ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ສ.ຫ.. 29, 2011 | ມີ 4 ຄຳເຫັນ ແລະ 0 trackback(s)

 

                                                                                              ແຂວງໄຊຍະບູລີ

 
ແຂວງໄຊຍະບູລີ (ພາສາໄທ : ไชยบุรี , ອັງກິດ xayabouli) ເປັນແຂວງຫນື່ງທີ່ຕັ້ງຢູ່ທາງທິດຕາເວັນຕົກສຸດຂອງປະເທດ 
ມີພື້ນ້ທີ່ຕິດກັບປະເທດໄທ ຄື ຈັງຫວັດຊຽງລາຍ ,ພະເຍົາ ,ນ່ານ , ອຸດຕະຣດິດ , ພິດສະນຸໂລກແລະ ຈັງຫວັດເລິຍ ເຄີຍເປັນສ່ວນຫນື່ງຂອງປະເທດ
ໄທກ່ອນເສຍດິນແດນເມືອປີ ຄ.ສ 1904 (ພ.ສ. 2447) ເຮັດໃຫ້ແຂວງນີ້ໄປຂຶ້ນກັບອິນໂດຈີນຂອງຝຣັ່ງເສດ ໄທໄດ້ກັບຄືນມາຊົ່ວຄາວໃນຊ່ວງ
ສົງຄາມໂລກຄັ້ງ້ທີ່ 2 ເມື່ອໄດ້ກັບຄືນມາຈຶງ່ຕັ້ງ້ເປັນຈັງຫວັດລ້ານຊ້າງ ແຕ່ຕ້ອງຄືນໄປເຫມືອນເດິມຫລັງສົງຄາມ
                                                       1.               ເຂດການປົກຄອງ

ເມືອງ (ໄທ)
ເມືອງ (ລາວ)
ເມືອງ (ອັງກິດ)
8-01
ໄຊຍະບູລີ
Sainyabuli
8-02
ຄອບ
Khop
8-03
ຫົງສາ
Hongsa
8-04
ເງິນ
Ngeun
8-05
ຊຽງຮ່ອນ
Xianghon
8-06
ພຽງ
Phiang
8-07
ປາກລາຍ
Paklai
8-08
ແກ່ນທ້າວ
Kenthao
8-09
ບໍ່ແຕນ
Boten
8-10
ທົ່ງມີໄຊ
Thongmixai
8-11
ໄຊສະຖານ[1]

 

1.     ສະພາບພູມມີປະເທດ
 
ພູມມີປະເທດທົ່ວໄປແລ້ວແຂວງໄຊຍະບູລີເປັນພູເຂົາແລະພູສູງ
 
ທາງທິດຕາເວັນຕົກມີປ່າໄມ້ຫນາແຫນ້ນເປັນທີ່ຕັ້ງອານຸຮັກປ່າສະຫງວນແຫ່ງຊາດ ນ້ຳພູນ  ທາງຕາເວັນອອກສຸດທາງແມ່ນ້ຳຂອງ
 
ມີນ້ຳຕົກຫລາຍແຫ່ງເຊັ່ນ : ນາຂ່າ, ບ້ານຄຳ , ຕາດເຫືອງ ແລະອື່ນໆແຕ່ຍັງບໍ່ມີທາງໄປຮອດ  ນ້ຳຕົກທີ່ມີທາງໄປຮອດສະດວກສະບາຍຢູ່
 
ໃກ້ຕົວເມືອງ ແລະເປັນທີ່ນິຍົມຂອງຊາວບ້ານຄື ຕາດແຈວ ສູງ 30 ແມັດ  ຢູ່ໄກຈາກທ່າເດືອໄປຫນຶື່ງກິໂລແມັດ ໄຊຍະບູລີມີເຂດແດນ
 
ຕິດກັບປະເທດໄທຍາວ 645 ກິໂລແມັດ  ຊາວພື້ນເມືອງຄື ໄທດຳ ລື້ ລາວສູງ ຍວນ (ไทดำ ไทลื้อ ขมุ ขฉิ่น กรี อาขา และมลาบ
 
รี) ຈຶ່ງມີອົບພະຍົບຂ້າມໄປມາລະຫວ່າງສອງປະເທດ ເປັນແຂວງທີ່ມີການຄ້າໄມ້ຊຸງຫລາຍຈຶ່ງມີຊ້າງງານຫລາຍໃນປະເທດ
 
2.               ສະພາບພູມອາກາດ
ໂດຍທົ່ວໄປມີພູມອາກາດຄາຍຄືກັບປະເທດໄທ ຈັງຫວັດນ່ານ ແລະ ຈັງຫວັດອຸດຕຣະດິດ ແລະ ມີຝົນຕົກນ້ອຍກວ່າສອງ
ຈັງຫວັດແຕ່ມີອາກາດຫນາວກວ່າສອງຈັງຫວັດໃນປະເທດໄທ
3.   ຊັບພະຍາກອນທຳມະຊາດ
ໃນເຂດພູເຂົາທີ່ຕິດກັບ ປະເທດໄທຍັງມີປ່າໄມ້ສົມບູນຢູ່ຫລາຍ  ມີໄມ້ສັກແລະ ໄມ້ຄ່າ  ແລະໄມ້ອື່ນໆ  ທາງພາກພື້ນພາກກາງ
ແລະພາກໃຕ້ຂອງແຂວງ ສ່ວນພາກເຫນືອຂອງແຂວງມີແຮ່ທາດສຳຄັນ ເຊັ່ນ: ເຫຼັກໄຫລ , ຄຳ ,ທອງ ,ແລະແມງການິສ (แมงกานีส) ເປັນຕົນ 
ແລະມີການອຸດສາຫະກຳເໝືອງຫິນແກຣນິດ (หินแกรนิต) ໃນພາກໃຕ້ຂອງແຂວງ
4.     ເມືອງມີສະຖານທີ່ທ່ອງທ່ຽວແຂວງໄຊຍະບູລີ
  1. ເມືອງໄຊຍະບູລີ
  2. ເມືອງເງິນ
  3. ເມືອງປາກລາຍ
5.  ການຄົມມະນາຄົມ
 
ມີຫົນທາງຕິດຕໍ່ລະຫວ່າງພາກເໝືອ ແລະ ພາກໃຕ້ຂອງແຂວງ ແລະ ເຊື່ອມຕໍ່ກັບແຂວງຫລວງພະບາງ ລວມທັງເສັ້ນທາງເຊື່ອມ
 
ຕໍ່ກັບຈັງຫວັດນ່ານຂອງໄທ  ນອກຈາກເສັ້ນທາງເຊື່ອມຕໍ່ເມືອງຕ່າງໆແລ້ວ ຖະຫນົນເສັ້ນທາງລອງລົງມາ
 
ອື່ນໆຍັງຢູ່ໃນລຫວ່າງການກໍ່ສ້າງແລະປັບປຸງຫຼືເປັນເສັ້ນທາງໃນໂຄງການທີ່ກຳຫນົດແຜນກໍ່ສ້າງທົ່ວທັງແຂວງ 
 
ຢ່າງໃດກໍ່ຕາມສາຍຫລັກກໍ່ຍັງຕ້ອງປັບປຸງໃຫ້ຮຽບຮ້ອຍສົມບູນເພື່ອໃຫ້ສາມາດສັນຈອນແລນລົດໄປມາໄດ້ຕະລອດປີ 
 
 ໂດຍສະເພາະຢ່າງຍິ່ງ່ໃນລະດູຝົນ ນອກຈາກການຄົມມະນາຄົມທາງບົກແລ້ວແຂວງໄຊຍະບູລີສາມາດເດິນທາງເຊື່ອ່ມຕໍ່ກັບເມືອງແລະແຂວງອື່ນໆ 
 
 ໄດ້ໂດຍທາງນ້ຳ ເຊິ່ງສາມາດເດິນທາງໄດ້ໂດຍທາງ ເຮືອໂດຍສະເພາະລຳແມ່ນ້ຳຂອງແຂວງໄຊຍະບູລີມີພື້ນທີ່ຕິດກັບແມ່ນ້ຳຂອງເປັນໄລຍະທາງ
 
ນັບໄດ້ຫລາຍຮ້ອຍກິໂລແມັດ 
 
ການຄົມມະນາຄົມທາງອາກາດ ໂດຍທາງເຄື່ອງບິນກໍ່ສາມາດ ເຊື່ອມຕໍ່ກັບກຳແພງນະຄອນວຽງຈັນໄດ້
 
 ໂດຍມີເດິນບິນທີ່ແຂວງໄຊຍະບູລີ ແລະເມືອງແກ່ນທ້າວ ແລະມີທ່ຽວບິນປະຈຳເດິນທາງຕິດຕໍ່ກັບນະຄອນຫລວງວຽງຈັນໄດ້
 
 ແຕ່ທັງນີ້ຂຶ້ນຢູ່ກັບຈຳນວນຜູ້ໂດຍສານ 
 
ເຊິ່ງເປັນປັດໄຈປະກອບສຳຄັນຂອງທ່ຽວບິນ.
 
 
ຂໍ້ມູນສະຖິຕິຂອງແຂວງໄຊຍະບູລີ :
 
ເນື້ອທີ່         :        16,389 ຕລ.ກມ.
ປະຊາກອນ :        382,200
ຄວາໜາແໜ້ນ : 23 ຄົນ/ຕລ.ກມ.

 

Delicious Digg Fark Twitter