ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ຕ.ລ.. 17, 2012 | ມີ 3 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ທັມມະ

                                    ປິດສະໜາທຳ

            ຄຳຖາມ                                                                              ຄຳຕອບ

  1. ຂ້າແມ່ນຫຍັງບໍ່ເປັນບາບ ?                         ຂ້າຄວາມໂກດ
  2.  

  3. ຫາບແມ່ນຫຍັງບໍ່ດີ ?                                 ຫາບຄວາມທຸກ
  4. ຂີ້ແມ່ນຫຍິງບໍ່ເປັນປຸ໋ຍ?                               ຂີ້ຄ້ານ
  5. ເວົ້າແມ່ນຫຍັງບໍ່ເກີດຄ່າ ?                            ເວົ້າໂມ້
  6. ດ່າແມ່ນຫຍັງບໍ່ເກີດໄພ ?                             ດ່າຕົວເອງ
  7. ໃຫ້ແມ່ນຫຍັງບໍ່ເຄີຍໝົດ ?                          ໃຫ້ອະໄພ
  8. ອົດແມ່ນຫຍັງບໍ່ເຄີຍຕາຍ ?                           ອົດຄວາມຮັກ
ຂຽນເມື່ອ ຂຽນເມື່ອ: ຕ.ລ.. 11, 2012 | ມີ 5 ຄຳເຫັນ ແລະ 0 trackback(s)

ການຈັດອັນດັບມະຫາໄລໂລກປະຈຳປີ ໒໐໑໒

ໂດຍມີລາຍຊື່ມະຫາໄລ ໔໐໐ ຮ້ອຍແຫ່ງໃນນັ້ນມີ ມະຫາໄລເອເຊຍຕິດອັນດັບມີ ໕໗ ແຫ່ງ ສ່ວນໃຫຍ່ຢູ່ປະເທດຈີນ,ຍີ່ປຸ່ນ ,ເກົ່າຫລີ ,ໄຕຫວັນ ,ສິງຄະໂປ ,ຮ່ອງກົງ ເປັນຕົ້ນ

ສ່ວນປະເທດໄທມີ ແຫ່ງ ຄື ມະຫາວິທະຍາໄລພຣະຈອມເກົ້າທົນບູຣີ ຕິດອັນດັບ ໓໘໙ ໃນ ໔໐໐ ອັນດັບມະຫາໄລ.(ແຕ່ປີ໒໐໑໑ ມີ ໒ ແຫ່ງທີ່ຕິດອັນດັບນັ້ນຄື ມະຫາວິທະຍາໄລມະຫິດົນ(ມມ)ຕິດອັນດັບ ໓໐໖ ແລະຈຸລາລົງກອນມະຫາວິທະຍາໄລຕິດອັນດັບ ໓໔໑ )

ສ່ວນມະຫາໄລທີ່ຕິດອັນດັບ ໑-໕ ໄດ້ແກ່

  1. ອັນດັບທີ່   ໄດ້ແກ່ California Institute of Technology (CalTech)  (ສະຖາບັນເທກໂນໂລຍີແຄລີຟໍຣເນຍ) ດ້ວຍຄະແນນລວມຮ້ອຍລະ ໙໔.໘
  2. ອັນດັບທີ່ ໄດ້ແກ່  Harvard University  (ມະຫາວິທະຍາໄລຮາຣ໌ວາຣ໌ດ)
  3. ອັນດັບທີ່ ໄດ້ແກ່ Stanford University (ມະຫາວິທະຍາໄລສະແຕນຟອຣ໌ດ) ດ້ວຍຄະແນນລວມຮ້ອຍລະ ໙໓.໙
  4. ອັນດັບທີ່ ໄດ້ແກ່ University of Oxford (ມະຫາວິທະຍາໄລ ອັອກຊຟອຣ໌ດ ) ດ້ວຍຄະແນນລວມຮ້ອຍະ ໙໓.໖
  5. ອັນດັບທີ່ ໄດ້ແກ່ Princeton University (ມະຫາວິທະຍາໄລພຣິນຊ໌ຕັນ ) ດ້ວຍຄະແນນລວມຮ້ອຍລະ ໙໒.໙
  • ໂດຍສຳນັກຈັດອັນດັບຊື່ດັງThe Times Higher Education (THE) ຂອງສຳນັກຈັດອັນດັບມະຫາວິທະຍາໄລຈາກປະເທດອັງກິດປະຈຳປີ ໒໐໑໑- ໒໑໑໒
ຂຽນເມື່ອ ຂຽນເມື່ອ: ຕ.ລ.. 4, 2012 | ມີ 6 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ແບບທົດສອບ

ໃນເວັບໄຊ http://www.wallstreet.in.th/ ໄດ້ເປິດໃຫ້ຜູ້ຮຽນໄດ້ສຶກສາຫຼາຍຫຼັກສູດ ແລະໄດ້ມີການທົດສອບວັດລະດັບຄວາມຮູ້ພາສາອັງກິດ

ອອນໄລນ์ນັ້ນ(ຕ້ອງລົງທະບຽນເຂົ້າເວັບໄຊທื wallstree). ເພື່ອຕຽມພ້ອມເຂົ້າສູ່ AEC ໒໐໑໕ ນີ້ ໂດຍເປິດຢູ່ຫຼາຍສາຂາໃນພາກກາງຂອງໄທ

ກ່ອນເຮົາມາຮູ້ຈັກ AEC ຫມາຍເຖິງຫຍັງແລະມີຄວາມສຳຄັນຢ່າງໃດ ດັ່ງຮູບນີ້

ໂດຍແບບທົດສອບພາສາອັງກິດເບື້ອງຕົ້ນດັ່ງຮູບ

ລອງທົດລອງເບິ່ງເດີ ເຂົ້າໄປ http://www.wallstreet.in.th/EnglishTestMain.aspx ຄິກ Start

ຫຼືໂດຍຕົງທີ່ເວັບ http://www.wallstreet.in.th/ເລິຍກະໄດ້ແລ້ວເລືອກແບບທົດສອບພາສາ ດັ່ງຮູບ

 

ຂຽນເມື່ອ ຂຽນເມື່ອ: ຕ.ລ.. 3, 2012 | ມີ 3 ຄຳເຫັນ ແລະ 0 trackback(s)

ໜ້າທີ່ຂອງນັກບໍລິຫານ ປະການ

ໃນໜັງສືພູດທະບໍລິຫານເພິ່ນໄດ້ຂຽນໄວ້ວ່າໜ້າທີ່ຂອງນັກບໍລິຫານເປັນກອບໃນການທີ່ຈາລະນາໜ້າທີ່ (Function) ຂອງນັກບໍລຶຫານມີຢູ່ ປະການ ຕາມຄຳຫຍໍ້

ພາສາອັງກິດ POSDC

  • P ຄື:  Planning  ໝາຍເຖິງ ການວາງແຜນ  ເປັນການກຳໜົດແນວທາງດຳເນິນງານໃນປັດຈູບັນເພື່ອຄວາມສຳເລັດທີ່ຈະຕາມມາໃນອະນາຄົດ ຜູ້ບໍລິຫານທີ່

ດີຕ້ອງມີວິໄສທັດເພື່ອກຳໜົດທິດທາງຂອງອົງກອນ.

  • O ຄື: Organizing  ໝາຍເຖິງ ານຈັດອົງກອນ  ເປັນການກຳໜົດໂຄງສ້າງຄວາມສັມພັນຂອງສະມາຊິກ  ແລະສາຍບັງຄັບບັນຊາພາຍໃນອົງກອນ  ມີການ

ແບ່ງວຽກງານກັນເຮັດແລະການກະຈາຍອຳນາດ.

  • S ຄື: Staffing  ໝາຍເຖິງ  ງານບຸກຄະລາກອນ  ເປັນການສັນຫາບຸກຄະລາກອນໃໝ່  ການພັດທະນາບຸກຄະລາກອນ ແລະການໃຊ້ຄົນໃຫ້ເໝາະກັບວຽກງານ
  • D ຄື:  Directing  ໝາຍເຖິງການອຳນວຍການ  ເປັນການສື່ສານເພື່ອໃຫ້ເກິດການດຳເນິນການຕາມແຜນ  ຜູ້ບໍລິຫານຕ້ອງມີມະນຸດສັມພັນທີ່ດີ ແລະ

ມີພາວະຜູ້ນຳອີກດ້ວຍ.

  • C ຄື: Controlling  ໝາຍເຖິງ  ການກຳໜົດດູແລ  ເປັນການຄວບຄຸມຄຸນນະພາບຂອງການປະຕິງານພາຍໃນອົງກອນ ລວມທັງກະບວນການແກ້ປັນຫາ

ພາຍໃນອົງກອນ

ຂຽນເມື່ອ ຂຽນເມື່ອ: ຕ.ລ.. 2, 2012 | ມີ 7 ຄຳເຫັນ ແລະ 0 trackback(s)

ກ່ອນອື່ນຢາກຮູ້ວ່າໃນເມືອງລາວເຮົາໄດ້ຕຽມພ້ອມຫຍັງແດ່ທີ່ອີກສອງປີສາມເດືອນກໍ່ຮອດປີ໒໐໑໕ ແລ້ວ ທີ່ຈະເປັນສະມາຄົມອາຊ່ຽນທີ່ມີ ໑໐ ປະເທດ ຄື

  • ຄຳວ່າ ASEAN ນັ້ນຫຍໍ້ມາຈາກ Association  of  Southeast  Asian  Nations ຫຼືເອິ້ນວ່າ ສະມາຄົມປະຊາຊາດແຫ່ງອາຊ່ຽນຕະເວັນອອກສຽງໃຕ້
  • ອາຊ່ຽນເລິ່ມກໍ່ຕັ້ງຄັ້ງທຳອຶດປະກອບດ້ວຍສະມາຊິກທັງຫມົດ ໕ ປະເທດຄື ປະເທດອຶນໂດເນເຊຍ , ມາເລເຊຍ ,ຟິລິບປິນ , ສິງຄະໂປ  ແລະ ໄທ
  • ປັດຈຸບັນອາຊ່ຽນ ປະກອບດ້ວຍ ຟິລິບປິນ , ບຣູໄນ  ,ມາເລເຊຍ  , ສິງຄະໂປ ,ໄທ  , ອຶນໂນເຊຍ  ຫວຽດນາມ ພະມ່າ  ,ລາວ ,ກຳປຼຊາ
  • ອາຊ່ຽນ+໓  ປະກອບດ້ວຍ  ມີກຸ່ມອາຊ່ຽນ ໑໐ ປະເທດ ແລະປະເທດຈີນ , ເກົ່າຫລີໃຕ້ ແລະຍີ່ປຸ່ນ
  • ອາຊ່ຽນ+໖  ປະກອບດ້ວຍ  ກຸ່ມປະເທດອາຊ່ຽນ ໑໐  ປະເທດ ແລະກຸ່ມປະເທດ+໓    ແລະປະເທດອອສເຕຣເລຍ  ,ອິນເດຍ , ແລະນິວຊີແລນ
  • ຄຳຂວັນຂອງອາຊ່ຽນ ຄື ໜຶ່ງວຶໄສທັດ , ໜຶ່ງເອກລັກ ,ໜຶ່ງປະຊາຄົມ (One  Vision , One Identity, One Community)
  • ເລຂາທິການອາຊ່ຽນຄົນປັດຈຸບັນຄື ດຣ. ສຸຣຶນ  ພິດສຸວັນ
  • ສັນຍາລັກອາຊ່ຽນແລະມີຄວາມໝາຍດັງນີ້

  • ຮູບໃຈກາງເອິ້ນວ່າຮູປຮວງເຂົ້າສີເຫຼືອງພື້ນສີແດງອ້ອມຮອບດ້ວຍວົງກົມສີຂາວແລະສີຟ້າ(ສີນ້ຳເງິນ)
  • ໃນຮວງເຂົ້າ ໑໐ ຕົ້ນ (ສີເຫຼືອງ) ທີມັດຕິດກັນໄວ້ ຫມາຍຖິງປະເທດສະມາຊິກໂຮມກັນເພື່ອມິດຕະພາບເປັນນ້ຳຫນຶ່ງໃນດຽວກັນ

ສີນ້ຳເງິນ ຫມາຍເຖິງ  ສັນຕິພາບແລະຄວາມຫມັ້ນຄົງ

ສີແດງ  ໝາຍເຖິງ  ຄວາມກ້າຫານແລະຄວາມກ້າວໜ້າ

ສີຂາວ  ໝາຍເຖິງຄວາມບໍລິສຸດ

ສີເຫຼືອງ  ໝາຍເຖິງຄວາມຈະເລິນຮຸ່ງເຮືອງ

  • ສາມເສົາຫຼັກຂອງສະມາຄົມອາຊ່ຽນປະກອບຄວາມຮ່ວມມື ສາມ ດ້ານຄື
  1. ການເມືອງແລະຄວາມຫມັ້ນຄົງ
  2. ເສດຖະກິດອາຊ່ຽນ
  3. ສັງຄົມແລະວັດທະນະທຳອາຊ່ຽນ
  • ສຳນັກງານອາຊ່ຽນ  (Asean Secretariat) ຕັ້ງຢູ່ ກຸງຈາກາຣັ້ຕາ   ປະເທດອຶນໂດນີເຊຍ
  • ອາຊ່ຽນຕັ້ງເປົ້າໝາຍບັນລຸສະມາຄົມອາຊ່ຽນໃນ ປີ ໒໐໑໕
  • ກົດບັດອາຊ່ຽນ (Asean charter) ຄື ທຳມະນູນອາຊ່ຽນ ທີ່ຈະວາງກອບກົດຫມາຍແລະໂຕງສ້າງອົງກອນ ເພື່ອປະສິດທິພາບຂອງ

ອາຊ່ຽນໃນການຂັບເຄື່ອນ ເພື່ອການລວມຕົວກັນເປັນສະມາຄົມອາຊ່ຽນປີ ໒໐໑໕ , ເພື່ອອາຊ່ຽນເປັນອົງກອນລະຫວ່າງລັດຖະບານໃນພູມມິພາກ

ທີ່ມີປະສິດທິພາບ ມີປະຊາຊົນເປັນສູນກາງ ແລະເຄົາລົບໃນກົດກະຕິກາການເຮັດງານລະຫວ່າງກັນຫຼາຍຍິ່ງຂຶ້ນ.

ຂຽນເມື່ອ ຂຽນເມື່ອ: ກ.ຍ.. 28, 2012 | ມີ 5 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ແບບທົດສອບ

ເລື່ອງຫຍໍ້ເລື່ອງ always on my mind ແລະຊ່ວຍຕອບຄຳຖາມໃນຮູບ໒ໃຫ້ແດ່ເດີ

 


ຂຽນເມື່ອ ຂຽນເມື່ອ: ກ.ຍ.. 28, 2012 | ມີ 6 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ກາບກອນ

ຄະຕິຄຳຄົມ ໄວ້ປະຈຳຈຶຕ:

  • ຮັກຮຽນ   ວິຊາການ
  • ຢ່າກຽດຄ້ານ  ໝັ່ນສຶກສາ
  • ໃຝ່ສູງເຮັດໃຫ້ຊອກຊ້ຳ  ໃຝ່ຕ່ຳທຳໃຫ້ມືດມັນ
  • ແອອັດຢ່າໃຫ້ອົບເອົ້າ  ກວ້າງຂວາງຢ່າໃຫ້ວັງເວງ
  • ກຳລັງກາຍດີ     ຊ່ວຍໃຫ້ມີແຮງໃນການເຮັດງານ
  • ກຳລັງໃຈດີ         ຊ່ວຍໃຫ້ມີຄວາມເຂັ້ມແຂັງ
  • ການເວົ້າ   ເປັນການສ້າງຄວາມຫວັງ
  • ການເຮັດ    ເປັນການສ້າງຄວາມຈິງ
  • ຫາຄວາມຮູ້ໄວ້ເປັນຂອງຂວັນ
  • ມີຄວາມຂະຫຍັນໄວ້ເປັນຄຸນສົມບັດ
  • ຈູດໝາຍແມ່ນວ່າໃກ້ມໍ່ ໙໐ ສອກ ຖ້າບໍ່ກ້າວຍ່າງເດິນໄປກໍ່ໄປບໍ່ຮອດ
  • ຂະຫຍັນແຕ່ບໍ່ປະຢັດ
  • ຈະຂະຈັດຄວາມຈົນບໍ່ໄດ້
  • ເກິດເປັນຄົນຢ່າໃຫ້ຈົນຄວາມດີ 
  • ເກິດມາທັງທີຄວນສ້າງຄວາມດີໃຫ້ຕິດຕົນ
  • ນ້ຳທີ່ວ່າໃສກໍ່ຍັງແພ້ນ້ຳໃຈທີ່ບໍລິສູດ
  • ຖ້າຄິດຈະຝັນໃຝ່ຫາ
  • ຕ້ອງມີຫົວໃຈທີ່ເຂັ້ມແຂັງ.
ຂຽນເມື່ອ ຂຽນເມື່ອ: ກ.ຍ.. 19, 2012 | ມີ 7 ຄຳເຫັນ ແລະ 0 trackback(s)

ກຼເກຶລໄດ້ເພຶ່ມພາສາໃຫມ່ລງ Google Translateນິ້ນກໍ່ຄືພາສາລາວ

Google Translate  ບໍລິການແປລພາສາຕ່າງົ ທົ່ວໂລກຂອງກູເກິລ ເປັນອີກຫນື່ງບໍລຶການສຳຄັນແລະຈຳເປັນສຳຫລິບການໃຊ້ງານ

ໃນຊີວິດປະຈຳວັນຂອງຄົນຫລາຍໆ ຄົນ  ແລະໃຫມ່ຫລ້າສຸດກູເກິນໄດ້ເພິ່ມພາສາໃຫມ່ລົງ Google Translate ນິ້ນກໍ່ຄື  ພາສາລາວນິ້ນເອງ

ເຊິ່ງຕອນນີ້ຜູ້ໃຊ້ງານສາມາດແປພາສາອື່ນໆ ໃຫ້ເປັນພາສາລາວໄດ້ແລ້ວ  ເຮັດໄດ້ຕອນນີ້ເລີຍ Google Translate ສາມາດແປພາສາ ໄດ້ຫລາຍກວ່າ

໖໕ ພາສາແລ້ວ  ໃຜທີ່ສົນໃຈສາມາດໄປທົດລອງແປພາສາລາວເຮົາໄດ້ແລ້ວວັນນີ້ ເດີ້ 

 

ຂຽນເມື່ອ ຂຽນເມື່ອ: ກ.ລ.. 29, 2012 | ມີ 5 ຄຳເຫັນ ແລະ 0 trackback(s)

ການຄ້າໂສເພນີເດັກສາວລາວມີຈຳນວນຫລາຍໃນພື້ນທີ່ສະເຊິງເຊົາ

ນາຍຊຼວິດ ກະມົນວິສິດ (นายชูวิทย์ กมลศิษฎ์) ຫົວຫນ້າພັກຮັກປະເທດໄທເປິດຸະແຫລງຂ່າວເມື່ອວັນທີ່ ໒໙ ກໍລະກົດ ໒໐໑໒

ວ່າແຫລ່ງລວມການຄ້າໂສເພນີເດັກສາວລາວມີຈຳນວນຫລາຍໃນພື້ນທີ່ສະເຊິງເຊົາ

ລວມແລ້ວປະມານ໕໐໐ ກວ່າຄົນ ໂດຍເດັກສາວອາຍຸພຽງ ໑໓ - ໑໘ ປີ ໂດຍລາຄາຄ່າຕົວ ໒໐໐໐໐ ບາດ ຫາ ໗໐໐ ບາດ

ວ່າໃຊ້ຫນັງສືເດິນທາງ ພາສປອດ ມາຈາກວຽງຈັນແລະຫລວງພະບາງ

ລາຍລະອຽດກົດເບິ່ງວິດີໂອນີ້ http://youtu.be/DxXdcGPBSLA

ຂຽນເມື່ອ ຂຽນເມື່ອ: ກ.ລ.. 27, 2012 | ມີ 9 ຄຳເຫັນ ແລະ 0 trackback(s)

  ເອຣິນະ ມາໂນະ  (Mano  Erina) 

ເອຣິນະ ມາໂນະ  (Mano  Erina) ເກຶດເມື່ອວັນທີ່ ໑໑  ເດືອນມິຖຸນາ ປີ ໑໙໙. ເກຶດເມືອງ ຄາເນກາວະ ປະເທດຍີ່ປຸ່ນ

ຜົນງານ ຮ້ອງເພັງ , ນັກສະແດງ .

ຄວາມສາມາດພິເສດຫລິ້ນປິນໂນໄດ້ ອຣິນະ ມາໂນະ ເຂົ້າວົງການເມື່ອ ປີ ໒໐໐໖  ຕົ້ນສັງກັດ Hachama .

ໃນສ່ວນງານຄື :Gatas Brilhantes H.P., Ongaku Gatas, petitmoni V.

ອຣິນະ ມາໂນະ ໄດ້ເຂົ້າເປັນຕົວລະຄອນໃນເລື່ອງ kamen Rider x Kamen Rider Fourze & 000Movie Wars MEGAMAX ທີ່ເຂົ້າສາຍໃນປະເທດຍີ່ປຸ່ນ

ໃນປີນີ້ເອງ ບາງຄົນເອິ້ນລາວວ່າເປັນ ໄຣເດີຣื  ຜູ້ຍິງຄົນທຳອິດໃນປະສາດກັນເລີຍທີດຽວ.

 

ຂຽນເມື່ອ ຂຽນເມື່ອ: ກ.ລ.. 27, 2012 | ມີ 4 ຄຳເຫັນ ແລະ 0 trackback(s)

ສິນລະປິນຊາວເຊກສ້າງ"ລົດເມຍົກພື້ນ" ຕ້ອນຮັບໂອລິມປິກ

ສິນລະປິນຊາວເຊກສ້າງສັນຜົນງານລົດຍົກພື້ນ  ເພື່ອນຕ້ອນຮັບການແຂ່ງຂັນກິລາໂອລຶມປິກ ດ້ວຍການນຳລົດໂດຍສານສອງຊັ້ນ

ຊຄ່ງເປັນເອກະລັກຂອງກຸງລອນມາປັບແຕ່ງໃຫ້ເປັນລົດທີ່ສາມາດຍົກພື້ນໄດ້ແບບນັກກິລາ

ນາຍເດວຶດ ເຊີ์ຣນີ່ ສິນລະປິນຊາວເຊກ ໃນກຸງເບລເກຣດ  ປະເທດເຊີຣ์ເບຍ  ສ້າງລົດໂດຍສານຫວຶດພື້ນ  ເພື່ອຮ່ວມສະຫລອງມະຫາກຳກິລາໂອລຶມປິກ

ດ້ວຍການນຳລົດໂດຍສານສອງຊັ້ນ ເຊຶ່ງເປັນເອກະລັກຂອງກຸງລອນດອນມາຕິດແຂນກົນຂະຫນາດໃຫຍ່ ເຮັດໃຫ້ລົດໂດຍສານສາມາດຍົກຫວຶດພື້ນຂຶ້ນລົງໄດ້

ແລະພ້ອມສຽງຮ້ອງເຫມືອນນັກກິລາ ໂດຍສະເພາະເຊີ์ຣນີ່ຍ ຈະນຳລົດໂດຍສານຍົກຫວິດພື້ນໄດ້ໄປໂຊສະແດງຕົວຢູ່ມໍ່ໆ ກັບສະຖານທີ່ພັກຂອງນັກກິລາ

ເຊກທີ່ເຂົ້າຮ່ວມການແຂ່ງຂັນໂອລິມປິກ ໃນກຸງລອນດອນແລະຈະຕິດເຄື່ອງໃຫ້ລົດໂດຍສານສະແດງທ່າຍົກພື້ນໄປຈົນປິດການແຂ່ງຂັນ.

 

 

ຂຽນເມື່ອ ຂຽນເມື່ອ: ກ.ລ.. 27, 2012 | ມີ 4 ຄຳເຫັນ ແລະ 0 trackback(s)

ມີຕົນໃຊ້ພັນລາວຫລາຍຄົນກັງວົນຄາໃຈຫລາຍປັນຫາໃນການຫລຶ້ນພັນລາວໂດຍສະເພາະການອັບໂຫລດວີດີໂອ

ຂ້ອຍເອງກໍ່ມີປັນຫາ ຕອນສະຫມັກໃຫມ່ກໍ່ອັບໂຫລດໄດ້ແຕ່ບໍ່ຮູ້ວ່າເປັນຫຍັງ ມາອັບໂຫລດວຶດີໂອມື້ຕໍ່ມາກໍ່ບໍ່ໂຫລດໄດ້ອີກ

ລິກສະນະເປັນແບບນີ້

ຫລັງຈາກນິ້ນຂ້ອຍ

ຜົນໄດ້ຮັບຄື

ບໍ່ຮູ້ວ່າເພື່ອນເຄີຍມີປັນຫາແບບນີ້ບໍ່ ແລ້ວໃຜມີວຶທີແກ້ຫລືເປັນເຫດຜົນອັນໃດໍ່ວຍບອກແດ່ເດີ

ຂຽນເມື່ອ ຂຽນເມື່ອ: ກ.ລ.. 22, 2012 | ມີ 5 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ປະຫວັດສາດ

ນັກບໍລິຫານແລະຜູ້ນຳຫລາຍຄົນກ່າວວ່າ ການເປັນຜູ້ນຳຕ້ອງມີຄວາມສາມາດ ສະຫລາດ ວິເຄາະແລະວິຈານໃຫ້ເປັນ

ແລະຮຽນຮູ້ຈັກຕົນເອງແລະຄົນຮອບຂ້າງເປັນຢ່າງດີ "ຮູ້ຈັກເຂົາແລະຮູ້ຈັກເຮົາ ແມ່ນຈະຣົບຮ້ອຍຄັ້ງກໍ່ຊະນະຮ້ອຍຄັ້ງ"

ນັ້າເຮົາມາເບິ່ງຮູປກັນ

ໃນເວັບພັນລາວເຂົາບໍ່ໃຫ້ຂຽນເລື່ອງການເມືອງ ນີ້ຄົງບໍຸ່ຄງເປັນການເມືອງດອກ

ເຮົາຕ້ອງສຶກສາປະດັບຄວາມຮູ້

ລາຍລະອຽດກົດເບິ່ງyoutu.be/OFbQWoveELI

www.dek-d.com/board/view.php

ຂຽນເມື່ອ ຂຽນເມື່ອ: ພ.ພ.. 3, 2012 | ມີ 7 ຄຳເຫັນ ແລະ 0 trackback(s)

ທ່ານ Phil Robertson ຜູ້ບໍລິຫານຂອງອົງການ Human Rights Watch ຊຶ່ງໄດ້
ດໍາເນີນບົດບາfໃນການຕິດຕາມ ແລະກວດສອບສະຖານະການກ່ຽວກັບສິດທິມະນຸດ
ໃນທົ່ວໂລກ ໂດຍລວມເຖິງປະເທດສະມາຊິກໃນກຸ່ມອາຊຽນອີກດ້ວຍນັ້ນ ໄດ້ຖະແຫຼງ
ເນັ້ນຢໍ້າວ່າ ລັດຖະບານຂອງຫຼາຍໆ ປະເທດໃນກຸ່ມອາຊຽນ ຍັງບໍ່ໄດ້ໃຫ້ຄວາມສໍາຄັນ
ຕໍ່ການມີສ່ວນຮ່ວມຂອງພາກປະຊາຊົນຢ່າງແທ້ຈິງ ທັ້ງທີ່ວ່າ ເປົ້າໝາຍທີ່ສໍາຄັນທີ່ສຸດ
ຂອງກຸ່ມອາຊຽນນັ້ນ ຄືການພັດທະນາທີ່ມີປະຊາຊົນເປັນສູນກາງໃນທຸກໆດ້ານ ຫາກ
ແຕ່ໃນພາກປະຕິບັດຕົວຈິງກັບປາກົກວ່າ ການຮ່ວມມືໃນກຸ່ມອາຊຽນຍັງຄົງເປັນພຽງ
ການຮ່ວມມືລະຫວ່າງ ພາກລັດຖະບານເທົ່ານັ້ນ
.

ທ່ານ Phil Robertson ໄດ້ຍົກຕົວຢ່າງໃຫ້ເຫັນເຖິງສະພາບດັ່ງກ່າວວ່າ ໃນກອງປະຊຸມ ສຸດຍອດຜູ້ນໍາລັດຖະບານອາຊຽນ (ASEAN SUMMIT) ຫຼືການປະຊຸມລະດັບລັດຖະ
ມົນຕີອາຊຽນທຸກໆ ຄັ້ງທີ່ຜ່ານມານັ້ນ ການລວມຕົວເພື່ອສະແດງອອກເຖິງຄວາມຕ້ອງ
ການຂອງພາກປະຊາຊົນ ແລະອົງການທີ່ບໍ່ຂຶ້ນກັບລັດຖະບານ (NGO) ຈະຕ້ອງມີອັນ
ຖືກຂັດຂວາງຈາກປະເທດເຈົ້າພາບຕະຫຼອດມາ.

ທັ້ງນີ້ ໂດຍສະເພາະແມ່ນປະເທດ ທີ່ຍັງບໍ່ເປັນປະທິປະໄຕຢ່າງແທ້ຈິງ ເຊັ່ນ ຫວຽດນາມ,
ກໍາປະເຈຍ, ລາວ, ແລະບຣູໄນນັ້ນ ນອກຈາກຈະບໍ່ໃຫ້ການສົ່ງເສີມການມີສ່ວນຮ່ວມຂອງ
ພາກປະຊາຊົນ ແລະ NGO ແລ້ວກໍ່ຍັງບໍ່ເຄົາລົບຕໍ່ສິດຂັ້ນພື້ນຖານຂອງພົນລະເມືອງຂອງ
ຕົນອີກດ້ວຍ ດັ່ງທີ່ທ່ານ PhilRobertson ໄດ້ກ່າວເນັ້ນຢໍ້າວ່າ:

ສໍາລັບໃນໂອກາດກອງປະຊຸມສຸດຍອດຜູ້ນໍາລັດຖະບານຂອງອາຊຽນຄັ້ງທີ່ 20 ທີ່ໄດ້
ມີຂຶ້ນຢ່າງເປັນທາງການ ເມື່ອວັນທີ 3-4 ເມສາທີ່ຜ່ານມາຢູ່ກຸງພະນົມເປັນນັ້ນ ລັດ
ຖະບານກໍາປູເຈຍ ກໍ່ໄດ້ດໍາເນີນມາດຕະການຄວບຄຸມການລວມຕົວກັນຂອງພາກ
ປະຊາຊົນ ແລະ NGO ຢ່າງເຂັ້ມງວດ ຫາກແຕ່ວ່າ ລັດຖະບານກໍາປູເຈຍ ກໍ່ບໍ່ສາ
ມາດທີ່ຈະສົ່ງຫ້າມການລວມຕົວກັນຂອງພາກປະຊາຊົນ ແລະNGO ໄດ້ແຕ່ຢ່າງໃດ ເນື່ອງຈາກເປັນສິດທິຂອງພາກປະຊາຊົນຕາມກົດບັດອາຊຽນ ທີ່ບັງຄັບໃຊ້ນັບແຕ່ປີ
2010 ເປັນຕົ້ນມານັ້ນເອງ.

 

ທາງດ້ານພັນທະມິດ ເພື່ອເສລີພາບຂອງສື່ມວນຊົນ
ໃນເອເຊຍ (South East Asian Press Alliance
–SEAPA)
ທີ່ໄດ້ສົ່ງຕົວແທນຈາກປະເທດອັອສະ
ເຕຣເລຍເຂົ້າຮ່ວມ ໃນກອງປະຊຸມພາກປະຊາຊົນ
ຂອງອາຊຽນ (Asean People Forum) ທີ່ມີຂຶ້ນ
ໃນລະຫວ່າງວັນທີ່ 29-31 ມີນາ ເພື່ອເປັນການ
ລະດົມຄວາມຄິດເຫັນ ແລະຄວາມຕ້ອງການຈາກ
ພາກສ່ວນຕ່າງໆ ສໍາລັບນໍາສະເໜີຕໍ່ກອງປະຊຸມ
ສຸດຍອດຜູ້ນໍາລັດຖະບານອາຊຽນຄັ້ງທີ 20 ອີກ
ດ້ວຍນັ້ນ ກໍ່ລາຍງານວ່າ ຄະນະຜູ້ແທນຈາກລາວ
ບໍ່ມີໂອກາດໄດ້ເຂົ້າຮ່ວມກອງປະຊຸມພາກປະຊາຊົນ
ຂອງອາຊຽນໃນຄັ້ງຫລ້າສຸດນີ້ ເພາະຫລັງຈາກຄະ
ນະຜູ້ແທນດັ່ງກ່າວ ໄດ້ລົງທະບຽນເພື່ອສະແດງ
ເຈດຕະນາເຂົ້າຮ່ວມ ໃນກອງ ປະຊຸມເປັນທີ່ຮຽບ
ຮ້ອຍແລ້ວນັ້ນໄດ້ຖືກທາງການລາວ ຊັບຊ້ອນໃຫ້
ໄປເຂົ້າຮ່ວມກອງປະຊຸມ ທີ່ສະຖານທູດຝະລັ່ງເສດໃນກຸງພະນົມເປັນ ແລະໄດ້ຖືກສົ່ງກັບຄືນ
ລາວໃນມື້ຕໍ່ມາ ຈຶ່ງບໍ່ມີໂອກາດໄດ້ເຂົ້າຮ່ວມກອງປະຊຸມພາກປະຊາຊົນຂອງອາຊຽນໃນຄັ້ງ ນີ້ເລີຍ.

ແຕ່ຢ່າງໃດກໍ່ຕາມ ກອງປະຊຸມພາກປະຊາຊົນອາຊຽນໃນຄັ້ງນີ້ ກໍ່ໄດ້ຮ່ວມກັນອອກຖະແຫຼງ ການເພື່ອສະແດງການຮຽກຮ້ອງ ຕໍ່ບັນດາຜູ້ນໍາລັດຖະບານອາຊຽນໃນ 3 ດ້ານ ທີ່ສໍາຄັນ ກໍ່ຄືການຮຽກຮ້ອງໃນດ້ານເສດຖະກິດ ແລະສິ່ງແວດລ້ອມ, ດ້ານສັງຄົມ, ແລະວັດທະນະທໍາ ແລະດ້ານຄວາມໝັ້ນຄົງທາງການເມືອງ.

ບັນດາຂໍ້ຮຽກຮ້ອງທີ່ສໍາຄັນນັ້ນ ກໍ່ແມ່ນການຂໍໃຫ້ມີການແກ້ໄຂບັນຫາກ່ຽວກັບສິດໃນທີ່ດິນ
ທໍາກິນຂອງປະຊາຊົນ ການແກ້ໄຂບັນຫາສະພາວະໂລກຮ້ອນ, ການນໍາໃຊ້ຊັບພະຍາກອນ
ທໍາມະຊາດທີ່ຍືນຍົງ ການອານຸລັກສະພາບແວດລ້ອມທໍາມະຊາດໃນລຸ່ມແມ່ນໍ້າຂອງ, ການ ເຄົາລົບຕໍ່ສິດທິສະເໝີພາກຂອງທຸກຊັ້ນຄົນ ແລະການເຄົາລົບຕໍ່ສິດທິເສລີພາບຂັ້ນພື້ນຖານ ທາງການເມືອງຂອງພົນລະເມືອງຢ່າງແທ້ຈິງ ເປັນຕົ້ນ.

ຂຽນເມື່ອ ຂຽນເມື່ອ: ພ.ພ.. 3, 2012 | ມີ 4 ຄຳເຫັນ ແລະ 0 trackback(s)

ຊາວໜຸ່ມແລະນັກຮຽນລາວ ເຂົ້າໄປຫຍຸ້ງກ່ຽວກັບ ບັນຫາອາຊະຍາກໍາ ຫລາຍຂຶ້ນນັບມື້

ເຈົ້າໜ້າທີ່ຂັ້ນສູງໃນກະຊວງສຶກສາທິການ ແລະກິລາໄດ້ໃຫ້ການຍອມຮັບວ່າ ບັນຫາ
ອາຊະຍາກໍາ ທີ່ເກີດຂຶ້ນໃນລາວໃນປັດຈຸບັນນີ້ ນອກຈາກຈະມີລະດັບຄວາມຮຸນແຮງ
ຫຼາຍຂຶ້ນ ທັງຍັງເປັນອາຊະຍາກໍາທີ່ມີຫຼາຍຮູບແບບ ແລະເກີດຂຶ້ນໃນທຸກວົງການແລ້ວ ກໍຍັງປະກົດວ່າມີເຍົາວະຊົນລາວ

ທີ່ເປັນນັກຮຽນ-ນັກສຶກສາໄດ້ເຂົ້າໄປກ່ຽວຂ້ອງກັບ
ອາຊະຍາກໍາຕ່າງໆເພີ່ມຫຼາຍຂຶ້ນອີກດ້ວຍ
.

ອາຊະຍາກໍາທີ່ມີເຍົາວະຊົນລາວເຂົ້າໄປກ່ຽວຂ້ອງດ້ວຍນັ້ນ ກໍມີທັງການກະທໍາຄວາມ
ຜິດກ່ຽວກັບຊີວິດ, ຮ່າງກາຍ, ຊັບສິນ ແລະໄພສັງຄົມ. ສ່ວນສາເຫດທີ່ເຮັດໃຫ້ເຍົາວະ
ຊົນລາວ ເຂົ້າໄປກ່ຽວຂ້ອງກັບການກໍ່ອາຊະຍາກໍາຫຼາຍຂຶ້ນນັ້ນ ກໍໄດ້ຮັບການຢືນຢັນ
ຈາກເຈົ້າໜ້າທີ່ຂັ້ນສູງຂອງລາວວ່າ ເປັນຍ້ອນບັນຫາທາງເສດຖະກິດ ທີ່ສົ່ງຜົນກະທົບ ຕໍ່ເນື່ອງໄປເຖິງບັນຫາສັງຄົມ

ເຊັ່ນ: ບັນຫາການຢ່າຮ້າງໃນຄອບຄົວທີ່ໄດ້ສົ່ງຜົນກະທົບ
ຕໍ່ເນື່ອງເຖິງລູກຫຼານ ເຊິ່ງເປັນເງື່ອນໄຂນໍາໄປສູ່ການຕັ້ງເປັນກຸ່ມແກ້ງຂອງເຍົາວະຊົນ
ທີ່ມີການມົ່ວສຸມເສບຢາ ແລະກໍ່ອາຊະຍາກໍາໃນທີ່ສຸດ.

ນອກຈາກນີ້ ກໍມີສາເຫດມາຈາກການປ່ອຍປະ ຫຼືການບໍ່ເອົາໃຈໃສ່ຕໍ່ລູກຫຼານຂອງ
ບັນດາພໍ່ແມ່ຜູ້ປົກຄອງລ້ຽງດູລູກຫຼານຂອງພວກຕົນດ້ວຍເງິນ ແລະວັດຖຸສິ່ງຂອງ
ຕ່າງໆ ໂດຍກໍລະນີຕົວຢ່າງທີ່ເຫັນໄດ້ຢ່າງຈະແຈ້ງທີ່ສຸດໃນປັດຈຸບັນນີ້ ກໍຄືການຊື້ລົດ
ຈັກໃຫ້ເຍົາວະຊົນໃຊ້ໄດ້ຕາມໃຈ ແລະບັນຫາທີ່ຕິດຕາມມາກໍຄື ການເສຍຄົນຂອງ
ເຍົາວະຊົນເຫຼົ່ານັ້ນ. ດັ່ງທີ່ເຈົ້າໜ້າທີ່ຂັ້ນສູງຂອງລາວໄດ້ໃຫ້ການຊີ້ແຈງ ແລະຮຽກຮ້ອງ

ໄປເຖິງບັນດາພໍ່ແມ່ຜູ້ປົກຄອງຂອງນັກຮຽນ-ນັກສຶກສາເຫຼົ່ານັ້ນວ່າ:

ຖ້າວ່າພໍ່ແມ່ຫາກມີເວລາ ກະາກໃຫ້ມາສົ່ງ-ມາຮັບ ບໍ່ຢາກໃຫ້ເອົາລົດມາ
ໂດດດ່ຽວ
ເພາະວ່າດຽວນີ້ໜິ້ ນັກຮຽນຂອງໄທເຮົານີ້ ໄວສິບຫົກ ສິບຫ້າແມ່ນ
ໄວຄະນອງຢາກຮູ້, ຢາກທົດລອງ, ຢາກທົດສອບຫຼາຍໆ
ຢ່າງຫັ້ນນ່າ. ແຕ່ບັນ
ຫາໂຕນີ້ເຮົາກໍຕ້ອງໄດ້ຄໍານຶງເຖິງ ຄັນຖ້າວ່າຢາກໃຫ້ອານາຄົດລູກຫຼານຂອງ
ທ່ານ
ມີສິ່ງທີ່ວ່າດີຂຶ້ນຫັ່ນ ເຮົາຕ້ອງໄດ້ເບິ່ງຕັ້ງແຕ່ນີ້ໄປ ຕ້ອງໝັ່ນຊ່ວຍກັນແກ້.

ພ້ອມກັນນີ້ ເຈົ້າໜ້າທີ່ຂັ້ນສູງຂອງລາວ ກໍຍັງໄດ້ເນັ້ນຢໍ້າວ່າ ສາເຫດທີ່ສໍາຄັນອີກຢ່າງ ໜຶ່ງ

ທີ່ເຮັດໃຫ້ເຍົາວະຊົນລາວເຂົ້າໄປມີສ່ວນໃນການກໍ່ອາຊະຍາກໍາຫຼາຍຂຶ້ນນັ້ນ ກໍຄື ການຂາດໂອກາດທາງດ້ານການ

ສຶກສາໃນລະດັບທີ່ສູງກວ່າມັດທະຍົມປາຍ ໃນຂະນະ
ທີ່ເຍົາວະຊົນລາວອີກຈໍານວນບໍ່ໜ້ອຍ ທີ່ຈົບການສຶກສາຂັ້ນສູງແລ້ວນັ້ນ ກັບບໍ່ມີວຽກ
ເຮັດງານທໍາອີກດ້ວຍ.

ກ່ອນໜ້ານີ້ທ່ານນາງ ອ່ອນຈັນ ທໍາມະວົງ ລັດຖະມົນຕີວ່າການກະຊວງແຮງງານແລະ
ສະຫວັດດີການສັງຄົມ ໄດ້ຖະແຫຼງຊີ້ແຈງວ່າ ໃນປີ 2010 ທີ່ຜ່ານມາມີເຍົາວະຊົນລາວ
ທີ່ຈົບການສຶກສາທີ່ສູງກວ່າມັດທະຍົມປາຍ 5 ໝຶ່ນກວ່າຄົນ ທີ່ບໍ່ມີວຽກເຮັດງານທໍາ.
ນອກຈາກນັ້ນ ໃນແຕ່ລະປີ ກໍຈະມີເຍົາວະຊົນລາວຫຼາຍກວ່າໝື່ນຄົນທີ່ຈົບການສຶກສາ
ໃນລະດັບທີ່ສູງກວ່າມັດທະຍົມປາຍ ທີ່ຕ້ອງປະເຊີນກັບບັນຫາການຫວ່າງງານເພີ່ມ
ຂຶ້ນ ໃນທຸກໆປີອີກດ້ວຍ.

 

ເພາະສະນັ້ນ ຈິ່ງເຮັດໃຫ້ເຍົາວະຊົນລາວເຫຼົ່ານີ້ຕ້ອງພາກັນເດີນທາງໄປ
ລັກລອບເຮັດວຽກ ຢູ່ໃນເມືອງໄທຫຼາຍຂຶ້ນນັບມື້ ໂດຍເຊື່ອວ່າມີເຍົາວະ
ຊົນລາວ ຫຼາຍກວ່າ 4 ແສນຄົນ ທີ່ລັກລອບເຮັດວຽກຢູ່ໄທໃນທຸກມື້ນີ້
ແລະເກີນກວ່າ 60% ໃນຈໍານວນດັ່ງກ່າວນີ້ ກໍເປັນເພດຍິງ ທີ່ສ່ຽງຕໍ່
ການຖືກປີບບັງຄັບໃຫ້ຕ້ອງຂາຍບໍລິການທາງເພດອີກດ້ວຍ, ສ່ວນເຍົາ
ວະຊົນລາວ ທີ່ບໍ່ເດີນທາງໄປໄທນັ້ນ
ກໍມີທ່າອ່ຽງທີ່ຈະເຂົ້າໄປກ່ຽວຂ້ອງກັບອາຊະຍາກໍາໃນລາວ ເພີ່ມຫຼາຍຂຶ້ນດ້ວຍເຊັ່ນກັນ.

ຂຽນເມື່ອ ຂຽນເມື່ອ: ມ.ສ.. 8, 2012 | ມີ 4 ຄຳເຫັນ ແລະ 0 trackback(s)

ລັກສະນະການສອນຂອງພະບໍລົມສາມປະການຄື

໑. ສອນດ້ວຍຄວາມຮູ້ຈິງ ຮູ້ຈິງ  ເຮັດໄດ້ຈິງ  ຈື່ງສອນເຂົາ

໒. ສອນຢ່າງມີເຫດຜົນ  ໃຫ້ເຂົາພິຈາລະນາ ເຂົ້າໃຈແຈ້ງດ້ວຍປັນຍາຂອງເຂາເອງ

໓. ສອນໃຫ້ໄດ້ຜົນຈິງ  ສຳເລັດຄວາມມູ່ງຫມາຍຂອງເລື່ອງທີ່ສອນນັ້ນ

ຂຽນເມື່ອ ຂຽນເມື່ອ: ມ.ສ.. 8, 2012 | ມີ 3 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ທັມມະ

ເຮັດໜ້າທີ່ຄູຕໍ່ສຶດ

໑. ແນະນຳເຝິກອົບຮົມໃຫ້ເປັນຄົນດີ

໒. ສອນໃຫ້ເຂົ້າໃຈແຈ່ມແຈ້ງ

໓. ສອນສີນລະປະວິທະຍາໃຫ້ສິ້ນເຊິງ

໔. ສົ່ງເສິມຍົກຍ້ອງຄວາມດີງາມຄວາມສາມາດໃຫ້ປະກົດ

໕. ສອນເຝິກສິດໃຫ້ມີວິໍຊາລຽ້ງຊີບ.

ຂຽນເມື່ອ ຂຽນເມື່ອ: ມ.ນ.. 25, 2012 | ມີ 4 ຄຳເຫັນ ແລະ 0 trackback(s)

ປະເທດອາຊ່ຽນມີ www1.mod.go.th/admm/aseancountry_thai.pdf

ມີສອງພາສາຄື ໑. ພາສາອັງກິດ ແລະ ອີກພາສາຫນຄ່ງທີ່ສຳຄັນນັ້ນຄືພາສາຈີນ ເພຣາະຈີນຈະກາຍເປັນມຫາອຳນາດ

ຂຽນເມື່ອ ຂຽນເມື່ອ: ມ.ກ.. 4, 2012 | ມີ 11 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ຄວາມຮັກ

ເລື່ອງລາວຂອງຄວາມຮັກສອງຄົນ

 ການທີ່ເຮົາຈະຮັກໃຜສັກຄົນ.-----------> _

  • ການທີ່ເຮົາຈະຮັກໃຜຈັກຄົນ.....ບໍ່ຈຳເປັນຕ້ອງຫາເຫດຜົນວ່າເປັນຫຍັງເຮົາຈິ່ງຮັກຈິ່ງໄປເຂົາໄດ້ ແຕ່ໃຫ້ຮູ້ໄວ້ວ່າແຕ່ວັນນີ້ເຮົົາຮັກເຂົາແລະຕ້ອງຮັກໃຫ້ດີທີ່ສຸດກໍ່ພໍ

  • ການທີ່ເຮົາຈະຮັກໃຜຈັກຄົນ... ບໍ່ຕ້ອງສົນວ່າຫົນທາງຂ້າງຫນ້າຈະມີອຸປະສັກຫຼາຍປານໃດແຕ່ຄວນນຶກໂຊກຊະຕາສ້າງໃຫ້ເຮົາໄດ້ພົບອຸປະສັກ ເພື່ອໃຫ້ເຮົາທັງສອງໄດ້ຮ່ມຟັນຝ່າໄປດ້ວຍກັນ

  • ການທີ່ເຮົາຈະຮັກໃຜຈັກຄົນ... ບໍ່ຕ້ອງໄປເສຍເວລາຄິດວ່າເຂົາເຮັດຫຍັງເພື່ອເຮົາ ແຕ່ໃຫ້ມານັ່ງຖາມຕົວເອງເບິ່ງວ່າ ມື້ນີ້ເຮົາເຮັດຫຍັງເພື່ອຄົນທີ່ເຮົາຮັກແລ້ວຫຼືບໍ່

  • ການທີເຮົາຈະຮັກໃຜສັກຄົນ... ບໍ່ຕ້ອງໄປມົງລະແວງວ່າເຂົາຈະມີໃຜອື່ນນອກເໜືອຈາກເຮົາ ແຕ່ຄວນລະວັງໃຈຂອງຕົວເອງໃຫ້ເຂັ້ມແຂງພໍທີ່ຈະບໍ່ໄດ້ຮັບໃຜເຂົ້າມາໃນໃຈອີກ.

  • ການທີ່ເຮົາຈະຮັກໃຜຈັກຄົນ... ບໍ່ຕ້ອງໄປຂຸດຄົ້ນເລື່ອງລາວໃນອາດີດຂອງເຂົາ. 

  • ການທີ່ເຮົາຈະຮັກໃຜຈັກຄົນ... ເມື່ອຜິດຖຽງກັນ ຄຳວ່າແພ້ຫຼືຊະນະ ກໍ່ບໍ່ສຳຄັນ ເຮົາຈຶງຍອມໃຫ້ເຂົາເປັນຝ່າຍຊະນະສະເໝີ ຖ້າເຮັດໃຫ້ເຂົາສະບາຍໃຈ. 

  • ການທີ່ເຮົາຈະຮັກໃຜຈັກຄົນ...  ບໍ່ຄວນພະຍາຍາມປ່ຽນແປງຕົວເຂົາ ແຕ່ຄວນພະຍາຍາມປັບຕົວເອງໃຫ້ເຂົ້າກັບເຂົາຈະດີກວ່າ 

  • ການທີ່ເຮົາຈະຮັກໃຜຈັກຄົນ... ບໍ່ຄວນຫູເບົາ ເພາະອາດທຳລາຍຄວາມສຳພັນລະຫວ່າງເຮົາກັບຄົນທີ່ເຮົາຮັກໄດ້. 

  • ການທີ່ເຮົາຈະຮັກໃຜຈັກຄົນ ... ບໍ່ໃຊ້ການສຳຜັດກັນດ້ວຍຮ່າງກາຍ  ແຕ່ເປັນການສັມຜັດກັນດ້ວຍຫົວໃຈຕ່າງຫາກ.

  • ການທີ່ເຮົາຈະຮັກໃຜຈັກຄົນ ... ບໍ່ຈຳເປັນຕ້ອງບອກຮັກກັນທຸກວັນ ເພາະການທີ່ເຮົາຄອຍຫ່ວງໃຍກັນຢູ່ສະເໝີໆ ກໍ່ສາມາດທົດແທນຄຳວ່າຮັກໄດ້ດີ ກວ່າຈັກລ້ານຄຳ.

  • ການທີ່ເຮົາຈະຮັກໃຜຈັກຄົນ ... ບໍ່ກ່ຽວກັບສິ່ງຂອງນອກກາຍໃດໆເລີຍ ເພາະຄວາມຮັກບໍ່ສາມາດຊື້ໄດ້ດ້ວຍເງິນ

    ຫຼືແລກມາໄດ້ດ້ວຍຊັບສິນ. 
  • ການທີ່ເຮົາຈະຮັກໃຜຈັກຄົນ ... ບໍ່ຕ້ອງຄອຍນັບວ່າເຮົາມີຂໍ້ເສຍ(ບໍ່ດີ)ຫຼາຍຢ່າງ ເພາະຂໍ້ດີຂອງເຂົາກໍ່ມີຫຼາຍພໍຈະເຮັດໃຫ້ເຮົາລືມຂໍ້ເສຍທັງໝົດຂອງເຂົາໄດ້.

  • ການທີ່ເຮົາຈະຮັກໃຜຈັກຄົນ... ບໍ່ຈຳເປັນຕ້ອງຕົວຕິດກັນຕະຫຼອດເວລາ ແຕ່ເຮົາມີເຂົາໃນໃຈທຸກນາທີກໍ່ພໍ

  • ການທີ່ເຮັາຈະຮັກໃຜຈັກຄົນ  ...  ເມື່ອເຫັນເຂົາເສຍໃຈ ບໍ່ຕ້ອງລໍຈົນກະທັ້ງເຂົາເສຍນ້ຳຕາ  ແລ້ວຄ່ອຍເຂົ້າໄປປອບໃຈ ແຕ່ຄວນຮີບເຂົ້າໄປແບ່ງເບົາຄວາມທຸກຂອງເຂົາເສຍຕັ້ງແຕ່ເຫັນເຂົາຊຶມເສົ້າເຫງົາໆ . ເພາະຫາກເຮົາປ່ອຍປ່ອຍເຂົາໄວ້ຈົນສາຍເກິນ  ຜົນສຸດທ້າຍແລ້ວຄົນທີ່ຂະເສຍໃຈທີ່ສຸດເມື່ອຮູ້ຕົວກໍ່ຄືຕົວເຮົາເອງ. 

  • ການທີ່ເຮົາຈະຮັກໃຜຈັກຄົນ.... ຢ່າລໍທີ່ຈະບອກຮັກ  ໃຫ້ຮີບບອກຄົນທີ່ເຮົາຮັກຊະ  ກ່ອນທີ່ຈະບໍ່ມີເຂົາຄົນນັ້ນໃຫ້ບອກອີກຕໍ່ໄປ

  • ການທີ່ເຮົາຈະຮັກໃຜຈັກຄົນ... ແມ່ນວ່າອາດເຮັດໃຫ້ເຮົາຕາບອດ  ແຕ່ກໍ່ເຮັດໃຫ້ເຮົາໄດ້ຮັບຮູ້ແລະເຂົ້າໃຈ.  ວ່າຄວາມສຸກຈາກການທີ່ໄດ້ຮັກໃຜຈັກຄົນ ມັນມີຫຼາຍເທົ່າໃດ. 

  • ການທີ່ເຮົາຈະຮັກໃຜຈັກຄົນ.... ຈົ່ງເຊື່ອໝັ້ນໃນຕົວເຂົາໃຫ້ຫຼາຍໆ.

  • ການທີ່ເຮົາຈະຮັກໃຜຈັກຄົນ... ງ່າຍຍິ່ງກວ່າການພະຍາຍາມລຶບເຂົາອອກໄປຈາກຫົວໃຈ..... ສອນໃຫ້ເຮົາໄດ້ຮຽນຮູ້ຫຼາຍໆສິ່ງ ຄວາມຮັກເປັນບົດຮຽນດີໆ ທີ່ບໍ່ອາດເຂົ້າໃຈໄດ້ຖ່ອງແທ້ຖ້າບໍ່ໄດ້ສຳຜັດດ້ວຍຕົວເອງ  ຄວາມຮັກເຮັດໃຫ້ເຮົາເປັນຜູ້ໃຫຍ່ຂຶ້ນ ທຳໃຫ້ເຮົາເຂົ້າໃຈອັນໃດໆ ຫຼາຍຂຶ້ນ. ຄວາມຮັກ ເຮັດໃຫ້ເຮົາເປັນມະນຸດທີ່ສົມບູນແບບ . ນີ້ຄືສິ່ງທີ່ເຮົາໄດ້ຮຽນຮູ້..........ຈາກການທີ່ເຮົາໄດ້....ຮັກ....ໃຜຈັກຄົນ... 

    (:
ຂຽນເມື່ອ ຂຽນເມື່ອ: ມ.ກ.. 1, 2012 | ມີ 10 ຄຳເຫັນ ແລະ 0 trackback(s)

ກຸງເທບໂມຫະພູມ

ກຸງເທບ  ເມືອງແຫ່ງໂມຫະພູມ

ຊົງໃຫ້ສຕິຄົນໄທ ແລະສັນຍານບອກເຫດລະເບິດ ໔  ລູກກຳລັງປະທຸ

  1. ວິກິດສັງຄົມເດັກ ມໍ ໒ ເສຍຕົວ ເດັກອາຍຸ ໙ - ໑໓ ປີ ທຳຄອດຫຼາຍທີ່ສຸດ.
  2. ວິກິດ ເສດຖະກິດການລົ້ນສະລາຍດອນລ່າສະຫະລັດ ເງິນຫຍວນເປັນສະກຸນຫຼັກຂອງໂລກ ການຫາທາງອອກຂອງສະຫະລັດດ້ວຍສົງຄາມໂລກຄັ້ງທີ່ ໓.? Mabus - Mamus ຜູ້ຈຸດສະນວນສົງຄາມນິວເຄລີຍແລະສົງຄາມເຊື້ອໂລກ
  3. ວຶກິດ  ແດງ  ເຫຼືອງ  ຂົ້ວອຳນາດໃນສະຖາບັນ?
  4. ວິກິດສິ່ງແວດລ້ອມໂລກເປັນໄຂ້  (ໂລກຮ້ອນ) ນ້ຳຖ້ວມເມືອງຕິດຝັ່ງທະເລ ໂລກໄພສາຍພັນໃໝ່ ຄ.ສ. ໒໐໑໒ . ແມ່ເຫລັກໂລກສະລັບຂົ້ວ.                                                ແບ່ງແຍກດິນແດນ ?? ການຮຸກຮານປະເທດໃກ້ຄຽງ ກຳປູຊາ (ຂະເໝນ )  ມາເລເຊຍ , ການໝຸນຂອງປະເທດອາຫຼັບຊາດໄທຈະຢູ່ໄດ້ເພາະຄວາມສາມັກຄີ.

ປິດສະໜາທຳ ປູທະເລ  ໙ ວິທີຟື້ນຟູຊາດ

ປິດສະໜາທຳ ປູທະເລ ມຫາວິດຊາໄລ ແລະ ໙ວິທີຟູ້ນຟູຊາດ

 

ຮູ້ ເຮົາ ຮູ້ ເຂົາ ນັ້ນຄື ການວາງແຜນການບໍລິຫານ

 ທຳຢ່າງມີເຫດ ມີຜົນຕາມຫຼັກການ

ຂຽນເມື່ອ ຂຽນເມື່ອ: ມ.ກ.. 1, 2012 | ມີ 11 ຄຳເຫັນ ແລະ 0 trackback(s)

Happy new year

Happy New Year 2012

Happy new year

ສະບາຍດີປີໃໝ່

ຂຽນເມື່ອ ຂຽນເມື່ອ: ມ.ກ.. 1, 2012 | ມີ 5 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ກາບກອນ

ສະບາຍດີປີໃໝ່

ສະບາຍດີປີໃໝ່ໃຈປ່ຽມສຸກ

ລືມເລື່ອງທຸກໂລກໄພໃຫ້ຫຼີກໜີ

ຮັບໂຊກລາບເພິ່ມພູມຄູນທະວີ

ສຸກຂະພາບດີທັງກາຍຫາຍເສົ້າຊຶມ

ສະບາຍດີປີໃໝ່ໃຈປ່ຽມສຸກ

ລືມເລື່ອງທຸກທີ່ທຳງຽບຂຶມ

ຫົວເລາະຮາຢູ່ໃສໃຫ້ຮາຕຶງ

ຄວາມອຶມຄຶມຫາຍໄປໃຈເບິກບານ

ສະບາຍດີປີໃໝ່ໃຈປ່ຽມສຸກ

ລືມເລື່ອງທຸກຖິ້ມໄປບໍ່ກັບຫັນ

ເລື່ອງຄອບຄົວເລື່ອງສ່ວນຕົວເລື່ອງການງານ

ສະລຸຍຜ່ານເທບວິມານທອງ

ສະບາຍດີປີໃໝ່ໃຈປ່ຽມສຸກ

ລືມເລື່ອງທຸກທີ່ເຮັດໃຫ້ໃຈເສົ້າໝອງ

ໝາຍສິ່ງໃດໃຫ້ໄດ້ດັ່ງໃຈປອງ

ເງິນໄຫຼນອງທອງໄຫຼມາຕະຫຼອດປີ໒໐໑໒ເທິ້ນ

 

<!--[if gte mso 9]><![endif]--><!--[if gte mso 10]>/* Style Definitions */table.MsoNormalTable{mso-style-name:ตารางปกติ;mso-tstyle-rowband-size:0;mso-tstyle-colband-size:0;mso-style-noshow:yes;mso-style-priority:99;mso-style-qformat:yes;mso-style-parent:"";mso-padding-alt:0cm 5.4pt 0cm 5.4pt;mso-para-margin-top:0cm;mso-para-margin-right:0cm;mso-para-margin-bottom:10.0pt;mso-para-margin-left:0cm;line-height:115%;mso-pagination:widow-orphan;font-size:11.0pt;mso-bidi-font-size:14.0pt;font-family:"Calibri","sans-serif";mso-ascii-font-family:Calibri;mso-ascii-theme-font:minor-latin;mso-fareast-font-family:"Times New Roman";mso-fareast-theme-font:minor-fareast;mso-hansi-font-family:Calibri;mso-hansi-theme-font:minor-latin;mso-bidi-font-family:"Cordia New";mso-bidi-theme-font:minor-bidi;}<![endif]-->