ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ຕ.ລ.. 14, 2010 | ມີ 2 ຄຳເຫັນ ແລະ 0 trackback(s)

ຄົນເຮົາເກີດມາຢ່າປຽບທຽບຊີວິດຂອງຕົນເອງກັບຄົນອື່ນ ເພາະວ່າຊີວິດຂອງຄົນເຮົາມີຄວາມແຕກຕ່າງກັນຫຼາຍ,ເບິ່ງໂລກໃນແງ່ດີກ່ຽວກັບຊີວິດຂອງຕົນເອງຢູ່ກັບປະຈຸບັນໃຫ້ດີທີ່ສຸດ ເພື່ອອະນາຄົດຂອງຕົນເອງໃນວັນໜ້າ

ຢ່າບັງຄັບຕົນເອງໃນສິ່ງທີ່ຕົນເອງເຮັດບໍ່ໄດ້,ຕ້ອງຮຸ້ວ່າຕົນເອງມີຄວາມສາມາດຊ່ຳໃດ.ຢ່າເສຍເວລາແລະພະລັງງານຂອງຕົນເອງໄປກ່ຽວກັບເລື່ອງນິນທາຂອງຄົນອື່ນເພາະມັນບໍ່ມີປະໂຫຍດອັນໃດໃຫ້ກັບຕົນເອງ

ຖ້າມີຄວາມຮູ້ສຶກຂີ້ສຽດຄົນອື່ນກ່ຽວກັບເລື່ອງກ່ຽວກັບເລື່ອງຖານະແລະການດຳລົງຊີວິດເປັນເລື່ອງທີ່ເສຍເວລາລ້າໆເພາະວ່າແຕ່ລະຄົນຈະມີຄວາມສັບສົນວຸ້ນວາຍແຕກຕ່າງກັນໄປໃນແຕ່ລະມື້ບໍ່ມີຄົນໃດດອກທີ່ຈະມີຄວາມສຸກໄປຕະ

ຫຼອດຊີວິດເຮົາຈົ່ງລືມເລື່ອງທີ່ຜິດໃຈໃນອາດີດກັບຄົນທຸກຄົນເພາະວ່າຕ້ອງມີວັນໃດວັນໜື່ງທີ່ພວກເຮົາຈະຕ້ອງໄດ້ຫາຄວາມຊ່ວຍເຫຼືອກັນໃນອະນາຄົດຕ້ອງເຂົ້າໃຈວ່າຊີວິດກໍ່ຄືການຮ່ຳຮຽນເຮົາຕ້ອງຮຽນຮູ້ທີ່ຈະເຂົ້າໃຈຄົນອື່ນແລະທີ່ສຳຄັນ

ຈະຕ້ອງເຂົ້າໃຈຕົນເອງວ່າຕົນເອງຕ້ອງການອັນໃດແລະຈະເຮັດອັນໃດໃນຊີວິດຈົ່ງດຳລົງຊີວິດໃນວັນນີ້ໃຫ້ດີທີ່ສຸດເພາະຊີວິດຂອງຄົນເຮົາບໍ່ຮູ້ວ່າຈະຈົບລົງມື້ໃດແລະເຮັດອັນໃດກໍ່ຈະຕ້ອງມີຜົນປະໂຫຍດຖ້າບໍ່ມີປະໂຫຍດກ່ຽວກັບຕົນເອງ

ກໍ່ຕ້ອງໃຫ້ມີຜົນປະໂຫຍດກັບສັງຄົມແລະຄອບຄົວ.

Delicious Digg Fark Twitter
ອ່ານຄືນຫຼັງ
ໝວດໝູ່