ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ຕ.ລ.. 11, 2011 | ມີ 10 ຄຳເຫັນ ແລະ 0 trackback(s)

ອັນແທ້ຈິງແລ້ວຂ້ອຍວ່າຈະຂຽນເລື່ອງນີ້ລົງພັນລາວຕັ້ງແຕ່ວັນທີ່໖ ແຕ່ທາງຄອມຂ້ອຍມີປັນຫາທາງດ້ານnetwork ເລີຍເຂົ້າບໍ່ໄດ້

ນັ້ນເຮົາມາຮູ້ຈັກຄວາມຫມາຍຂອງຄູກ່ອນອື່ນເຮົາຮູ້ວ່າຄູຄົນທຳອິດຂອງເຮົາທຸກຄົນ ຄື ພໍ່  ແມ່  ເຮົານັ້ນເອງ

ໃນກໍລະນີຄົນທີ່ເກິດມາບໍ່ເຫັນຫນ້າພໍ່ແມ່ ກໍ່ໃຫ້ຖືເອົາຜູ້ທີ່ອຸປະກາລະລ້ຽງເບິ່ງເຮົາມາເປັນຄູທຳອິດ.

ແລະເຮົາຄວນເຂົ້າໃຈວ່າ  “ທຸກຄົນເກິດມາຕ້ອງມີຄູ  ແລະທຸກຄົນຕ້ອງເປັນຄູ”

ຄຳວ່າ “ຄູ”

ໃນພາສາບາລີວ່າ ຄຸຣຸ - ຄຣຸ   ແປວ່າ ໜັກ , ສູງ

ໃນພາສາສັນສະກິດວ່າ ຄຸຣຸ  ແປວ່າ ໃຫຍ່ ຫຼື ໜັກ (ຄຳສັບເດິມສັນສະກິດ ແປວ່າ ຄາຣວະ)

(ໃນມຸງຄຸນຊີວິດ ຄຳວ່າ ຄຣຸ ຫຼື ຄຣູ ນີ້ແປວ່າ ຕະໜັກ)

ຄຳວ່າຄູທີ່ແປວ່າ ໜັກ ນັ້ນ ຫມາຍເຖິງ ຄົນທີ່ຈະມາເປັນຄູນັ້ນຈະຕ້ອງຜ່ານການສຶກສາຮ່ຳຮຽນມາຢ່າງໜັກ

ຄຳວ່າຄູທີ່ ແປວ່າ ຕະໜັກ ນັ້ນໝາຍເຖິງການຕະໜັກຄຸນງາມຄວາມດີຂອງຄູ

ຄວາມຫມາຍຂອງຄຳວ່າອາຈານ

ຄຳວ່າ ຄູກັບອາຈານ ມັກຈະໃຊ້ຮ່ວມກັນຢູ່ສະເໝີຈົນບາງຄັ້ງເຮົາກໍ່ຄິດວ່າມັນເປັນຄວາມໝາຍດຽວກັນ ແຕ່ຄວາມຈິງແລ້ວ

ຄຳເດຶມທັງສອງຄຳແຕກຕ່າງກັນ

ຄຳສັບເດິມຂອງຄຳວ່າ “ອາຈານ“

ພາສາບາລີວ່າ “ອາຈາຣຍ”

ພາສາສັນສະກິດວ່າ ອາຈາຣຶຍ 

ໝາຍເຖິງຜູ້ເຝຶກມາລະຍາດ ຫຼືຄວບຄຸມໃຫ້ຢູ່ໃນລະບຽບວຶໄນ

ອາຈານ ຄື ຜູ້ສັ່ງສອນວຶຊາຄວາມຮູ້

ຍັງສະແດງຍົກໃຫ້ເຫັນຢູ່ໃນພາສາອື່ນໆອີກເຊັ່ນ

  • ພາສາລາຕີນ  Archa     ແປວ່າ  ແມ່ພິມ
  • ພາສາກຣີກ  Archos     ແປວ່າ  ຕົວຢ່າງໃນແບບພິມ
  • ພາສາຍີ່ປຸ່ນ  Artos         ແປວ່າ  ຫົວຫນ້າໃນນິກາຍເຊນ
  • ພາສາຮີນດູ   Arjariye      ແປວ່າ  ຫົວຫນ້າພະໃນສາສະນາພາມ
  • ພາສາສັນສະກິດ  Arjariya   ແປວ່າ  ຫົວຫນ້າພຣະໃນສາສະນາພຸດ
  • ພາສາບາລີ     Arjara             ແປວ່າ  ຫົວໜ້າພຣະໃນສາສະນາພຸດ
  • ພາສາທິເບດ    Lamahojan    ແປວ່າ  ຫົວໜ້າພຣະໃນນິກາຍມະຫາຍານ
  • ພາສາອີ່ຫລ່ານ   Ayah                ແປວ່າ  ຫົວໜ້າພຣະໃນສາສະນາອິດສະລາມ

ຄູ ມີຄວາມສຳຄັນຍິ່ງຕໍ່ຄວາມກ້າວຫນ້າ  ໃນດ້ານສ່ວນຕົວ  ບຸກຄົນ  ສັງຄົມ  ບ້ານເມືອງ  ແລະລວມທັງສັນຕິສຸກໂລກ  ເຊັ່ນວ່າ             

                    
ຫາກໂລກຍັງຢູ່ຢັ້ງ                   ຢືນຍົງ

ຄູກໍ່ຍັງຢູ່ຄົງ                           ໂລກດ້ວຍ

ຫາກໂລກສະລາຍລົງ             ຄູຢູ່ໄດ້ຣຶ

ຄູແລະໂລກຄົງໝ້ວຍ              ດັບສິ້ນພ້ອມກັນ.

TEACHERS =       ຄວາມຮັບຜິດຊອບຂອງຄູ

T (teaching)                ຄືການສອນ

E (ethics)                    ຄືຈະຣິຍະທຳ  ຄຸນນະທຳ

A (acadmic)                ຄື ວິຊາການ

C (cultural  hwritage)           ຄື ການສືບທອດວັດທະນະທຳ

(human  relationship)     ຄື ການມີມະນຸດສຳພັນ

E  (evaluation)                       ຄື ການປະເມິນຜົນ

(research)                         ຄື ການວິໄຈ

(service)                            ຄື ການບໍລິການ

 

Delicious Digg Fark Twitter