ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ຕ.ລ.. 20, 2010 | ມີ 3 ຄຳເຫັນ ແລະ 0 trackback(s)

ຄວາມປະທັບໃຈເຖິງຈະບໍ່ໄດຜົນຕອບແທນຫຍັງທີ່ເປັນລາງວັນ.....ແຕ່ມັນເປັນປະສົບການ ແລະ ຄວາມຮູ້ສືກດີໆທີ່ມີໃຫ້ກັນ

ສວນແຫ່ງຄວາມຊົງຈຳ....

ບໍ່ອາດລືມກັບຄວາມອົດທົນພະຍາຍາມທຸກວິນາທີ່ແຫ່ງຜົນງານ...ການອົດຫຼັບອົດນອນເປັນສ່ວນສຳຄັນເຊິ່ງຜົນສຳເລັດອັນໄຮ້ສິ່ງຂອງ...ແຕ່ມາເຊິ່ງຄວາມຮູ້ສືກທີ່ປະທັບໃຈ...

ປະກົດການເວລາສັ້ນໆ (3 ວັນ 2 ຄືນ) ກັບການອົດຫຼັບ ອົດນອນ ກັບລຸ້ນນ້ອງປີ 2 ປະມານ 3-4 ຄົນ(ບັງເອີນໃນຮູບບໍ່ມີລຸ້ນນ້ອງຈັກຄົນ...ມີແຕ່ແກ້ງຈີ້ລຸ້ນດຽວກັນ) ແລະ ມີຂ້າພະເຈົ້າເປັນລຸ້ນອ້າຍປີ 4 ຄົນດຽວທີ່ຢູ່ໃນທີມ .

ຕ້ອງແຂ່ງກັບທີມອືນອີກຫຼາຍທີມກວ່າຈະຜ່ານເຂົ້າສູ່ຮອບຈັດສວນໂຕຈິງໃນໄອເຕັກສະຖາທີ່ຄວາມປະທັບໃຈ....
ນ້ອງໆທັງ 3 ກໍ່ທຸ້ມເທທັງເຮື່ອແຮງ ທຸກຢາດເຮື່ອ ເພື່ອໃຫ້ມີຜົນງານຊີ້ນນີ້ເຖິງຈະມີອຸບປະສັກຫຼາຍພຽງໃດກໍ່ຕາມ...(ສະຖາທີ່ບໍ່ໄດ້ດັ່ງໃຈ, ວັດຖຸອຸປະກອນທີ່ເກືອບບໍ່ພໍ ດ້ວຍງົບພຽງ ຫ້າແສນກີບ) ໃນ 2 ມື້ສຸດທ້າຍທີ່ກຽມອຸປະກອນແລະ ຈັດຈິງ...ເປັນສິ່ງທີ່ສາຫັດຫຼາຍ ແຕ່ຍ້ອນໄດ້ລຸ້ນນ້ອງ ປີ 2 ອີກຈຳນວນໜຶ່ງທີ່ເຂົ້າມາເປັນກຳລັງໃຈ ແລະ ຊ່ວຍດ້ານເຮື່ອແຮງ ຈຶ່ງເຮັດໃຫ້ຜົນງານອັນນ້ອຍ ນີ້ປະກົດອອກມາ ເຖິງຈະ ບໍ່ຕົງຕາມແບບ ພໍປານໄດກໍ່ຕາມ.....(ດ້ວຍຄອນເຊັບຢູ່ກັບທຳມະຊາດ ແລະ ສັດ ເພິ່ມກິດຈະກຳໃຫ້ຄອບຄົວ...ອອກມາແລະ ເປັນສະໄຕລຍີ່ປຸ່ນນິດໆ 5555)
ທັງໝົດນີ້ເປັນປະສົບການ ແລະ ຄວາມຊົງຈຳອັນດີ ທີ່ເກີດຂື້ນ

 

Delicious Digg Fark Twitter