ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ກ.ຍ.. 3, 2011 | ມີ 10 ຄຳເຫັນ ແລະ 0 trackback(s)

ຂອງກິນ ໕ ຢ່າງຊ່ວຍຄາຍຄຽດ

ລາຍລະອຽດ

ຫຼາຍຄົນຄົງເຄີຍຕົກຢູ່ໃນສະພາບຂຸ້ນມົວໃນອາລົມ  ທັງຄຽດ  ວິຕົກ ຊືມເສົ້າ ເຫງົາ ຫງຸດຫງິດ ຖ້າເກິດງ່າຍແລ້ວຈາງຫາຍໄວຈະບໍ່ເປັນປັນຫາ 

ແຕ່ໃຜທີ່ຄຽດນານຫາຍຫຼືຫາຍຊ້າ ນັ້ນລອງເລືອກອາຫານ ໕ ຢ່າງນີ້ມາກິນ ເພາະມີຜົນການວິໄຈຂອງຜູ້ຊ່ຽວຊານດ້ານໂຄສະນາການໃນຕ່າງປະເທດວ່າ 

ຊ່ວຍປັບອາລົມໃຫ້ແຈ່ມໃຈຂຶ້ນໄດ້.   ອາຫານ ໕ ຢ່າງຄື :

ກວ້ຍ  :  ມີທິປໂຕເຟນ  ຊຶງຮ່າງກາຍຈະປ່ຽນເຊໂລໂທມິນ  ເຮັດໃຫ້ອາລົມດີຂຶ້ນ  ນອກຈາກນີ້ວິຕາມິນບີ ໖ ຍັງຊ່ວຍຮັກສາລະດັບນ້ຳຕານໃນເລືອດ

ວອລນັດ : ເປັນແຫ່ລງທີ່ດີຂອງໂອເມກ້າ ໓ ເຊິ່ງຊ່ວຍປ້ອງກັນໂລກຫົວໃຈແລະຫລອດເລືອດ ລວມທັງຕ້ານມະເລັງ 

ຜົນວິໄຈມີພົບວ່າມີມີຜົນຕໍ່ອາລົມແລອັດຕາລົດລົງຂອງຄວາມຊືມເສົ້າ

ແກ່ນຕະເວັນ : ເຕັມໄປດ້ວຍໂຟເລດ ແລະແມກນີຊຽມ  ທີ່ມີບົດບາດໃນຄວບຄຸມ ແລະສົ່ງເສິມລະດັບອາລົມ ຄາຍຄວາມວິຕົກກັງວົນ  ຫງຸດຫງິດ  ຊືມເສົ້າ

ນັກສຶກສາທາງວິທະຍາສາດກ່າວວ່າ ແມກນີຊຽມ ເປັນປະໂຫຍດຮັກສາໂລກຊືມເສົ້າ ລວມເຖິງອາການນອນບໍ່ຫລັບ 

ດາຣ໌ກຊັອກໂກແລດ : ຊ່ວຍຕຸ້ນການລັ່ງສານເອັນດໍຣ໌ຟິນ  ຍັງມີທິບໂຕເຟນເຊິງເປັກົດອະມິໂນສຳຄັນ ເຮັດຫນ້າທີ່ຄວບຄຸມເຊໂລໂທມິນ

ສານສື່ປະສາດທີ່ຄບຄຸມອາລົມ ເປັນຕົວຖ່າຍສານ ເຊໂລໂທນິນອອກມາ  ຈະຊ່ວຍໃຫ້ຜ່ອນຄາຍຄວາມວິຕົກກາງວົນ

ໄຂ່ : ພົບວ່າມີສານຫລາຍຊະນິດມີບົດບາດສຳຄັນ ໃນການຜະລິດພະລັງງານ ຊ່ວຍສົ່ງເສິມສ້າງຄວາມຈຳ  ແລະບັນເທົາອາການຊອງພາວະຊືມເສ້າໄດ້ດ້ວຍ


ອາຫານໃກ້ຕົວ ໕ ຢ່າງນີ້ເປັນຕົວປັບອາລົມແບບງ່າຍໆ ເໝາະສຳລັບໃຜທີ່ຄຽດແລະອາລົມເສຍ

Delicious Digg Fark Twitter