ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ກ.ລ.. 29, 2011 | ມີ 3 ຄຳເຫັນ ແລະ 0 trackback(s)
ເສກສັນຕິ (เศกสันติ)ຫນອງຄາຍ-ໄທລາວບັນລຸຂໍ້ຕົກລົງຮັກສາຄວາມສະຫງົບຕາມຊາຍແດນ ສະຫງົບຮຽບຮ້ອຍຕາມຊາຍແດນ ຮີບແກ້ປັນຫາຢາເສບຕິດຮ່ວມກັນ ພ້ອມກັນຍົກລະດັບຈຸດຜ່ອນປົນໃຫ້ເປັນດ່ານສາກົນແລະເຫັນພ້ອມແກ້ປັນຫາການບຸກລຸກລ້ຳຈັງຫວັດຫນອງຄາຍແລະນະຄອນຫລວງວຽງຈັນເຫັນດີຮ່ວມກັນໃນມາດຕະການຮັກສາຄວາມເຂດແດນແມ່ນ້ຳຂອງຢ່າງເປັນລະບົບ ເມື່່ອເວລາ ໐໙.໐໐ນ.ວັນທີ່໒໒ ເມສາ ໒໐໑໑ ທີ່ຫ້ອງທັບທິມ ໂຮງແຮມແກຣນດ໌ພາລາ ໄດຊ໌ ອຳເພີເມືອງຫນອງຄາຍ ໄດ້ລົງນາມບັນທຶກຄວາມຮ່ວມມືໃນການຮັກສາຄວາມສະຫງົບຮຽບຮ້ອຍຕາມຊາຍແດນລາວ-ໄທ ລະຫວ່າງຈັງຫວັດຫນອງຄາຍນຳໂດຍນາຍວິຣັດ ລິ້ນສຸວັດ ເຈົາແຂວງຫນອງຄາຍແລະນະຄອນຫລວງວຽງຈັນນຳໂດຍ ດຣ.ສົມບັດເຍຍລີເຮີ ເຈົ້້້້າຄອງນະຄອນຫລວງວຽງຈັນ ຄະນະກຳມະການຮ່ວມມືຮັກສາຄວາມສະຫງົບຮຽບຮ້ອຍຕາມຊາຍແດນລາວ-ໄທ ນະຄອນວຽງຈັນແລະແຂວງຫນອງຄາຍ ໄດ້ປະຊຸມຮ່ວມກັນເປັນຄັ້ງທີ່໙ ລະຫວ່າງວັນທີ່໒໑-໒໒ ເມສາ ໒໐໑໑ແລະໄດ້ຂໍ້ຕົກລົງປະຕິບັດທາງດຽວກັນເພື່ອໃຫ້ມີຄວາມສັມພັນແລະມີຄວາມຮ່ວມມືກັນລະຫວ່າງສອງປະເທດໃຫ້ມີຄວາມກ້າວຫນ້າ ຍັ່ງຍືນແກ້ປັນຫາທີ່ເກິດຂຶ້ນແລະສ້າງຄວາມຫມັ່ນຄົງຕາມຊາຍແດນໃຫ້ມີຄວາມສະຫງົບຮຽບຮ້ອຍໂດຍສາລະຂໍ້ຕົກລົງລະຫວ່າງວຽງຈັນກັບຫນອງຄາຍໃນຄັ້ງນີ້ລະບຸວ່າລັດຖະບານສອງປະເທດສະຫນັບສະຫນູນໃຫ້ມີຄວາມສັມພັນລະຫວ່າງທ້ອງຖິ່ນທີ່ມີຊາຍແດນຕິດຕໍ່ກັນ ມີຄວາມຂະຫຍາຍຮ່ວມມືໃນທຸກດ້ານ ໃນດ້ານຄວາມຮ່ວມມືຮັກສາຄວາມຫມັນຄົງຊາຍແດນທັງສອງຟ່າຍບໍ່ໃຫ້ມີທະຫານຕຳຫລວດຂອງຝ່າຍໃດຝ່າຍຫນຶ່ງລາດຕະເວນລ່ວງລ້ຳຊາຍແດນທາງບົກທາງນ້ຳແລະທາງອາກາດຂອງອີກຝ່າຍ ຍົກເວັ້ນໃນກໍລະນີລາດຕະເວນຮ່ວມກັນຫລືຊ່ວຍເຫຼືອຜູ້ປະສົບໄພໃນແມ່ນ້ຳຂອງ ອຳນວຍຄວາມສະດວກແລະຄວາມປວດໄພເຂົ້້້າ້ອອກຜ່ານຊ່ອງທາງທີ່ຖູູກຕ້ອງ ແລະຮ່ວມກັນປ້ອງກັນປາບປາມການທຳຜິດກົດຫມາຍທັ້ງຢາເສບຕິດ ສິນຄ້າເຖື່ອນ ການຄ້າປະເພນີແລະການຄ້າມະນຸດທັງສອງປະເທດເຫັນພ້ອມການສຳຫລວດແລະຈັດເຮັດຫລັກເຂດແດນຮ່ວມລະຫວ່າງລາວ-ໄທ ຕາມກອບຂອງຄະນະກຳມາທິການລາວ-ໄທ (JBC)ແລະຫາລືກັນຢ່າງຕໍ່ເນື່ອງທຳໃຫ້ເກິດການປຽນແປງເສັ້ນແບ່ງເຂດແດນແມ່ນ້ຳຂອງ ບລິເວນດອນຄອນຂອງ ລະຫວ່າງບ້ານສັງຄົມ ອຳເພີສັງຄົມ ຈ.ຫນອງຄາຍ ລະຫວ່າງບ້ານໂຄກເພິງ ເມືອງສີໂຄດຕະບອງ ນະຄອນຫລວງວຽງຈັນ ;ແລະດອນສັງຄີລະຫວ່າງບ້ານດອນຍາງ ອຳເພີໂພນທິໄຊ ຫນອງຄາຍກັບບ້າດອນໄຊ ເມືອງປາກງືມ ນະຄອນຫລວງວຽງຈັນ ລວມທັງຈະມີການຍົກລະດັບຈຸດຜ່ອນປຸນບ້ານຫມ້ອ ອຳເພີສີຊຽງໃຫມ່ ແລະດ່ານທ້ອງຖິ່ນບ້ານຫນອງດາເມືອງສີໂຄຕຕະບອງນະຄອນຫລວງວຽງຈັນເປັນດ່ານສາກົນ. ////////////// ຈິຣສັກ ກຳທອນ/ຫນອງຄາຍ 080-4211815ຄິວພາບ///ການປະຊຸມ ການລົງນາມCatagory : ภูมิภาคTags :URL :http://77.nationchanel.com/playvidio.php?id=147038 Embed :
Delicious Digg Fark Twitter