າຍຮູບກັບຜູ້ຊາຍອີກຄົນລົງໃນ Facebook ໃນຊື່ຜູ້ຊາຍຄົນ ພໍລາວເຂົ້າໄປເບິ່ງກະເຫັນຮູບນັ້ບທັງຮູບໄປງານດອງ ໄປກິນລ້ຽງ ແລະ ກະໄປຫຼີ້ນນຳໝູ່ຊາຍຄົນນັ້ນອີກ ແລະ ກະComment ກັນໄປໆມາໆທັງໝູ່ແຟນລາວ ແລະ ໝູ່ຜ້ຊາຍຄົນນັ້ນວ່າເປັນຄູ່ເປັນແຟນກັນແບບນັ້ນແບບນີ້ ແລ້ວລາວກໍ່ໂທຖາມແຟນລາວ ທຳອິດກະບໍ່ຍອມຮັບ ແຕ່ຖາມຈີ້ມເຂົ້າໄປກັບຮູບພາບໃນ Facebook ແລະ ການ Comment ສຸດທ້າຍແຟນລາວກໍ່ຍອມຮັບ ແຕ່ແຟນລາວບອກວ່າບໍ່ຕ້ອງສົນໃຈນຳ ຈັງໃດກະຍັງຊິກັບມາແຕ່ງງານນຳວ່າຊັ້ນ

ຢາກຖາມເພື່ອນໃນພັນລາວຊ່ວຍຕອບແດ່ເພື່ອຈະໄດ້ບອກໝູ່ຂອງເຮົາຄົນນັ້ນຕັດສິນໃຈ