ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ກ.ຍ.. 20, 2011 | ມີ 8 ຄຳເຫັນ ແລະ 0 trackback(s)

ຂົວມິດຕະພາບລາວ - ໄທ

ຕັ້ງຢູ່ຮ່ອນ ໑ - ໒ ບ້ານຈອມມະນີ ຕຳບົນມີໄຊ  ຈັງຫວັດໜອງຄາຍ ເປັນຂົວຂ້າມແມ່ນ້ຳຂອງໄປຫາທ່ານາແລ້ງ ເມືອງຫາດຊາຍຟອງ ນະຄອນຫລວງວຽງຈັນ ເປັນຂົວແຫ່ງທຳອິດທີ່ສ້າງຂຶ້ນດ້ວຍຄວາມຮ່ວມມືຂອງ ປະເທດ ຄື ອັອສເຕຣເລຍ ,ລາວ ແລະໄທ ນັບວ່າເປັນຂົວທີ່ສ້າງຄວາມສັມພັນລາວ - ໄທ ໃຫ້ຫລາຍຂຶ້ນທາງດ້ານເສດຖະກິດ ສັງຄົມ ແລະວັດທະນະທຳ  ນອກຈາກນີ້ຍັງມີຈຸດຊົມວິວທີ່ສວຍງາມອີກແຫ່ງຫນຶ່ງ ຕົວຂົວມີຄວາມຍາວ ໑,໒໐ ກມ (ຫຼືຕົວຂົວມີຄວາມຍາວ ໑,໑໗໐ ) ກວ້າງ ໑໕ ມ. ມີທາງລົດ ຊ່ອງ ສັນຈອນ  ທາງຍ່າງ ຊ່ອງທາງ  ຊຶ່ງຕົງກາງຂົວອອກແບບໄວ້ສຳຫລັບສ້າງທາງລົດໄຟ ງົດປະມານການກໍ່ສ້າງ ໓໐,໐໐໐,໐໐໐ ດອລລ່າສະຫະລັດ  ດ້ວຍຄວາມຊ່ວຍເຫລືອຈາກລັດຖະບານອອັສເຕເລຍ ໃຊ້ໄລຍະເວລາການກໍ່ສ້າງລະຫວ່າງເດືອນຕຸລາ ປີ ຄ.ສ. ໑໙໙໑ (ພ.ສ. ໒໕໓໔ ) ຮອດເດືອນເມສາ ປີ ຄ.ສ ໑໙໙໔ (ພ.ສ. ໒໕໓໗ )

ຂົວແຫ່ງນີ້ໄດ້ຈັດພິທີເປິດຂຶ້ນເມື່ອວັນທີເດືອນເມສາ ປີ ໑໙໙໔ ໂດຍພຣະມະຫາກະສັດແຫ່ງປະເທດໄທ ແລະທ່ານໜູຮັກ ພູມສະຫວັນ  ປະທານປະເທດລາວເຮົາ.

Delicious Digg Fark Twitter