ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ກ.ຍ.. 5, 2011 | ມີ 2 ຄຳເຫັນ ແລະ 0 trackback(s)

ຫຼາຍແຫ່ງໄຂສົກຮຽນໃໝ່ 2011-2012

ວັນທີ 02 ກັນຍາ 2011 - ເວລາ 16:24:53

ທ່ານ ສົມ​ວັນ​ດີ ນາ​ຖາ​ວົງ ຮອງ​ເຈົ້າ​ຄອງ​ນະ­ຄອນ­ຫຼວງ​ວຽງ​ຈັນ ໄດ້​ກ່າວ​ໃນ​ພິ­ທີ​ເປີດ​ສົກ­ຮຽນ​ໃໝ່ ປີ 2011-2012 ໃນ​ວັນ​ທີ 1 ກັນ­ຍາ 2011 ທີ່​ໂຮງ­ຮຽນ​ມັດ­ທະ­ຍົມ​ສົມ­ບູນ​ວຽງ​ຈັນ ຊຶ່ງ​ທ່ານ​ໄດ້​ສະ­

ແດງ​ຄວາມ​ຍ້ອງ­ຍໍ​ຊົມ­ເຊີຍ​ຕໍ່​ແຜນ​ງານ​ພັດ­ທະ­ນາ​ເປັນ​ໂຮງ­ຮຽນ​ຕົວ​ແບບ​ຂອງ​ຄະ­ນະ​ອຳ­ນວຍ​ການ ຄູ-ອາ­ຈານ ຂອງ​ໂຮງ­ຮຽນ​ມັດ­ທະ­ຍົມ​ສົມ­ບູນ​ວຽງ​ຈັນ ຊຶ່ງ​ເຫັນ​ໄດ້​ວ່າ​ມີ​ຄວາມ​ສອດ­ຄ່ອງ​ກັບ​

ແຜນ​ຍຸດ​ທະ​ສາດ​ໃນ​ການ​ພັດ­ທະ­ນາ​ການ​ສຶກ​ສາ​ຂອງ​ລັດ­ຖະ­ບານ ແຕ່​ເຖິງ​ຢ່າງ­ໃດ​ກໍ​ຕາມ ການ​ພັດ­ທະ­ນາ​ເພື່ອ​ໃຫ້​ເປັນ​ໂຮງ­ຮຽນ​ຕົວ​ແບບ​ນັ້ນ ຄຽງ​ຄູ່​ກັບ​ການ­ຈັດ­ຕັ້ງ​ແຜນ​ພັດ­ທະ­ນາ​ດັ່ງ­ກ່າວ

ຄະ­ນະ​ອຳ­ນວຍ​ການ​ພ້ອມ​ບັນ­ດາ​ຄູ-ອາ­ຈານ ຕ້ອງ​ໄດ້​ເອົາ­ໃຈ­ໃສ່​ຈັດ​ຕັ້ງ​ປະ­ຕິ­ບັດ​ນະ­ໂຍ­ບາຍ 6 ສ ຂອງ​ນະ­ຄອນ­ຫຼວງ​ວຽງ​ຈັນ ເພາະ​ໃນ​ແຕ່​ລະ ສ ແມ່ນ​ມີ​ຄວາມ​ສອດ­ຄ່ອງ​ກັບ​ການ­ຈັດ­ຕັ້ງ​ປະ­ຕິ­ບັດ​

ວຽກ​ງານ​ກິດ­ຈະ­ກຳ​ຕ່າງໆ​ຂອງ​ໂຮງ­ຮຽນ ເພື່ອ​ສ້າງ​ໂຮງ­ຮຽນ​ໃຫ້​ມີ​ຄວາມ​ສະ­ຫງົບ​ພາຍ​ໃນ ສະ­ອາດ ຈົບ­ງາມ ສີ­ຂຽວ ສະ­ຫວ່າງ ໃຫ້​ມີ​ສະ­ເໜ ແລະ ມີ​ຄວາມ​ສີ­ວິ­ໄລ.

ໃນ​ພິ­ທີ​ຄັ້ງ​ນີ້ ທ່ານ ສົມ​ວັນ​ດີ ນາ​ຖາ​ວົງ ຍັງ​ໄດ້​ມອບ​ເງິນ​ຈຳ­ນວນ 2 ລ້ານ​ກີບ ເພື່ອ​ເປັນ​ທຶນ​ປະ­ກອບ​ເຂົ້າ​ໃນ​ການ​ປັບ­ປຸງ​ສ້ອມ­ແປງ​ໂຮງ­ຮຽນ ຊຶ່ງ​ຂຶ້ນ​ຮັບ​ເງິນ​ຊ່ວຍ­ເຫຼືອ​ຄັ້ງ​ນີ້ ແມ່ນ​ທ່ານ ບຸນ​ຖົມ

ເຄ​ນາ​ພູມ ຜູ້­ອຳ­ນວຍ­ການ​ໂຮງ­ຮຽນ​ມັດ­ທະ­ຍົມ ສົມ­ບູນ​ວຽງ​ຈັນ ຊຶ່ງ​ມີ​ບັນ­ດາ​ຕາງ­ໜ້າ​ຈາກ​ພາກ­ສ່ວນ​ກ່ຽວ­ຂ້ອງ ພ້ອມ​ດ້ວຍ​ຄະ­ນະ​ອຳ­ນວຍ​ການ ຄູ-ອາ­ຈານ ແລະ ນ້ອງ​ນັກ­ຮຽນ​ເຂົ້າ ຮ່ວມ​ໃນ​ພິ­ທີ​

ເປີດ​ສົກ­ຮຽນ​ໃໝ່​ຄັ້ງ​ນີ້.

ຂ່າວ​ແຈ້ງ​ອີ​ກວ່າ: ໃນ​ວັນ​ດຽວ​ກັນ ເມືອງ​ໄຊ​ເຊດ​ຖາ ກໍ​ໄດ້​ຈັດ​ພິ­ທີ​ໄຂ​ສົກ­ຮຽນ​ໃໝ່ 2011-2012 ທີ່​ໂຮງ­ຮຽນ​ມັດ­ທະ­ຍົມ​ສົມ­ບູນ​ໜອງ​ບອນ ໂດຍ​ເປັນ​ປະ­ທານ​ຂອງ​ທ່ານ ພອຍ​ຄຳ ຮຸ່ງ​ບຸນ​ຍວງ

ເຈົ້າ­ເມືອງ​ໄຊ​ເຊດ​ຖາ ຊຶ່ງ​ມີ​ຜູ້­ຕາງ­ໜ້າ​ຈາກ​ພະ​ແນກ​ສຶກ​ສາ​ນະ­ຄອນ­ຫຼວງ​ວຽງ​ຈັນ ຫົວ­ໜ້າ​ຫ້ອງ­ການ​ສຶກ​ສາ​ທິ​ການ­ເມືອງ ບັນ­ດາ​ແຂກ ຄູ-ອາ­ຈານ ແລະ ນ້ອງ​ນັກ­ຮຽນ​ເຂົ້າ​ຮ່ວມ 1.000 ກ່ວ​າ​

ຄົນ.

ຂ່າວ​ແຈ້ງ​ອີ​ກວ່າ: ໃນ​ວັນ​ດຽວ​ກັນ ເມືອງ​ສີ​ໂຄດ​ຕະ­ບອງ ນະ­ຄອນ­ຫຼວງ​ວຽງ​ຈັນ ກໍ​ໄດ້​ຈັດ​ພິ­ທີ​ໄຂ​ສົກ­ຮຽນ​ໃໝ່​ທົ່ວ​ເມືອງ​ຂຶ້ນ ທີ່​ໂຮງ­ຮຽນ​ເອ­ກະ​ຊົນ​ຊະ­ນະ​ພົນ ໂດຍ​ເປັນ​ປະ­ທານ​ຂອງ​ທ່ານ​ນາງ ວັນ​

ດີ ວົງ​ຄຳ​ມະ­ນີ ຄະ­ນະ​ປະ­ຈຳ​ພັກ​ນະ­ຄອນ­ຫຼວງ ຫົວ­ໜ້າ​ຈັດ​ຕັ້ງ​ນະ­ຄອນ­ຫຼວງ​ວຽງ​ຈັນ ມີ​ທ່ານ ທອງ​ຄູນ ແສງ​ດາ­ລາ ເຈົ້າ­ເມືອງ​ສີ​ໂຄດ​ຕະ­ບອງ ຫົວ­ໜ້າ ຮອງ​ຫົວ­ໜ້າ​ສຶກ​ສາ​ເມືອງ ຄູ-ອາ­ຈານ ນ້ອງ​

ນັກ­ຮຽນ ຜູ້​ປົກ­ຄອງ​ນັກ­ຮຽນ ແລະ ແຂກ​ຖືກ ເຊີນ​ທົ່ວ​ເມືອງ​ເຂົ້າ​ຮ່ວມ. 

ຂ່າວ​ແຈ້ງ​ໃຫ້​ຮູ້​ຕື່ມ​ວ່າ: ໃນ​ວັນ​ດຽວ​ກັນ​ນີ້​ທີ່​ໂຮງ­ຮຽນ ມສ ເຈົ້າ​ອະ­ນຸ­ວົງ ໄດ້​ຈັດ​ພິ­ທີ​ເປີດ​ສົກ­ຮຽນ​ໃໝ່ 2011-2012 ຂຶ້ນ ໂດຍ​ມີ​ທ່ານ ຈັນ­ທອນ ລັດ​ຖະ​ຈັກ ຮອງ​ເຈົ້າ­ເມືອງ​ຈັນ­ທະ​ບູ​ລີ ພ້ອມ​ດ້ວຍ​

ທ່ານ​ຮອງ​ຂະ­ແໜງ​ສະ­ຖິ­ຕິ​ແຜນ­ການ ພະ​ແນກ​ສຶກ​ສາ​ນະ­ຄອນ­ຫຼວງ ຄະ­ນະ​ອຳ­ນວຍ​ການ ຄູ-ອາ­ຈານ ຕາງ­ໜ້າ​ອົງ​ການ­ຈັດ­ຕັ້ງ​ບ້ານ ແລະ ນ້ອງ​ນັກ­ຮຽນ​ເຂົ້າ​ຮ່ວມ.

ຂ່າວ​ແຈ້ງ​ອີ​ກວ່າ: ທີ່​ໂຮງ­ຮຽນ ມສ ເພຍ​ວັດ ກໍ​ໄດ້​ຈັດ​ພິ­ທີ​ໄຂ​ສົກ­ຮຽນ​ໃໝ່ 2011-2012 ໃນ​ວັນ​ທີ 1 ກັນ­ຍາ 2011 ໂດຍ​ການ​ເປັນ​ປະ­ທານ​ຂອງ​ທ່ານ ອຸ­ດອນ ໄຊ​ມົນ­ຕີ ເຈົ້າ­ເມືອງ​ສີ​ສັດ­ຕະ​ນາກ

ຕາງ­ໜ້າ​ຈາກ​ພະ​ແນກ​ສຶກ​ສາ​ທິ​ການ​ນະ­ຄອນ­ຫຼວງ ຫົວ­ໜ້າ​ຫ້ອງ­ການ​ສຶກ​ສາ​ທິ​ການ­ເມືອງ ຄະ­ນະ​ອຳ­ນວຍ​ການ​ໂຮງ­ຮຽນ ແລະ ພາກ­ສ່ວນ​ກ່ຽວ­ຂ້ອງ​ເຂົ້າ​ຮ່ວມ.

ໃນ​ພິ­ທີ​ດັ່ງ­ກ່າວ ທ່ານ​ເຈົ້າ­ເມືອງ ຍັງ​ໄດ້​ມອບ​ອຸ­ປະ­ກອນ​ການ​ຮຽນ-ການ​ສອນ ແລະ ເງິນ​ຈຳ­ນວນ​ໜຶ່ງ ເພື່ອ​ຊຸກ­ຍູ້​ໃຫ້​ແກ່​ຂະ­ແໜງ­ການ​ສຶກ​ສາ​ຂອງ​ເມືອງ​ອີກ​ດ້ວຍ.

ຂ່າວ​ແຈ້ງ​ອີ​ກວ່າ: ໃນ​ວັນ​ດຽວ​ກັນ​ນີ້ ເມືອງ​ຈັນ­ທະ​ບູ​ລີ ກໍ​ໄດ້​ຈັດ​ພິ­ທີ​ເປີດ​ສົກ­ຮຽນ​ໃໝ່​ປະ­ຈຳ​ສົກ­ຮຽນ 2011-2012 ທີ່​ໂຮງ­ຮຽນ​ປະ­ຖົມ​ນາ​ໄຮ່​ດຽວ ໂດຍ​ມີ​ທ່ານ ອາ­ນຸ­ພາບ ຕຸ​ນາ​ລົມ ຮອງ​ເຈົ້າ​ຄອງ​

ນະ­ຄອນ­ຫຼວງ​ວຽງ​ຈັນ ພ້ອມ​ດ້ວຍ​ພະ­ນັກ­ງານ​ຄູ-ອາ­ຈານ ພໍ່​ແມ່​ນັກ­ຮຽນ ແລະ ນ້ອງ​ນັກ­ຮຽນ​ເຂົ້າ​ຮ່ວມ​ຢ່າງ​ພ້ອມ­ພຽງ.

ຂ່າວ​ແຈ້ງ​ໃຫ້​ຮູ້​ຕື່ມ​ວ່າ: ໃນ​ຕອນ​ເຊົ້າ​ວັນ​ທີ 1 ກັນ­ຍາ 2011 ທີ່​ໂຮງ­ຮຽນ​ມັດ­ທະ­ຍົມ​ຕົ້ນ​ສີ​ເກີດ ເມືອງ​ນາ​ຊາຍ​ທອງ ມັດ­ທະ­ຍົມ​ຕົ້ນ​ທ່າ​ມ່ວງ ເມືອງ​ຫາດ​ຊາຍ​ຟອງ ໂຮງ­ຮຽນ​ອະ­ນຸ­ບານ-ປະ­ຖົມ​ໄຊ​

ສົມ​ພອນ ເມືອງ​ໄຊ​ທາ­ນີ ໂຮງ­ຮຽນ  ມສ ນາ​ທຽມ ເມືອງ​ສັງ​ທອງ ແລະ ໂຮງ­ຮຽນ ມສ ສົມ​ສະ­ຫວາດ ເມືອງ​ປາກ​ງື່ມ ນະ­ຄອນ­ຫຼວງ​ວຽງ​ຈັນ ກໍ​ໄດ້​ຈັດ​ພິ­ທີ​ໄຂ​ສົກ­ຮຽນ​ໃໝ່ 2011-2012 ຢ່າງ​ເປັນ​

ທາງ​ການ ຊຶ່ງ​ແຕ່​ລະ​ແຫ່ງ​ມີ​ຄະ­ນະ​ພັກ​ນະ­ຄອນ­ຫຼວງ ຄະ­ນະ​ພັກ​ເມືອງ ຫົວ­ໜ້າ​ຫ້ອງ­ການ​ສຶກ​ສາ ອຳ­ນາດ​ການ​ປົກ­ຄອງ ອຳ­ນວຍ​ການ​ໂຮງ­ຮຽນ ຄູ-ອາ­ຈານ ນ້ອງ​ນັກ­ຮຽນ ແລະ ແຂກ​ຖືກ​ເຊີນ​ເຂົ້າ​

ຮ່ວມ​ຢ່າງ​ຫຼວງ­ຫຼາຍ.

<!-- Khao Other List Start -->

Delicious Digg Fark Twitter