ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ກ.ຍ.. 6, 2011 | ມີ 5 ຄຳເຫັນ ແລະ 0 trackback(s)

    ໄທລາວພີ່ນ້ອງກັນ

ວັນທີ່ ໒໖ ເດືອນມັງກອນ ນັກສຶກສາທີ່ຮຽນໃນລາຍວິຊາກົດໝາຍການທ່ອງທ່ຽວໄປທັດສະນະສຶກສາທີ່ດ່ານຊ່ອງເມັກ ລະຫວ່າງທາງທີ່ລົດແລ່ນຜ່ານທຸກຄົນ

ຕ່າງກໍ່ສະນຸກສະໜານເຮຮາໄປຕະຫຼວດທາງ.
ເມື່ອເຖິງຈຸດໝາຍແລ້ວທຸກຄົນລົງຈາກລົດໄປຖ່າຍຮູບກັນຢ່າງສະໜຸກສະໜານ ຈາກນັ້ນເຈົ້າຫນ້າທີ່ຕຳຫຼວດຄົນເຂົ້າເມືອງ
ໄດ້ມາບັນຍາຍຄວາມຮູ້ໃຫ້ແກ່ນັກສຶກສາ ແນະນຳວິທີປະຕິບັດຕົວເອງເມື່ອຂ້າມແດນໄປປະເທດລາວ ຕົວຢ່າງວ່າເມື່ອຄົນໄທຂ້າມໄປ
ຝັ່ງລາວແລ້ວໄປເຮັດຜິດກົດຫມາຍຢູ່ທີ່ນັ້ນແລ້ວກໍ່ຖືກດຳເນິນຄະດີກົດຫມາຍຫລືຂຶ້ນສານຢູ່ປະເທດລາວ.
     ໃນດ້ານເຄື່ອງໃຊ້ສອຍທີ່ຕ້ອງຫ້າມທີ່ນຳເຂົ້າມາເມືອງໄທກໍ່ແມ່ນຈຳພວກສິນຄ້າລະເມິດລິຂະສິດທຸກຢ່າງເຊັ່ນ ຊີດີ ,ໂທລະສັບ ມືຖື
(ທີ່ຫລາຍໆຄົນເອີ້ນວ່າໂທລະສັບຈີນແດງ) ສິນຄ້າອື່ນໆເຊັ່ນ ກ້ວຍໄມ້ ສັດປ່າ ອາວຸດ ເຫຼົ່າບໍ່ເກິນ ໑ ຂວດ ຢາສູບບໍ່ເກິນ ໑ ຊອງ ຖ້າຝ່າຝືນກວດພົບເຫັນຈະຖືກຈັບ
ປັບໃໝ ຕາມແຕ່ໂທດທີ່ໄດ້ລະບຸໄວ້ໃນກົດຫມາຍ ຫລັງຈາກເຈົ້າຫນ້າທີ່ຕຳຫລວດບັນຍາຍຈົບແລ້ວ
ຄະນະນັກສຶກສາກຸ່ມໃຫຍ່ກໍ່ໄດ້ເດິນຂ້າມໄປຝັັ່ງລາວເພື່່ອຊື້ຂອງທີ່ລະລຶກຂອງຝາກກັນຢ່າງຄຶກຄັກທີ່ຕະລາດວັງເຕົ່າທີ່ເປັນຕະລາດທີ່ຂຶ້ນຊື່ຫລາຍ
ຖ້າຜູ້ໃດມີໂອກາດໄປທ່ຽວຊ່ອງເມັກບໍ່ໄປຮອດບໍ່ໄດ້ຊົມຈະລາດວັງເຕົ່າກໍ່ຖືວ່າບໍ່ໄປຮອດຊ່ອງເມັກ.
ວັນນັ້ນອາກາດຮ້ອນຫລາຍ ແຕ່ກໍ່ຖືວ່າບໍ່ເປັນອຸປະສັກໃນການເດິນທ່ຽວຊື້ຂອງພໍແຕ່ຫຼັບຕາ ໃນມືມີແຕ່ຂອງເຕັມໄປດ້ວຍຂອງກິນ ຂອງຝາກ ຂອງທີ່ລະລຶກ ອາຈານ
ຕະການ ເຊິ່ງແມ່ນຄົນນຳທົວຣ໌“
ທ່ານ(ອາຈານນຳທ່ຽວ)ບອກວ່າສິ່ງຂອງທູກຢ່າງຖ້າຈະຊື້ຕ້ອງຂໍຕໍ່ລາຄາໃຫ້ເຫຼືອເຄິ່ງຫນິ່ງກ່ອນ ເພາະເຂົາຕິ້ງລາຄາໄວ້ສູງກວ່າລາຄາຈິງຫລາຍເທົ່າ
ເທື່ອໃຫ້ລູກຄ້າຈໍ່ລາຄາສິນຄ້າທີ່ນັ້ນສ່ວນໃຫຍ່ແລ້ວຈະເປັນສິນຄ້າລອກລຽນແບບຫຼືລະເມິດລິຂະສິດທັ້ງນັ້ນ ບໍ່ເຂົ້າໃຈວ່າລະບົບກົດຫມາຍ ລັດຖະບານ ຫຼື
ເຈົ້າຫນ້າທີ່ຕຳຫລວດຂອງປະເທດລາວເຂົາມົວນິ້ງເສິຍ
ຫຼືເຮັດອີຫຍັງຢູ່ເຖິງປ່ອຍໃຫ້ສິນຄ້າລະເມິດລິຂະສິດກະແຈກກະຈາຍຢູ່ເຕັມບ້ານເຕັມເມືອງໂດຍເບິ່ງແລ້ວເຫມືອນຈະບໍ່ມີການປາບປາມ ຄົນຂາຍກໍ່
ວາງຂາຍກັນຢ່າງເປິດເຜີຍຖືກັບວ່າເປັນເລື່ອງທຳມະດາ ເຊິ່ງແຕກຕ່າງຈາກເມືອງໄທເຮົາຫລາຍທີ່ຄ່ອຍໃສ່ໃຈຫລາຍກັບການກວດລ້າງສິ່ງ່ຜິດກົດຫມາຍ
ແລະຂອງລະເມິດລິຂະສິດ ແຕ່ກັນນັ້ນ ເທບຜີຊີດີເຖື່ອ່ນກໍ່ຍັງວາງຂາຍກັນຢູ່ທົ່ວໄປເກືອບທຸກມຸມເມືອງຂອງປະເທດໄທ
ຖ້າໃຜສັງເກດດີໆແດ່ຈະພົບເຫັນກັບພາບທີ່ຜູ້ຍິງລາວເຂົາຈະນຸ່ງຜ້າຖຸງ(ສິ້ນ)ກັນເປັນສ່ວນໃຫຍ່ ແມ່ນກະທັ້ງນັກສຶກສາລາວກໍ່ຍັງນຸ່ງຜ້າຖຸງໄປຮຽນ 
ມອງເບິ່ງຮຽບຮ້ອຍງ່າຍ ນ່າຮັກຫລາຍ ເຂົາຍັງຮັກສາການໃຊ້ຊີວິດແບບດັ່ງເດິມຂອງເຂົາເອົາໄວ້ໄດ້ທ່າມກາງການປ່ຽນແປງໄຂອງໂລກຍຸກໂລກາວິວັດນ໌
ຖ້າປະເທດໄທຂອງເຮົາອອກກົດຫມາຍໃຫ້ນັກສຶກສາໄທນຸ່ງຜ້າຖຸງມາຮຽນກໍ່ຄົງຈະດູນ່າຮັກ ຮຽບຮ້ອຍດີບໍ່ນ້ອຍເລິຍ ປັນຫາອາຊຍາກຳ ຂ່າຂົມຂືນກໍ່ຄົງຈະລົດນ້ອຍລົງ 
ປັນຫາການແອບຖ່າຍໃຕ້(ກ້ອງສິ້ນ) ນັກສຶກສາກໍ່ຈະຫມົດໄປ ເອິ້ນໄດ້ວ່າ ຍິງນົກຕົວດຽວໄດ້ນົກສອງຕົວ ຖ້າທຳໄດ້ກໍ່ຖືໄດ້ວ່າເປັນການອະນຸລັກວັດທະນະທຳໄປ
ການແຕ່ງກາຍແບບໄທໆໄປໃນຕົວໄດ້ເລິຍ.
Delicious Digg Fark Twitter