ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ພ.ຈ.. 6, 2010 | ມີ 5 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ພັນລາວ

ຄວາມກຸ້ມໃຈ ເປັນເລື່ອງທຳມະຊາດຂອງຜູ້ທີ່ປະສົບບັນຫາ ແຕ່ຄວາມກຸ້ມໃຈບໍ່ແມ່ນວິທີທາງທີ່ຈະຊ່ວຍແກ້ໄຂບັນຫາໃຫ້ຈົບລົງດ້ວຍດີ ແຕ່ກັບເປັນການເພີ່ມພູນບັນຫາໃຫ້ໃຫຍ່ຂຶ້ນໃນຄວາມຮູ້ສຶກ ນຶກຄິດ ແລະ ຈິນຕະນາການ.

ຈິນຕະນາການຂອງຄົນເຮົາ ມັກຈະຢູ່ເໜືອຄວາມເປັນຈິງສະເໝີ ຍິ່ງຖ້າຫາກເປັນເລື່ອງທີ່ບໍ່ດີແລ້ວ ເຮົາກໍ່ມັກຈະຕົບແຕ່ງກັນໄປ ໂດຍທີ່ເຮົາກໍ່ອາດບໍ່ຮູ້ຕົວດ້ວຍຊ້ຳ.

ມັນກໍ່ໜ້າແປກຢູ່ ທີ່ມະນຸດເຮົາຕ້ອງການຢາກຈະພົບໃນສິ່ງທີ່ດີໆ ແຕ່ກັບມີຄວາມຄິດບັນເຈີດໄປໃນເລື່ອງທີ່ບໍ່ດີກັນໄປເປັນສ່ວນໃຫຍ່

ເມື່ອເວລາທີ່ເຮົາຢູ່ທ່າມກາງຂອງບັນຫາ ບັນຫານັ້ນຖ້າເບິ່ງແລ້ວຈະຫຍຸ້ງຍາກເກີນກວ່າທີ່ຈະແກ້ໄຂໄດ້ສະເໝີ ບໍ່ວ່າຈະເປັນເລື່ອງນ້ອຍ ຫລື ເລື່ອງໃຫຍ່ກໍ່ຕາມປຽບເໝືອນຄົນທີ່ກຳລັງຢູ່ທ່າມກາງຂຸມເຂົາ ຢູ່ທ່າມກາງແບກໄມ້ທີ່ຫນາຕຶບ ແລະ ເໝືອນວ່າຈະປິດຕາຍດ້ວຍທາງອອກທາງເຂົ້າຈົນຫມົດສິ້ນ ບໍ່ມີຫົນທາງທີ່ຈະພາເຂົາອອກຈາກປ່າແຫ່ງນັ້ນໄປໃດ້  ຍິ່ງເດີນຍິ່ງສັບສົນ ຍິ່ງເດີນຍິ່ງເຂົ້າປ່າເລິກໄປຕະຫລອດສຸດທ້າຍກໍ່ຫລົງທາງແລະຈົນແລ້ວຈົນລອດກໍ່ຫາທາງອອກບໍ່ເຫັນ

ລອງຖອຍອອກມາຫນ້ອຍຫນຶ່ງ ເຮົາຈະເບິ່ງເຫັນປ່າເຂົານັ້ນເລິກລົງເລື້ອຍໆ ຈົນເບິ່ງເຫມືອນວ່າເປັນເລື່ອງງ່າຍທີ່ຈະກ້າວຂ້າມມັນໄປໃດ້

ຢ່າເຂົ້າໃຈຜິດວ່າການກ້າວຖອຍນັ້ນເປັນການຍອມແພ້ ເພາະວ່າຈຸດປະສົງຂອງການຖອຍ ຄືການຊອກຫາ          ທີ່ເຮົາຄິດວ່າເປັນເລື່ອງຫຍຸ້ງຍາກສຳລັບເຮົາໃນຕອນນັ້ນ ຫາກເຮົາໃດ້ເບິ່ງອີກມຸມຫນຶ່ງມັນກໍ່ອາດຈະເປັນພຽງແຕ່ເລື່ອງເລັກນ້ອຍ ທີ່ເຮົາສາມາດຈັດການມັນຢ່າງງ່າຍດາຍກໍ່ໄດ້

ຫາກແຕ່ວ່າເຮົາລອງຖອຍອອກມາ ເຮົາຈະເບິ່ງເຫັນບັນຫານັ້ນນ້ອຍລົງ ບໍ່ແມ່ນເລື່ອງໃຫຍ່ໂຕແລະຫຍຸ້ງຍາກຢ່າງທີ່ຄິດອີກຕໍ່ໄປ

ເມື່ອຄິດໃດ້ຢ່າງນີ້ແລ້ວ ອາດເຮັດໃຫ້ເຮົາມີກຳລັງໃຈທີ່ຈະຕໍ່ສູ້ກັບບັນຫາໃດ້ດີຍິ່ງຂຶ້ນ ແລະ ຫາທາງອອກຂອງບັນຫາໃດ້ງ່າຍຂຶ້ນ

ບາງບັນຫາ ຍິ່ງແກ້ຍິ່ງຍາກ ຍິ່ງແກ້ຍິ່ງໄປກັນໃຫຍ່ ບາງບັນຫາພຽງແຕ່ເຮົາປ່ອຍວາງມັນໄວ້ ສຸດທ້າຍບັນຫາກໍ່ຈະສະຫລາຍໄປເອງ

ກອງບັນຫາໄວ້ບ່ອນເກົ່າ ແລ້ວລອງຖອຍອອກມາຈັກກ້າວ ເພື່ອໃຫ້ເຮົາໃດ້ເບິ່ງເຫັນຫນ້າຕາຂອງບັນຫາໃດ້ຢ່າງຊັດເຈນຂຶ້ນ ຊຶ່ງມັນອາດຈະຊ່ວຍໃຫ້ເຮົາກ້າວຂ້າມມັນໄປໃດ້ຢ່າງງ່າຍດາຍຢ່ງທີ່ເຮົາຄາດບໍ່ເຖິງ

Delicious Digg Fark Twitter