ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ທ.ວ.. 25, 2011 | ມີ 3 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ທັມມະ

ພຸດທະປະຫວັດຫຍໍ້

ພຣະພຸດທະເຈົ້າພະນາມເດິມຊື່ ສິດທັດຖະ ເປັນຄນຊາວ ອະຣິຍະກະ  ແປວ່າ ຊາດທີ່ມີຄວາມຈະເລິນ ໃນປະເທດອິນເດຍ.

ພຣະບິດາ (ພໍ່) ຊື່ : ພຣະເຈົ້າສຸດໂທທະນະ  ເປັນກະສັດແຫ່ງສາກະຍະວົງ  ຊົງປົກຄອງເມືອງກະບິນລະພັດ .

ພຣະມານດາ (ແມ່) ຊື່ :ພຣະນາງເຈົ້າສິຣິມະຫາມາຍາ  ເປັນນາງກະສັດແຫ່ງໂກລິຍະວົງ  ພຣະບິດາຂອງພຣະນາງເປັນກະສັດ

ປົກຄອງເມືອງ ເທວະທະຫະ ,

ພຣະພຸດທະເຈົ້າປະສູດ(ເກິດ) ທີ່ສວນລຸມພິນິວັນ .  ເມື່ອວັນສຸກຂຶ້ນ ໑໕ ຄ່ຳ ເດືອນ ໖  ປີ ຈໍ.

ພໍເກິດມາໄດ້ ວັນ ພຣະບິດາທຳພິທີຕັ້ງຊື່ວ່າ  ສິດທັດຖະ 

ເມື່ອໄດ້ອາຍຸ ວັນ ພຣະມານດາກໍ່ໄດ້ສິນພະຊົນ (ຕາຍ)

ອາຍຸໄດ້ ໑໖ ປີ ສະເຫວີຍລາຊະສົມບັດພ້ອມທັງໄດ້ ອະພິເສດສົມລົດກັບ ພຣະນາງຍະໂສທາລາ ຫຼືນາງພິມພາ  ມີພຮະໂອລົດດ້ວຍກັນອົງໜຶ່ງ

ຊື່ ວ່າ : ລາຫຸນ .

ອາຍຸໄດ້ ໒໙ ປີ ສະເດັດອອກບວດ  ເມື່ອວັນອາທິດ  ຂຶ້ນ ໑໕ ຄ່ຳ ເດືອນ ໘ ປີ ເຖາະ ຯ ແລ້ວໄດ້ຊົງບຳເພັນຢູ່ ປີ ຈິ່ງໄດ້ຕັດສະຣູ້ ຯ

ພໍອາຍຸໄດ້ ໓໕ ປີ ໄດ້ຕັດສະຣູ້ ເປັນພຣະພຸດທະເຈົ້າ ເມືອ່ວັນ ອາທິດຂຶ້ນ ໑໕ ຄ່ຳ ເດືອນ ໖  ປີ ລະກາ ຯ . , ເມື່ອພຣະອົງໄດ້ຕັດສະຣູ້ເປັນພຣະພຸດທະເຈົ້າແລ້ວ

ໄດ້ຊົງບຳເພັນພຸດທະກິດຄື :ການສະເດັດທ່ຽວຈາລຶກ ປະກາດພຣະສາສະໜາ  ສັ່ງສອນ ປະຊາຊົນຢູ່ ໔໕ ປີ ຯ.

ພໍອາຍຸໄດ້ ໘໐ ປີ ໄດ້ສະເດັດດັບຂັນ ທະປະລິນິບພານ (ຕາຍ) ຯ .ທີ່ເມືອງ ກຸສິນາລາ ເມືອ່ວັນອັງຄານ ຂຶ້ນ ໑໕ ຄ່ຳ ເດືອນ ໖  ປີ ມະເສັງ .ຯ

ການຕັ້ງພຸດທະສັກກະລາດ (ພ.ສ) ກໍ່ໄດ້ເລິ່ມຂຶ້ນແຕ່ພຣະພຸດທະເຈົ້າປະລິນິບພານ ຄືລ່ວງມາແລ້ວຄົນໜຶ່ງ  .ປີຈິ່ງນັບເປັນ ພ.ສ. ໑ . ຯຯຯຯ

 

 

 

Delicious Digg Fark Twitter