ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ສ.ຫ.. 7, 2011 | ມີ 6 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ຄວາມຮັກ

 

ນິຍາມແຫ່ງຮັກ
 
ຄວາມຮັກ........ເລິ່ມຕົ້ນດ້ວຍຄວາມສຸກ........ແຕ່ລົງທ້າຍດ້ວຍຄວາມເສົ້າ,
ຄວາມຮັກ........ເລິ່ມຕົ້ນດ້ວຍຄວາມງາມ.......ແຕ່ລົງທ້າຍດ້ວຍຄວາມຫນ້າກຽດ,
ຄວາມຮັກ........ເລິ່ມຕົ້ນດ້ວຍຄຳຫວານ........ແຕ່ລົງທ້າຍດ້ວຍຄຳຫຍາບຄາຍ
ຄວາມຮັກ........ເລິ່ມຕົ້ນດ້ວຍຄວາມຫວານຊື້ນ.......ແຕ່ລົງທ້າຍດ້ວຍຄວາມຂົມຂື່ນ
ຄວາມຮັກ........ເລິ່ມຕົ້ນດ້ວຍການເອົາອົກເອົາໃຈ.....ແຕ່ລົງທ້າຍດ້ວຍການຈາກໄປ
ຄວາມຮັກ.......ເລິ່ມຕົ້ນດ້ວຍຄວາມອິດສະລະ.......ແຕ່ລົງທ້າຍດ້ວຍການຖູກຈົດຈຳ
ຄວາມຮັກ........ເລິ່ມຕົ້ນດ້ວຍຄວາມຈິງໃຈ.......ແຕ່ລົງທ້າຍດ້ວຍການປ່ຽນໃຈ,
ຄວາມຮັກ........ເລິ່ມຕົ້ນດ້ວຍຄວາມເຂົ້າໃຈ.......ແຕ່ລົງທ້າຍດ້ວຍຄວາມແຄ້ນໃຈ,
ຄວາມຮັກ......ເລິ່ມຕົ້ນດ້ວຍຄວາມເບົາສະບາຍ.....ແຕ່ລົງທ້າຍດ້ວຍຄວາມໜັກອຶ້ງ
ຄວາມຮັກ........ເລິ່ມຕົ້ນດ້ວຍຄວາມແຈ່ມໃສ.......ແຕ່ລົງທ້າຍດ້ວຍຂຸ້ນມົວ
ຄວາມຮັກ........ເລິ່ມຕົ້ນດ້ວຍຄວາມສຽວສ່ານ.......ແຕ່ລົງທ້າຍດ້ວຍຕວາມເຈັບປວດທໍລະມານ,
ຄວາມຮັກ........ເລິ່ມຕົ້ນດ້ວຍເມດຕາ.......ແຕ່ລົງທ້າຍດ້ວຍຄວາມອຳມະຫິດ,
ຄວາມຮັກ.......ເລິ່ມຕົ້ນດ້ວຍຄວາມສົມຫວັງ.......ແຕ່ລົງທ້າຍດ້ວຍຄວາມຜິດຫວັງ,
ຄວາມຮັກ........ເລິ່ມຕົ້ນດ້ວຍຄວາມຫວານຊຶ້ງ.......ແຕ່ລົງທ້າຍກາຍເປັນກັບດັກ,
ຄວາມຮັກ........ເລິ່ມຕົ້ນດ້ວຍກັບເຮົາ.......ແຕ່ລົງທ້າຍກັບຄົນອື່ນ,
ຄວາມຮັກ........ເລິ່ມຕົ້ນດ້ວຍເປັນເທວະດາ.......ແຕ່ລົງທ້າຍກາຍເປັນຍັກມານ,
ຄວາມຮັກ......ເລິ່ມຕົ້ນດ້ວຍຄວາມເພີ້ຝັນ.....ແຕ່ລົງທ້າຍໄດ້ພຽງຄວາມຫວ່າງເປົ່າ,
ຄວາມຮັກ......ເລິ່ມຕົ້ນດ້ວຍຄວາມໝັ່ນຄົງ.......ແຕ່ລົງທ້າຍດ້ວຍຄວາມປ່ຽນແປງ,
ຄວາມຮັກ.....ເລິ່ມຕົ້ນດ້ວຍຄວາມເພິດເພິນ.....ແຕ່ລົງທ້າຍດ້ວຍຄວາມເບື່ອໜ່າຍ
ຄວາມຮັກ........ເລິ່ມຕົ້ນດ້ວຍຮອຍຍິ້ມ.......ແຕ່ລົງທ້າຍດ້ວຍຄາບນ້ຳຕາ,
ຄວາມຮັກ........ເລິ່ມຕົ້ນດ້ວຍສຽງຫົວເລາະ.......ແຕ່ລົງທ້າຍດ້ວຍສຽງສະອື້ນ,
ຄວາມຮັກ....ເລິ່ມຕົ້ນດ້ວຍກຳໄລມະຫາສານ.....ແຕ່ລົງທ້າຍກາຍເປັນຂາດທຸນຍ່ອຍຍັບ
ຄວາມຮັກ........ເລິ່ມຕົ້ນດ້ວຍຜ້າເຊັດຫນ້າ.......ແຕ່ລົງທ້າຍດ້ວຍຜ້າອ້ອມ,
ຄວາມຮັກ........ເລິ່ມຕົ້ນດ້ວຍການເຂັນຄົກລົງພູເຂົາ.......ແຕ່ລົງທ້າຍດ້ວຍການເຂັນຄົກຂຶ້ນພູເຂົາ,
ຄວາມຮັກ........ເລິ່ມຕົ້ນດ້ວຍຄວາມຫລໍ່ສວຍ.......ແຕ່ລົງທ້າຍດ້ວຍຢູ່ທີ່ຊາກຜີ,
ຄວາມຮັກ........ເລິ່ມຕົ້ນດ້ວຍຄວາມຜູກພັນ.......ແຕ່ລົງທ້າຍດ້ວຍຄວາມຜູກມັດ,
ຄວາມຮັກ........ເລິ່ມຕົ້ນດ້ວຍຄວາມຫິວ.......ແຕ່ລົງທ້າຍດ້ວຍຄວາມກະຫາຍ,
ຄວາມຮັກ........ເລິ່ມຕົ້ນດ້ວຍໄຊຊະນະ.......ແຕ່ລົງທ້າຍດ້ວຍຄວາມພ່າຍແພ້
ຄວາມຮັກ........ເລິ່ມຕົ້ນດ້ວຍການໃຫ້.......ແຕ່ລົງທ້າຍດ້ວຍການຍຶດຄອງ,
ຄວາມຮັກ........ເລິ່ມຕົ້ນດ້ວຍຄວາມສະລາດ.......ແຕ່ລົງທ້າຍດ້ວຍຄວາມໂງ່,
ຄວາມຮັກ........ເລິ່ມຕົ້ນດ້ວຍຄວາມເສຍສະຫຼະ.......ແຕ່ລົງທ້າຍດ້ວຍຄວາມເຫັນແກ່ຕົວ, ບໍ່ແມ່ນວ່າຄວາມຮັກຈະເລິ່ມຕົ້ນຢູ່ໃສ ສຸດທ້າຍຄວາມທຸກກໍ່ຈະຢູ່ທີ່ນັ້ນດ້ວຍສະເໝີແລ້ວຢ່າງນີ້ເຮົາຍັງມີຄວາມຮັກຢູ່ອີກບໍ?
 picture
 
ເຕຊະປັນໂຍ ພິກຂຸ
 ທີ່ມາhttp://www.whatami.ob.tc/lum/lum73.html
 
Delicious Digg Fark Twitter